ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-11 15:57:23    
ທ່ານບຸສກ່າວລື້ມວ່າຈະສຳຫຼວດຜູ່ມີໜ້າ
ທ່ີຮັບຜິດຊອບໃນການທໍລະມານຊະເລີຍ
ເສິກອີລັກຢ່າງເຖິງຖອງ ປະຊາຄົມໂລກ
ກ່າວປະນາມການກະທຳຂອງທະຫານອາ
ເມລິກາ

cri

CRI ລາຍງານວ່າ: ວັນທີ 10 ພຶດສະພານີ້ ທ່ານບຸສ ປະທານາທິບໍດີອາເມລິກາກ່າວ
ລື້ມວ່າ ຈະເອົາໂທດຜູ່ມີໜ້າທ່ີຮັບຜິດຊອບທ່ີເຂົ້າຮ່ວມການທໍລະມານຊະເລີຍເສິກອີລັກ
ຢ່າງເຖິງຖອງ.

ທ່ານບຸສກ່າວວ່າ,ເຫດການທໍລະມານຊະເລີຍເສິກເປັນການຢຽດຫຍາມປະຊາຊົນອີລັກ,
ແຕ່ພ້ອມກັນນັ້ນ ທ່ານພັດໄດ້ແກ້ຕົວຕາງທ່ານລາມສ໌ຟິວ ລັດຖະມົນຕີກະຊວງປ້ອງກັນ
ປະເທດອາເມລິກາທ່ີຄົນທັງຫຼາຍກ່າວໂຈມຕີຍ້ອນເຫດການທໍລະມານຊະເລີຍເສິກອີລັກ,
ກ່າວວ່າວຽກຂອງເຂົາເຮັດໄດ້ຄັກຫຼາຍ.

ໃນມື້ດຽວກັນ, ໂຄສົກຄະນະກຳມະການສາກົນຂອງສະພາກາແດງຢືນຢັນວ່າ, ບົດລາຍ
ງານກ່ຽວກັບຊະເລີຍເສິກອີລັກຖືກທະຫານອາເມລິກາທໍລະມານ ທ່ີປະກາດຢູ່ໃນແວັບ
ໄຊຂອງໜັງສືພິມວອນສະຕຼິດໃນມື້ດຽວກັນນັ້ນແມ່ນເລ່ືອງແທ້.

ໃນມື້ດຽວກັນ ປະເທດຈຳນວນໜ່ຶງໄດ້ສືບຕໍ່ກ່າວປະນາມການກະທຳຂອງທະຫານອາເມ
ລິກາທ່ີທໍລະມານຊະເລີຍເສິກອີລັກ.ທ່ານເບີລຸສໂຄນີ ນາຍົກລັດຖະມົນຕີອີຕາລີເຕືອນໃຫ້
ອາເມລິກາສຳຫຼວດເຫດການນີ້ຢ່າງເຄ່ັງຂຶມແລະເຖິງຖອງ;ທ່ານຕູໂອມີໂອຈາ ລັດຖະມົນ
ຕີການຕ່າງປະເທດແຟັງລັງ ທ່ານແຟຼວານສ໌ ລັດຖະມົນຕີການຕ່າງປະເທດຊູແອັດແລະ
ທ່ານມານເດີລາ ອະດີດປະທານາທິບໍດີອາຝຼິກກາໃຕ້ໄດ້ກ່າວປະນາມການກະທຳຂອງທະ
ຫານອາເມລິກາປະຈຳອີລັກຢ່າງຮຸນແຮງ.ທ່ານອົດໂຕ ຊີລີ ລັດຖະມົນຕີກະຊວງພາຍໃນ
ເຢຍລະມັນກ່າວວ່າ, ການທໍລະມານຊະເລີຍເສິກອີລັກໄດ້ເກີດຜົນສະທ້ອນອັນໜັກໜ່ວງ
ຕໍ່ການຕໍ່ສູ້ຕ້ານການກໍ່ການຮ້າຍ.