ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-16 17:55:41    
ທ່ານຊາດ໌ກ່າວວ່າ ຍິນດີເຈລະຈາສັນ
ຕິພາບກັບກອງທະຫານອາເມລິກາປະ
ຈຳອີຣັກ

cri

ຕາມຂ່າວສານຊິນຮວາ: ວັນທີ 15 ພຶດສະພາ,ທ່ານຊາດ໌ ຜູ່ນຳຝ່າຍຕ້ານອາເມລິກາ
ຂອງມຸສລິມນະກາຍຊີອິດຂອງອີຣັກອອກຖະແຫລງການວ່າ,ທ່ານຍິນດີເຈລະຈາສັນ
ຕິພາບກັບກອງທະຫານອາເມລິກາ,ເພ່ືອສ້ິນສຸດສະຖານະພາບການປະທະກັນຢ່າງ
ນອງເລືອດໃນສະເພາະໜ້ານີ້.

ຖະແຫລງການກ່າວວ່າ,ທະແນມແຕ່ກອງທະຫານຜູ່ຍຶດຄອງປະກາດຢ່າງເປັນທາງ
ການວ່າ ຫວັງຢາກເຈລະຈາສັນຕິພາບ,ທະແນມແຕ່ຈັດການເຈລະຈາສັນຕິພາບ
ຢ່າງທ່ຽງທຳໃຕ້ການຕິດຕາມຄວບຄຸມຂອງຜູ່ນຳທາງສາສະໜາແລ້ວ,ຂ້າພະເຈົ້າກໍ່
ກຽມຈະເຂົ້າຮ່ວມຢູ່ທຸກເວລາ.

ວັນທີ 12 ພຶດສະພາ,ຄະນະຜູ່ແທນທ່ີປະກອບດ້ວຍຜູ່ແທນມຸສລິມນິກາຍຊີອິດໄດ້
ເດີນທາງຈາກນາຈັຟໄປຮອດແບກແດດເພ່ືອໄກ່ເກ່ຍ.ຄະນະຜູ່ແທນສະເໜີວ່າ,ທະ
ແນມແຕ່ກອງທະຫານອາເມລິກາຖອນອອກຈາກນາຈັຟແລະເມືອງອ່ືນໆແລະປ່ອຍ
ຕົວຜູ່ຖືກກັກຂັງແລ້ວ,ພວກເຂົາເຈົ້າຈະເຕືອນທ່ານຊາດ໌ຍຸບກອງທະຫານໄມເຮີດີ,
ແຕ່ຖືກທ່ານເບຼເມີ ຜູ່ວ່າການບໍລິຫານສູງສຸດຝ່າຍພົນລະເຮືອນຂອງອາເມລິກາປະ
ຈຳອີຣັກປະຕິເສດ.ທ່ານເບຼເມີກ່າວເນັ້ນວ່າ,ທ່ານຊາດ໌ຕ້ອງຍຸບອົງການຈັດຕັ້ງທະ
ຫານລາດກ່ອນແລະຮັບເອົາການໄຕ່ສວນຕັດສິນ.

ຫວ່າງມໍ່ໆນີ້,ກອງທະຫານອາເມລິກາໄດ້ເພ່ີມທະວີການໂຈມຕີອົງການຈັດຕັ້ງປະ
ກອບອາວຸດຂອງທ່ານຊາດ໌.