ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-18 19:37:37    
ນົກຕື່ນໜ້າທະນູ(ສຽງ)

cri Author: zs

                                

ຕາມເລົ່າລືກັນວ່າ,ໃນສະໄໝຍຸດທະຈັກຂອງຈີນ,ຢູ່ເມືອງເວ້,ມີຄົນຜູ່ໜ່ຶງຊື່ວ່າເກິ່ງ
ເລີຍ,ມີຝີມືເກັ່ງຫຼາຍໃນການຍິງທະນູ.ມີມື້ໜ່ຶງ,ເຂົາໄດ້ອອກໄປຫິ້ຼນໃນປ່າກັບເຈົ້າ
ແຜ່ນດິນ, ເຫັນຫ່ານປ່າຝູງໜ່ຶງບິນມາ.ເກິ່ງເລີຍເລີຍເວົ້ານຳເຈົ້າແຜ່ນດິນວ່າ,ທູນ
ພະອົງ,ຂ້າພະບາດບໍ່ຕ້ອງໃຊ້ລູກທະນູ,ດືງແຕ່ສາຍທະນູແລະລັ່ນໄປບາດໜ່ຶງກໍ່ສາ
ມາດເຮັດໃຫ້ນົກຕົກລົງມາໂລດ.

ເຈົ້າແຜ່ນດິນແກ່ວງຫົວບໍ່ເຊື່ອ.ໃນຂະນະນີ້,ຢູ່ເທິງທ້ອງຟ້າມີຫ່ານປ່າໂຕໜຶ່ງບິນມາ.
ເກິ່ງເລີຍແນທະນູໃສ່ຫ່ານປ່າໂຕນັ້ນ,ດຶງສາຍທະນູບາດໜ່ຶງຫ່ານປ່າກໍ່ຕົກລົງມາແທ້.
ເຈົ້າແຜ່ນດິນຈົນຕົກສະເງີ້.ເກິ່ງເລີຍກໍ່ອະທິປາຍວ່າ,ນົກໂຕນີ້ມັນບາດເຈັບແລ້ວ,ສະ
ນັ້ນຈຶ່ງບິນຊ້າ,ສຽງຮ້ອງກໍ່ໜ້າສັງເວດ,ເບິ່ງກໍ່ຮູ້ໂລດວ່າມັນເຈັບປວດ,ທັງຢ້ານຫົວຫຼາຍ,
ນົກແນວນີ້ພໍໄດ້ຍິນສຽງທະນູລັ່ນ,ມັນກໍ່ຟ້າວບິນຂຶ້ນສູງເພື່ອຫຼີກລູກທະນູ,ແຕ່ມັນແຮ່ງ
ຢ້ານແຮ່ງຢາກບິນຂຶ້ນສູງ,ແຜຂອງມັນກໍ່ຍິ່ງເຈັບປວດຈົນບິນບໍ່ໄດ້,ແລ້ວຕົກລົງມາ.

ພາຍຫຼັງມາ,ຄົນທັງຫຼາຍກໍ່ອີງຕາມນິທານນີ້,ແຕ່ງເປັນຄຳສຸພາສິດວ່ານົກຕື່ນໜ້າທະນູ,
ໝາຍເຖິງຜູ່ທີ່ຕື່ນຕົກໃຈແລະຖືກໂຈມຕີ,ຄັນພົບພໍ້ເລື່ອງຄ້າຍຄືກັນນີ້ອີກ, ກໍ່ຢ້ານກົວທ່ີ
ສຸດ.

ພໍດີກົງກັບສຸພາສິດດັ່ງກ່າວ,ຢູ່ຈີນຍັງມີຄຳສຸພາສິດອີກຄຳໜ່ຶງທີ່ມີຄວາມໝາຍຄ້າຍຄື
ກັນກັບຄຳສຸພາສິດດັ່ງກ່າວ,ເຊ່ິງກໍ່ຄືຖືກງູຕອດເທື່ອໜ່ຶງ ຢ້ານເຊືອກນ້ຳສ້າງ ສິບປີບໍ່
ລືມ.ໝາຍຄວາມວ່າ,ຄົນຜູ່ໜ່ຶງເມື່ອເຄີຍຖືກງູຕອດເທື່ອໜຶ່ງ,ເທື່ອໜ້າຖ້າເຫັນເຊືອກ
ນ້ຳສ້າງທີ່ຄ້າຍກັບງູກໍຢ້ານ.

ທີ່ຈິງແລ້ວ,ຊີວິດຂອງຄົນເຮົາບໍ່ຫ່ອນສະດວກຕະຫຼອດທາງ,ການຫຼົ້ມເຫຼວປະລາໄຊ
ແມ່ນເລື່ອງທຳມະດາ,ການຢ້ານກົວແລະຫົຼບຫຼີກແມ່ນບໍ່ມີຜົນປະໂຫຍດຫຍັງ,ມີແຕ່
ຫັນໜ້າສູ່ຢ່າງເຂັ້ມແຂງແລະແກ້ໄຂຢ່າງຕັ້ງໜ້າ,ຈຶ່ງຈະມີວິທີແກ້ໄຂໃນທີ່ສຸດ.ສະນັ້ນ
ບໍ່ວ່າໃນເວລາໃດ,ກໍ່ຢ່າທໍ້ຖອຍໃຈ,ຢ່າເປັນນົກຕື່ນໜ້າທະນູ,ເຊື່ອວ່າ,ໄຊຊະນະສຸດທ້າຍ
ຕ້ອງເປັນຂອງພວກເຮົາ.