ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-09 17:39:11    
ປາເລັດສະຕິນກັບອິດສະລະແອນມີປະ
ຕິກິລິຍາຕ່າງກັນຕໍ່ຄຳເວົ້າຂອງທ່ານບຸສ
ກ່ຽວກັບການສ້າງຕັ້ງປະເທດປາເລັດສະ
ຕິນ

cri
CRIລາຍງານວ່າ:ວັນທີ8ເມສາ,ສອງຝ່າຍປາເລັດສະຕິນກັບອິດສະລະແອນມີການສະ ທ້ອນຕ່າງກັນກ່ຽວກັບຄຳເວົ້າຂອງທ່ານບຸສທີ່ວ່າຈະສ້າງຕັ້ງປະເທດປາເລັດສະຕິນໃນ
ປີ2005ແມ່ນເລື່ອງຍາກຫຼາຍ.

ທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັດສະຕິນເວົ້າວ່າ,ທ່ານເອງ
ເຫັນວ່າ,ບັນລຸເປົ້າໝາຍສ້າງຕັ້ງປະເທດປາເລັດສະຕິນຕາມເວລາກຳນົດຍັງອາດເປັນ
ໄປໄດ້ຢູ່.ທ່ານຄູໄລ ນາຍົກລັດຖະມົນຕີລັດຖະບານປາເລັດສະຕິນປົກຄອງຕົນເອງເວົ້າ
ວ່າ,ກ່ອນປີ2005,ປາເລັດສະຕິນກັບອິດສະລະແອນຍັງມີເວລາພ້ອມກັນທຳຄວາມພະ
ຍາຍາມເພື່ອເຊັນສັນຍາສັນຕິພາບຮອບດ້ານ.ທ່ານເອເລຄາດ ຜູ່ແທນເຈລະຈາຊັ້ນສູງ
ຂອງຝ່າຍປາເລັດສະຕິນຕິຕຽນຄຳເວົ້າຂອງທ່ານບຸສບໍ່ມີຜົນດີຕໍ່ການປະຕິບັດແຜນການ
ເສັ້ນທາງສັນຕິພາບຕາເວັນອອກກາງ.

ທ່ານໂຊວານ ທີ່ປຶກສານະໂຍບາຍການຕ່າງປະເທດຂອງທ່ານຊາລົງ ນາຍົກລັດຖະ
ມົນຕີອິດສະລະແອນເວົ້າວ່າ,ເປົ້າໝາຍທີ່ຈະສ້າງຕັ້ງປະເທດປາເລັດສະຕິນໃນປີ2005
ໄດ້ກາຍເປັນເລື່ອງທີ່ບໍ່ອາດເປັນໄປໄດ້ຈັກເມັດແລ້ວ.

ຕາມໜັງສືພິມອານ ອາລາມຂອງເອຢິບແຈ້ງຂ່າວວ່າ,ໃນເວລາໃຫ້ສຳພາດຕໍ່ນັກຂ່າວ
ໜັງສືພິມດັ່ງກ່າວ,ທ່ານບຸສເວົ້າວ່າ,ເປົ້າໝາຍກ່ຽວກັບການສ້າງຕັ້ງປະເທດປາເລັດສະ
ຕິນໃນປີ2005ໃນແຜນການເສັ້ນທາງສັນຕິພາບຕາເວັນອອກກາງນັ້ນແມ່ນບັນລຸຜົນເປັນ
ຈິງຍາກຫຼາຍ.