ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-18 15:06:48    
ນັກກິລາຍົກນຳ້ໜັກເພດຍິງຈີນຫວັງສືບຕໍ່ສ້າງຜົນງານອັນສະ
ຫງ່າລາສີຢູ່ອາແຕນ

cri

ເນື່ອງຈາກວ່າ,ເມື່ອທຽບກັບປະເທດອື່ນໆແລ້ວ,ຈີນດຳເນີນກິລາຍົກນຳ້ໜັກເພດ
ຍິງຂ້ອນຂ້າງດົນນານ.ສະນັ້ນ,ກິລາຍົກນຳ້ໜັກເພດຍິງຈີນໄດ້ຢູ່ໃນຖານະນຳໜ້າ
ໃນໂລກໂດຍຕະຫຼອດມາ.ໃນ4ປີກ່ອນ,ຢູ່ທີ່ຊິດນີ,ຖານະດັ່ງກ່າວຍິ່ງໄດ້ຮັບການພິ
ສູດດ້ວຍຫຼຽນຄຳງານກິລາໂອລິມປິກແລ້ວ.ໃນການແຂ່ງຂັນ4ລຸ້ນທີ່ຈີນເຂົ້າຮ່ວມ
ນັ້ນ,ແມ່ນຊາວຈີນໄດ້ລຽນຄຳໝົດ.ສະຫະພັນຍົກນຳ້ໜັກສາກົນກຳນົດວ່າ,ສະມາ
ຄົມໜຶ່ງຢ່າງຫຼາຍໃຫ້ເຂົ້າຮ່ວມແຕ່4ລຸ້ນໃນການແຂ່ງຂັນ7ລຸ້ນ,ຖ້າບໍ່ດັ່ງນັ້ນ,ນັກກິ
ລາຍົກນຳ້ໜັກເພດຍິງຈີນຍັງຈະຊິງໄດ້ຫຼຽນຄຳຫຼາຍກວ່າເກົ່າອີກ.ປະຈຸບັນ,ນັກກິ
ລາຍົກນຳ້ໜັກແຕ່ທີ1ຮອດທີ6ໃນການລຽງລຳດັບທຸກລຸ້ນໃນໂລກ,ເກືອບແມ່ນນັກ
ກິລາຈີນໝົດ.

       (ທ່ານມາເວິນກວາງປະທານສະມາຄົມຍົກນຳ້ໜັກຂອງຈີນ)

ແຕ່ວ່າ,ເມື່ອຈ້ອງມອງງານກິລາໂອລິມປິກອາແຕນໃນປີນີ້,ເສັ້ນທາງຊິງເອົາ
ຫຼຽນຄຳຂອງນັກກິລາຍົກນຳ້ໜັກເພດຍິງຈີນບໍ່ແມ່ນຈະຮາບພຽງໝົດ.ທ່ານ
ມາເວິນກວາງປະທານສະມາຄົມຍົກນຳ້ໜັກຂອງຈີນກ່າວວ່າ,ເປົ້າໝາຍຂອງ
ນັກກິລາຍົກນຳ້ໜັກຈີນໃນງານກິລາໂອລິມປິກອາແຕນແມ່ນຮັບປະກັນໄດ້
ຫຼຽນຄຳສາມຫຼຽນ,ຍາດແຍ່ງຊິງໄດ້ຫຼຽນຄຳ4ຫຼຽນ.ມັນເດັ່ນຊັດແລ້ວວ່າ,ເປົ້າ
ໝາຍດັ່ງກ່າວບໍ່ສາມາດປຽບທຽບກັບຜົນງານໃນ4ປີກ່ອນຄືຊິງໄດ້ຫຼຽນຄຳ4
ຫຼຽນໝົດ,ແລະຄວາມຫຍຸ້ງຍາກໃນການຊິງຫຼຽນຄຳກໍເພີ່ມຫຼາຍຂຶ້ນ.ທ່ານມາ
ເວິນກວາງເວົ້າວ່າ: "ຈີນຍິ່ງຈະຍາດເອົາຫຼຽນຄຳໃຫ້ຫຼາຍໃນລາຍການຍົກນຳ້
ໜັກ,ທັງນີ້,ພວກເຮົາເຊື່ອໝັ້ນທີ່ສຸດແຕ່ວ່າ,ກ່ອນການແຂ່ງຂັນ,ກໍເວົ້າວ່າຈະໄດ້
ຫຼຽນຄຳຢ່າງແນ່ນອນ,ນີ້ແມ່ນບໍ່ຖືກ.ການແຂ່ງຂັນໃນງານກິລາໂອລິມປິກມີສິ່ງ
ທີ່ບໍ່ແນ່ນອນຢ່າງຫຼວງຫຼາຍ.ການແຂ່ງຂັນຍົກນຳ້ໜັກແຕ່ລະລຸ້ນລ້ວນແຕ່ແມ່ນ
ດຸເດືອດທີ່ສຸດ.ປະຈຸບັນ,ທິມຈີນຍັງຄອງຖານະທີ່ມີທ່າແຮງ,ແຕ່ຫາກບໍ່ແມ່ນທ່າ
ແຮງຈະຊິງໄດ້ຫຼຽນຄຳຢ່າງແນ່ນອນ.ການໄດ້ຮັບໄຊນະນະແມ່ນຕ້ອງເສຍຄ່າ
ຕອບແທນ.ຢາກໃຫ້ມີອັດຕາສຳເລັດຜົນສູງ,ລະດັບເຕັກນິກກໍ່ຕ້ອງສູງ,ສະພາບ
ຈິດໃຈກ່ອນການແຂ່ງຂັນກໍຕ້ອງດີ,ການບັນຊາກໍຕ້ອງເໝາະສົມ,ເງື່ອນໄຂ4ຂໍ້ນີ້
ຂາດຂໍ້ໃດກໍບໍ່ໄດ້."

ມູນເຫດທີ່ພາໃຫ້ນັກກິລາຍົກນຳ້ໜັກເພດຍິງຂອງຈີນມີທ່າແຮງໜ້ອຍລົງນັ້ນບໍ່
ແມ່ນທິມຈີນຖອຍຄືນຫຼັງ,ຫາກແມ່ນລະດັບກິລາຍົກນຳ້ໜັກເພດຍິງໃນໂລກໄດ້
ຍົກສູງຂຶ້ນຢ່າງວ່ອງໄວ.ໃນຫຼາຍລຸ້ນຂອງກິລາຍົກນຳ້ໜັກ,ຢູ່ປະເທດເອີລົບແລະ
ອາຊີລ້ວນແຕ່ໄດ້ປະກົດມີນັກກິລາທີ່ສາມາດແກ່ງແຍ່ງກັບນັກກິລາເພດຍິງຂອງ
ຈີນ.ຕົວຢ່າງຄື,ນາງນາຕາເລຍສະຄາຄູນຂອງອຸຍແກຼນ,ນາງອານນາບາຈີອຸສຄາ
ຂອງບຸນກາລີແລະນັກກິລາສ.ປ.ປ.ເກົາຫຼີ,ສາທາລະນະລັດເກົາຫຼີຂອງອາຊີລ້ວນ
ແຕ່ເປັນຄູ່ແຂ່ງຂັນທີ່ແຂງແຮງຂອງນັກກິລາຈີນໃນບາງລຸ້ນ.ໃນງານແຂ່ງຂັນຊິງ
ຊະນະເລີດໂລກປີ2003.ພວກເຂົາເຈົ້າໄດ້ເອົາຊະນະນັກກິລາຈີນ,ຊິງໄດ້ຫຼຽນຄຳ
ລຸ້ນ63ກິໂລ,ນີ້້ເປັນການກ່າວເຕືອນຢ່າງໜັກຕໍ່ທິມຈີນທີ່ໄດ້ເອົາຊະນະໂດຍຕະ
ຫຼອດ.

ສະນັ້ນ,ນັກກິລາຍົກນຳ້ໜັກເພດຍິງຈີນຖ້າຢາກຮັກສາທ່າແຮງນຳໜ້າໃນໂລກ,
ກໍຕ້ອງຖ່ອມຕົວແລະລະມັດລະວັງ,ຕ້ອງຮຽນນຳນັກກິລາປະເທດອື່ນ.ທ່ານຕົງ
ເຊິ່ງຮຸຍ ຫົວໜ້າພະແນກຍົກນຳ້ໜັກຂອງສູນແຂ່ງຂັນໜັກຂອງກົມໃຫຍ່ກິລາ
ແຫ່ງຊາດຈີນເວົ້າວ່າ:"ໃນດ້ານວິທີແລະພາຫະນະເຝິກແອບ,ຕ່າງປະເທດພັດ
ທະນາໄດ້ດີຫຼາຍ.ກິລາຍົກນຳ້ໜັກໄດ້ເລີ່ມພັດທະນາຢູ່ເກຼັກແລະເອີລົບກ່ອນໝູ່.
ນັກກິລາເພດຊາຍມີເຕັກນິກດີ,ມີຫຼາຍບ່ອນເປັນໜ້າໃຫ້ນັກກິລາເພດຍິງຮຽນ
ເອົາ.ບວກກັບຈຸດພິເສດຂອງພວກເຮົາ,ກໍສາມາດກາຍເປັນວິທີດີທີ່ສຸດ.ພວກ
ເຮົາບໍ່ພຽງແຕ່ຈະສົ່ງນັກກິລາໄປຮຽນຢູ່ຕ່າງປະເທດ,ຫາກຍັງຕ້ອງເຊີນຊາວຕ່າງ
ປະເທດມາສິດສອນນັກກິລາພວກເຮົາ,ເຮັດແນວນີ້ຈຶ່ງບໍ່ຖືກກະແສຍຸກສະໄໝ
ປັດເຂ່ຍ.ດ້ານໜຶ່ງ,ເພີ່ມທະວີການແລກປ່ຽນລະຫວ່າງຊາດ,ເຊີນນັກກິລາຕ່າງ
ປະເທດມາແຂ່ງຂັນຢູ່ຈີນ,ສາມາດແຮກສ່ຽວ,ທັງສາມາດຊຸກຍູ້ການແລກປ່ຽນ
ດ້ານວັດທະນະທຳ,ມີບົດບາດເຜີຍແຜ່.ພວກເຮົາຍັງສາມາດຮຽນໄດ້ເຕັກນິກ
ແລະວິທີ.ອີກດ້ານໜຶ່ງ,ເຊີນເຈົ້າໜ້າທີ່ສາກົນແລະຜູ່ຊ່ຽວຊານເຕັກນິກມາກ່າວ
ປາຖະກະຖາ.ພວກເຮົາຈະໃຊ້ວິທີຫຼາຍຢ່າງຫຼາຍແນວ."

ທ່ານຕົງເຊິ່ງຮຸຍບອກນັກຂ່າວວ່າ,ອີງໃສ່ຄຸນສົມບັດທີ່ສູ້ທຸກທົນຍາກໄດ້ຂອງເພດ
ຍິງຈີນ,ສາມາດເຮັດໃຫ້ນັກກິລາຍົກນຳ້ໜັກເພດຍິງຈີນສືບຕໍ່ສ້າງຜົນງານອັນສະ
ຫງ່າລາສີ.ແຕ່ທ່ວງທ່າພັດທະນາໃນປະຈຸບັນແມ່ນເຮັດໃຫ້ເພດຍິງຮຽນເອົາເຕັກ
ນິກເພດຊາຍ.ສະນັ້ນ,ຕ້ອງຮຽນນຳປະເທດເຂັ້ມແຂງໃນລາຍການກິລາຍົກນຳ້
ໜັກເພດຊາຍຢ່າງເອົາຈິງເອົາຈັງເຊັ່ນລັດເຊຍ,ບຸນກາລີ,ຕວກກີແລະລູມານີ.
ນອກນີ້,ນັກກິລາຈີນຍັງຕ້ອງຮຽນນຳພວກເຂົາເຈົ້າທີ່ມີຄວາມເຊື່ອໝັ້ນຕົນເອງ
ອັນແຮງກ້າໃນການແຂ່ງຂັນ.

       

            (ນາງວາງມິງຈວນແຊມປຽນໂລກລຸ້ນ48ກິໂລ)

ກໍແມ່ນຍ້ອນຊ່າງຮຽນເອົາຈຸດດີຂອງຜູ່ອື່ນ,ນັກກິລາຍົກນຳ້ໜັກເພດຍິງຈີນຈິ່ງສາ
ມາດຄອງຖານະນຳໜ້າໃນໂລກໃນປະມານ20ປີມານີ້,ແລະປະກົດມີນັກກິລາຜູ່ດີ
ເລີດຢ່າງບໍ່ຢຸດຢັ້ງ.ໃນຜູ່ຊິງໄດ້ຫຼຽນຄຳ4ຄົນໃນງານກິລາໂອລິມປິກສະໄໝແລ້ວ
ນີ້,ມີແຕ່ນາງຕິງໄໝຢວນມີຫວັງເຂົ້າຮ່ວມງານກິລາໂອລິມປິກອາແຕນສະໄໝນີ້,
ໃນການແຂ່ງຂັນຍົກນຳ້ໜັກລຸ້ນອື່ນ,ຈີນຍ່ອມຈະແຕ່ງນັກກິລາຜູ່ໜຸ່ມແໜ້ນໄປ
ເຂົ້າຮ່ວມ.ນາງວາງມິງຈວນແຊມປຽນໂລກລຸ້ນ48ກິໂລກໍແມ່ນນັກກິລາໜຸ່ມທີ່ມີ
ການປະພຶດພົ້ນເດັ່ນກວ່າໝູ່ໃນສອງປີມານີ້.ນາງວາງມິງຈວນທີ່ອາຍຸ18ປີຊິງໄດ້
ຫຼຽນຄຳ3ຫຼຽນໃນງານແຂ່ງຂັນຊິງຊະນະເລີດໂລກປີ2002,ແລະໄດ້ທຳລາຍສະ
ຖິຕິໂລກ3ລາຍໃນລຸ້ນ48ກິໂລ.ຖືກຖືເປັນຜູ່ທີ່ມີຫວັງຊິງໄດ້ແຊມປຽນໃນງານກິ
ລາໂອລິມປິກອາແຕນ.ໃນງານແຂ່ງຂັນຊິງຊະນະເລີດທົ່ວປະເທດຈີນທີ່ຈັດຂຶ້ນ
ຫວ່າງກ່ອນນີ້ບໍ່ດົນ,ນາງວາງມິງຈວນໄດ້ເຂົ້າຮ່ວມການແຂ່ງຂັນອີກຫຼັງບາດເຈັບ
ແລ້ວ.ນາງວາງມິງຈວນເວົ້າວ່າ:"ຜູ່ອື່ນຖືກບາດເຈັບໜັກປານນີ້,ຍ່ອມຈະຢ້ານ
ກົວ,ບໍ່ກ້າເຂົ້າຮ່ວມການແຂ່ງຂັນອີກ,ແຕ່ຂ້ອຍບໍ່ຢ້ານ,ຂ້ອຍເຊື່ອໝັ້ນຕົນເອງ,ດຽວ
ນີ້,ຂາທີ່ບາດເຈັບນັ້ນໄດ້ດີແລ້ວ,ຈະຟື້ນຟູດີຂຶ້ນກ່ອນງານກິລາໂອລິມປິກອາແຕນ
ແມ່ນບໍ່ມີບັນຫາ."

       

          ນາງຕິງໄໝຢວນຜູ່ໄດ້ຫຼຽນຄຳຍົກນຳ້ໜັກ
          ລຸ້ນ75ກິໂລໃນງານກິລາໂອລິມປີກຊິດນີ

ຕາມນັກຂ່າວໄດ້ຊາບວ່າ,ນອກຈາກງວາງມິງຈວນແລ້ວ,ທິມຈີນອາດຈະແຕ່ງ
ນາງລິວຊຸນຫົງ ລຸ້ນ69ກິໂລ,ນາງຊຸນສາຍຢ້ຽນຫຼືນາງວາງລີ ລຸ້ນ58ກິໂລ,ນາງ
ຕິງໄໝຢວນລຸ້ນ75ກິໂລຂຶ້ນໄປແລະນັກກິລາອື່ນໆໄປເຂົ້າຮ່ວມການແຂ່ງຂັນຢູ່
ອາແຕນ.

ເຖິງວ່າປະຈຸບັນຍັງມີຄວາມຫຍຸ້ງຍາກຫຼາຍແນວກໍຕາມ,ແຕ່ກໍເໝືອນດ່ັງ
ທ່ານມາເວິນກວາງປະທານສະມາຄົມຍົກນຳ້ໜັກຂອງຈີນເວົ້ານັ້ນວ່າທິມ
ຍົກນຳ້ໜັກຈີນຈະແຕ່ງຕັ້ງນັກກິລາທີ່ດີເດັ່ນກວ່າໝູ່ຢ່າງແນ່ນອນ,ພວກເຂົາ
ເຈົ້າລ້ວນແຕ່ມີຄວາມໝັ້ນໃຈສູ້ຊົນໃນການແຂ່ງຂັນ4ລາຍການທີ່ຕົນເຂົ້າ
ຮ່ວມນັ້ນ.