ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-16 18:24:39    
ວາລະສານອາເມລິກາກ່າວວ່າ,ແຜນ
ການໄຕ່ສວນທາງລັບຂອງທ່ານລາມສ໌
ຟີວດ໌ໄດ້ເຊີດຊູການກະທຳທໍລະມານຊະ
ເລີຍເສິກ

cri
ຕາມຂ່າວສານຊິນຮວາ:ວັນທີ15ພຶດສະພາ,ວາລະສານນິວຢອກເຄີ ຂອງອາເມລິກາ
ທີ່ເຜີຍແບເລື່ອງອັບອາຍຂາຍໜ້າທີ່ທະຫານອາເມລິກາປະຈຳອີລັກທໍລະມານຊະເລີຍ
ເສິກກ່ອນໝູ່ນັ້ນແຈ້ງຂ່າວວ່າ,ເຫດການທໍລະມານຊະເລີຍເສິກບໍ່ແມ່ນການກະທຳ
ໂດດດ່ຽວຂອງ ະຫານສ່ວນໜ້ອຍ,ຫາກມີການພົວພັນໂດຍກົງກັບແຜນການລັບທີ່
ສຸດທີ່ເຊີດຊູພາຫະນະໄຕ່ສວນນອກແຜນທຳມະດາທີ່ທ່ານລາມສ໌ຟີວດ໌ ລັດຖະມົນ
ຕີກະຊວງປ້ອງກັນປະເທດອາເມລິກາອະນຸມັດໃນປີ2003.

ຂ່າວແຈ້ງວ່າ,ເດືອນກັນຍາປີ2003,ທ່ານລາມສ໌ຟີວດ໌ອະນຸມັດການເຜີຍແຜ່ແຜນການ
ໄຕ່ສ່ວນພິເສດທີ່ວາງອອກໃນໄລຍະສົງຄາມອາຟການິສະຖານນັ້ນໄປຮອດຄຸກຂອງ
ກອງທະຫານອາເມລິກາທີ່ຕັ້ງຢູ່ອີລັກ,ນີ້ກໍ່ໄດ້ເຊີດຊູການກະທຳທີ່ທໍລະມານແລະຢຽດ
ຫຍາມຊະເລີຍເສິກອີລັກນັ້ນໂດຍກົງ.

ແຜນການສະບັບນີ້ໄດ້ຮັບການອະນຸມັດຈາກທ່ານນາງແລສ ຜູ່ຊ່ອຍວຽກງານຄວາມ
ປອດໄພແຫ່ງຊາດຂອງທ່ານບຸສ ປະທານາທິບໍດີອາເມລິກາ.ທ່ານບຸສເອງກໍ່ຮູ້ຈັກ
ແຜນການສະບັບນີ້.ແຕ່ໃນມື້ດຽວກັນ,ກະ ຊວງປ້ອງກັນປະເທດອາເມລິກາໄດ້ປະຕິ
ເສດຂ່າວດັ່ງກ່າວ.