ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-29 19:32:26    
ຜູ່ບັນຊາການໃຫຍ່ກອງຕຳຫຼວດກາ
ຊາຂອງປາເລັດສະຕິນຫຼີກມົ້ມການຫຼອນ
ໂຈມຕີດ້ວຍລູກລະເບີດ

cri
ຕາມຂ່າວສານຊິນຮວາ:ວັນທີ29ເມສາ,ທ່ານກາສິ ເອນ ຈາບາລີ ຜູ່ບັນຊາການໃຫຍ່
ກອງຕຳຫຼວດແຖບກາຊາຂອງປາເລັດສະຕິນຢືນຢັນຕໍ່ວົງການໜັງສືພິມວ່າ,ມີຜູ່ບໍ່ຮູ້
ຖານະໄດ້ຝັງລູກລະເບີດໃນເຮືອນຢູ່ຂອງທ່ານ,ແລະໄດ້ຈູດລູກລະເບີດຈາກທາງໄກ
ໃນຕອນຂ້ອນແຈ້ງມື້ດຽວກັນ,ໂຊກດີທ່ານແລະໝົດຄອບຄົວຂອງທ່ານໄດ້ອອກຈາກ
ເຮືອນຢູ່ກ່ອນການລະເບີດເກີດຂຶ້ນບໍ່ທໍ່ໃດນາທີ.

ທ່ານຈາບາລີເວົ້າວ່າ,ເວລານັ້ນ,ມີຄົນສົ່ງສັນຍານໃຫ້ທ່ານ,ເຕືອນໃຫ້ທ່ານຮີບອອກ
ຈາກເຮືອນ.

ຕອນຂ້ອນແຈ້ງວັນທີ29ເມສາ,ເຮືອນຢູ່ຂອງທ່ານຈາບາລີທ່ີຕັ້ງຢູ່ພາກກາງເມືອງກາ
ຊາເກີດການລະເບີດຢ່າງຮ້າຍແຮງ,ແຕ່ບໍ່ໄດ້ມີຄົນຕາຍແລະບາດເຈັບ.ຝ່າຍຕຳຫຼວດ
ປາເລັດສະຕິນໄດ້ຊອກເຫັນເຄື່ອງຄວບຄຸມຈາກທາງໄກຕ່າງໆ ເຊ່ັນ ສາຍໄຟຟ້າທີ່
ຍາວຮ້ອຍກວ່າແມັດແລະປີນເປັນຕົ້ນຢູ່ບ່ອນລະເບີດ.

ຝ່າຍຕຳຫຼວດປາເລັດສະຕິນໄດ້ປັດປ່າຍຄວາມອາດສາມາດທີ່ອິດສະລະແອນດຳເນີນ
ການລອບຄາດຕະກຳ.