ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-08 20:10:39    
ທ່ານລາມສ໌ຟີວດ໌ກ່າວວ່າ,ອາເມລິກາ
ຈະພິຈາລະນາໃຫ້ການຊົດເຊີຍແກ່ຊະ
ເລີຍເສິກອີລັກທີ່ຖືກທໍລະມານ

cri
CRIລາຍງານວ່າ:ວັນທີ7ພຶດສະພາ,ທ່ານລາມສ໌ຟີວດ໌ ລັດຖະມົນຕີກະຊວງປ້ອງກັນ
ປະເທດອາເມລິກາໄດ້ເຂົ້າຮ່ວມງານຟັງຄຳໃຫ້ການຢ່າງເປີດເຜີຍທີ່ຄະນະກຳມະການ
ການທະຫານສະພາສູງອາເມລິກາຈັດຂຶ້ນກ່ຽວກັບທະຫານອາເມລິກາທໍລະມານຊະ
ເລີຍເສິກອີລັກ,ທ່ານໄດ້ສະແດງຄວາມຂໍໂທດຢ່າງເລິກເຊິ່ງທີ່ສຸດຕໍ່ຊະເລີຍເສິກທີ່ຖືກ
ທໍລະມານ,ແລະກ່າວວ່າ,ຈະພິຈາລະນາໃຫ້ການຊົດເຊີຍຢ່າງເໝາະສົມແກ່ພວກເຂົາ
ເຈົ້າ.

ໃນງານຟັງຄຳໃຫ້ການ,ທ່ານລາມສ໌ຟີວດ໌ເວົ້າວ່າ,ເຫດການເຫຼົ່ານີ້ເກີດຂຶ້ນໃນໄລຍະທີ່
ທ່ານດຳລົງຕຳແໜ່ງ,ທ່ານຈຶ່ງຫາບແບກໜ້າທີ່ຮັບຜິດຊອບທັງໝົດໃນຖານະເປັນລັດ
ຖະມົນຕີກະຊວງປ້ອງກັນປະເທດ,ແຕ່ບໍ່ຫ່ອນຈະລາອອກຈາກຕຳແໜ່ງຍ້ອນເລື່ອງນີ້.
ທ່ານກ່າວວ່າ, ທ່ານຈະລົງໂທດຜູ່ຮັບຜິດຊອບທີ່ກ່ຽວຂ້ອງຢ່າງເຂັ້ມງວດແລະຈະໃຊ້
ມາດຕະການຮັບປະກັນບໍ່ເກີດເຫດການຄ້າຍຄືກັນນີ້ອີກ.

ໃນມື້ດຽວກັນ,ທ່ານບຸສ ປະທານາທິບໍດີອາເມລິກາຮັບຮູ້ວ່າ,ໃນສະເພາະໜ້ານີ້,ສະ
ພາບການຂອງອາເມລິກາຢູ່ເຂດຕາເວັນອອກກາງແມ່ນຫຍຸ້ງຍາກທີ່ສຸດ.ທ່ານເວົ້າວ່າ,
ຍ້ອນວ່າກອງທະຫານອາເມລິກາປະຈຳອີລັກເກີດເຫດການທໍລະມານຊະເລີຍເສິກອັນ
ສະຫຍົດສະຫຍອງແລະໄຮ້ມະນຸດສະທຳ,ອາເມລິກາຈຶ່ງເສຍຊື່ສຽງທີ່ສຸດຢູ່ຕາເວັນອອກ
ກາງ.ທ່ານສະແດງຄວາມຂໍໂທດຕໍ່ຊະເລີຍເສິກອີລັກທີ່ຖືກຢຽດຫຍາມແລະຄອບຄົວ
ຂອງພວກເຂົາເຈົ້າ,ແລະໃຫ້ຄຳໝັ້ນສັນຍາວ່າ,ຈະສຳຫຼວດເຫດການນີ້ຢ່າງຮອບດ້ານ.