ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-06 15:25:39    
ໂທລະສັບມືຖືກະທົບກະເທືອນຮ່າງກາຍຄົນແນວໃດ

cri

ໂທລະສັບມືຖືໄດ້ກາຍເປັນເຄ່ືອງມືສ່ືສານທ່ີຂາດບໍ່ໄດ້ຂອງຄົນເຮົາໃນສັງຄົມປັດຈຸ
ບັນ,ແຕ່ມັນມີຜົນດີຫຼືຜົນຮ້າຍຕໍ່ສຸຂະພາບຂອງຄົນເຮົາ?ບັນດານັກວິທະຍາສາດໄດ້
ຖຽງກັນມາຕະຫຼອດ. ການຄົ້ນຄວ້າໃໝ່ສຸດລາຍໜ່ຶງຂອງນັກວິທະຍາສາດຊູແອັດ
ສະແດງໃຫ້ເຫັນວ່າ,ຄື້ນແມ່ເຫຼັກໄຟຟ້າຂອງໂທລະສັບມືຖືສາມາດເຮັດໃຫ້ກຳລັງ
ແຮງລະຫວ່າງຈຸລັງຂອງຮ່າງກາຍແຮງຂຶ້ນ,ເຖິງວ່າຜົນດ່ັງກ່າວຈະມີຜົນສະທ້ອນ
ແນວໃດຕໍ່ສຸຂະພາບຂອງຄົນເຮົາຍັງຕ້ອງສັງເກດຕ່ືມອີກກໍຕາມ,ແຕ່ມັນພັດໄດ້ສະ
ໜອງແລວຄວາມຄິດໃໝ່.

                                   

ໃນອະດີດ,ນັກວິທະຍາສາດໄດ້ຄົ້ນຄວ້າຜົນສະທ້ອນຂອງຄື້ນແມ່ເຫຼັກເອເລັກໂຕຼນິກ
ທ່ີມີຕໍ່ຈຸລັງໂດຍຕະຫຼອດ,ແຕ່ລັງສີຂອງຄື້ນແມ່ເຫຼັກໄຟຟ້າຂອງໂທລະສັບມືຖືແມ່ນ
ອ່ອນທ່ີສຸດ,ບໍ່ຫ່ອນຈະເຮັດໃຫ້ເນື້ອເຍື້ອຮ່າງກາຍຂອງຄົນຮ້ອນຂຶ້ນ. ແຕ່ທ່ານເຊເນ
ລີອຸສ ນັກຟິຊິກວິທະຍາຊູແອັດປະກົດເຫັນວ່າ,ຄື້ນແມ່ເຫຼັກໄຟຟ້າສາມາດປ່ຽນແປງ
ລັກສະນະບໍ່ຈູບໄຟຟ້າຂອງຈຸລັງຮ່າງກາຍ.

ທ່ານໄດ້ໃຊ້ຮູບຈຳລອງຄະນິດສາດລອກແບບຈຸລັງເລືອດແດງສອງໂຕທ່ີມີປະຕິກິລິ
ຍາຕໍ່ສະໜາມແມ່ເຫຼັກໄຟຟ້າ,ແລ້ວປະກົດເຫັນວ່າ,ເມ່ືອຄວາມຖີ່ຂອງສະໜາມແມ່
ເຫຼັກບັນລຸເຖິງ 850 ເມກາເຮີດທ່ີໃກ້ກັບຄວາມຖີ່ຂອງໂທລະສັບມືຖືນັ້ນ,ກຳລັງແຮງ
ວານເດິເວິດລະຫວ່າງໂມເລກູນນ້ຳໃນຈຸລັງໄດ້ເພີ່ມຂຶ້ນຫຼາຍຮ້ອຍຕື້ເທົ່າ,ຜູ້ຄົ້ນຄວ້າ
ຄຳນວນວ່າ,ນີ້ພໍທ່ີຈະເຮັດໃຫ້ເນື້ອເຍື້ອຮ່າງກາຍກະດ້າງຫຼືສາຍເລືອດຫົດຫູ່ແລ້ວ.

ການປະກົດເຫັນໃໝ່ດ່ັງກ່າວໄດ້ພິມລົງໃນວາລະສານເຄມີສາດຟິຊິກແລະຟິຊິກເຄ
ມີສາດສະບັບໃໝ່ຂອງອາເມລິກາ. ບັນນາທິການຂອງວາລະສານສະບັບນີ້ເຫັນວ່າ
ສະໜາມແມ່ເຫຼັກໄຟຟ້າເກີດຜົນສະທ້ອນຕໍ່ຈຸລັງຮ່າງກາຍບໍ່ແມ່ນຮ້ອນຂຶ້ນຍ້ອນແມ່
ເຫຼັກໄຟຟ້າ,ແຕ່ຫາກແມ່ນປ່ຽນແປງກຳລັງດູດລະຫວ່າງຈຸລັງ,ແຕ່ວ່າການປະກົດ
ເຫັນດ່ັງກ່າວແມ່ນທິດສະດີລ້ວນໆ,ແລະຮູບຈຳລອງຂອງມັນກໍງ່າຍໂພດ,ຍັງຕ້ອງ
ມີຜົນການທົດລອງມາສະໜັບສະໜູນ.

ປັດຈຸບັນ,ຜູ້ຄົ້ນຄວ້າພວມສັງເກດການປ່ຽນແປງຂອງລັກສະນະກັນໄຟຟ້າຂອງເນື້ອ
ເຍື້ອຊີວະຊາດທ່ີຕ່າງກັນໃນສະໜາມແມ່ເຫຼັກໄຟຟ້າຂອງໂທລະສັບມືຖື,ຜົນທາງ
ການຈະປະກາດໃນເດືອນທັນວາປີນີ້.