ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-13 22:34:44    
ທ່ານ​ຮາ​ຢາ​ຊີ​ຄາ​ຈູ​ໂຢ​ຄີ​ຄົນ​ຍີ່​ປຸ່ນ​ດຳ​ລົງ​ຊີ​ວິດ​ຢູ່​ແຄມ​ແມ່​ນ້ຳ​ລີ​ຈຽງ

cri
ຢູ່ເມືອງຢາງໂຊ້ວ ເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງທີ່ພາກຕາເວັນຕົກສຽງໃຕ້
ຂອງຈີນ,ມີທິວທັດສວຍສົດງົດງາມ,ແຕ່ລະປີໄດ້ດູດດືງຜູ້ທ່ອງທ່ຽວພາຍໃນແລະຕ່າງ
ປະເທດມາທ່ຽວຈຳນວນຫຼວງຫຼາຍ,ຄວາມສວຍງາມຂອງທິວທັດຢູ່ແຫ່ງນີ້ເຮັດໃຫ້
ຊາວຕ່າງປະເທດຫຼາຍໆຄົນມ່ວນຫຼາຍຈົນບໍ່ຢາກເມືອບ້ານ.ແລ້ວຈ່ິງຕັ້ງໂຮງແຮມ
ແລະຮ້ານກາເຢຢູ່ແຫ່ງນີ້,ລາງຄົນຍັງແຕ່ງດອງກັບຄົນຈີນເປັນຜົວເປັນເມຍກັນກໍ່ມີ.
ກະວ່າຈະຢູ່ບ່ອນສວຍງາມແຫ່ງນີ້ຕະຫຼອດຊີວິດ,ທ່ານຮາຢາຊີ ຄາຈູໂຢຄີ ທີ່ມາ
ຈາກຍ່ີປຸ່ນກໍ່ແມ່ນຊາວຕ່າງປະເທດປະເພດນີ້ຜູ້ນ່ຶງ.

ເຖິງວ່າທ່ານຮາຢາຊີ ຄາຈູໂຢຄີບໍ່ແມ່ນບຸກຄົນທີ່ໄດ້ມີຜົນສຳເລັດໃນຫນ້າທີ່ວຽກງານ
ຂອງຕົນແລະກໍ່ບໍ່ແມ່ນຄົນຮ່ັງມີຜູ້ນ່ຶງກໍ່ຕາມ,ແຕ່ເລື່ອງກ່ຽວກັບທ່ານຮາຢາຊີ ຄາຈູໂຢ
ມີອາຍຸ 50 ປາຍແລ້ວ,ກ່ອນບໍ່ທັນມາປະເທດຈີນ,ເພ່ີນໄດ້ເປັນຜູ້ອາສາສະຫມັກສາ
ກົນຢູ່ເນປານແລະປະເທດໄທ 30 ກວ່າປີແລ້ວ,ເພ່ີນຊ່ອຍຄົນໃນແຫ່ງເຫຼ່ົານັ້ນສ້າງ
ສາທາລະນະສະຖານຕ່າງໆຄື:ເຂື່ອນໄຟຟ້ານ້ຳຕົກເປັນຕົ້ນ,ເມື່ອມາຮອດເມືອງຢາງ
ໂຊ້ວ,ທ່ານກໍ່ຍັງສົນໃຈນຳວຽກສາທາລະນະກິດຢູ່ຄືເກ່ົາ,ຕາມຄຳເວົ້າຂອງທ່ານທ່ີວ່າ
ການທີ່ທ່ານມາເຮັດແນວນີ້ກໍ່ມີແຕ່ຢາກໃຫ້ຄົນຍ່ິງຫຼາຍກວ່າເກ່ົາໄດ້ຊົມທິວທັດອັນ
ສວຍງາມຂອງແມ່ນ້ຳລີຈຽງ,ທ່ານຮີຢາຊີ ຄາຈູໂຢຄີເວົ້າວ່າເມື່ອປີ 1996 ,ເຮົາມາ
ຊົມທິວທັດຢູ່ແຫ່ງນີ້ເປັນເທື່ອທຳອິດ,ໃນເວລານັ້ນ,ຍັງບໍ່ມີທາງພູຂຶ້ນເມືອຮອດຈອມ
ພູລາວຈ້າຍເທື່ອ,ເຮົາພ້ອມກັບຄົນຢູ່ແຫ່ງນີ້ປີນພູນຳກັນ,ກ່ອນປິນພູ,ຍັງໄດ້ຫ້າງເຄື່ອງ
ໄວ້ຫຼາຍຢ່າງຈິ່ງປີນຂຶ້ນໄດ້,ເມື່ອຂຶ້ນເມືອຮອດຈອມພູຫຼຽວລົງໄປເບ່ິງກໍເຫັນທິວທັດ
ຂອງແມ່ນ້ຳລີຈຽງຈ່ັງແມ່ນງາມຂະຫນາດ,

ສະນັ້ນ,ເຮົາຈ່ິງຄຶດວ່າຈະຕ້ອງສ້າງທາງຂຶ້ນພູເສັ້ນນ່ຶງ.

ຄວາມຄຶດແບບງ່າຍດາຍແນວນີ້ຊ້ຳພັດເຮັດໃຫ້ທ່ານຮີຢາຊີ ຄາຈູໂຢຄີຜູກສາຍພົວ
ພັນອັນສະຫນິດແຫນ້ນ,ກັບເມືອງນ້ອຍແຫ່ງນ່ຶງທີ່ມີຊື່ວ່າ ຊິງພີິງ .

ເມືອງຊິງພິງ ແມ່ນເມືອງນ້ອຍຢູ່ແຄມແມ່ນ້ຳລີຈຽງ,ແມ່ນ້ຳລີຈຽງທີ່ສວຍງາມໄຫຼມາ
ໂຄ້ງຢູ່ບ່ອນນີ້ຢ່າງງຽບໆ,ເຮັດໃຫ້ຫນ້ານ້ຳກາຍເປັນວັງກວ້າງ,ເມື່ອຢືນຢູ່ບ່ອນສູງຫຼຽວ
ໄປໄກໆ,ກໍເຫັນພູເຈືອລະເນືອກັນໄປເປັນສາຍ,ເຫັນແພໄມ້ໄຜ່ລ່ອງໄປຕາມລຳນ້ຳສີ
ຂຽວ.ທິວທັດຈ່ັງແມ່ນງາມປານແຕ້ມເຫມືອນສຽງຂັບອັນເປັນຕາອອນຊອນ

ພາຍຫລັງໄດ້ຮັບຄວາມເຫັນດີເຫັນພ້ອມຈາກອົງການປົກຄອງທ້ອງຖ່ິນແລ້ວ,ທ່ານຮີ
ຢາຊີ ຄາຈູໂຢຄີກໍ່ເລ່ີມສ້າງທາງຂຶ້ນເມືອຫາພູລາວຈ້າຍ,ພູລາວຈ້າຍແມ່ນພູຊັນທີ່ສູງ
500 ແມັດ,ບໍ່ເຄີຍມີຄົນປິນຂຶ້ນເມືອຮອດຈອມພູມາຫຼາຍສິບປີແລ້ວ,ທ່ານຮີຢາຊີ ຄາ
ຈູໂຢຄີ ບໍ່ພຽງແຕ່ອອກທຶນເອົາເອງທໍ່ນັ້ນ,ຫາກຍັງໄດ້ເຂົ້າຮ່ວມຖັນແຖວສ້າງທາງ
ໂດຍຕົນເອງອີກດ້ວຍ,ໃນແຕ່ລະມື້,ທ່ານໄດ້ພ້ອມກັບຊາວກະສິກອນທີ່ຈ້າງມານັ້ນ,ເປ້
ຊີມັງແຕ່ລະກະສອບແລະເປ້ກ້ອນຫີນຂຶ້ນພູ.ນີ້ແມ່ນວຽກທີ່ລຳບາກກາກກຳທີ່ສຸດ,ທ່ານ
ໄດ້ເຮັດເມື່ອຍທີ່ສຸດຈົນເຫື່ອໄຫຼໄຄຍ້ອຍແລະຫາຍໃຈກໍບໍ່ຮອດທ້ອງ.

ການກະທຳດັ່ງກ່າວຂອງທ່ານຮີຢາຊີ ຄາຈູໂຢຄີໄດ້ເຮັດໃຫ້ໄທເມືອງຊິງພິງໃຜກໍ່ຮູ້
ສຶກຕຶ້ນຕັນໃຈທີ່ສຸດ.ຮ້ານຂາຍຊີມັງໃນເມືອງນັ້ນກໍ່ຂາຍຊີມັງໃຫ້ທ່ານດ້ວຍລາຄາຖືກ
ທີ່ສຸດ,ທັງສ່ົງດິນຊາຍໄປໃຫ້ລ້າໆ,ອົງການປົກຄອງເມືອງຍັງໃຫ້ການຊ່ອຍເຫຼືອແກ່
ເພ່ີນບໍ່ຫນ້ອຍ,ຍ້ອນມີການສະຫນັບສະຫນຸນຂອງຄົນທັງຫຼາຍຄືແນວນີ້,ໃຊ້ເວລານ່ຶງ
ປີ,ທ່ານຮີຢາຊີ ຄາຈູໂຢຄີຈ່ິງໄດ້ສ້າງທາງປິນພູລາວຈ້າຍທີ່ມີຂັ້ນໄດ 1000 ກວ່າຂັ້ນ
ສຳເລັດ,ອາດເວົ້າໄດ້ວ່າ,ຂັ້ນໄດແຕ່ລະຂັ້ນຕາມທາງປິນພູເສັ້ນນີ້ລ້ວນແຕ່ມີນ້ຳເຫື່ອ
ນຳແຮງຂອງທ່ານປະກອບຢູ່ໃນຫັ້ນ.

ທ່ານໄດ້ເຮັດສຳເລັດຕາມຄວາມປາຖະຫນາຂອງທ່ານແຕ່ກໍຍັງບໍ່ພໍໃຈເທື່ອ,ຄວາມຊື່
ສັດບໍລິສຸດຂອງໄທເມືອງຊິງພິງໄດ້ເຮັດໃຫ້ທ່ານຕື້ນຕັນໃຈ,ສະນັ້ນ,ທ່ານຈ່ິງຕົກລົງ
ຈະເຮັດວຽກໃຫ້ຫຼາຍກວ່າເກ່ົາແກ່ເມືອງຊິງພິງ,ທ່ານເວົ້າວ່າຍ້ອນຢູ່ເທິງຈອມພູລາວ
ຈ້າຍມີແດດກ້າທີ່ສຸດຈ່ິງຮ້ອນຫຼາຍ,ສະນັ້ນ,ເຮົາຈ່ິງລົງທຶນປຸກສາລາມິດຕະພາບໃນ
ລະດູໃບໄມ້ຫຼ່ົນປີ 1998 ,ເລ່ີມປຸກສາລາສັນຕິພາບຢູ່ຈ້າຍພູແລະສ້າງສຳເລັດເມື່ອ
ທ້າຍປີ 1999,ເຮົາຍັງໄດ້ສ້າງຫ້ອງນ້ຳໃຫ້ເຂົ້າຟີ,ຖ້າບໍ່ມີເງິນ,ເຮົາກໍຈະກັບເມືອເຮັດ
ວຽກຢູ່ຍ່ີປຸ່ນ,ເພື່ອນຂອງເຮົາຢູ່ຍ່ີປຸ່ນມີ 5 –60 ຄົນຊ່ອຍເຮົາ,ເຂົາເຈົ້າໄດ້ບໍລິຈາກ
ເງິນໃຫ້ເຣົາ 2 ລ້ານເຢັນ.

ທ່ານຮີຢາຊີຄາຈູໂຢຄີໄດ້ຕັ້ງຊື່ໃຫ້ສາລາຢູ່ເທິງຈອມພູເປັນສາລາມິດຕະພາບ,ຕັ້ງຊື່
ໃຫ້ສາລາຢູ່ຈ້າຍພູໃຫ້ຄົນມາທ່ຽວພັກຜ່ອນນັ້ນເປັນສາລາສັນຕິພາບ,ອັນໄດ້ສະແດງ
ເຖິງຄວາມປາຖະຫນາໃຫ້ປະຊາຊົນສອງຊາດຈີນຍ່ີປຸ່ນຖືກຕ້ອງປອງດອງກັນໂດຍ
ມິດຕະພາບ.

ຢູ່ເມືອງຊິງພິງ,ທ່ານຮີຢາຊີ ຄາຈູໂຢຄີບໍ່ພຽງແຕ່ໄດ້ລົງທຶນສ້າງທາງປຸກສາລາຊົມ
ທິວທັດທໍ່ນັ້ນ,ຍັງໄດ້ລົງທຶນສ້າງຫ້ອງນ້ຳທັນສະໄຫມຫລັງນ່ຶງ,ແລະຕັ້ງໂຮງແຮມ
ນ້ອຍຫລັງນ່ຶງ,ທ່ານໄດ້ຝາກຮູບຖ່າຍໄປໃຫ້ເພື່ອນມິດຢູ່ຍ່ີປຸ່ນເລື້ອຍ,ຂຽນຈົດຫມາຍ
ສະເຫນີພາບວິວທິວທັດອັນສວຍງາມຂອງເມືອງຊິງພິງແລະກິດຈະການທີ່ທ່ານໄດ້
ເຮັດ,ຫວັງໃຫ້ເພື່ອນມິດຍ່ີປຸ່ນຍ່ິງຫຼາຍກວ່າເກ່ົາມາທ່ຽວເມືອງຊິງພິງ.

ຄວາມພະຍາຍາມຂອງທ່ານຮີຢາຊີ ຄາຈູໂຢຄີບໍ່ໄດ້ເສຍແຮງລ້າໆ,ມີຊາວຍີ່ປຸ່ນ
ຫຼາຍໆຄົນພາກັນຕື້ນຕັນໃຈນຳວຽກຂອງທ່ານ,ພວກເຂົາເຈົ້າໄດ້ທະຍອຍກັນມາທ່ຽວ
ຢູ່ເມືອງຊິງພິງ,ເຮັດໃຫ້ເມືອງນ້ອຍແຫ່ງນີ້ກາຍເປັນບ່ອນທ່ອງທ່ຽວທີ່ມີຊື່ສຽງມາຊ່ົວ
ໄລຍະນ່ຶງ,ຕາມການສະເຫນີໃຫ້ຮູ້ວ່າ,ກ່ອນເວລາຍັງບໍ່ທັນສ້າງທາງຂຶ້ນພູລາວຈ້າຍ
ເມື່ອປີ 1997ນັ້ນ,ແຕ່ລະປີກໍມີພຽງບໍ່ທໍ່ໃດພັນຄົນມາທ່ຽວແຫ່ນີ້,ແຕ່ມາຮອດທ້າຍປີ
ກາຍນີ້,ກໍ່ໄດ້ມີຜູ້ທ່ອງທ່ຽວພາຍໃນແລະຕ່າງປະເທດຕັ້ງ 5 ຫມື່ນກວ່າຄົນມາທ່ຽວ
ບ່ອນນີ້ແລ້ວ,ຢູ່ແຫ່ງນີ້ທ່ານຮີຢາຊີ ຄາຈູຄີໄດ້ກາຍເປັນຄົນທີ່ມີຊື່ສຽງແລະໄດ້ຮັບ
ເຊີນເປັນທູດການທ່ອງທ່ຽວຂອງເມືອງຊິງພິງ.ສື່ມວນຊົນຈີນແລະຍ່ີປຸ່ນ ຫຼາຍສຳ
ນັດກໍ່ໄດ້ແຈ້ງຂ່າວກ່ຽວກັບເລື່ອງຂອງທ່ານ.

ການກະທຳທີ່ບໍ່ເຫັນແກ່ຕົວຂອງທ່ານຮີຢາຊີ ຄາຈູໂຢຄີໄດ້ຮັບຄວາມຮັກຈາກນາງ
ສາວກວາງຊີຜູ້ນ່ຶງ,ນາງຊື່ວ່າຕົງປິງໄຊ,ເມື່ອເວົ້າເຖິງສອງຄົນເຂົາເຈົ້າແມ່ນຮູ້ຈັກກັນ
ແນວໃດນັ້ນ,ນາງຕົງປິງໄຊເວົ້າວ່າ,ເຮົາຮູ້ຈາກລາຍການໂທລະພາບທີ່ສະເຫນີເລື່ອງ
ຂອງທ່ານຮີຢາຊີ ຄາຈູໂຢຄີ,ຮູ້ສຶກວ່າທ່ານເປັນຄົນດີ,ບໍ່ແມ່ນເພື່ອເງິນຄຳແລະຊື່ສຽງ
ເພ່ີນອອກເງິນປຸກສາລາເອົາເອງ,ທັງອອກແຮງງານນຳອີກ,ຕ່າງກັບຜູ້ອື່ນຫຼາຍ,ເຮົາ
ຮູ້ສຶກວ່າຄົນຕ່າງປະເທດຜູ້ນີ້ແມ່ນຕ່າງຫມູ່ທີ່ສຸດ.

ເມື່ອເປັນແນວນີ້,ນາງຕົງປິງໄຊຈ່ິງເລ່ີມຂຽນຈົດຫມາຍໃຫ້ທ່ານຮີຢາຊີ ຄາຈູໂຢຄີ,ຕໍ່
ມາສອງຄົນກໍ່ໂທລະສັບລົມກັນ,ຜ່ານມາປີນ່ຶງ,ພວກເຂົາເຈົ້າຍ່ິງລົມກໍ່ຍ່ິງຮູ້ສຶກມີຄວາມ
ເຂົ້າກັນດີ,ປີກາຍນີ້,ເນື່ອງໃນໂອກາດບຸນກຸດຈີນ,ບຸນປະເພນີນິຍົມຂອງຈີນ,ຄູ່ຮັກທີ່
ເປັນຄົນລະຊາດນີ້ກໍໄດ້ພົບຫນ້າພ້ໍຕາກັນ,ຜ່ານມາອີກເຄ່ິງປີເຂົາເຈົ້າກໍແຕ່ງດອງສ້າງ
ຄອບຄົວນຳກັນ.

ດຽວນີ້,ທ່ານຮີຢາຊີ ຄາຈູໂຢຄີກັບນາງຕົງປິງໄຊ ຮ່ວມກັນຕັ້ງໂຮງແຮມນ້ອຍໆຫລັງ
ນ່ຶງ,ພວກເຂົາເຈົ້າຈະສ້າງໂຮງແຮມຫລັງນີ້ເປັນສູນແລກປ່ຽນວັດທະນະທຳລະຫວ່າງ
ຈີນກັບຍ່ີປຸ່ນ,ເພື່ອສະແດງວັດທະນະທຳຍ່ີປຸ່ນໃຫ້ຊາວຈີນທີ່ມາພັກແຮມ,ພ້ອມກັນນັ້ນ
ກໍ່ຈະສະເຫນີພາບວິວທິວທັດຂອງແມ່ນ້ຳລີຈຽງແລະວັດທະນະທຳຈີນແກ່ແຂກທ່ອງ
ທ່ຽວຍ່ີປຸ່ນແລະຕ່າງປະເທດທີ່ມາທ່ຽວຢູ່ແຫ່ງນີ້,ໂຮງແຮມຂອງທ່ານຮີຢາຊີ ຄາຈູໂຢ
ຄີໄດ້ກາຍເປັນປ່ອງຢ້ຽມນ່ຶງຂອງເມືອງຊິງພິງທີ່ໄຂຕໍ່ທ່ົວໂລກ.

ຄວາມງາມຂອງແມ່ນ້ຳລີຈຽງແມ່ນບໍ່ມີຜູ້ໃດບໍ່ຮູ້.ແຕ່ຄົນສ່ວນຫຼາຍແມ່ນມີແຕ່ແຂກຄົນ
ທີ່ໄປໆມາໆຢ່າງຟ້າວຟ່ັງ,ພໍຊົມທິວທັດທີ່ສວຍງາມແລ້ວກໍ່ອຳລາຈາກ,ສ່ວນທ່ານຮີຢາ
ຊີ ຄາຈູໂຢຄີທີ່ມາຈາກຍ່ີປຸ່ນນັ້ນນອກຈາກໄດ້ຊົມທິວທັດອັນສວຍງາມນີ້ແລ້ວ,ຍັງໄດ້
ອຸທິດຄວາມມັກຮັກຂອງຕົນ,ເພື່ອເຮັດໃຫ້ຜູ້ທ່ຽວຕາມຫລັງນັ້ນສາມາດຊົມທິວທັດອັນ
ສວຍງາມຍ່ິງສະດວກກວ່າເກ່ົາ,ພ້ອມກັນນັ້ນ,ທ່ານຍັງໄດ້ຊອກເຫັນຄວາມຮັກຂອງຕົນ
ຢູ່ແຄມແມ່ນ້ຳລີຈຽງ,ຄວາມປາຖະຫນາໃຫຍ່ກວ່າເກ່ົາຂອງທ່ານໃນປະຈຸບັນແມ່ນ
ພ້ອມກັນກັບເມຍເກີດລູກສອງຄົນ,ເພື່ອເຮັດໃຫ້ຄວາມຮັກຂອງພວກເພ່ີນຍື່ນຍົງຕະ
ຫຼອດການເຫມືອນແມ່ນ້ຳລີຈຽງ.