ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-29 10:49:51    
ຜົນຮ້າຍຂອງການກິນອາຫານເຄັມຫຼາຍ(ສຽງ)

cri

                                     


ໃນການກວດພະຍາດຫວ່າງມໍ່ໆນີ້,ຜູ້ຊ່ຽວຊານທ່ີກ່ຽວຂ້ອງໄດ້ປະກົດເຫັນວ່າ,ຜູ້ເປັນພະ
ຍາດສາຍເລືອດຫົວໃຈແລະສາຍເລືອດສະໝອງຍ້ອນມັກກິນເຄັມນັ້ນຍັງມີຫຼາຍ,ແຕ່ລະ
ປີຜູ້ເສຍຊີວິດຍ້ອນພະຍາດເຫຼ່ົານີ້ມີປະມານ 1 ແສນກວ່າຄົນ. ດັ່ງນັ້ນ ຜູ້ຊ່ຽວຊານຈຶ່ງ
ເຕືອນວ່າ,ກິນອາຫານເຄັມຫຼາຍຈະພາໃຫ້ເປັນພະຍາດສາຍເລືອດຫົວໃຈແລະສາຍ
ເລືອດສະໝອງ,ທຸກຄົນຄວນເອົາໃຈໃສ່ໃນລະດັບສູງໂດຍທົ່ວໄປ.


ຫວ່າງມໍ່ໆນີ້,ປ້າຊູໃນເມືອງຊີຊີຮາເອີແຂວງເຮລົງຈຽງຂອງຈີນເປັນໂລກຫົວໃຈວາຍ,
ສ່ວນຜົວຂອງຟ້າເປັນເປ້ຍລຸກບໍ່ໄດ້ຍ້ອນສະໝອງອອກເລືອດເມື່ອສາມປີກ່ອນ,ລູກຊາຍ
ກົກອາຍຸຫາກໍ່ 40 ປີກໍເປັນໂລກຄວາມດັນເລືອດສູງ, ເຮັດໃຫ້ຄອບຄົວທີ່ຝືດເຄືອງຢູ່
ແລ້ວຕ້ອງຫາບແບກຢ່າງໜັກໜາທາງຈິດໃຈແລະເສດຖະກິດ.ມູນເຫດທ່ີພາໃຫ້ຄອບ
ຄົວປ້າຊູເປັນພະຍາດເຫຼ່ົານີ້ແມ່ນຍ້ອນພວກເພ່ິນມັກກິນ ຜັກດອງເຄັມແລະແຈ່ວເຄັມ,
ເວລາແຕ່ງກິນກໍໃສ່ເກືອຫຼາຍກວ່າຄອບຄົວທຳມະດາ, ຫຼາຍສິບປີເປັນແນວນີ້ຕະຫຼອດ
ມາ,ຈົນພາໃຫ້ເກີດຜົນຮ້າຍຢ້ອນຫຼັງອັນໜັກໜ່ວງໃນຊູ່ມື້ນີ້.



ຕາມທ່ານຢູລິງຟ້ານ ຫົວໜ້າພະແນກຫົວໃຈຂອງໂຮງໝໍເລກສອງຂອງມະຫາວິທະ
ຍາໄລແພດສາດຮາເອີປິ່ນບອກໃຫ້ຮູ້ວ່າ,ການກິນເຄັມຫຼາຍຈະພາໃຫ້ຄວາມດັນເລືອດ
ສູງຂຶ້ນ,ກິນອາຫານຈາງສາມາດເຮັດໃຫ້ຄວາມດັນເລືອດຕ່ຳລົງ. ມີຄົນເຄີຍສຳຫຼວດ
ແລ້ວສັງເກດເຫັນວ່າ,ທ້ອງຖ່ິນຫຼືຝູງຊົນທີ່ກິນເຄັມກິນຈາງຕ່າງກັນ,ອັດຕາເປັນພະຍາດ
ຄວາມດັນເລືອດສູງກໍຕ່າງກັນ.ຢູ່ຈີນ,ໄທພາກໃຕ້ແຕ່ງກິນໃສ່ເກືອມື້ໜ່ຶງປະມານ 8-9
ກຼາມ,ສ່ວນໄທພາກເໜືອພັດໃສ່ປະມານ 13-14 ກຼາມຂຶ້ນໄປ, ອັດຕາຜູ້ເປັນໂລກ
ຄວາມດັນເລືອດສູງທໍ່ກັບ 2-3 ເທົ່າຂອງໄທພາກໃຕ້,ອັດຕາເປັນໂລກຫົວໃຈວາຍ,ຫົວ
ໃຈຫຼົ້ມເຫຼວແລະສາຍເລືອດສະໝອງແຕກຍ້ອນຄວາມດັນເລືອດສູງກໍສູງກວ່າໄທພາກ
ໃຕ້ຢ່າງຫຼວງຫຼາຍ.

ເປັນຫຍັງກິນອາຫານເຄັມຫຼາຍຈ່ຶງພາໃຫ້ຄວາມດັນເລືອດສູງ?ທ່ານຢູລິງຟ້ານບອກນັກ
ຂ່າວວ່າ,ເກືອແມ່ນປັດໄຈທ່ີເຮັດໃຫ້ຫ້ອງຫົວໃຈເບື້ອງຊ້າຍໃຫຍ່ຜິດປົກກະຕິ,ເປັນປັດ
ໄຈອັນຕະລາຍຫຼາຍກວ່າໝູ່ທ່ີເຮັດໃຫ້ຜູ້ເປັນພະຍາດສາຍເລືອດຫົວໃຈຕາຕາຍຍ້ອນ.
ພ້ອມກັນນັ້ນ,ຜູ້ແພ້ເກືອຖ້າກິນອາຫານທີ່ເຄັມຫຼາຍຍັງຈະພາໃຫ້ໂປຼຕິນໃນປັດສາວະ
ເພີ່ມຂຶ້ນ,ແລ້ວພາໃຫ້ເປັນຄວາມດັນເລືອດສູງຂຶ້ນ.ຖ້າຄວາມດັນເລືອດສູງເປັນເວລາຍາວ
ນານຈະເຮັດໃຫ້ຫ້ອງຊ້າຍຂອງຫົວໃຈໃຫຍ່ໜາແລະຍະອອກ,ໃນທີ່ສຸດພາໃຫ້ຫົວໃຈ
ຫຼົ້ມເຫຼວຍ້ອນຫົມເລືອດ,ແລະພາໃຫ້ສາຍເລືອດແດງ ດ້ານແລະຂະຫຍາຍອອກ,ເຮັດ
ໃຫ້ກ້າມເນື້ອຫົວໃຈສິ້ນເປືອງອອກຊີແຊນເພີ່ມຂຶ້ນ,ຈະພາໃຫ້ຫົວໃຈເຈັບປັ້ນ,ຫົວໃຈ
ວາຍຈົນກະທັ້ງຕາຍກະທັນຫັນ.ນອກນີ້,ຄວາມດັນເລືອດສູງເປັນເວລາດົນນານຈະພາ
ໃຫ້ສາຍເລືອດເປັນຊີ້ນບົ່ງນ້ອຍໆ,ໃນເວລາຄວາມດັນເລືອດສູງຂຶ້ນກະທັນຫັນນັ້ນ,ອາດ
ຈະເຮັດໃຫ້ສາຍເລືອດແຕກແລ້ວພາໃຫ້ສະໝອງອອກເລືອດ.

ກ່ຽວກັບເລື່ອງນີ້,ທ່ານສາສະດາຈານຢູລິງຟ້ານເຕືອນຜູ້ທີ່ມັກກິນອາຫານເຄັມຫຼາຍຈົນ
ຊິນເຄີຍຍາວນານນັ້ນວ່າ,ຄວນຮັບຮູ້ຜົນຮ້າຍຂອງການກິນອາຫານເຄັມຫຼາຍຕ້ອງຫຼຸດ
ປະລິມານເກືອທີ່ກິນໃຫ້ໜ້ອຍລົງໂດຍໄວ,ແຕ່ລະຄົນມື້ໜ່ຶງກິນເກືອບໍ່ໃຫ້ເກີນ 6 ກຼາມ,
ຜູ້ທີ່ແຕ່ກ່ອນມັກກິນເຄັມນັ້ນ ກ່ອນອື່ນຕ້ອງຫຼຸດລົງໃຫ້ຕ່ຳກວ່າ 10 ກຼາມຕໍ່ມື້.ຢ່າກິນອາ
ຫານດອງເຄັມຫຼືເອືອບດ້ວຍເກືອ,ຄວນກິນອາຫານຈາງໃຫ້ຫຼາຍ,ຕົວຢ່າງຄືຜັກແລະ
ໝາກໄມ້,ຖ້າປະກົດເຫັນວ່າຄວາມດັນເລືອດຂອງຕົນລື່ນກາຍປົກກະຕິ,ກ່ອນອື່ນຄວນ
ຄວບຄຸມປະລິມານເກືອໃນອາຫານ,ຖ້າບໍ່ໄດ້ຫຼຸດລົງຮອດປະລິມານປົກກະຕິ,ກໍຕ້ອງໄປ
ກວດຢູ່ໂຮງໝໍໂດຍໄວ,ຜູ້ຊ່ຽວຊານຈະໃຫ້ກິນຢາຫຼຸດຄວາມດັນເລືອດເພ່ືອປ່ິນປົວ.