ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-11 10:12:17    
ກິລາແລ່ນແລະລານຂອງຈີນຫວັງຢ່າງແຮງກ້າຢາກສ້າງ
ຜົນງານດີເດັ່ນໃນງານກິລາໂອລິມປິກອາແຕນ(ສຽງ)

cri

                               

     ລາຍການກິລາແລ່ນແລະລານແມ່ນລາຍການທ່ີມີຫລຽນຄຳຫລາຍໃນງານກິລາ
ໂອລິມປິກ,ຄົນທັງຫລາຍຈິ່ງເອົາໃຈໃສ່ເປັນພິເສດຕະຫລອດມາ.ນັກກິລາແລ່ນແລະ
ລານຂອງຈີນໄດ້ວາງເປົ້າໝາຍແນວໃດແລະມີອະນາຄົດແນວໃດໃນງານກິລາໂອ
ລິມປິກອາແຕນ?ໃນລາຍການໂລກກິລາພາກນີ້,ເຊີນຟັງບົດແຈ້ງຂ່າວປະກອບສຽງ
ຂອງນັກຂ່າວວິທະຍຸພວກເຮົາທ່ີພາດຫົວເລ່ືອງວ່າ:   "ກິລາແລ່ນແລະລານຂອງຈີນ
ຫວັງຢາກມີການບຸກທະລຸໃໝ່ຢູ່ອາແຕນ."

    ເມ່ືອທຽບກັບລາຍການຍິງປືນໂດດນ້ຳແລະປ່ິງປ່ອງເປັນຕົ້ນແລ້ວ,ກິລາແລ່ນແລະ
ລານບໍ່ແມ່ນລາຍການທ່າແຮງເດັດຖານຂອງກິລາຈີນ.  ເມ່ືອຫວນຄືນຜົນງານຂອງ
ນັກກິລາແລ່ນ ແລະ ລານຂອງຈີນໃນງານແຂ່ງຂັນໃຫຍ່ຂອງໂລກໃນສອງປີມານີ້,
ແມ່ນບໍ່ອາດທ່ີຈະບໍ່ເອ່ີຍເຖິງທ້າວ ຫລີວສຽງ ນັກກິລາແລ່ນຂ້າມຮົ້ວເພດຊາຍແລະ
ນາງຊຸນອີງເຈ ນັກກິລາແລ່ນໄລຍະກາງແລະໄລຍະຍາວເພດຍິງ,ພວກເຂົາສອງຄົນ
ລ້ວນແຕ່ມີຜົນງານດີເດ່ັນໃນການແຂ່ງຂັນສາກົນ. ໃນງານແຂ່ງຂັນກິລາແລ່ນ ແລະ
ລານຊິງຊະນະເລີດຂອງໂລກໃນປີ 2003,ທ້າວຫລີວສຽງຊິງໄດ້ຫລຽນທອງໃນລາຍ
ການແລ່ນຂ້າມຮົ້ວ110 ແມັດ, ແລະຊິງໄດ້ທີສອງໃນລາຍການແລ່ນຂ້າມຮົ້ວ60ແມັດ
ເພດຊາຍໃນງານແຂ່ງຂັນກິລາແລ່ນແລະລານໃນຫົ່ມຂອງໂລກທ່ີຈັດຂຶ້ນຫວ່າງບໍ່ດົນ
ນີ້;ນາງຊຸນອີງເຈໄດ້ຮັບຫລຽນທອງແລ່ນໜ່ຶງພັນແມັດເພດຍິງໃນງານແຂ່ງຂັນຊິງຊະ
ນະເລີດຂອງໂລກ,ໃນງານແຂ່ງຂັນແລ່ນມາລາທອນເພດຍິງໃນປີ 2003,    ນາງໄດ້
ເປັນທີສອງດ້ວຍຜົນງານສອງຊ່ົວໂມງ19ນາທີ.ຜົນງານເຫ່ົຼານີ້ເຮັດໃຫ້ຄົນທັງຫລາຍ
ມີຄວາມໝັ້ນໃຈຕໍ່ນັກກິລາແລ່ນແລະລານຂອງຈີນຊິງ ເອົາຫລຽນລາງວັນໃນງານກ
ິລາໂອລິມປິກອາແຕນ.  ທຳມະດາແລ້ວກໍໄດ້ຝາກຄວາມຫວັງໄວ້ນຳທ້າວຫລີວສຽງ
ແລະນາງຊຸນອິງເຈ,ແລະຖືກຖືເປັນນັກກິລາແລ່ນແລະລານຂອງຈີນທ່ີມີຫວັງກວ່າໝູ່
ທ່ີຈະຊິງໄດ້ຫລຽນລາງວັນໃນງານໂອລິມປິກ.ທ່ານຫວັງຕ້າເວີ້ຍຮອງປະທານສະມາ
ຄົມກິລາແລ່ນແລະລານຈີນກໍ່ມີຄວາມໝັ້ນໃຈທ່ີສຸດນຳນັກກິລາສອງຄົນນີ້,ທ່ານເວົ້າ
ວ່າ:

     (ອອກອັດສຽງ 2)

     ຄວນເວົ້າວ່າ, ທ້າວຫລີວສຽງມີຄວາມກ້າວໜ້າໄວຫຼາຍ,ໃນການແຂ່ງຂັນແລ່ນ
ຂ້າມຮົ້ວ60ແມັດໃນງານແຂ່ງຂັນແລ່ນແລະລານໃນຫ່ົມຊິງຊະນະເລີດຂອງໂລກປີ
ນີ້ຜົົນງານຂອງຕົນ, ທ້າວຫຼີວສຽງໄດ້ສູງຂຶ້ນຢ່າງຫລວງຫລາຍ, ແຕ່ກ່ອນການແຂ່ງ
ຂັນໄລຍະສັ້ນ,ແມ່ນຈຸດອ່ອນຂອງທ້າວຫລີວສຽງ,ການບຸກທະລຸໃນລາຍການໄລຍະ
ສັ້ນໃນປະຈຸບັນຄວນມີຜົນດີທ່ີສຸດຕໍ່ການແລ່ນຂ້າມຮົ້ວ110ແມັດ.  ກິລາແລ່ນໄລຍະ ກາງແລະຍາວເພດຍິງແມ່ນລາຍການທ່າແຮງຂອງກິລາແລ່ນແລະລານຂອງຈີນ,
ແຕ່ກ່ອນພວກເຮົາເຄີຍໄດ້ຮັບຜົນງານດີເດ່ັນ.ໃນຫລາຍປີມານີ້, ໄດ້ມີນັກກິລາແລ່ນ
ທົນທ່ີດີເລີດຄືນາງຊຸນອິງເຈປະກົດຕົວອອກມາ,ສະນັ້ນ,ພວກເຮົາຈ່ິງໄດ້ຖືການແລ່ນ
ໄລຍະກາງ ແລະຍາວເພດຍິງເປັນລາຍການຈຸດໜັກທີ່ຈະບຸກທະລຸໃນງານໂອລິມ
ປິກ,ເພ່ືອຊິງເອົາຫລຽນລາງວັນ.

     ອີກລາຍການໜ່ຶງທ່ີມີຫວັງສົມຄວນທ່ີຈະໄດ້ຮັບຫລຽນລາງວັນກໍແມ່ນການຍ່າງ
ທົນ20 ກິໂລແມັດເພດຍິງ.ໃນງານໂອລິມປິກຊິດນີ, ນາງຫວັງລີ້ຜິງຊິງໄດ້ຫລຽນຄຳ
ພຽງຫລຽນດຽວຂອງລາຍການແລ່ນແລະລານມາໃຫ້ຈີນໃນການຍ່າງທົນ 20ກິລາ
ແມັດເພດຍິງຂອງງານໂອລິມປິກສະໄໝນັ້ນ. ແຕ່ຫລັງຈາກນັ້ນ,  ຍ້ອນຜິດກະຕິກາ
ຫລາຍໂພດແລະສາເຫດອ່ືນໆ,ຜົນງານຍ່າງທົນເພດຍິງຂອງຈີນໄດ້ຕົກຕຳ່ຊົ່ວໄລຍະ
ໜ່ຶງ,ຜົນງານກໍ່ຫລຸດລົງ.ເມື່ອສຳນຶກຄືນຊ່ົວໄລຍະໜ່ຶງແລ້ວ,ທິມຍ່າງຂອງທົນຈີນໄດ້
ວາງແຜນການຝຶກແອບຊຸດໃໝ່,ແລ້ວຍັງໄດ້ຝຶກແອບໂດຍຈຳເພາະຕໍ່ສະມາຊິກທຸກ
ຄົນໃນທີມໃຫ້ພະຍາຍາມບໍ່ຜິດກະຕິກາຫຼືໃຫ້ໜ້ອຍລົງ,ເພື່ອໃຫ້ພວກເຂົາເຈົ້າຮູ້ແລະ
ເຂົ້າໃຈກະຕິາກາດີກວ່າເກົ່າ.ວິທີຝຶກແບບໃໝ່ໄດ້ຮັບຜົນຢ່າງວ່ອງໄວ,ໃນການແຂ່ງ
ຂັນຍ່າງທົນຂອງຈີນເພື່ອຄັດເລືອກເຂົ້າຮ່ວມງານໂອລິມປິກຫວ່າງກ່ອນນີ້ບໍ່ດົນ,ນັກ
ກິລາຫລາຍຄົນບໍ່ພຽງແຕ່ໄດ້ບັນລຸມາດຖານເຂົ້າຮ່ວມການແຂ່ງຂັນຂອງງານໂອລິມ
ປິກຢ່າງສະດວກເທົ່ານັ້ນ,ຍັງໄດ້ຮັບຜົນງານດີສົມຄວນ .ທ່ານເຝີງຊູຢົງ ຄູຝຶກໃຫຍ່
ຂອງທິມກິລາແລ່ນແລະລານຈີນເວົ້າວ່າ:

    (ອັດສຽງ 3)

    ໃນງານແຂ່ງຂັນຍ່າງທົນຊິງຊະນະເລີດໃນທົ່ວປະເທດຊຶ່ງກໍ່ແມ່ນການແຂ່ງຂັນ
ຄັດເລືອກເພ່ືອເຂົ້າຮ່ວມງານໂອລິມປິກຄັ້ງນີ້,  ການປະພຶດຂອງນັກກິລາພວກເຮົາ
ຄວນເວົ້າວ່າ ມີກ້າວໜ້າກວ່າປີ2003ຢ່າງເດັ່ນຊັດ,  ນີ້ສ່ອງແສງໃຫ້ເຫັນໃນສອງ
ດ້ານ: ໜ່ຶງແມ່ນຜົນງານໄດ້ຍົກສູງຂຶ້ນ,ສອງແມ່ນກ້າວໜ້າຫລາຍໃນດ້ານເຕັກນິກ
ການຍ່າງ.  ໜ້າທ່ີສຳຄັນກວ່າໝູ່ຂອງພວກເຮົາໃນປະຈຸບັນແມ່ນໃນການຝຶກແອບ
ດ້ານເຕັກນິກ,ຕ້ອງຝຶກແອບຕາມຄວາມຮຽກຮ້ອງຂອງການແຂ່ງຂັນສາກົນ, ເຮັດ
ໃຫ້ເຕັກນິກຂອງນັກກິລາພວກເຮົາຍ່ິງເກັ່ງກວ່າເກົ່າ. ນອກຈາກຮັບປະກັນຊິງເອົາ
ຫລຽນລາງວັນແລ້ວ, ທ່ານເຝີງຊູຢົງກ່າວວ່າ,ທີມ ຈີນຍັງຫວັງຢາກກ້າວເຂົ້າຮອບ
8 ທິມໃນບາງລາຍການກິລາແລ່ນແລະລານໃນງານໂອລິມປິກອາແຕນ,  ແລະສະ
ສົມບົດຮຽນແກ່ງານໂອລິມປິກປັກກ່ິງປີ2008.ລາຍການເຫ່ົຼານີ້ກໍຄືແລ່ນມາລາທອນ
ເພດຍິງ ແກວ່ງຈານເຫັຼກເພດຍິງເຕັ້ນຍາວເພດຍິງຄ້ຳຖໍ່ເຕັ້ນສູງເພດຍິງແລະເກ່ັງ
ຮອບດ້ານ 10 ລາຍການເພດຊາຍເປັນຕົ້ນ. ທ່ານເຝີງຊູຢົງເວົ້າວ່າ: ຈຸດພິເສດເດັ່ນ
ກວ່າໝູ່ຂອງນັກກິລາພວກເຮົາແມ່ນອາຍຸນ້ອຍ,ລ້ວນແຕ່ມີຄວາມອາດສາມາດກ້າວ
ໜ້າ.ສະນັ້ນ,ພວກເຮົາເຫັນວ່າ, ງານໂອລິມປິກອາແຕນແລະປັກກ່ິງແມ່ນສືບເນ່ືອງ
ກັນ.ໂດຍຖືເປັນການຝຶກແອບເພ່ືອຈັດງານໂອລິມປິກປັກກ່ິງ,ຈຳນວນນັກກິລາແລ່ນ
ແລະລານຂອງຈີນທ່ີຈະເຂົ້າຮ່ວມງານໂອລິມປິກປີ 2004 ຈະລ່ືນກາຍງານໂອລິມ
ປິກຊິດນີ.

   ທ່ານຜູ່ຟັງທ່ີເຄົາລົບ,ລາຍການໂລກກິລາພາກນີ້ຂໍຈົບລົງເທ່ົານີ້.