ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-29 14:10:54    
ສ່ິງທ່ີຄວນເອົາໃຈໃສ່ໃນເວລາກິນຢາ(ສຽງ)

cri

                                  

ນີ້ແມ່ນເລ່ືອງທຳມະດາ, ແຕ່ກິນຢາກໍບໍ່ແມ່ນວ່າຈະກິນຕາມໃຈ, ເພາະວ່າ ຖ້າເຮັດແບບ
ນີ້ຈະພາໃຫ້ເກີດຜົນຮ້າຍບາງຢ່າງ, ຫຼືບາງທີຈະເຮັດໃຫ້ເສຍລິດຢາ, ຕົວຢ່າງຄືບາງຄົນ
ກິນຢາບ່ໍແມ່ນກິນຕາມປະລິມານທີ່ທ່ານໝໍສ່ັງ,ແຕ່ຫາກກິນຫຼາຍກວ່າຫຼືໜ້ອຍກວ່າປະ
ລິມານທີ່ຄວນກິນ. ເຮັດແນວນີ້ແມ່ນບ່ໍເໝາະສົມ.

ທ່ານໝໍໃຫ້ຢາແກ່ຄົນເຈັບບ່ໍແມ່ນໃຫ້ຕາມໃຈ,ແຕ່ຫາກແມ່ນອີງຕາມລັກສະນະພະຍາດ,
ຄວາມໜັກເບົາຂອງອາການ,ໄລຍະເປັນພະຍາດ,ລັກສະນະຂອງຢາແລະສະພາບທ່ີ
ຕ່າງກັນຂອງຄົນເຈັບແຕ່ລະຄົນເປັນຕົ້ນ. ຖ້າຄົນເຈັບກິນຢາຕາມໃຈ,ຫຼາຍກ່ວາຫຼືໜ້ອຍ
ກວ່າປະລິມານທ່ີຄວນ,ກໍບ່ໍໍພຽງແຕ່ຈະບ່ໍໄດ້ຮັບຜົນຕາມຄາດໝາຍທໍ່ນັ້ນ,ບາງທີຍັງອັນ
ຕະລາຍອີກ. ສະນັ້ນ ກິນຢາຕ້ອງກິນຕາມທ່ານໝໍສ່ັງ.

ບາງຄົນກິນຢາ ມັກເອົານ້ຳນົມຫຼືນ້ຳຊາລ່ອງລົງ, ໃນເວລາປ້ອນເດັກນ້ອຍກິນຢາພັດ
ມັກເອົານຳ້ໝາກໄມ້ປ້ອນ. ເຮັດແບບນີ້ແມ່ນບໍ່ຖືກຕ້ອງ.

ເພາະວ່າໃນນ້ຳນົມມີທາດການຊຽມແລະທາດເຫຼັກ,ທາດການຊຽມແລະທາດເຫຼັກຖ້າ
ໄປປະສົມກັບຢາບາງຢ່າງເຊ່ັນຢາປະເພດເຕຕຼາຊີຄຼີນເປັນຕົ້ນກໍກາຍເປັນວັດຖຸປະສົມ
ຫຼື ກາຍເປັນທາດເກືອທ່ີລະລາຍຍາກ,ເຮັດໃຫ້ກະເພາະລຳໄສ້ຮັບເອົາບໍ່ໄດ້;ຢາບາງ
ຢ່າງຍັງຈະຖືກວັດຖຸເຫຼ່ົານີ້ທຳລາຍ,ແລ້ວເຮັດໃຫ້ລິດຢາຈາງລົງ,ບໍ່ໄດ້ຜົນປ່ິງປົວເທົ່າ
ທ່ີຄວນ.

ໃນນ້ຳຊາ,ມີກົດຕານນິກ,ຖ້າເອົານ້ຳຊາກິນຢາ,ຈະກະທົບກະເທືອນຜົນການປິ່ນປົວ
ຂອງຢາ,ຫຼືຈົນເຮັດໃຫ້ຢາບໍ່ໄດ້ຜົນຫຍັງເລີຍກໍເປັນໄດ້. ຕົວຢ່າງຄືຜູ່ເລືອດຈາງຕ້ອງກິນ
ຢາທີ່ມີທາດເຫຼັກເລື້ອຍໆ,ແຕ່ຖ້າທາດເຫຼັກໃນຢາໄປຖືກນ້ຳຊາ,ມັນກໍຈະສູນເສຍໄປ
ໝົດ, ທັງຍັງກະຕຸກກະເພາະລຳໄສ້,ເຮັດໃຫ້ກະເພາະລຳໄສ້ບໍ່ສະບາຍອີກດ້ວຍ. ສ່ວນ
ກາເຟອິນ,ເຕໂອຟີລິນ,ເຕໂອໂບຼມິນເປັນຕົ້ນຈະກະຕຸກສູນປະສາດຊັ້ນສູງ, ຊູແຮງຫົວ
ໃຈ,ເຮັດໃຫ້ຖ່າຍເບົາສະດວກ,ກະຕຸກການຂັບຍ່ອຍຂອງກະເພາະແລະອ່ືນໆ,ສະນັ້ນ
ກ່ອນແລະຫຼັງກິນຢາລະງັບປະສາດແລະຢານອນຫຼັບ,ບ່ໍຄວນກິນນ້ຳຊາ,ຍ່ິງບໍ່ຄວນເອົາ
ນ້ຳຊາກິນຢາເຫຼ່ົານີ້.

ນ້ຳໝາກໄມ້ສ່ວນຫຼາຍຈະມີທາດກົດ,ຖ້າໄປປະສົມກັບຢາ,ມັນຈະເກີດການກະທົບທາງ
ເຄມີ,ແລ້ວເຮັດໃຫ້ລິດຢາປ່ຽນແປງ.

ສະນັ້ນ, ກິນຢາຫຍັງກໍມີແຕ່ໃຫ້ເອົານຳ້ອຸ່ນລ່ອງລົງ, ເອົານ້ຳນົມ,ນ້ຳຊາ ແລະນ້ຳໝາກ
ໄມ້ແທນບ່ໍໄດ້.

ໃນເວລາກິນຢາ,ຍ້ອນຂົມ,ສົ້ມຫຼືກ່ິນແນວອື່ນ,ບາງຄົນມັກເອົານ້ຳຕານກິນກັບຢາ. ເຮັດ
ແນວນີ້ກໍບ່ໍດີ, ມູນເຫດມີດ່ັງນີ້ : ຄຶ

1,ນ້ຳຕານສາມາດລະງັບລິດຢາທ່ີເຮັດໃຫ້ເຊົາໄຂ້,ລົບກວນກະເພາະລຳໄສ້ຮັບເອົາເກືອ
ອະນິນຊີແລະວິດຕາມິນ.

2,ລົດຂົມຢາແມ່ນມີບົດບາດປົວພະຍາດໄດ້,ຢາບຳລຸງກະເພາະກໍແມ່ນອາໄສລົດຂົມມາ
ກະຕຸກຕ່ອມຍ່ອຍອາຫານ,ຊຸກຍູ້ໃຫ້ນ້ຳຍ່ອຍອາຫານລະບາຍອອກ,ແລ້ວປົວພະຍາດ
ໃຫ້ຫາຍ,ຖ້າເອົານ້ຳຕານກອຍໃສ່,ລິດຢາກໍຈະອ່ອນລົງ.

3, ສ່ວນປະສົມເຄມີຂອງຢາແຕ່ລະຢ່າງແມ່ນສັບສົນ,ເຊ່ັນກົດຕານນິກເປັນຕົ້ນ, ປະສົມ
ກັບນ້ຳຕານຈະມີການກະທົບທາງເຄມີ,ໂດຍສະເພາະແມ່ນຢາທ່ີມີທາດເຫຼັກ,ທາດການ
ຊຽມເປັນຕົ້ນ, ຖ້າປົນໃສ່ນ້ຳຕານແດງຈະມີການກະທົບດ້ານເຄມີ,ເຮັດໃຫ້ບາງສ່ວນໃນ
ຢາເປັນກ້ອນ,ປ່ຽນລັກສະນະ,ຈົມພື້ນ,ກະທົບກະເທືອນລິດຢາ.

4, ນ້ຳຕານສາມາດແຍກທາດສ່ວນປະສົມທ່ີມີຜົນຂອງຢາ, ເຮັດໃຫ້ຢາເສ່ືອມເສຍຜົນ
ການປ່ິນປົວ.

5, ຄົນເຈັບບາງຄົນແມ່ນກິນນ້ຳຕານບໍ່ໄດ້,ເຊ່ັນຜູ່ເປັນເບົາຫວານ,ຕັບມີໄຂມັນ,ເລືອດມີ
ໄຂມັນ,ພະຍາດເປັນໜອງແລະອ່ືນໆ.

ສະນັ້ນ ທ່ານຈ່ືງຕ້ອງຈ່ືໄວ້ວ່າ ເວລາກິນຢາຢ່າໃສ່ນ້ຳຕານຕາມໃຈ.