ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-12 08:47:15    
ຈີນອາໄສວິທະຍາສາດເຕັກນິກຊຸກຍູ້ການພັດທະ
ນາເສດຖະກິດຊົມນະບົດ

cri
ປະເທດຈີນເປັນປະເທດກະສິກຳໃຫຍ່ມີຊາວກະສິກອນເກືອບ 8 ຮ້ອຍລ້ານ
ຄົນ,ປັດໃຈຂໍກະແຈທີ່ເຮັດໃຫ້ເສດຖະກິດພັດທະນາຢ່າງສືບເນື່ອງນັ້ນກໍແມ່ນ
ຕ້ອງເລ່ັງລັດພັດທະນາເສດຖະກິດຊົນນະບົດ,ໃນຫຼາຍປີມານີ້,ແຫ່ງຕ່າງໆຂອງ
ຈີນໄດ້ໃຊ້ຫຼາຍມາດຕະການເພື່ອປ່ຽນແປງໂສມຫນ້າຊົນນະບົດ,ໃນນັ້ນ,ມາດ
ຕະການສຳຄັນອັນນ່ຶງກໍ່ແມ່ນເສີມຂະຫຍາຍກຳລັງດ້ານວິທະຍາສາດເຕັກນິກ
ຢ່າງເຕັມທີ່.

ຫວ່າງບໍ່ດົນນີ້, ນັກຂ່າວໄປສຳພາດຢູ່ແຂວງສ້ານຊີ ພາກຕາເວັນຕົກຂອງຈີນ,
ໄດ້ຮູ້ຈັກກັບທ່ານຈາງໂຍະຮວາຍ,ທ່ານແມ່ນຊາວກະສິກອນບ້ານມາຈ່ຽງເມືອງ
ໂມແຂວງສ້າງຊີ,ທ່ານບອກນັກຂ່າວວ່າ, ຄອບຄົວຂອງເພ່ີນໄດ້ດຳລົງຊີວິດຜາ
ສຸກຍ້ອນໄດ້ປູກຫມາກເຜັດແນວໃຫມ່,ບໍ່ພຽງແຕ່ໄດ້ປຸກເຮືອນໃຫມ່ທໍ່ນັ້ນ, ຍັງໄດ້
ສ່ົງລູກໄປຮຽນຢູ່ມະຫາວິທະຍາໄລອີກ, ທ່ານເວົ້າວ່າ: ຂ້າພະເຈົ້າໄດ້ປູກຫມາກ
ເຜັດມາເປັນເວລາ 10 ກວ່າປີແລ້ວ,ໃນຫຼາຍປີມານີ້,ໄດ້ປູກຫມາກເຜັດແນວໃຫມ່,
ຄວາມສາມາດຕ້ານພະຍາດສູງ,ຜົນຜະລິດຫຼາຍລາຍຮັບຂອງຄອບຄົວຂ້າພະເຈົ້າ
ເພ່ີມຂຶ້ນ 50%, ນີ້ແມ່ນຍ້ອນຄູອາຈານຈວງ ຜູ່ຊ່ຽວຊານວິທະຍາສາດເຕັກນິກ
ສອນວິຊາບ່ົມເພາະຫມາກເຜັດໃຫ້ຂ້າພະເຈົ້າ,ນີ້ເປັນການຊ່ອຍເຫຼືອຢ່າງໃຫຍ່
ຫຼວງ.


1  2  3  4  5