ທ່ານຜູ່ຟັງທີ່ໂຄລົບ,ບົນເວທີຟ້ອນຂອງຈີນໃນປະຈຸບັນ,ທ່ານຫຼິວເຈີ້ນ ນັກຟ້ອນຫນຸ່ມ ແມ່ນມີຊື່ສຽງດ່ົງດັງທີ່ສຸດ,ລະຄອນຟ້ອນທີ່ມີຊື່ສຽງຂອງຈີນໃນຫຼາຍປີມານີ້ລ້ວນແຕ່ ແມ່ນເພ່ີນເປັນພະເອກເກືອບທຸກເລື້ອງ,ເພ່ີນໄດ້ໃຊ້ຮູບຊົງຂອງບຸກຄົນຕ່າງໆທີ່ເພ່ີນປັ້ນ ນັ້ນຂຶ້ນໃນການຟ້ອນນັ້ນກະຕຸກໃຈຄົນ,ອັນໄດ້ຮັບການຕີລາຄາສູງຈາກຜູ່ຊົມທັງຫຼາຍ. ມື້ນີ້,ເຮົາຂໍສະເຫນີທ່ານລິວເຈີ້ນ ນັກຟ້ອນຫນຸ່ມສູ່ທ່ານຟັງ.
ປີນີ້ທ່ານລິວເຈີ້ນອາວຸ 30 ປີແລ້ວ,ເປັນຄົນຈ່ອຍ,ບໍ່ສູງ,ເວົ້າສຳລັບເປັນນັກຟ້ອນ, ຮ່າງກາຍຂອງທ່ານລິວເຈີ້ນແມ່ນບໍ່ຄັກປານໃດ,ບໍ່ຫນຳຍັງສູ້ຄົນທຳມະດາສາມັນບໍ່ ໄດ້ຊ້ຳ,ຄົນທັງຫຼາຍກໍຄຶດບໍ່ອອກເລີຍວ່າ,ຊາວຫນຸ່ມທີ່ວັດຊົງບໍ່ງາມແນວນີ້,ກໍໄດ້ເປັນ ນັກຟ້ອນທີ່ມີຊື່ສຽງດ່ົງດັງບົນເວທີຟ້ອນຂອງຈີນ.
ທ່ານລິວເຈີ້ນເກີດຢູ່ຄອບຄົວງິ້ວປັກກ່ິງທີ່ແຂວງຈ່ຽງຊ່ີ,ພາກໃຕ້ຂອງຈີນ,ພໍ່ຂອງເພ່ີນ ເປັນນັກສະແດງກົງຟູໃນງົ້ວປັກກ່ິງ,ພື້ນຖານການຫຼິ້ນກົງຟູຂອງເພ່ີນແມ່ນເກ່ັງທີ່ສຸດ,ແມ່ຂອງເພ່ີນເປັນຄົນມັກຟ້ອນແລະມັກຫັດກາຍຍະກຳ,ໃນຄອບຄົວດ່ັງກ່າວ, ທ່ານ ລິວເຈີ້ນຈ່ິງໄດ້ຍິນກັບຫູໄດ້ດູກັບຕາມາແຕ່ຍາມຍັງນ້ອຍ,ທາງດ້ານກຳລັງກາຍເພ່ີນ ກຳມີຈຸູດພິເສດຫຼາຍ,ເພ່ີນເຄີຍຮຽນກາຍຍະກຳ,ຮຽນໂດດນ້ຳແລະແທງດາບ,ເວລາ ອາຍຸ 10 ປີ,ເພ່ີນກໍ່ເສັງເຂົ້າຮຽນໃນໂຮງຮຽນສີນລະປະຈ່ຽງຊື່,ໃນຫມູ່ເດັກນ້ອຍທີ່ ຮຽນຟ້ອນນຳກັນນັ້ນ,ທ່ານລິວເຈີ້ນແມ່ນບໍ່ເຊື່ອຫມັ້ນຕົນເອງຫຼາຍກວ່າຫມູ່,ເພ່ີນຮູ້ສຶກ ວ່າ,ເຈົ້າຂອງເປັນຄົນບໍ່ສູງທັງບໍ່ເຈົ້າຊູ້,ຈ່ິງບໍ່ມີເງື່ອນໄຂອັນແຈບໃຈທີ່ຈະຟ້ອນນຳຫມູ່, ແຕ່ທ່ານລິວເຈີ້ນເປັນຄົນດຸຫມັ້ນທີ່ສຸດ,ທັງມີຄວາມເຂົ້າໃຈເລິກເປັນພິເສດຕໍ່ສີນລະປະ ແລະຄວາມງາມ,ໃນການສູ້ຊົນເຝິກແອບດ້ວຍຄວາມອົດທົດມາແຕ່ລະມື້ນັ້ນ,ທ່ານລິວ ເຈີ້ນຈ່ິງໄດ້ຄົ້ນພົບຄວາມຮູ້ສຶກກ່ຽວກັບການຟ້ອນ.ປີ 1991 ,ທ່ານລິວເຈີ້ນໄດ້ມາປັກ ກ່ິງເຂົ້າຮ່ວມການແຂ່ງຂັນຟ້ອນເອົາຂັນຖາວຫຼີ້ຈີນໃນຫນ່ວຍເຍົາວະຊົນແລະໄດ້ເປັນ ທີ 3.ໃນການແຂ່ງຂັນເທື່ອນັ້ນ,ຍ້ອນໄດ້ຟັງຄຳເວົ້າຄຳນ່ຶງຂອງຜູ່ຊ່ຽວຊານຜູ່ນ່ຶງ,ເລີຍ ເຮັດໃຫ້ທ່ານລິວເຈີ້ນມີຄວາມເຊື່ອຫມັ້ນຕໍ່ຕົນເອງ,ນີ້ແມ່ນບາດລ້ຽວສຳຄັນໃນຊີວິດການ ຟ້ອນຂອງທ່ານລິວເຈີ້ນ,ທ່ານລິວເຈີ້ນເວົ້າວ່າ ຂ້ອຍຮຽນຈົບຈາກໂຮງຮຽນສີນລະປະ ຈ່ຽງຊ່ີ,ຢູ່ໃນຫ້ອງດຽວກັນນັ້ນ, ຂ້ອຍແມ່ນຄົນຕ່ຳກວ່າຫມູ່,ແລະຂີ້ຮ້າຍກວ່າຫມູ່,ໃນຍາມ ນັ້ນ,ເມື່ອແຂ່ງຂັນແລ້ວ,ຜູ້ຊ່ຽວຊານປັກກ່ິງໄດ້ເວົ້າຄຳນ່ຶງວ່າ,ຫຼານເອີຍ,ຫຼານຈ່ົງພະຍາ ຍາມຮຽນໃຫ້ດີ,ແນ່ນອນ,ຫຼານຈະໄດ້ເປັນຄົນຜູ່ດີເດ່ັນ.ຄຳເວົ້າຄຳນີ້ໄດ້ເຮັດໃຫ້ຂ້ອຍມີ ຄວາມເຊື່ອຫມັ້ນ,ຂ້ອຍຮູ້ສຶກວ່າ,ການຟ້ອນນັ້ນບໍ່ແມ່ນຈະເບ່ິງແຕ່ຮູບນອກ,ເວົ້າສຳລັບ ລາງວັນທັງຫມົດທີ່ຂ້ອຍໄດ້ຮັບນັ້ນ,ມັນແມ່ນເບົາກວ່າຫມູ່,ເວົ້າສຳລັບຄົນສ່ວນຫຼາຍ,ມັນ ກໍ່ບໍ່ມີລັກສະນະຊວນເຊື່ອ,ແຕ່ເວົ້າສຳລັບຂ້ອຍແລ້ວ,ມັນພັດແມ່ນສ່ິງທີ່ຂ້ອຍມັກທີ່ສຸດ.
ທ່ານລິວເຈີ້ນແມ່ນພະຍາຍາມເຝິກແອບຟ້ອນທີ່ສຸດ,ເພ່ີນຖືກການເຝິກແອບປະຈຳວັນ ເປັນການສົນທະນາກັບຮ່າງກາຍຂອງຕົນ,ເພ່ີນໄດ້ແຊ່ເຈົ້າຂອງໄວ້ຢູ່ໃນຄວາມມ່ວນຊື່ນ ແຫ່ງການເຝິກແອບທັງຫມົດເພ່ີນໄດ້ເອົາການຟ້ອນກະລາຊິກຈີນກັບວາດຟ້ອນສະ ໄຫມໃຫມ່ວາດຟ້ອນບາເລຫນ່ຽງເຂົ້າເປັນອັນດຽວກັນ,ເຊື່ອງຊ້ອນວິທີຟ້ອນແນວຍາກໆ ໄວ້ຢູ່ໃນອິລິຍະບົດ,ວາດຟ້ອນຂອງເພ່ີນທັງຫມ່ອນທັງໄວມີໄຫວພິບ,ຈັບອົກຈັບໃຈແລະ ມີກຳລັງກັນແຮງທີ່ສຸດ.ການຟ້ອນຂອງທ່ານລິວເຈີ້ນສ່ວນຫຼາຍແມ່ນແນໃສ່ຈິດໃຈຂອງ ຄົນເພ່ີນໄດ້ໃຊ້ພາສາທີ່ສະແດງອອກໂດຍຮ່າງກາຍແລະແຂນຂາມາເວົ້າເຖິງຈິດຕະໂລກ າຂອງຄົນທີ່ອຸດົມສົມບູນແລະສະຫຼຸບສັບຊ້ອນ,ບົດຟ້ອນທີ່ເພ່ີນປະຕິດແຕ່ງໂດຍສ່ິງ.ສ່ິງ ແປວ່າ:ນີ້ມຫນຸມນັ້ນ.
ວາດຟ້ອນແມ່ນເຫຼຶ່ອນລອຍແລະໄຫຼຫ່ຼຽນ,ໄດ້ສະແດງອອກເຖິ່ງຄວາມຟ້ອນຂອງເພ່ີນ ທີ່ພວມເຢາະຢ່ອນຢ່າງນີ້ມນວນ.ທ່ານລິວເຈີ້ນເວົ້າວ່າ,ຈິດໃຈຂອງເຈົ້ານີ້ມທໍ່ໃດ.ເຈົ້າກໍ່ ຈະຟ້ອນໄດ້ນີ້ມທໍ່ນັ້ນ,ເມື່ອປີ 1997 ,ທ່ານລິວເຈີ້ນໄດ້ເຂົ້າຮ່ວມການແຂ່ງຂັນຟ້ອນສະ ໄຫມໃຫມ່ສາກົນຢູ່ເບໂລລຸດຊີສະໄຫມທີ 10 ດ້ວຍວາດຟ້ອນທີ່ຊື່ວ່ານີ້ມຫນຸ່ມແລະ ວາດຟ້ອນທີ່ຊື່ວ່າຂ້ອຍແມ່ນໃຜ,ແລ້ວເລີຍໄດ້ຫຼຽນຄຳທີ່ບໍ່ມີຄົນໄດ້ຕິດໆກັນມາ 6 ປີ ແລ້ວ,ແລະເພ່ີນເອງຍັງແມ່ນຄົນຈີນຜູ່ທຳອິດທີ່ໄດ້ຮັບຫຼຽນຄຳດ່ັງກ່າວ.
ບົດຟ້ອນຂອງທ່ານລິວເຈີ້ນແມ່ນຈົດຈໍ່ອະທິບາຍຄວາມຫມາຍຂອງຊີວິດ,ໃນວາດຟ້ອນ ຂອງເພ່ີຣນ,ແມ່ນມີກຳລັງໃນຕົວແຝງຊ້ອນຢູ່,ທ່ານລິວເຈີ້ນເວົ້າວ່າ,ຄວາມສຳນຶກຮູ້ຂອງ ເພ່ີນຕໍ່ຊີວິດ,ແລະຄວາມຮູ້ສຶກຕໍ່ການຟ້ອນນັ້ນແມ່ນໄດ້ມາຈາກອຸບັດຕິເຫດເທື່ອນ່ຶງ,ຄື ເມື່ອປີ 1996 ,ທ່ານລິວເຈີ້ນໄດ້ຕົກຈາກຫຼັງມ້າຈົນກະດູກຫັກ,ແລ້ວກັບເມືອພັກຟື້ນຢູ່ ບ້ານເກີດທີ່ແຂວງຈຽງຊີ, ຍາມເຊົ້າໃນແຕ່ລະມື້,ເພ່ີນໄດ້ຍ່າງເລາະຫຼິ້ນໃນສ່ວນອຸທິຍາມ,ເພ່ີນໄດ້ເຫັນຜູ່ເຖົ້າຜູ່ແກ່ຫຼາຍຄົນສຸມຈິດສຸມໃຈຕີມວຍແລະຟ້ອນຢູ່ທຶດໆ,ເພ່ີນຈ່ິງປະ ຫຼາດໃຈທີ່ສຸດວ່າໃນຍາມຫັດກາຍປະຈຳວັນແນວນີ້ເປັນຫຍັງເຂົາເຈົ້າຈ່ິງສຸມຈິດສຸມໃຈ ພິລຶກປານນີ້.
ທ່ານລິວເຈີ້ນມື້ໃດກໍໄປເບ່ິງ,ແລະກໍມີຄວາມສຳນຶກຮູ້ວ່າ,ທີ່ຈິງແລ້ວຄວາມຕັ້ງອົກຕັ້ງໃຈ ແນວນີ້ແມ່ນຄວາມພະຍາຍາມແນວນ່ຶງຕໍ່ຊີວິດຂອງຕົນ,ແມ່ນຄວາມເຫັນດີເຫັນພ້ອມ ແລະຄວາມຂອບອົກຂອບໃຈແນວນ່ຶງໃນຊີວິດທຳມະດາຂອງພວກຜູ່
ເຖົ້າທັງຫຼາຍ,ເພ່ີນເວົ້າວ່າ,ຢູ່ໃນຫັ້ນ,ຂ້ອຍໄດ້ສຳນຶກຮູ້ວ່າ,ທີ່ຈິງແລ້ວຊີວິດແມ່ນຄວາມ ສຳນຶກຮູ້ໄດ້ໃນຂະບວນວິວັດດຳລົງຊີວິດນັ້ນເອງ,ຂ້ອຍຍັງບໍ່ທັນໄດ້ນ່ັງລົງມາຄຶດເທື່ອ, ຂ້ອຍເອງແມ່ນຄົນແນວໃດ?ມີແຕ່ເພື່ອຢາກໃຫ້ຜູ່ອື່ນຍ້ອງຍໍ,ເພື່ອຄວາມອວດອ່ົງທະນົງ ຕົວໃນໃຈຂອງຕົນຊັ້ນຫວະ,ເທື່ອນີ້,ຈ່ິງເຮັດໃຫ້ຫົວໃຈຂອງຂ້ອຍທີ່ເຕັ້ນແຮງຢ່າງາບໍ່ຢຸດ ບໍ່ເຊົານັ້ນຍຸບຍອບລົງ.ຂ້ອຍບໍ່ຫວັງວ່າຂ້ອຍເປັນຄົນຟ້ອນຜູ່ນ່ຶງ,ຂ້ອຍຫວັງວ່າຂ້ອຍເປັນ ມັກຟ້ອນຜູ່ນ່ຶງ.
ປີ 2000,ລະຄອນຟ້ອນຊົນເຜ່ົາຂະຫນາດໃຫຍ່ທີ່ຊື່ວ່າຄວາມຝັນຢູ່ຕຸນຫວງໄດ້ເຮັດ ໃຫ້ມີກະແສສູງບັ້ນນ່ຶງໃນຕະຫຼາດການສະແດງຂອງຈີນ,ເຊ່ິງມີການສະແດງຢູ່ປັກກ່ິງ, ຫຼານໂຈວ ຊຽງໄຮ ເຊີນເຈີ້ນແລະກວາງໂຈວເຖິງ 6—70 ຮອບ,ມີຜູ່ຊົມຕັ້ງຫຼາຍແສນ ເທື່ອຄົນ,ລະຄອນຟ້ອນຄວາມຝັນຢູ່ຕຸນຫວງກໍ່ແມ່ນທ່ານລິວເຈີ້ນເປັນພະເອກ.ມີຜູ່ຊົມ ຜູ່ນ່ຶງເວົ້າວ່າ,ຂ້ອຍໄດ້ຊົມລະຄອນຟ້ອນຄວາມຝັນຢູ່ຕຸນຫວງຕັ້ງ 5 ເທື່ອ,ຈຸດປະສົງແມ່ນ ຢາກຊົມຕອນຟ້ອນດ່ຽວຂອງທ່ານລິວເຈີ້ນ,ເພ່ີນເວົ້າວ່າ,ມັນຈ່ັງແມ່ນການຟ້ອນກັບກົນຕີ ແລະຫົວເລື່ອງປະສົມປະສານກັນຢ່າງງາມເດ່ັນແທ້ໆ
ລະຄອນຟ້ອນຄວາມຝັນຢູ່ຕຸນຫວງແມ່ນເລ່ົາເລື້ອງຄວາມຮັກທີ່ກະຕຸ້ນໃຈຕົນທີ່ສຸດລະ ຫວ່າງທ້າວໂມ້ກ່າວ,ນັກແຕ້ມຊາວຫນຸມສະໄຫມບູຮານກັບນາງຢ້ວຍຢາ,ລຸກສາວຂອງ ແມ່ທັບເຂດຕາເວັນຕົກ,ທ່ານລິວເຈີ້ນສະແດງເປນທ້າວໂມ້ກ່າວ,ນັກແຕ້ມຜູ້ທຸກຈົນທີ່ ມົວເມົານຳສີນລະປະ,ເຊ່ິງມີຄວາມຈົງໃຈນຳຄວາມຮັກຫມົດທຸກກິທຸກກີ,ຮ່າງກາຍແລະ ແຂນຂາຂອງເພ່ີນກໍແມ່ນພາສາແນວນ່ຶງ,ທີ່ໄດ້ເລ່ົາປະຫເວັດສາດ,ເລ່ົາຈິດອາລົມ,ເລ່ົາ ຄວາມຮັກຄວາມຊັງ,ຈັນເຮັດໃຫ້ຜູ່ຊົມນ້ຳຕາໄຫຼຍ້ອນວາດຟ້ອນຂອງທ່ານລິວເຈີ້ນ. ທ່ານລິວເຈີ້ນເຫັນວ່າ,ໃນເວລາສະແດງເປັນທ້າວໂມ້ກ່າວ ນັ້ນ,ເພ່ີນບໍ່ແມ່ນສະແດງ, ແຕ່ຫາກແມ່ນເພ່ີນເອງເປັນຢູ່ນ່ຶງອີກທີ່ມີຊີວິດຢູ່,ເພ່ີນເວົ້າວ່າ,ຖ້າຫາກວ່າເພ່ີນແມ່ນຜູ່ສະ ແດງ,ກໍແປວ່າໃນການປະດິດແຕ່ງນັ້ນ,ເພ່ີນໄດ້ພ້ອມກັນກັບຜູ່ກຳກັບການສະແດງປະດິດ ຂຶ້ນແລະພ້ອມກັນປເັ້ນແຕ່ງຜູ່ນັ້ນຂຶ້ນ,ເມື່ອເພ່ີນໄດ້ກາຍເປນບົດຟ້ອນທີ່ສຸກງອມແລ້ວ,ກໍ່ ບໍ່ໄດ້ສະແດງເປັນເພ່ີນແຕ່ຫາກແມ່ນຂ້ອຍເອງຕ່າງຫາກທີ່ໄດ້ໃຊ້ດວງໃຈຂອງຂ້ອຍ ແລະຄວາມຈູບຈ້າວຂອງຂ້ອຍມາເຮັດໃຫ້ມັນມີຊິວິດ.
ພາລະກິດສີນລະປະຂອງທ່ານລິວເຈີ້ນທີ່ເຮືອງຮຸ່ງຕະຫຼອດມາ,ຈົນເຮັດໃຫ້ເພ່ີນໄດ້ຮັບ ລາງວັນເຫວິນຫວາທີ່ກະຊວງວັດທະນະທຳຈີນປະກາດນັ້ນສາມເທື່ອຕິດໆກັນ,ຢູ່ວົງ ການຟ້ອນຂອງຈີນມີເພ່ີນພຽງຜູ່ດຽວ,ລາງວັນດອກບົວ,ເຊິ່ງເປັນລາງວັນສູງສຸດໃນ ວົງການຟ້ອນຂອງຈີນກໍພຽງຈັດຂຶ້ນແຕ່ສອງເທື່ອທໍ່ນັ້ນ,ທ່ານລິວເຈີ້ນກໍໄດ້ຮັບລາງ ວັນເຖິງສອງເທື່ອ,ລາງວັນຂັ້ນສູງສຸດທັງຫມົດໃນວົງການຟ້ອນຂອງຈີນ
ທ່ານລິວເຈີ້ນກໍໄດ້ຮັບຫມົດທຸກເທື່ອ,ແຕ່ທ່ານກໍຍັງຮັກສາຄວາມຮັບຮູ້ຂອງຕົນຢ່າງ ຜ່ອງໃສຕະຫຼອດມາ,ທ່ານພຽງແຕ່ຮັບຮູ້ວ່າຕົນເອງແມ່ນຄົນຟ້ອນ,ເຫັນວ່າຕົນເອງ ຍັງບໍ່ທັນໄດ້ບັນລຸເຖິງຂັ້ນສູງສຸດຂອງການຟ້ອນເທື່ອ,ທ່ານເວົ້າວ່າ,ຂ້ອຍບໍ່ຮູ້ວ່າທັນ ໃດແມ່ນຂັ້ນສູງສຸດ,ຂ້ອຍພຽງແຕ່ຮູ້ວ່າ,ຂ້ອຍມີຄວາມຝັນຕໍ່ໆກັນໄປ,ມີຄວາມປາຖະ ຫນາຂອງຕົນຕໍ່ໆກັນໄປເລື້ອຍໆທໍ່ນັ້ນ.
|