ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-11 17:43:00    
ບັດເຂົ້າປະຕູໃບນ້ອຍໆສ່ອງແສງໂລກອັນມະຫາສານ(ສຽງ)

cri

                                 

ໃນໄລຍະພັກບຸນວັນແຮງງານສາກົນ1ພຶດສະພາທຸກໆປີ,ຄົນຈີນສ່ວນຫຼາຍກໍມັກໄປ
ທ່ອງທ່ຽວ.ທຸກຄົນຮູ້ດີແລ້ວວ່າ,ການອອກໄປທ່ຽວແຫ່ງໃດກໍ່ຕ້ອງມີບັດເຂົ້າປະຕູ,ແຕ່
ບໍ່ຮູ້ວ່າທ່ານກໍເອົາໃຈໃສ່ແລ້ວບໍ,ບັດເຂົ້າປະຕູໃບນ້ອຍໆບັດດຽວກໍຍັງມີຄວາມຮູ້ຫຼາຍ
ບໍ່ຢອກໃດ.

ວັນທີ1ພຶດສະພາ,ງານວາງສະແດງເກັບໂຮມບັດເຂົ້າປະຕູການທ່ອງທ່ຽວຄັ້ງທີ14ຂອງ
ຈີນແມ່ນໄດ້ຈັດຂຶ້ນຢູ່ນະຄອນຈຸງກິງ.ງານວາງສະແດງຄັ້ງນີ້ໄດ້ຈັດເປັນເວລາ3ມື້,ບັດ
ເຂົ້າປະຕູ5ໝື່ນກວ່າໃບທີ່ຜູ່ສະໝັກຫິ້ຼນຈາກ25ແຂວງທົ່ວປະເທດເກັບໂຮມແມ່ນໄດ້
ເອົາມາສະແດງຢູ່ໃນງານວາງສະແດງຄັ້ງນີ້.

ໃນຈຳນວນບັດເຂົ້າປະຕູໃບນ້ອຍໆແນວນີ້ໃບໜ່ຶງ,ໄດ້ສ່ອງແສງໃຫ້ເຫັນຄວາມຮູ້ເກືອບ
ທຸກວິຊາ,ເລື່ອງປະຫວັດສາດແລະພາບວິວທິວທັດອັນສວຍງາມລ້ວນແຕ່ໄດ້ພິມໄວ້ຢູ່
ໃນຫັ້ນໝົດ.ບັດເຂົ້າປະຕູແມ່ນ"ນາມບັດ"ຂອງບ່ອນທ່ອງທ່ຽວ ສະຖານທີ່ເຂົ້າຊົມ
ແລະການເຄື່ອນໄຫວຕ່າງໆ,ແລະກໍ່ແມ່ນ"ນາມບັດ"ຂອງຕົວເມືອງທີ່ໄປທ່ຽວໄປ
ຊົມນັ້ນ.ການເກັບໂຮມບັດເຂົ້າປະຕູ ເຊິ່ງເປັນປະກົດການວັດທະນະທຳແນວໜ່ຶງ,ມັນ
ເປັນສະເໜແລະເນື້ອໃນຈຳເພາະທີ່ດູດດຶງເອົາຜູ່ສະໝັກຫິ້ຼນເປັນຈຳນວນຫຼວງຫຼາຍ,
ອັນໄດ້ຈໍ່ຕົວຂຶ້ນເປັນພະລັງຊີວິດອັນໂດດເດັ່ນ.

ຜູ່ຮັບຜິດຊອບຄະນະຈັດຕັ້ງງານວາງສະແດງເກັບໂຮມບັດເຂົ້າປະຕູໃນການທ່ອງທ່ຽວ
ຄັ້ງນີ້ໄດ້ສະເໜີໃຫ້ຮູ້ວ່າ,ງານວາງສະແດງບັດເຂົ້າປະຕູຄັ້ງນີ້ແບ່ງເປັນ6ພາກ:ຄື ໜຶ່ງ,
ແມ່ນແກ່ງແຍ່ງກັນສະແດງສີສັນ--ວາງສະແດງພູຜາແມ່ນ້ຳແລະການພັດທະນາປ່ຽນ
ແປງໃນແຫ່ງຕ່າງໆຂອງຈີນດ້ວຍ31ຫົວຂໍ້ຈຳເພາະ,ເຊິ່ງມີສີສັນທ້ອງຖ່ິນແລະສີສັນຊົນ
ເຜົ່າໜັກແໜ້ນ;ສອງ,ພາບວິວທິວທັດພາກຕາເວັນຕົກ--ເພື່ອຊົມພາບວິວທິວທັດທຳມະ
ຊາດແລະມະນຸດສາດອັນສວຍງາມຢູ່ພາກຕາເວັນຕົກຂອງຈີນດ້ວຍ14ຫົວຂໍ້ຈຳເພາະ;
ສາມ,ເມກຄວັນແຫ່ງປະຫວັດສາດ--ເພື່ອຫວນຄຶດຄືນປະຫວັດສາດການພັດທະນາ
ແຫ່ງຊາດຈີນ ປະຫວັດສາດປະຕິວັດໃນຍຸກປະຈຸບັນ ປະຫວັດສາດການປະຕິຮູບໄຂ
ປະຕູສູ່ພາຍນອກແລະວັດທະນະທຳປະຫວັດສາດທີ່ສ່ອງແສງໃຫ້ເຫັນຢູ່ໃນບັດເຂົ້າ
ປະຕູຂອງຍຸກສະໄໝຕ່າງໆດ້ວຍ24ຫົວຂໍ້ຈຳເພາະ;ສີ່,ແບບຢ່າງຂອງຜູ່ມີຊ່ືສຽງ--ເຊິ່ງ
ໄດ້ວາງສະແດງຮູບໂສມແລະຄຳເວົ້າອັນຈົບງາມຂອງຜູ່ມີຊື່ສຽງໃນປະຫວັດສາດຈົນ
ຮອດປະຈຸບັນດ້ວຍ11ຫົວຂໍ້ຈຳເພາະ;ຫ້າ,ຄວາມຈົບຄວາມງາມ--ຈາກການຫັນຫຼາຍ
ສີຫຼາຍສັນແລະຫຼາຍຮູບຫຼາຍແບບຂອງບັດເຂົ້າປະຕູໃນ24ຫົວຂໍ້ຈຳເພາະ;ຫົກ,ງານ
ວາງສະແດງແລະວາລະສານບັດເຂົ້າປະຕູ--ໄດ້ສ່ອງແສງໃຫ້ເຫັນສະພາບການຄົ້ນ
ຄວ້າທິດສະດີແລະການແລກປ່ຽນຂອງງານວາງສະແດງບັດເຂົ້າປະຕູທຸກຄັ້ງໃນປະ
ຫວັດສາດແລະວາລະສານບັດເຂົ້າປະຕູສ່ວນໜຶ່ງ.


1  2