
ວັນທີ2ເມສາປີ2004,ກົມໄປສະນີແຫ່ງຊາດຈີນໄດ້ພິມຈຳໜ່າຍສະແຕມນິທານສຸພາ ສິດຊຸດໜຶ່ງ4ໃບ.ຢູ່ບ່ອນຈັດພິທີວັນແຮກຈຳໜ່າຍສະແຕມທີ່ຈັດຂຶ້ນຢູ່ເມືອງເຢ້ ແຂວງ ເຮີນານຂອງຈີນ,ທ່ານນາງຈ້າວຢູ້ຮ່ວາ ຮອງຫົວໜ້າພະແນກຄຸ້ມຄອງຄ່າໄປສະນີແລະ ສະແຕມຂອງກົມໄປສະນີແຫ່ງຊາດຈີນໄດ້ແນະນຳຕົ້ນເຫດທີ່ຈີນພິມຈຳໜ່າຍສະແຕມ ນິທານສຸພາສິດເປັນຄັ້ງທຳອິດ.
 
(ຫັດຍ່າງຢູ່ຮານຕ່ານ) (ຂຸນເຢ້ມັກມັງກອນ)
ທ່ານນາງຈ້າວຢູ້ຮ່ວາແນະນຳວ່າ,ຄຳສຸພາສິດຂອງຈີນມີປະຫວັດມາດົນນານແລ້ວ, ແມ່ນຮູບການພາສາອັນພິເສດຂອງຊາດຈີນທີ່ຄ່ອຍໆຈໍ່ຕົວຂຶ້ນໃນປະຫວັດສາດຍາວ ນານ,ແມ່ນສ່ວນປະກອບອັນສຳຄັນຂອງພາສາຈີນສະໄໝປະຈຸບັນ.ທຳມະດາແລ້ວ, ສຸພາສິດປະກອບດ້ວຍວິລີອັນແນ່ນອນ,ສ່ວນຫຼາຍປະກອບດ້ວຍໂຕໜັງສືຈີນ4ໂຕ.ສຸ ພາສິດຂອງຈີນສ່ວນຫຼາຍມີການພົວພັນຢ່າງແໜ້ນແຟ້ນກັບເລື່ອງບູຮານຢ່າງກວ້າງ ຂວາງທີ່ສຸດ,ຕົ້ນຕໍກຳເນີດຈາກປື້ມບູຮານ ກາບກອນແລະນິທານພື້ນສືບ,ລວມທັງເນື້ອ ໃນຫຼາຍດ້ານ ເຊັ່ນການເມືອງ ການທະຫານ ການທູດ ວິທະຍາສາດເຕັກນິກ ວັນ ນະຄະດີ ສິລະປະ ປັດຊະຍາ ສາສະໜາແລະຮີດຄອງປະເພນີເປັນຕົ້ນ,ໄດ້ສ່ອງແສງ ໃຫ້ເຫັນປະຫວັດສາດແລະວັດທະນະທຳອັນເກົ່າແກ່ຂອງຊາດຈີນ.ພ້ອມກັນນັ້ນ,ສຸພາ ສິດແລະນິທານປະຫວັດສາດສ່ວນຫຼາຍມີຄວາມໝາຍທາງປັດຊະຍາຢ່າງເລິກເຊ່ິງ ແລະບົດຮຽນອັນລ້ຳຄ່າ,ມີພະລັງຊີວິດຢ່າງແຮງກ້າ,ໄດ້ສືບທອດກັນມາຫຼາຍພັນປີ,ອາດ ເວົ້າໄດ້ວ່າແມ່ນຂອງປະເສີດແຫ່ງວັດທະນະທຳທີ່ມີສີສັນພິເສດຂອງຊາດຈີນ.
1 2
|