ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-16 18:55:08    
ແຮງງານຟິລິບປິນຮ້ອຍຄົນທີ່ເຮັດວຽກ
ຢູ່ອີລັກຈະກັບຄືນປະເທດໃນໄວໆນີ້

cri
CRIລາຍງານວ່າ:ວັນທີ15ພຶດສະພາ,ລັດຖະບານຟິລິບປິນອອກຖະແຫຼງການວ່າ,
ແຮງງານຟິລິບປິນທີ່ເຮັດວຽກຢູ່ອີລັກຮ້ອຍຄົນງວດທຳອິດທີ່ໄດ້ລາອອກຈາກຕຳ
ແໜ່ງຈະກັບຄືນຟິລິບປິນໃນໄວໆນີ້.

ຖະແຫຼງການຂຽນວ່າ,ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນໄດ້ອະນຸມັດຄຳ
ຮ້ອງຂໍຂອງແຮງງານທີ່ສະໝັກກັບຄືນປະເທດເຫຼົ່ານີ້.

ວັນທີ11ພຶດສະພາ,ແຮງງານຟິລິບປິນຜູ່ໜຶ່ງຖືກຫຼອນໂຈມຕີຕາຍຢູ່ຖານທັບທະຫານ
ອາເມລິກາປະຈຳອີລັກແຫ່ງໜຶ່ງທີ່ພາກເໜືອແບກແດດ,ແຮງງານຟິລິບປິນອີກ4ຄົນ
ບາດເຈັບ.ປະຈຸບັນນີ້,ມີແຮງງານຟິລິບປິນປະມານ4000ຄົນເຮັດວຽກຢູ່ອີລັກ,ໃນນັ້ນ,
ມີ250ຄົນໄດ້ລາອອກຈາກຕຳແໜ່ງແລະຮ້ອງຂໍກັບຄືນປະເທດ.