ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-28 14:24:56    
ງານວາງສະແດງສິນລະປະໃນນະຄອນປັກກິ່ງ
ໄດ້ຮັບຄວາມຊົມເຊີຍໂດຍທົ່ວໄປ

cri

ຫວ່າງບໍ່ດົນນີ້,ການວາງສະແດງວິຈິດຕະກຳຂອງນັກວິຈິດຕະກອນຈີນຍຸກ
ປະຈຸບັນ50ທ່ານແລະການວາງສະແດງໂສມໜ້າຂອງຈີນຄືມໍລະດົກໂລກ
ຢູ່ຈີນທັງສອງບ່ອນນີ້ໄດ້ເຮັດໃຫ້ຊາວປັກກິ່ງເພີ່ມຄວາມຮູ້ແລະເປີດຫູເປີດ
ຕາໃນຍາມພັກຜ່ອນຢ່ອນອາລົງແລະລື່ນເລີງເພີນໃຈ.

ການວາງສະແດງຂອງນັກວິຈິດຕະກອນຈີນຍຸກປະຈຸບັນ50ທ່ານແມ່ນໄດ້
ເລືອກເອົາຮູບແຕ້ມແລະຮູບຄວັດ100ຮູບຂອງນັກວິຈິດຕະກອນຈີນທີ່ມີອິດ
ທິພົນກວ່າໝູ່ໃນວົງການການວິຈິດຕະກຳ50ທ່ານ.ການວາງສະແດງເທື່ອນີ້
ມີຮູບແຕ້ມແບບຈີນ,ຮູບແຕ້ມສີນຳ້ມັນ,ຮູບແຕ້ມສະຫຼັກໃສ່ແປ້ນແລະຮູບ
ຄວັດເປັນຕົ້ນ.ທ່ານຈ່າງຢູຜູ່ອຳນວຍການສູນວາງສະແດງສິນປະກຳຈີນຕໍ່
ພາຍນອກເຊິ່ງເປັນອົງການຈັດການວາງສະແດງເທື່ອນີ້ເຫັນວ່າ,ການວາງ
ສະແດງເທື່ອນີ້ແມ່ນວາງສະແດງທີ່ມີລະດັບສິນລະປະກຳສູງສຸດໃນວົງການ
ວິຈິດຕະກອນຈີນໃນປະຈຸບັນ,ທ່ານເວົ້າວ່າ:"ການທີ່ວິຈິດຕະກຳຈີນເດີນເຂົ້າ
ສູ່ໂລກໃນປະຈຸບັນ,ພວກເຮົາເຫັນວ່າຄວນເປັນການສ້າງພາບພົດອັນດີໃຫ້
ແກ່ວິຈິດຕະກຳຈີນ,ທັງນີ້ກໍ່ແມ່ນຄວາມຄຶດຂອງພວກເຮົາໃນການຈັດາການ
ວາງສະແດງເທື່ອນີ້."

ການວາງສະແດງເທື່ອນີ້ແມ່ນອີງຕາມສິ່ງວາງສະແດງແລ້ວແບ່ງເປັນ4
ຫ້ອງ.ຮູບແຕ້ມແຕ່ລະຮູບໄດ້ດູດດຶງເອົາຜູ່ຊົມຈຳນວນບໍ່ໜ້ອຍຕ່າງຢືນຊົມ
ຕັ້ງດົນເຕີບນັກສຶກສາໂຮງຮຽນສິນລະປະກຳຈຳນວນໜຶ່ງໂດຍມີອາຈານ
ເປັນຜູ່ນຳມາຍັງນັ່ງກ່າຍເອົາຮູບແຕ້ມເຫຼົ່ານີ້ເປັນພິເສດ.

              

         ຮູບແຕ້ມ"ທ່ານຊູຢວນທັງຍ່າງທັງອ່ານກອນ"

ໃນຈຳນວນຮູບແຕ້ມທີ່ນຳອອກວາງສະແດງເທື່ອນີ້,ຮູບແຕ້ມບຸກຄົນດ້ວຍນຳ້
ມຶກຈີນໄດ້ເຮັດໃຫ້ຜູ່ຊົມຈຳນວນບໍ່ໜ້ອຍສົນໃຈນຳ,ເພາະວ່າຈຸດພິເສດຂອງການ
ແຕ້ມບຸກຄົນດ້ວຍນຳ້ມຶກຈີນແມ່ນນຳໃຊ້ສໍຟອຍຈຸມນຳ້ມຶກມາແຕ້ມຮູບຮ່າງຂອງ
ບຸກຄົນ,ເຊິ່ງຕ່າງກັບວິທີແຕ້ມແບບຝ່າຍຕາເວັນຕົກ,ມັນເນັ້ນໜັກເຖິງການວາດ
ພາບຈິດໃຈ,ສົ່ງເສີມການໃຊ້ຮູບນອກມາແຕ້ມຈິດໃຈໂດຍຜ່ານວິທີແຕ້ມດ້ວຍສໍ
ຟອຍທີ່ມີສີຂຸ້ນກັບສີຈາງ,ອັນໄດ້ສະແດງອອກເຖິງອຸປະນິດໄສທາງຈິດໃຈພາຍ
ໃນຂອງບຸກຄົນ.ຮູບແຕ້ມ"ທ່ານຊູຢວນທັງຍ່າງທັງອ່ານກອນ"ທີ່ແຕ້ມໂດຍທ່ານ
ມາເຈິ້ເຊີງ ນັກແຕ້ມດ້ວຍນຳ້ມຶກຈີນກໍແມ່ນແບບຢ່າງອັນໜຶ່ງຂອງວິທີແຕ້ມຮູບ
ແບບຈີນດັ້ງເດີມດ່ັງກ່າວ.ຮູບດ່ັງກ່າວໄດ້ສະແດງອອກເຖິງສະພາບທີ່ທ່ານຊູຢວນ
ນັກກະວີຜູ່ມີຊື່ສຽງໃນສະໄໝຈີນບູຮານພວມອ່ານກອນພາຍຫຼັງດື່ມເຫຼົ້າແລ້ວ,
ສະແດງໃຫ້ເຫັນນິດໄສອັນພົ້ນເດັ່ນແລະບຸກຄະລິກລັກສະນະຂອງທ່ານຊູຢວນ
ທີ່ຖືກແຕ້ມອອກຢູ່ຕາມໜ້າເຈ້ຍ.

          

           (ຮູບແຕ້ມທີ່ຊື່ວ່າ"ບິດາ")

ນອກຈາກຮູບແຕ້ມແບບຈີນທີ່ເປັນມູນເຊື້ອແລ້ວ,ຮູບແຕ້ມດ້ວນສີນຳ້ມັນທີ່
ເຂັ້ມຂຸ້ນໄປດ້ວຍກິ່ນອາຍຊົນນະບົດນັ້ນກໍ່ເຮັດໃຫ້ຜູ່ຊົມຈຳນວນບໍ່ໜ້ອຍນິຍົມ
ຊົມຊອບເຊັ່ນດຽວກັນ.ຮູບແຕ້ມທີ່ຊື່ວ່າ"ບິດາ"ກໍແມ່ນຮູບແຕ້ມຮູບໜຶ່ງທີ່ເປັນ
ຕົວແທນຂອງທ່ານລໍຈົ່ງລີນັກແຕ້ມສີນຳ້ມັນທີ່ມີຊື່ສຽງຮຽງນາມ.ຮູບແຕ້ມ
"ບິດາ"ເຄີຍເຮັດໃຫ້ເວທີແຕ້ມຮູບຂອງຈີນໃນທົດສະວັດທີ8ຂອງສະຕະວັດ
ທີ20ມີສຽງສະທ້ອນຄືນແຮງທີ່ສຸດ.ທ່ານລໍຈົ່ງລີແມ່ນນັກແຕ້ມທີ່ມີຊື່ສຽງໃນ
ການແຕ້ມຮູບຊົນນະບົດຈີນ,ຮູບແຕ້ມ"ບິດາ"ກໍ່ແມ່ນໜຶ່ງໃນບັນດາຮູບແຕ້ມ
ຊົນນະບົດເປັນລະບົບໜຶ່ງຂອງທ່ານ.ຮູບແຕ້ມ"ບິດາ"ຮູບນີ້ໄດ້ແຕ້ມຮູບຊາວ
ນາຈີນຜູ່ໜຶ່ງດ້ວຍນຳ້ຈິດນຳ້ໃຈອັນເລິກເຊິ່ງ,ຢູ່ກ້ອງຮອຍສໍຂອງນັກແຕ້ມ,
ເພິ່ນໄດ້ແຕ້ມແສງຕາອັນເຫຼງົາຫງ່ຽມຂອງບຸກຄົນຜູ່ໜຶ່ງທີ່ມີຮອຍຍູ່ຢູ່ຕາມໜ້າ.
ມີຂີ້ດິນຕິດຢູ່ຕາມຮູເຫື່ອແລະມີເສັ້ນເລືອດຟູຢູ່ຕາມຜິວໜັງກໍລ້ວນສະແດງ
ອອກມາໃຫ້ເຫັນປານຂອງຈິງຄືນອີກ.ຮູບແຕ້ມຮູບນີ້ເຖິງວ່າຈະແຕ້ມໄດ້20
ກວ່າປີແລ້ວກໍຕາມ,ແຕ່ດຽວນີ້,ເມື່ອເບິ່ງຄືນອີກ,ກໍ່ຍັງມີກຳລັງບຸກສາຍຕາຄົນ
ແຮງທີ່ສຸດ.ມີຜູ່ຊົມຫຼາຍຄົນໃຜກໍຖືກ ຄວາມເປັນຈິງແລະຊີວິດອັນແສນຊຳ້
ຂອງບຸກຄົນໃນຮູບນັ້ນເຮັດໃຫ້ສະດຸ້ງໃຈຍ້ອນ.ສະນັ້ນ,ຮູບແຕ້ມ"ບິດາ"ຈິ່ງ
ໄດ້ກາຍເປນັຮູບໜຶ່ງທີ່ດູດດຶງເອົາຜູ່ຊົມແຮງທີ່ສຸດໃນງານວາງສະແດງວິຈິດ
ຕະກຳເທື່ອນີ້.

ໃນງານວາງສະແດງຍັງໄດ້ວາງສະແດງຮູບປັ້ນແລະຮູບຄວັດໃສ່ແປ້ນທີ່ດີ
ເດັ່ນຫຼາຍຮູບ,ຄື,ຮູບປັ້ນທ່ານເມົາເຈີຕົງແລະຮູບປັ້ນທ່ານລູຊິນຂອງທ່ານ
ວາງສາວເວີນເຊິ່ງມີອິດທິພົນສຳຄັນໃນປະຫວັດຮູບປັ້ນຍຸກປະຈຸບັນຂອງ
ຈີນ,ເພິ່ນໄດ້ຄວັດຮູບທ່ານເມົາເຈີຕົງຜູ່ນຳທີ່ສະຖາປະນາປະເທດຈີນໃໝ
່ແລະທ່ານລູຊິນນັກປະພັນຜູ່ມີອິດທິພົນກວ່າໝູ່ໃນປະຫວັດວັນນະຄະດີຈີນ
ຍຸກປະຈຸບັນ,ຮູບປັ້ນສອງຮູບນີ້ໄດ້ສະແດງໃຫ້ເຫັນບຸກຄະລິກລັກສະນະ
ຂອງຜູ່ຍີ່ງໃຫຍ່ທັງສອງດັ່ງກ່າວຢ່ງມີຊີວິດຊີວາ.ສ່ວນຮູບຄວັດໃສ່ແປ້ນຊື່
ວ່າ"ຜູ່ທີ່ບໍ່ມີໃຜເອົາຊະນະໄດ້"ເຊິ່ງເປັນຮູບຄວັດທີ່ມີລັກສະນະເປັນຕົວແທນ
ຂອງທ່ານຢຽນຫານນັກຄວັດຮູບໃສ່ແປ້ນທີ່ມີຊື່ສຽງຂອງຈີນໄດ້ສ່ອງແສງໃຫ້
ເຫັນນຳ້ໃຈຕໍ່ສູ້ຢ່າງບໍ່ອ່ອນຂໍ້ທໍ້ຖອຍຂອງປະຊາຊົນຈີນເພື່ອຕໍ່ຕ້ານການຮຸກ
ຮານຂອງພວກຟາຊິກຍີ່ປຸ່ນໃນສະໄໝສົງຄາມຕໍ່ຕ້ນຍີ່ປຸ່ນຂອງຈີນ.ບຸກຄົນ
ທີ່ຄວັດໄດ້ໃນຮູບຄວັດໃສ່ແປ້ນນັ້ນລ້ວນ ແຕ່ເປັນຮູບຄົນທຳມະດາທີ່ປາສະ
ຈາກຕາມແຕ້ມຕື່ມເຊິ່ງສະແດງອອກເຖິງການສະແຫວງຫາຄວາມງາມທີ່
ປອດໄສແລະສົດຊື່ນ.

ຜູ່ຊົມໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ລະດັບຂອງຮູບແຕ້ມແລະນັກວິຈິດຕະກອນທີ່ເຂົ້າ
ຮ່ວມງານວາງສະແດງ.ທ່ານຈ່າງລີເສີນນັກແຕ້ມຮູບແບບຈີນທີ່ມີຊື່ສຽງຂອງຈີນ
ເຫັນວ່າ,ການວາງສະແດງເທື່ອນີ້ໄດ້ເປັນຕົວແທນໃຫ້ແກ່ທິດຊອກຄົ້ນຂອງວົງ
ການວິຈິດຕະກອນໃນປະຈຸບັນແລະຄຸນປະໂຫຍດຫຼາຍຕໍ່ການແລກປ່ຽນຂ້າມ
ເຂດລະຫວ່າງນັກສິນລະປິນທັງຫຼາຍອີກດ້ວຍ.,ທ່ານເວົ້າວ່າ:"ເວົ້າໃນດ້ານທິດ
ຂະຫຍາຍຂອງສິນລະປະກຳແລ້ວເຫັນວ່າ,ການວາງສະແດງເທື່ອນີ້ແມ່ນມີຫຼາຍ
ຮູູບຫຼາຍແບບຈາກວາດຊົງເຖິງວິທີສະແດງອອກ.ຮູບແຕ້ມເຫຼົ້ານີ້ໄດ້ຂ້ອນໂຮມ
ເອົາສະພາບວົງການວິຈິດຕະກຳຂອງຈີນໂດຍພື້ນຖານ."

ໃນຂະນະຈັດງານວາງສະແດງຮູບແຕ້ມຂອງນັກວິຈິດຕະກອນຈີນຍຸກປະຈຸ
ບັນ50ທ່ານນັ້ນ,ຢູ່ທີ່ຫໍພິພິທະພັນປະຕິວັດຈີນຢູ່ປັກກິ່ງກໍໄດ້ໄຂສາກງານວາງ
ສະແດງໂສມໜ້າຂອງຈີນ ມໍລະດົກໂລກຢູ່ຈີນ.ງານວາງສະແດງເທື່ອນີ້ໄດ້
ຈັດເອົາມໍລະດົກໂລກຢູ່ຈີນ28ແຫ່ງມາໂຮມກັນວາງສະແດງຢູ່ໃນຫ້ອງໃຫຍ່
ຫ້ອງໜຶ່ງ.

            

   (ຮູບປັ້ນທະຫານໃນສຸສານເຈົ້າຈັກກະພັດຊິນສືຫວາງ)

ມໍລິດົກວັດທະນະທຳແລະທຳມະຊາດຂອງຈີນແມ່ນອຸດົມສົມບູນທີ່ສຸດ.ນັບ
ມາຮອດທ້າຍປີ2001,ຈີນໄດ້ມີຮ່ອງຮອຍວັດຖຸບູຮານແລະທິວທັດທຳມະ
ຊາດ28ແຫ່ງທີ່ຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກຈັດ
ເຂົ້າໃນບັນຊີລາຍຊື່ມໍລະດົກໂລກ,ມີຈຳນວນເປັນທີສາມຂອງໂລກ.

ເນ້ືອທີ່ລວມຂອງງານວາງສະແດງເທື່ອນີ້ລື່ນກາຍ5000ແມັດຕາ,ຮ່ອງຮອຍວັດ
ຖຸບູຮານແລະທິວທັດທຳມະຊາດ28ແຫ່ງໄດ້ວາງສະແດງຖ່າຍເປັນຮູບແຜ່ນບັກ
ໃຫຍ່ແລະເປັນຮູບຕົວແບບຈຸນລະພາກຢູ່ຕໍ່ໜ້າຜູ່ຊົມ,ຄືມີກຳແພງຍັກທີ່ສະຫງ່າ
ໂອ້ອາດ,ມີພະລາດສະວັງກູກົງທີ່ສະຫງ່າລາສີ,ມີພູຫວາງຊານທີ່ງາມມະຫັດສະ
ຈັນ,ມີສວນດອກໄມ້ຊູໂຈວທີ່ສວຍງາມເປັນຕົ້ນ,ຍັງມີວັດຖຸບູຮານອັນລຳ້ຄ່າເກືອບ
ຮ້ອຍກວ່າອັນເຊັ່ນ,ຮູບປັ້ນທະຫານໃນສຸສານເຈົ້າຈັກກະພັດຊິນສືຫວາງ,ມີລົດ
ມ້າທອງແລະຮູ້ແຕ້ມໃສ່ຝາພະໜັງຕຸນຫວາງເປັນຕົ້ນ.

              

       (ຮູບແຕ້ມໃສ່ຝາພະໜັງຕຸນຫວາງ)

ຢູ່ໃນຫໍວາງສະແດງຕ່າງໆນັ້ນ,ຫໍວາງສະແດງເມືອງລີຈຽງເມືອງບູຮານຂອງ
ແຂວງຢຸນນານແມ່ນມີຈຸດພິເສດຫຼາຍຢ່າງຄື,ຜູ່ສາວເຜົ່ານາຊີສອງຄົນພວມນັ່ງ
ຕຳ່ຫູກຢູ່ເທິງກີ່ອັນເກົ່າແກ່,ຢູ່ຂ້າງຜູ່ສາວຍັງມີຜູ່ເຖົ້າເຜົ່ານາຊີສອງຄົນພວມເສບ
ດົນຕີບູຮານຂອງເຜົ່ານາຊຕີຢ່າງເປັນຕາອອນຊອນ,ອັນໄດ້ດູດດຶງເອົາຜູ່ຊົມຢ່າງ
ຫຼວງຫຼາຍ.

               

 (ເມືອງບູຮານລີຈຽງ)                (ສາວເຜົ່ານາຊີ)

ຜູ່ຊົມທີ່ມາຊົມການວາງສະດງແມ່ນມີຢູ່ບໍ່ຂາດ,ມີຈຳນວນໜຶ່ງແມ່ນເດີນທາງ
ມາຈາກຖິ່ນອື່ນ.ໃນຈຳນວນຄົນທີ່ຫຼາຍຈົນຍ່າງຖຸຍກັນນັ້ນ,ຍັງມີຊາວຕ່າງປະ
ເທດເປັນຈຳນວນບໍ່ໜ້ອຍ.ປະກົດວ່າພວກເຂົາເຈົ້າແມ່ນຊົມງານວາງສະແດງ
ທີ່ສຸດ.ທ່ານຟູຄູເອມາຊາຮີໂຕຜູ່ຊົມທີ່ມາຈາກຍີ່ປຸ່ນນັ້ນດຽວນີ້ແມ່ນນັກປາດມາ
ຢ້ຽມຢາມຢູ່ສະຖານບັນວິຊາການຕ່າງປະເທດຂອງຈີນ.ທ່ານເວົ້າວ່າ:"ຂ້າພະ
ເຈົ້າເຫັນວ່າມໍລະດົກທຳມະຊາດແລະວັດທະນະທຳຂອງຈີນແມ່ນອຸດດົມສົມ
ບູນທີ່ສຸດ,ພິລຶກແທ້ໆ.ໃນມໍລະດົກເຫຼົ່ານີ້,ຂ້າພະເຈົ້າເຄີຍໄປທ່ຽວແລ້ວ2ສ່ວນ3,
ຂ້າພະເຈົ້າຮູ້ສຶກສະດຸ້ງໃຈທີ່ສຸດຕໍ່ຄວາມອັດສະຈັດຂອງປະຫວັດສາດເຫຼົ່ານີ້.
ຂ້າພະເຈົ້າຍັງມີຫຼາຍບ່ອນບໍ່ທັນໄປເທື່ອ,ຫຼັງຈາກຊົມງານວາງສະແດງເທື່ອນີ້
ແລ້ວ,ຂ້າພະເຈົ້າຈະຕ້ອງໄປບ່ອນທີ່ຍັງບໍ່ເຄີຍໄປນັ້ນຢ່າງແນ່ນອນ."

ທ່ານຟູຄູເອມາຊາຮີໂຕເວົ້າວ່າ,ໃນມໍລະດົກທຳມະຊາດແລະວັດທະນະທຳ
ເຫຼົ່ານີ້,ບ່ອນທີ່ທ່ານມັກກວ່າໝູ່ແມ່ນເມືອງຕຸນຫວາງແລະຮູບປັ້ນທະຫານມ້າ
ຂອງເຈົ້າຈັກກະພັດຊິນສືຫວາງເຊິ່ງບໍ່ພຽງແຕ່ເປັນຊັບສົມບັດຂອງຈີນທໍ່ນັ້ນ,
ຫາກຍັງເປັນມໍລະດົກຮ່ວມຂອງປະຊາຊົນທົ່ວໂລກອີກດ້ວຍ.