ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-13 15:34:58    
ບັນຫາອ້ວນພີ(ສຽງ)

cri

                               

ໃນສັງຄົມຍຸກປັດຈຸບັນ,ອ້ວນພີແມ່ນບັນຫາທ່ີຫຼາຍຄົນເອົາໃຈໃສ່ແທ້. ແຕ່ທັດສະນະ
ຂອງຄົນທັງຫຼາຍກ່ຽວກັບອ້ວນພີ,ທຳມະດາແລ້ວມີແຕ່ເຫັນວ່າ,ນີ້ແມ່ນບັນຫາໂສມໜ້າ.
ແຕ່ຄວາມຈິງແລ້ວ,ອ້ວນພີແມ່ນບັນຫາສຸກຂະພາບ. ອ້ວນພີບໍ່ພຽງແຕ່ແມ່ນພະຍາດຊຳ
ເຮື້ອຊະນິດໜຶ່ງທໍ່ນັ້ນ,ຫາກຍັງຈະພາໃຫ້ເປັນພະຍາດຊຳເຮື້ອຕ່າງໆເຊ່ັນໂລກເບົາ
ຫວານປະເພດສອງ,ເລືອດດັນສູງ,ໂລກຫົວໃຈ,ຕັບໄຂມັນ,ພະຍາດຫຼອດບີແລະໂລກ
ປະດົງເປັນຕົ້ນ. ການຄົ້ນຄວ້າຢ່າງຫຼວງຫຼາຍໃນປັດຈຸບັນຢັ້ງຢືນໃຫ້ເຫັນວ່າ,ຖ້າທ່ານ
ອ້ວນ,ໂອກາດເປັນພະຍາດທ່ີກ່າວມາຂ້າງເທິງນີ້ຈະເພີ່ມຂຶ້ນຫຼາຍກວ່າຜູ້ບໍ່ອ້ວນສອງ
ສາມເທ່ົາຂຶ້ນໄປ.

ຄວາມຈິງແລ້ວ,ອ້ວນພີແມ່ນໝາຍເຖິງໄຂມັນໃນຮ່າງກາຍຫຼາຍເກີນໄປ,ລຶ່ືນກາຍຄວາມ
ຕ້ອງການຂອງສະລີລະສາດທຳມະດາ ແລະກະທົບກະເທືອນສຸກຂະພາບຮ່າງກາຍ
ແລະການເຄື່ອນໄຫວເປັນປົກກະຕິ. ເວົ້າທົ່ວໄປແລ້ວ ຖ້າອັດຕາໄຂມັນໃນຮ່າງກາຍ
ເພດຍິງສູງກວ່າ 30% ເພດຊາຍສູງກວ່າ 25% ກໍໝາຍຄວາມວ່າອ້ວນແລ້ວ,ຕ້ອງໃຊ້
ພາຫະນະຕ່າງໆເຊັ່ນສັບຊ້ອນອົງປະກອບອາຫານການກິນ,ຫຼິ້ນກິລາຫຼາຍຂຶ້ນແລະກິນ
ອາຫານໜ້ອຍແດ່ຢ່າງເໝາະສົມເປັນຕົ້ນມາຫຼຸດຄວາມອ້ວນ. ຖ້າອັດຕາໄຂມັນສູງກວ່າ
ອັດຕາປົກກະຕິຢ່າງຫຼວງຫຼາຍ ກໍມີຄວາມຈຳເປັນປົວຄວາມອ້ວນໃຕ້ການຊີ້ນຳຂອງ
ທ່ານໝໍ.

ນ້ຳໜັກຮ່າງກາຍແມ່ນປະກອບດ້ວຍສອງພາກສ່ວນໃຫຍ່ຄື ພາກສ່ວນໜ່ຶງແມ່ນນ້ຳໜັກ
ທ່ີບໍ່ປ່ຽນແປງໂດຍທຽບຖານ,ລວມທັງນ້ຳໜັກຂອງກະດູກເປັນຕົ້ນ; ອີກພາກສ່ວນໜ່ຶງ
ແມ່ນນ້ຳໜັກທ່ີປ່ຽນແປງໄດ້,ລວມທັງນ້ຳໜັກຂອງນ້ຳ,ກ້າມເນື້ອແລະໄຂມັນເປັນຕົ້ນ.
ການຫຼຸດຄວາມອ້ວນຕົ້ນຕໍແມ່ນຫຼຸດໄຂມັນໃນຮ່າງກາຍ. ການຫຼຸດຄວາມອ້ວນອັນຜິດ
ພາດມີຂໍ້ໜ່ຶງເປັນຕາຢ້ານທີ່ສຸດຄືຫຼຸດນ້ຳໜັກບໍ່ແມ່ນຫຼຸດໄຂມັນໃຫ້ໜ້ອຍລົງ,ຫາກແມ່ນ
ຫຼຸດນ້ຳແລະກ້າມເນື້ອໃຫ້ໜ້ອຍລົງ,ພາໃຫ້ມີປະກົດການຂາດນ້ຳຫຼືຂາດທາດບຳລຸງ.
ສະນັ້ນ ຜູ້ທ່ີຫຼຸດຄວາມອ້ວນບໍ່ຖືກຕ້ອງມັກຈະອາການບໍ່ມີສະບາຍຕ່າງໆເຊັ່ນ ແຂນຂາ
ບໍ່ມີແຮງ,ມັກອຸກໃຈ,ເບ່ືອໜ່າຍວຽກງານ,ບໍ່ຢາກຫຼິ້ນກິລາ,ກິນອາຫານບໍ່ຢຸດບໍ່ເຊົາ,ເບ່ືອ
ໜ່າຍອາຊີບແລະອື່ນໆ. ນີ້ແມ່ນຍ້ອນວ່າຮ່າງກາຍຢູ່ໃນສະພາວະຂາດທາດບຳລຸງຊຳ
ເຮື້ອ,ຂາດທາດບຳລຸງຈະພາໃຫ້ນ້ຳຕານໃນເລືອດຕ່ຳ,ຂາດເລືອດ,ຮ່າງກາຍຮູ້ສຶກອິດ
ເມ່ືອຍ,ຈົນກະທັ້ງມີຄວາມຮູ້ສຶກສະຕິອັນແຮງກ້າທ່ີວ່າຄັນບໍ່ຫຼຸດຄວາມອ້ວນຊິບໍ່ໄດ້ແລ້ວ,
ເກີດກຳລັງໜີບແຮງໃນດ້ານຈິດໃຈ,ເຮັດໃຫ້ຄົນອິດເມ່ືອຍທັງກາຍແລະໃຈ. ຖ້າອາການ
ໜັກ ຈະພາໃຫ້ເກີດການເບື່ອໜ່າຍອາຫານທ່ີມີລັກສະນະເສັ້ນປະສາດ.

ອ້ວນພີແມ່ນເກີດຂຶ້ນຍ້ອນຫຼາຍປັດໄຈ. ນອກຈາກເປັນຍ້ອນພະຍາດແລະຢາໃດໜ່ຶງ
ແລ້ວ,ບັນຫາອ້ວນພີທ່ີຄົນທັງຫຼາຍກ່າວເຖິງໃນຊີວິດປະຈຳວັນນັ້ນ ຕົ້ນຕໍແມ່ນຍ້ອນ
ການຮັບເອົາພະລັງງານຫຼາຍກວ່າການສິ້ນເປືອງພະລັງງານ,ພະລັງງານທ່ີເຫຼືອນັ້ນສະ
ສົມຢູ່ໃນຮ່າງກາຍດ້ວຍຮູບການໄຂມັນ ແລ້ວກໍອ້ວນຂຶ້ນ. ການດູດຮັບພະລັງງານຫຼາຍ
ເກີນໄປຫຼືສິ້ນເປືອງພະລັງງານໜ້ອຍເກີນໄປທ່ີມີຮູບການໃດໆລ້ວນແຕ່ຈະພາໃຫ້ອ້ວນ.
ຕົວຢ່າງຄືກິນອາຫານບໍ່ກ້ຳເກ່ິງກັນ,ກິນຊີ້ນແລະເຄ່ືອງທ່ີມີໄຂມັນຫຼາຍເກີນໄປ,ກິນຜັກ
ແລະໝາກໄມ້ບໍ່ພຽງພໍ; ການຫັດກາຍໜ້ອຍໂພດ,ຫຼິ້ນກິລາໜ້ອຍໂພດຫຼືບໍ່ຫຼິ້ນກິລາເປັນ
ຕົ້ນ. ປັດຈຸບັນ,ຫຼາຍຄົນແມ່ນມັກນ່ັງເລື້ອຍໆ,ຄັນອອກນອກມັກຂີ່ລົດ,ຂຶ້ນລົງເຮືອນມີລິບ;
ໃນຫ້ອງການມີຄອມພິວເຕີ,ຈົນກະທັ້ງຂຽນໜັງສືກໍໜ້ອຍ,ສະນັ້ນການສິ້ນເປືອງພະລັງ
ງານກໍໜ້ອຍ. ແຕ່ວ່າກໍມີປັດໄຈກຳມະພັນ,ຖ້າພໍ່ແມ່ອ້ວນ ລູກກໍອ້ວນ,ສະພາບການນີ້ກໍ
ມີຫຼາຍ. ແຕ່ວ່າບັນຫາແຊນກຳມະພັນນັ້ນບໍ່ແມ່ນເດັດຖານ,ປັດໄຈສະພາບແວດລ້ອມກໍ
ສຳຄັນຫຼາຍ.

ຖ້າທ່ານຢາກຈະຫຼຸດຄວາມອ້ວນ,ບໍ່ແມ່ນເພື່ອມີຫຸ່ນງາມ,ຫາກແມ່ນຫຼຸດຄວາມອັນຕະ
ລາຍເປັນພະຍາດ. ຫຼຸດຄວາມອ້ວນເພ່ືອສຸຂະພາບ,ບໍ່ແມ່ນຫຼຸດພາກສ່ວນໃດໜຶ່ງ,ຫຼຸດ
ແຕ່ໜ້າທໍ່ນັ້ນຍ່ິງແກ້ໄຂບັນຫາບໍ່ໄດ້. ເວົ້າສຳລັບຄົນອາຊີແລ້ວ,ໄຂມັນສ່ວນຫຼາຍໂຮມ
ສູນຢູ່ທ້ອງແລະແອວ,ອ້ວນຊະນິດນີ້ຈະອັນຕະລາຍກວ່າອ້ວນໝົດຕົນຕົວ,ເພາະວ່າໄຂ
ມັນຂອງຄົນອ້ວນປະເພດນີ້ຕົ້ນຕໍແມ່ນກອງຢູ່ອ້ອມຂ້າງອະໄວຍະວະທາງໃນ,ສະນັ້ນຈຶ່ງ
ມັກເປັນພະຍາດ.

ໃນດ້ານແພດສາດ,ອ້ວນພີຖືເປັນສະພາບເປັນພະຍາດ,ເປັນການຂ່ົມຂູ່ແຮງຕໍ່ສຸກຂະ
ພາບ. ການຫຼຸດຄວາມອ້ວນຕ້ອງຫຼຸດໄຂມັນໝົດຕົນໂຕ,ຜ່ານຈາກການຫຼຸດຄວາມອ້ວນ
ໝົດຕົນໂຕແລ້ວບັນລຸເປົ້າໝາຍຫຼຸດບາງພາກສ່ວນ. ທຳມະດາແລ້ວ,ບ່ອນທ່ີອ້ວນງ່າຍ,
ເວລາຫຼຸດກໍຫຼຸດໄຂມັນໃນບ່ອນນີ້ກ່ອນ,ຖ້າຫາກຢາກຫຼຸດຄວາມອ້ວນໃນບາງພາກສ່ວນ
ຂອງຮ່າງກາຍແມ່ນບໍ່ຕິດແທດຕົວຈິງ,ມັນຕ້ອງການໃຊ້ວິທີຫຼຸດຄວາມອ້ວນແບບວິທະ
ຍາສາດມາຫຼຸດຄວາມອ້ວນຢ່າງຖືກຕ້ອງແລະປອດໄພ.