ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-18 18:28:30    
ຄູຫາລົງເມີນຂອງຈີນ(ສຽງ)

cri

                                  

ຄູຫາລົງເມີນທີ່ມີຊື່ສຽງຢູ່ພາຍໃນແລະຕ່າງປະເທດຕັ້ງຢູ່ຫ່າງຈາກເມືອງລໍ້ຢາງໄປທາງ
ທິດໃຕ້12ກິໂລແມັດ,ແຫ່ງນີ້ມີພູຊ່ຽງແລະພູລົງເມີນຕັ້ງຢູ່ເຊ່ິງໜ້າກັນ,ແມ່ນ້ຳອີ່ໄຫຼໄປສູ່
ທິດເໜືອລະຫວ່າງພູສອງໜ່ວຍດັ່ງກ່າວ.ຄູຫາລົງເມີນທີ່ມີຊື່ສຽງແມ່ນແຈກຢາຍຢູ່ຕາມ
ຜາຊັນຊິກລິກທີ່ຍາວປະມານ1ກິໂລແມັດຢູ່ສອງຝັ່ງແມ່ນ້ຳອີ່.ຄູຫາລົງເມີນພ້ອມກັນກັບ
ຄູຫາມໍ້ກ່າວຂອງຕຸ່ນຮວງ ຄູຫາຢຸນກາງຂອງເມືອງຕາທົງແຂວງຊ່ານຊີ່ ເພິ່ນເອີ້ນເປັນ
ຄັງສາງປະເສີດສິລະປະຮູບຄວັດຫີນໃຫຍ່ສາມແຫ່ງຂອງຈີນ,ເມື່ອປີ1961,ຄະນະລັດ
ຖະບານໄດ້ປະກາດເປັນຫົວໜ່ວຍອະນຸລັກວັດຖຸບູຮານຈຸດໜັກແຫ່ງຊາດ,ແລະໄດ້ຮັບ
ໃຫ້ຈັດເປັນມໍລະດົກວັດທະນະທຳໂລກໃນປີ2000.

ຄູຫາລົງເມີນເລີ່ມສ້າງຂຶ້ນໃນໄລຍະກ່ອນແລະລຸນຫຼັງມະຫາກະສັດສ້ຽວເວີນຕີ້ຂອງລາດ
ຊະວົງອຸ້ຍເໜືອຍ້າຍລາດຊະທານີຈາກເມືອງຕ້າທົງແຂວງຊ່ານຊີ່ໄປຕັ້ງຢູ່ເມືອງລໍ້ຢາງ
ເມື່ອປີຄ.ສ.493,ແລ້ວໄດ້ຂຸດເຈາະຢ່າງບໍ່ຢຸດຢັ້ງຜ່ານຫຼາຍລາດຊະວົງເຊັ່ນລາດຊະວົງ
ອຸ້ຍຕາເວັນອອກ ອຸ້ຍຕາເວັນຕົກ ຊີເໜືອ ຊຸຍ ຖາງແລະຊົ້ງ.ຕາມສະຖິຕິຂອງສະຖາ
ບັນຄົ້ນຄວ້າຄູຫາລົງເມີນແຈ້ງໃຫ້ຮູ້ວ່າ,ດຽວນີ້,ຢູ່ເທິງສອງໜ່ວຍພູຕາເວັນອອກແລະຕາ
ເວັນຕົກຍັງຮັກສາຮ້ານພະໄວ້2345ບ່ອນ,ຫິນແກະສະຫຼັກ2800ກວ່າແຜ່ນ,ເຈດີພຸດທະ
ສາສະໜາ40ກວ່າລູກ,ແລະສ້າງພະພຸດທະຮູບຕັ້ງ1ແສນກວ່າອົງ.

ຄູຫາທີ່ມີລັກສະນະເປັນຕົວແທນຂອງຄູຫາລົງເມີນມີວັດເຟີ້ງສ່ຽນ ຄູຫາປິ່ນຢາງ ຄູຫາ
ກູຢາງແລະຄູຫາດອກບົວເປັນຕົ້ນ.

                       (ວັດເຟີ້ງສ່ຽນ)

ວັດເຟີ້ງສ່ຽນມີຂະໜາດໃຫຍ່ກວ່າໝູ່,ແມ່ນສ່ິງກໍ່ສ້າງຍອດຢ້ຽມຂອງສິລະປະພຸດທະສາ
ສະໜາພຸດຂອງຈີນ.ພະພຸດທະຮູບລູເສນາເຊິ່ງເປັນພະພຸດທະຮູບຕົ້ນຕໍຂອງວັດນີ້ສູງ
17,14ແມັດ,ພະເກດສູງ4ແມັດ,ພະກັນຍາວ1,9ແມັດ;ພະພຸດທະຮູບອົງນີ້ພະເນດເຕັມ
ດວງ,ພະພັກຍິ້ມແຍ້ມແຈ່ມໃສ,ຈໍ່ຂຶ້ນເປັນທ່າທີເຄັ່ງຂຶມແລະມີເມດຕາກາລຸນາ.ຢູ່ຂ້າງພະ
ພຸດທະຮູບອົງນີ້ຍັງມີພະໂພທິສັດ ພະອົງຄະລັກແລະພະສົງສາມະເນນ,ໄດ້ຊວ້ານຊູພາບ
ພົດອັນສູງສົ່ງຂອງພະພຸດທະຮູບລູເສນາ,ໄດ້ສະແດງໃຫ້ເຫັນສິລະປະອັນຍອດຢ້ຽມຂອງ
ລາດຊະວົງຖາງຢ່າງເຕັມທີ່.

1  2  3  4