ນີ້ແມ່ນນິທານທ່ີເກີດຂຶ້ນໃນສະໄໝບູຮານຈີນ.ກ່ອນນີ້ສອງພັນກວ່າປີ,ໃນຄາວນັ້ນ,ຢູ່ ເທິງດິນແດນກວ້າງໃຫຍ່ໄພສານຂອງຈີນ,ມີເມືອງບໍລິວານນ້ອຍສິບກວ່າເມືອງ,ພວກ ເຂົາເຈົ້າປົກຄອງພໍໃຜພໍລາວ,ຍັງລົບເລວກັນເລື່ອຍໆ,ຍາດເອົາທີ່ດິນຂອງກັນແລະ ຍາດກັນເປັນເຈົ້າ.
ເມືອງຊີກໍ່ແມ່ນເມືອງໜຶ່ງໃນເມືອງລິວານເຫຼົ່ານີ້,ແລະໄດ້ມີກະສັດສືບພະລາຊະບັນລັງ ມາຫຼາຍອົງແລ້ວ.ໃນເວລາເຈົ້າຊີເວ່ວາງຂຶ້ນສະເຫວີຍລາດ,ທຳອິດພະອົງບໍ່ເອົາໃຈໃສ່ ໃຈເສຍນຳວຽກບ້ານການເມືອງ,ມີແຕ່ຫຼິ້ນກິນເຮຮາໝົດມື້,ດ່ັງນັ້ນ,ຄົນທັງຫຼາຍຈຶ່ງຖືພະ ອົງເປັນກະສັດໄຮ້ຄວາມສາມາດ.
ກະສັດຂອງເມືອງບໍລິວານອື່ນໆທີ່ຢູ່ອ້ອມຂ້າງເມືອງຊີ,ເຫັນເຈົ້າຊີເວ່ວາງອ່ອນແອຂ່ົມ ເຫັງໄດ້,ກໍ່ຕ່າງສົ່ງທະຫານມາໂຈມຕີເມືອງຊີ,ຍຶດເອົາທີ່ດິນຫຼາຍບ່ອນ,ມັນເດັ່ນຊັດແລ້ວ ວ່າ,ຄັນເປັນແນວນີ້ຕໍ່ໄປ,ເມືອງຊີກໍ່ຈະສູນຊາດສິ້ນແຜ່ນດິນ.
ເຈົ້າຊີເວ່ວາງມີເສນາບໍດີຜູ່ໜ່ຶງຊ່ືວ່າ ຄຸ່ນຈື,ເປັນຜູ່ມັກເວົ້າຢອກເວົ້າຫົວ.ທ່ານເວົ້ານຳ ເຈົ້າຊີເວ່ວາງວ່າ,ມີຄົນຕັ້ງຄຳທວາຍໃຫ້ຜູ່ຂ້າຂໍ້ໜ່ຶງ,ຜູ່ຂ້າທວາຍບໍ່ຖືກ,ພະອົງເປັນຜູ່ມີ ສະຕິປັນຍາຫຼາຍ,ພະອົງລອງທວາຍເບິ່ງດູ.
ເຈົ້າຊີເວ່ວາງຟັງແລ້ວກໍ່ຢາກທວາຍເບິ່ງເລີຍ,ຟ້າວຖາມວ່າ,ຄຳທວາຍນັ້ນຈັ່ງໃດ?
ຄຸ່ນຈືເວົ້າວ່າ,ຢູ່ເມືອງຊີມີນົກໃຫຍ່ໂຕໜຶ່ງ,ຈັບຢູ່ເທິງຫຼັງຄືເຮືອນຂອງພະອົງສາມປີກໍບໍ່ ບິນໜີແລະກໍ່ບໍ່ຮ້ອງຈັກເທື່ອ,ພະອົງວ່າແມ່ນນົກຫຍັງ?
ເຈົ້າຊີເວວາງຟັງແລ້ວກໍ່ເຂົ້າໃຈຄວາມໝາຍຂອງຄຸ່ນຈືໃນທັນທີ,ແລ້ວຫົວຂຶ້ນເວົ້າວ່າ, ນົກໂຕນີ້ບໍ່ແມ່ນນົກຳທມະດາ,ມັນບໍ່ບິນກໍ່ບໍ່ມີຫຍັງ,ຖ້າມັນບິນບາດໜ່ຶງກໍ່ຈະບິນຂຶ້ນຈຸ ຟ້າໂລດ,ມັນບໍ່ຮ້ອງກໍ່ບໍ່ມີຫຍັງ,ຄັນມັນຮ້ອງບາດໜ່ຶງກໍ່ຈະເຮັດໃຫ້ຄົນຕື່ນຕົກໃຈໂລດ.
ແຕ່ນັ້ນມາ,ຢູ່ໃຕ້ສະພາບຂັບຂັນອັນຕະລາຍຂອງບ້ານເມືອງ,ໂດຍມີບັນດາເສນາບໍດີ ແລະປະຊາລາດຊະດອນສະເໜີຄວາມຄິດຄວາມເຫັນ, ເຈົ້າຊີເວ່ວາງກໍ່ເລີ່ມກຳກັບ ວຽກບ້ານການເມືອງ.ພະອົງຮຽກໂຮມບັນດາເສນາບໍດີໃນທົ່ວເມືອງ,ກວດສອບແລະ ຍ້ອງຍໍໃຫ້ລາງວັນແກ່ລາດຊະດອນຜູ່ທີ່ອອກແຮງພັດທະນາການຜະລິດ,ລົງໂທດຜູ່ທີ ນຳໜ້າທຳລາຍການຜະລິດແລະພັກພວກຂອງເຂົາຢ່າງເຂັ້ມງວດ.ພະອົງຍັງໄດ້ແຕ່ງ ຕັ້ງຜູ່ມີປີຊາສາມາດເປັນມະຫາເສນາບໍດີ,ໃຫ້ນັກການທະຫານທີ່ລືຊື່ຝຶກອົບຮົມທະ ຫານ.ບາດແລ້ວ,ເຈົ້າຊີເວ່ວາງກໍ່ສົ່ງທະຫານໄປຕີກອງທະຫານເມືອງໃກ້ຄຽງທີ່ເຂົ້າ ຮຸກຮານນັ້ນໃຫ້ປະລາໄຊໄປ.ເມືອງໃກ້ຄຽງເຫຼ່ົານັ້ນກໍ່ພາກັນຕື່ນຕົກໃຈນຳການປ່ຽນ ແປງຂອງເມືອງຊີ,ມີບາງເມືອງກໍ່ຟ້າວສົ່ງດິນແດນທີ່ຕົນຍຶດເອົານັ້ນຄືນໃຫ້ເມືອງຊີ.
ເມື່ອໄດ້ທຳການປະຕິຮູບເຫຼົ່ານີ້,ເຈົ້າຊີເວ່ວາງກໍ່ໄດ້ຫັນປ່ຽນສະຖານະການທຸກຈົນຂອງ ເມືອງຊີ,ໃຫ້ກາຍເປັນເມືອງຈະເລີນເຂັ້ມແຂງເປັນກ້າວໆ.
ພາຍຫຼັງມາ,ຄົນທັງຫຼາຍໄດ້ເອົາຄຳສຸພາສິດທີ່ວ່າ,ຢີ້ມີງຈິ່ງເຢີນ ຮ້ອງບາດໜ່ຶງກໍ່ເຮັດ ໃຫ້ຄົນຕື່ນຕົກໃຈມາປຽບທຽບຜູ່ທີ່ໃນຍາມທຳມະດາບໍ່ໄດ້ເຮັດເຫັນເລື່ອງພິເລິກພິລ້ຳ ຫຍັງ,ແຕ່ພັດໄດ້ສ້າງຜົນງານອັນດີເລີດໃນບາດດຽວ.
|