ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-08 21:13:39    
ປາເລັດສະຕິນກັບອິດສະລະແອນມີປະ
ຕິກິລິຍາຕ່າງກັນຕໍ່ຄຳເວົ້າຂອງທ່ານບຸສ
ກ່ຽວກັບການສ້າງຕັ້ງປະເທດປາເລັດສະ
ຕິນ

cri
CRIລາຍງານວ່າ:ວັນທີ8ພຶດສະພາ,ປາເລັດສະຕິນແລະອິດສະລະແອນມີການສະທ້ອນ
ຕ່າງກັນກ່ຽວກັບຄຳເວົ້າຂອງທ່ານບຸສ ປະທານາທິບໍດີອາເມລິກາທີ່ວ່າຈະສ້າງປະເທດ
ປາເລັດສະຕິນຍາກໃນປີ2005ແມ່ນເລື່ອງຍາກຫຼາຍ.

ທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັດສະຕິນເວົ້າວ່າ,ເຖິງວ່າທ່ານ
ບຸສກ່າວວ່າ,ຈະສ້າງຕັ້ງປະເທດປາເລັດສະຕິນໃນປີ2005ແມ່ນບໍ່ຕິດແທດຕົວຈິງກໍ່ຕາມ,
ແຕ່ທ່ານເອງເຫັນວ່າ,ຈະບັນລຸເປົ້າໝາຍດັ່ງກ່າວແມ່ນຍັງອາດເປັນໄປໄດ້.

ທ່ານຄູໄລ ນາຍົກລັດຖະມົນຕີລັດຖະບານປາເລັດສະຕິນປົກຄອງຕົນເອງເວົ້າວ່າ,ທ່າ
ທີດັ່ງກ່າວຂອງທ່ານບຸສແມ່ນຂັດແຍ່ງກັນກັບຫຼັກໝັ້ນຂອງທ່ານແຕ່ແຕ່ກ່ອນ.ກ່ອນປີ
2005,ປາເລັດສະຕິນອິດສະລະແອນຍັງມີເວລາຢູ່ເພື່ອການເຈລະຈາກັນ,ພ້ອມກັນພະ
ຍາຍາມເພື່ອເຊັນສັນຍາສັນຕິພາບຢ່າງຮອບດ້ານ.

ໃນມື້ດຽວກັນ,ທ່ານໂຊວານ ທີ່ປຶກສານະໂຍບາຍການຕ່າງປະເທດຂອງທ່ານຊາລົງ
ນາຍົກລັດຖະມົນຕີອິດສະລະແອນເວົ້າວ່າ,ເປົ້າໝາຍສ້າງຕັ້ງປະເທດປາເລັດສະຕິນ
ໃນປີ2005 ໄດ້ກາຍເປັນເລື່ອງບໍ່ອາດເປັນໄປໄດ້ຈັກເມັດແລ້ວ.