ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-09 17:21:35    
ທ່ານບຸສຮັບຮູ້ວ່າ,ເລື່ອງທໍລະມານຊະ
ເລີຍເສິກເຮັດໃຫ້ອາເມລິກາເສຍຊື່
ສຽງ​

cri

CRIລາຍງານວ່າ:ວັນທີ8ພຶດສະພາ,ທ່ານບຸສ ປະທານາທິບໍດີອາເມລິກາໄດ້ກ່າວຄຳ
ປາໄສໂດຍທາງວິທະຍຸ,ຍຶດໝັ້ນກ່າວວ່າ,ການທໍລະມານຊະເລີຍເສິກພຽງແຕ່ແມ່ນ
ການກະທຳຜິດກົດໝາຍຂອງຄົນສ່ວນໜ້ອຍທໍ່ນັ້ນ,ບໍ່ເປັນຕົວແທນໃຫ້ແກ່ຮູບໂສມ
ກວມລວມຂອງກອງທະຫານອາເມລິກາ.ແຕ່ທ່ານກໍຈຳເປັນຕ້ອງຮັບຮູ້ວ່າ,ເລື່ອງອັບ
ອາຍຂາຍໜ້າດັ່ງກ່າວເຮັດໃຫ້ອາເມລິກາເສຍຊື່ເສຍສຽງ.

ທ່ານບຸສຍັງເວົ້າວ່າ,ຝ່າຍອາເມລິກາຈະສຳຫຼວດກວດກາລະບອບຄຸ້ມຄອງໃນຄຸກອີ
ລັກ.

ໃນມື້ດຽວກັນ,ທ່ານເວັສລີ ຄຼາກ ນາຍພົນບຳນານຂອງອາເມລິກາຊີ້ອອກວ່າ,ລັດຖະ
ບານພຽງແຕ່ຂໍໂທດແມ່ນບໍ່ພໍ,ຄວນສຳຫຼວດຄະດີທໍລະມານຊະເລີຍເສິກຢ່າງເຖິງຖອງ,
ແລະໃຫ້ຄ່າຊົດເຊີຍຕົວຈິງແລະດ້ານຈິດໃຈແກ່ຊະເລີຍເສິກອີລັກທີ່ຖືກທໍລະມານ,ເຊ່ິງ
ລວມທັງມ້າງຄຸກອາບູ ກຼາອິບທີ່ຊື່ສຽງເໜົ່າເໝັນພໍແຮງແລ້ວ.

ນອກນີ້ຂ່າວແຈ້ງວ່າ,ໃນມື້ດຽວກັນ,ເຈົ້າໜ້າທີ່ທ້ອງຖິ່ນແຂວງອານບາຂອງອີລັກໄດ້ຮຽກ
ຮ້ອງໃຫ້ເຈົ້າໜ້າທີ່ກອງທະຫານປະສົມປ່ອຍຕົວຜູ່ຖືກກັກຂັງໝົດທຸກຄົນ,ເພື່ອລະງັບ
ຄວາມຄຽດຊັງຂອງຄົນທັງຫຼາຍເນື່ອງຈາກທະຫານອາເມລິກາທໍລະມານຊະເລີຍເສິກ.
ແຕ່ທ່ານເບຼເມີ ຜູ່ວ່າການບໍລິຫານສູງສຸດຝ່າຍພົນລະເຮືອນຂອງອາເມລິກາທີ່ຮັບຜິດ
ຊອບວຽກງານສ້າງສາອີລັກຄືນໃໝ່ຫຼັງສົງຄາມໄດ້ປະຕິເສດຄຳຮຽກຮ້ອງດ່ັງກ່າວ.