ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-10 16:00:57    
ກິນເບຍຫຼາຍເກີນໄປອາດຈະເປັນປະດົງ

cri

ຫຼາຍຄົນມັກກິນເບຍ,ເພາະມັນແຊບແລະສາມາດແກ້ຄວາມຮ້ອນ. ແຕ່ທ່ານຮູ້ບໍ່ວ່າ,ກິນ
ເບຍຫຼາຍເກີນຄວນອາດຈະເປັນພະຍາດປະດົງ. ເປັນເວລາຍາວນານມານີ້ ນັກວິທະ
ຍາສາດສົງໄສຕະຫຼອດມາວ່າ,ການກິນເຫຼົ້າຈະເຮັດໃຫ້ຄວາມອັນຕະລາຍທ່ີຈະເປັນ
ປະດົງເພີ່ມຂຶ້ນ. ຫວ່າງມໍ່ໆນີ້ ນັກວິທະຍາສາດອາເມລິກາປະກົດເຫັນວ່າ,ການກິນເບຍ
ຫຼາຍເກີນຄວນຈະເຮັດໃຫ້ມີຄວາມອັນຕະລາຍທ່ີເປັນປະດົງແທ້,ແລະກິນເຫຼົ້າປຸກທ່ີມີ
ອັງໂກນຫຼາຍກໍເຊ່ັນດຽວກັນ,ສ່ວນກິນເຫຼົ້າແວງຢ່າງເໝາະສົມພັດບໍ່ເປັນການຂ່ົມຂູ່ສຸ
ຂະພາບ.

ການເປັນປະດົງແມ່ນຍ້ອນການຂັບຖ່າຍຜິດປົກກະຕິ,ມັນຈະພາໃຫ້ຄໍ່ກະດູກເຈັບປວດ,
ບວມຈົນກະທັ້ງປ່ຽນຮູບ,ຖ້າອາການໜັກຈະພາໃຫ້ສັບພະຄຸນໝາກໄຂ່ຫຼັງຫຼົ້ມເຫຼວ,ກະ
ທົບກະເທືອນສຸຂະພາບແລະຄຸນນະພາບຊີວິດຂອງຄົນເຈັບ. ຕົວຢ່າງຄືຢູ່ອາເມລິກາ,
ແຕ່ລະປີຜູ້ເປັນປະດົງເພດຊາຍມີ 3 ລ້ານ 4 ແສນຄົນ,ເພດຍິງມີ 1 ລ້ານ 6 ແສນຄົນ.

ເລີ່ມແຕ່ປີ 1986, ຜູ້ຄົ້ນຄວ້າວິທະຍາສາດຂອງໂຮງໝໍສັງລວມແມັດເຊັດຊູເຊັດແຫ່ງ
ມະຫາວິທະຍາໄລຮາເວິດໄດ້ດຳເນີນການສຳຫຼວດຕໍ່ເພດຊາຍທ່ີສຸຂະພາບແຂງແຮງ
47 ພັນກວ່າຄົນ,ເນື້ອໃນຕົ້ນຕໍແມ່ນກ່ຽວກັບຄວາມຊິນເຄີຍດ້ານອາຫານການກິນປະຈຳ
ວັນຂອງຜູ້ຖືກສຳຫຼວດ. ຫຼັງຈາກນັ້ນ ບາສອງປີສຳຫຼວດເທ່ືອໜ່ຶງຈົນຍືດເຍືອມາຮອດ
ປີ 1998. ໃນ 12 ປີ,ລວມມີ 730 ຄົນໄດ້ເປັນປະດົງ.

                        

ຕາມຕົວເລກສະຖິຕິ,ຜູ້ຄົ້ນຄວ້າປະກົດເຫັນວ່າ:ຜູ້ທ່ີກິນເຫຼົ້າເບຍມື້ລະ 2 ກະປ໋ອງຂຶ້ນໄປ
ນັ້ນເປັນປະດົງຫຼາຍກວ່າຜູ້ບໍ່ກິນເບຍ 2,5 ເທົ່າ;ຜູ້ທ່ີກິນເຫຼົ້າປຸກທ່ີມີເຫຼົ້າເກົ້າສິບ 15
ກຼາມ 2 ຈອກຕໍ່ມື້ ເປັນປະດົງຫຼາຍກວ່າຄົນທຳມະດາ 1,6 ເທ່ົາ,ແຕ່ກິນເຫຼົ້າແວງບໍ່ມີ
ຜົນສະທ້ອນຫຍັງ.

ຜູ້ຮັບຜິດຊອບການຄົ້ນຄວ້າເວົ້າວ່າ,ຜົນດ່ັງກ່າວສະແດງໃຫ້ເຫັນວ່າ,ວັດຖຸຢ່າງໜ່ຶງທ່ີບໍ່
ແມ່ນເຫຼົ້າເກົ້າສິບແຕ່ຍັງບໍ່ຮູ້ແມ່ນຫຍັງໃນເບຍແລະເຫຼົ້າປຸກອາດຈະພາໃຫ້ເປັນປະດົງ,
ວັດຖຸຊະນິດນີ້ອາດຈະແມ່ນກາແຟອິນ.

ນີ້ແມ່ນນັກວິທະຍາສາດສຳຫຼວດແລະປະເມີນການພົວພັນລະຫວ່າງເຄ່ືອງດ່ືມທ່ີມີເຫຼົ້າ
ເກົ້າສິບກັບພະຍາດປະດົງຢ່າງເປັນລະບົບເປັນຄັ້ງທຳອິດ. ໃນເດືອນແລ້ວນີ້ ພວກເພ່ິນ
ຍັງປະກົດເຫັນວ່າ,ຜູ້ທ່ີກິນແຕ່ຊີ້ນແລະອາຫານທະເລແຕ່ບໍ່ມັກກິນຜັກແລະໂປຼຕິນນັ້ນ
ຄວາມອັນຕະລາຍເປັນປະດົງກໍສູງສົມຄວນ,ອາຫານເຮັດດ້ວຍນົມສາມາດຊ່ອຍຫຼຸດ
ຜ່ອນຄວາມອັນຕະລາຍດັ່ງກ່າວໃນລະດັບໃດໜ່ຶງ.