ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-13 16:29:42    
ການປະດິດສ້າງໃໝ່ດ້ານວັດທະນະທຳແມ່ນພະລັງ
ຊຸກດັນການພັດທະນາຂະແໜງການເຕັກນິກສູງ
ແລະໃໝ່ຂອງເຂດຈົ່ງກວນຊຸ່ນ

cri
ອຸດສາຫະກຳເຕັກນິກສູງແລະໃໝ່ຂອງເຂດວິທະຍາສາດເຕັກນິກຈົ່ງກວນຊຸ່ນປັກກ່ິງ
ລ້ວນແຕ່ເຕີບໂຕຂ້ຶນດ້ວຍຈັງຫວະ20%ຂ້ຶນໄປສູ່ປີ. ໃນສະເພາະໜ້ານ້ີ, ໄດ້ປະກົດມີ
ໂຄງການງວດໜ່ຶງທ່ີມີການປະດິດສ້າງອັນສຳຄັນແລະມີສິດຊັບສິນທາງປັນຍາຂອງ
ຕົນເອງ.ໂຄງການແຜ່ນຊິບວົງຈອນໄອຊີແລະການຄົ້ນຄວ້າວັກຊິນຢັບຢັ້ງໄວລັສໂລກ
ຊາສເປັນຕົ້ນ, ລ້ວນແຕ່ໄດ້ຮັບການບຸກທະລຸອັນສຳຄັນ. ຜູ່ຊົງຄຸນວຸດທິວິເຄາະວ່າ,
ການໄດ້ຮັບຜົນສຳເລັດເຫຼົ່ານ້ີ, ແມ່ນພົວພັນຢ່າງແໜ້ນແຟ້ນກັບການສ້າງສາວັດທະ
ນະທຳຂອງເຂດຈ່ົງກວນຊຸ່ນ. ພວກທ່ານເຫັນວ່າ, ການປະດິດສ້າງວັດທະນະທຳ
ແມ່ນພະລັງແຮງທ່ີຊຸກ ດັນການພັດທະນາອຸດສາຫະກຳເຕັກນິກສູງແລະໃໝ່ຂອງ
ເຂດຈົ່ງກວນຊຸ່ນ. ຕ່ໍໄປເຊີນຟັງບົດແຈ້ງຂ່າວຂອງນັກຂ່າວວິທະຍຸພວກເຮົາ.

ວັດທະນະທຳເຂດຈົ່ງກວນຊຸ່ນບ່ໍພຽງແຕ່ໝາຍເຖິງການເຄ່ືອນໄຫວວັດທະນະທຳແລະ
ປະກົດການວັດທະນະທຳຂອງເຂດສວນວິທະຍາສາດເຕັກນິກຈົ່ງກວນຊຸ່ນເທົ່ານັ້ນ,
ຫາກຍັງໝາຍເຖິງລະບົບທັດສະນະຄະຕິທ່ີຊ້ີນຳການພັດທະນາແລະການຄຸ້ມຄອງ
ຂອງເຂດດັ່ງກ່າວທ່ີຄ່ອຍໆຈ່ໍຕົວຂ້ຶນໃນຂະບວນການພັດທະນາຂອງເຂດສວນວິທະ
ຍາສາດ, ພ້ອມດ້ວຍແບບວິທີການກະທຳຂອງບັນດາອົງການແລະສ່ວນບຸກຄົນທີ່ຈ່ໍຕົວ
ຂ້ຶນໃຕ້ການຊ້ີນຳຂອງລະບົບທັດສະນະຄະຕິດ່ັງກ່າວ. ທ່ານໂຄ້ວຈ້ໍເຜີງເຈົ້າໜ້າທ່ີຄະ
ນະກຳມະການຄຸ້ມຄອງເຂດສວນວິທະຍາສາດເຕັກນິກຈົ່ງກວນຊຸ່ນທ່ີຮັບຜິດຊອບ
ການສ້າງສາວັດທະນະທຳເວົ້າວ່າ,

ເນ້ືອໃນແກນກາງຂອງວັດທະນະທຳເຂດຈົ່ງກວນຊຸ່ນແມ່ນສ່ົງເສີມການປະດິດສ້າງ
ແລະໃຫ້ຄວາມເຂົ້າໃຈຕ່ໍການຫຼົມເຫຼວ, ຄະນະກຳມະການດ່ັງກ່າວກ່ໍແມ່ນຢາກສ້າງ
ບັນຍາກາດອັນຜ່ອນຍານໃຫ້ແກ່ບຸກຄົນທ່ີຢາກມາລົງທຶນສ້າງພາລະກິດຢູ່ເຂດຈົ່ງ
ກວນຊຸ່ນ.

ການຈ່ໍຕົວຂ້ຶນຂອງວັດທະນະທຳເຂດຈ່ົງກວນຊຸ່ນແມ່ນມີສ່ວນກ່ຽວຂ້ອງໂດຍກົງກັບ
ທິດຊ້ີນຳຂອງອົງການປົກຄອງ. ຕົວຢ່າງຄືໃນດ້ານນະໂຍບາຍ, ກົດບັນຍັດ, ຊັບພະ
ຍາກອນແຮງງານແລະດ້ານອ່ືນໆ, ເຂດດັ່ງກ່າວລ້ວນແຕ່ໄດ້ມີການບຸກທະລຸແລະ
ການປະດິດສ້າງ: ເຊັ່ນ ກົດຂ້ໍກຳນົດເຂດຈ່ົງກວນຊຸ່ນທ່ີປະກາດເມ່ືອປີ2000ໄດ້ມີ
ການກຳນົດລັກສະນະປະດິດສ້າງຫຼາຍລາຍກ່ອນໝູ່ຢູ່ຈີນອະນຸຍາດໃຫ້ບຸກຄົນທຳ
ມະດາຮ່ວມມືກັບນັກທຸລະກິດຕ່າງປະເທດ, ອະນຸຍາດໃຫ້ການລົງທຶນທ່ີມີການສ່ຽງ,
ໃຊ້ຮູບການຮ່ວມມືທ່ີມີຈຳກັດເປັນຕົ້ນ., ເພ່ືອສົ່ງເສີມໃຫ້ນັກວິຊາການມີຄວາມຫ້າວ
ຫັນໃນການປະດິດສ້າງ, ເຂດສວນດ່ັງກ່າວຍັງກຳນົດໄວ້ວ່າ, ວິສາຫະກິດເຕັກນິກ
ສູງແລະໃໝ່ສາມາດໃຫ້ລາງວັນແກ່ພະນັກງານວິທະຍາສາດເຕັກນິກແລະຜູ່ຄຸ້ມ
ຄອງທ່ີມີການປະກອບສ່ວນອັນພົ້ນເດ່ັນດ້ວຍຮູບການເປັນສິດຫຸ້ນສ່ວນ.

ນະໂຍບາຍແລະມາດຕະການເຫຼົ່ານ້ີໄດ້ເຊີດຊູກຳລັງໃຈຜູ່ລົງທຶນແລະຜູ່ສ້າງພາ
ລະກິດອັນໄພສານຢ່າງໃຫຍ່ຫຼວງ, ເຮັດໃຫ້ຊັບພະຍາກອນພູມປັນຍາອັນມະຫາ
ສານຂອງເຂດຈົ່ງກວນຊຸ່ນໄດ້ຮັບການເສີມຂະຫຍາຍ. ໃນວິສາຫະກິດຂະໜາດ
ກາງແລະນ້ອຍເຫຼົ່ານ້ີ, ໄດ້ປະກົດມີໂຄງການປະດິດສ້າງເຕັກນິກອັນສຳຄັນງວດ
ໜ່ຶງທ່ີມີສິດຊັບສິນທາງປັນຍາຂອງຕົນເອງ, ມີລະດັບຍອດຢ້ຽມພາຍໃນປະເທດ
ແລະກ້າວໜ້າໃນໂລກ.

ທ່ານຈ້ີຊ້ືອິງປະທານສະມາຄົມນັກອຸດສາຫະກຳວິທະຍາສາດເຕັກນິກເອກະຊົນ
ປັກກ່ິງທ່ີໄດ້ຄົ້ນຄວ້າມາຫຼາຍສົມຄວນຕ່ໍການຈ່ໍຕົວຂ້ຶນແລະສ້າງສາວັດທະນະທຳ
ເຂດຈົ່ງກວນຊຸ່ນເວົ້າວ່າ:

ໃນຍຸກເສດຖະກິດຄວາມຮູ້, ຢາກສອດຄ່ອງກັບການແກ່ງແຍ່ງສາກົນແລະກະແສ
ຂອງໂລກກຕ່ໍຕ້ອງມີຜູ່ສ້າງພາລະກິດ, ຜູ່ນຳໜ້າພາແລ່ນ, ຜູ່ກ້າຫານງວດໜ່ຶງປະ
ດິດສ້າງວັດທະນະ ທຳໃໝ່ບົນພ້ືນຖານວັດທະນະທຳອັນດີເລີດຂອງຈີນຢ່າງບ່ໍຢຸດ
ຢັ້ງ, ວັດທະນະທຳເຂດຈົ່ງກວນຊຸ່ນກ່ໍແມ່ນວັດທະນະທຳແນວນ້ີ.

ທ່ານຈ້ີຊ້ືອິງເວົ້າວ່າ, ວັດທະນະທຳເຂດຈົ່ງກວນຊຸ່ນແມ່ນອະທິບາຍໃຫ້ເຂົ້າໃຈ
ດ້ວຍຄວາມເວົ້າຄຳໜ່ຶງສອງຄຳ, ທັງສາມາດເວົ້າໄດ້ວ່າແມ່ນວັດທະນະທຳໃໝ່
ທ່ີປະດິດດ້ວຍຄວາມໄວສູງ, ແລະກ່ໍເວົ້າໄດ້ວ່າແມ່ນວັດທະນະທຳທ່ີບ່ໍຍ່ອມເສຍ
ແລະບ່ໍຢຸດຊະງັກຈົນເທົ່າໃດໆ, ຍັງເວົ້າໄດ້ວ່າເປັນວັດທະນະທຳຫຼາຍເຄົ້າທ່ີຮວບ
ໂຮມເອົາໄດ້ຫຼາຍສາຂາຫຼາຍວິຊາ. ລວມຄວາມແລ້ວ,   ເນ້ືອໃນວັດທະນະທຳ
ຂອງເຂດຈ່ົງກວນຊຸ່ນແມ່ນອຸດົມສົມບູນທ່ີສຸດ, ມັນສຳຄັນທ່ີສຸດຕ່ໍການພັດທະນາ
ຂອງເຂດສວນວິທະຍາສາດເຕັກນິກຈົ່ງກວນຊຸ່ນ, ຕ່ໍການພັດທະນາຂອງເຂດ
ສວນໃນອະນາຄົດກ່ໍມີຄວາມໝາຍສຳຄັນທ່ີສຸດ.

ທ່ານຈ້ີຊ້ຶອິງຍັງເຫັນວ່າ, ວັດທະນະທຳຈ່ົງກວນຊຸ່ນແມ່ນສ່ິງກຳນົດຈາກການ
ເຊ່ືອມໂຍງເຂົ້າກັບແລະຊາບຊຶມເຊ່ິງກັນແລະກັນຂອງັວດທະນະທຳໂຮງຮຽນ
ວັດທະນະທຳອົງການແລະວັດທະນະທຳວິສາຫະກິດເປັນຕົ້ນຂອງເຂດຈົ່ງ
ກວນຊຸ່ນ. ເຂດສວນວິທະຍາສາດເຕັກນິກຈົ່ງກວນຊຸ່ນແມ່ນບ່ອນທ່ີມີຜູ່ມີຄວາມ
ຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກແລະຊັບພະຍາກອນພູມປັນຍາສຸມ
ກັນໜາແໜ້ນກວ່າໝູ່ຂອງຈີນ. ນັບມາຮອດປະຈຸບັນ, ຈິດໃຈສ້າງຕົນໃຫ້ເຂັ້ມ
ແຂງຢ່າງບ່ໍຢຸດຢັ້ງ, ມີຄຸນສົມບັດສູງສ່ົງ, ວິທະຍາສາດກັບປະຊາທິປະໄຕທ່ີມີ
ຫາວິທະຍາໄລຊິງຮວາແລະມະຫາວິທະຍາໄລປັກກ່ິງ ສອງມະຫາວິທະຍາ
ໄລທ່ີມີຊ່ືສຽງກວ່າໝູ່ຂອງຈີນ ເປັນຜູ່ລິເລ່ີມສ່ົງເສີມນັ້ນໄດ້ກາຍເປັນພະລັງຈິດ
ໃຈຂອງຊາວຈົ່ງກວນຊຸ່ນໃນການປະດິດສ້າງແລະສ້າງພະລະກິດ, ບໍລິສັດຟາວ
ເດີຂອງມະຫາວິທະຍາ ໄລປັກກ່ິງແລະບໍລິສັດຖົງຟາງຂອງມະຫາວິທະຍາໄລ
ຊິງຮວາ ເປັນຕົ້ນເຊ່ິງເປັນວິສາຫະກິດເຕັກນິກສູງແລະໃໝ່ທ່ີມີຊ່ືສຽງກວ່າໝູ່
ຂອງເຂດຈົ່ງກວນຊຸ່ນ, ລ້ວນແຕ່ມາຈາກໂຮງຮຽນຊັ້ນສູງຂອງເຂດຈົ່ງກວນຊຸ່ນ.
ສະນັ້ນ, ການພັດທະນາຂອງເຂດຈົ່ງກວນຊຸ່ນແມ່ນຫ່າງເຫີນອອກຈາກໂຮງ
ຮຽນຊັ້ນສູງທ່ີມີຊ່ືສຽງເຫຼ່ົານັ້ນບ່ໍໄດ້, ສ່ວນວັດທະນະທຳຂອງໂຮງຮຽນຊັ້ນສູງ
ເຫຼົ່ານ້ີຍ່ິງໄດ້ເສີມຂະຫຍາຍບົດບາດທ່ີຄ່ອຍໆໃຫ້ຜົນສະທ້ອນຕ່ໍການຈ່ໍຕົວຂ້ຶນ
ແລະການສ້າງສາຂອງວັດທະນະທຳເຂດດ່ັງກ່າວ.

ປະຈຸບັນ, ຜູ່ຄຸ້ມຄອງເຂດຈົ່ງກວນຊຸ່ນນັບມ້ືນັບເອົາໃຈໃສ່ນຳວັດທະນະທຳເຂດ
ຈົ່ງກວນຊຸ່ນ. ໃນໂຄງການການພັດທະນາໃນ5ປີຂ້າງໜ້າຂອງຄະນະກຳມະ
ການເຂດສວນວິທະຍາສາດເຕັກນິກຈົ່ງກວນຊຸ່ນ, ການສ້າງສາວັດທະນະທຳ
ໄດ້ຄອງຖານະສຳຄັນທ່ີສຸດ. ທ່າໂຄ້ວຈົວເຜີງ ເຈົ້າໜ້າທ່ີຄະນະກຳມະການດ່ັງ
ກ່າວເວ້ົາວ່າ,

ໃນ5ປີຂ້າງໜ້າ, ເຂດຈົ່ງກວນຊຸ່ນຈະສືບຕ່ໍຍຶດໝ້ັນທັດສະນະຄະຕິວັດທະນະທຳ
ຈົ່ງກວນຊຸ່ນທ່ີວ່າ, ວິທະຍາສາດປະຊາທິປະໄຕ, ກ້າວໄປໜ້າພ້ອມກັບຍຸກສະໄໝ,
ໃຫ້ຄວາມເຂົ້າໃຈຕ່ໍການຫຼົ້າເຫຼວ, ສ້າງບັນຍາກາດຈົ່ງກວນຊຸ່ນທ່ີວ່າ, ຮ່ຳຮຽນເພ່ືອ
ຮູ້ເຫດຜົນ, ມີສັດທາ, ໂຄລົບກົດໝາຍ, ສາມັກຄີຮັກແພງກັນ, ຂະຫຍັນໝ່ັນພຽນ
ຕ່ໍໜ້າທ່ີວຽກງານແລະອຸທິຕົນ.