ເພງຂ້າທາດກະສິກຳທີ່ໄດ້ຮັບການປົດປ່ອຍແລ້ວແມ່ນເພງປະກອບຮູບເງົາບັນທຶກເລື່ອງ ນ່ຶງຂອງຈີນ,ໄດ້ສະແດງຄວາມບຸນຄຸນທີ່ເຫຼືອຄັນນະນາຂອງພ່ີນ້ອງເຜ່ົາຕິເບດທີ່ໄດ້ຮັບ ການປົດປ່ອຍຈາກການກົດຂ່ີຂູດຮີດຢ່າງໂຫດຫ້ຽມຂອງລະບອບຂ້າທາດກະສິກອນທີ່ ມີຕໍ່ພັກກອມມູນນິດຈີນແລະທ່ານປະທານຫມາວເຈີຕົງ.ເພງນີ້ດັງຫອງ ຫ່ຼຽນໄຫຼເຕັມ ໄປດ້ວຍກ່ິນອາຍຂອງເພງພື້ນເມືອງເຜ່ົາຕິເບດ.ເມື່ອຂັບຮ້ອງໂດຍນາງໄຊດັນໂຈວມາ ນັກຮ້ອງເພງເຜ່ົາຕິເບດແລ້ວ,ກໍ່ແຜ່ຂະຫຍາຍໄປສູ່ທ່ົວປະເທດຈີນຢ່າງວ່ອງໄວ,ກາຍ ເປັນເພງສະຫງວນຂອງງານດົນຕີ,ເພື່ອນຕ່າງປະເທດບໍ່ຫນ້ອຍກໍ່ຄຸ້ນຫູ.
ຄືຈະແມ່ນຍ້ອນນາງໄຊດັນໂຈວມາເອງກໍເຄີຍຜ່ານຜ່າຂະບວນການຈາກຂ້າທາດກະ ສິກຳກາຍເປັນເຈົ້າພາບ,ເມື່ອນາງຂັບຮ້ອງເພງນີ້ຈ່ິງມີອາລົມຈິດອັນແທ້ຈິງແລະຈັບ ອົກຈັບໃຈຄົນ.
ປີ 1937 ,ທ່ານນາງໄຊດັນໂຈວມາເກີດຢູ່ໃນຄອບຄົວຂ້າທາດກະສິກຳຢູ່ແຄມແມ່ນ້ຳ ຢາລູຈາບູ ໄຊດັນ ຫມາຍຄວາມວ່າມີອາຍຸຫມັ້ນຍືນ,ແລະໂຈວມາຫມາຍຄວາມວ່າ ນາງເທວະດາ,ແຕ່ວ່າ,ຊື່ງາມມ່ວນດ່ັງກ່າວນີ້ກໍ່ບໍ່ສາມາດປ່ຽນແປງໂຊກຊາຕະກຳອັນ ທຸກຍາກລຳບາກຂອງເພ່ີນໃນຍາມຍັງເດັກ.ເວລາອາຍຸ 6,7 ຂວບ,ທ່ານນາງໄຊດັນ ໂຈວມາ ກໍເລ່ີມເຮັດວຽກໄຮ່ການນາ,ຕ້ອນງົວຄວາຍໄປໄຮ່ໄປນາພ້ອມກັບຄົນໃນ ຄອບຄົວ.
ພາຍຫລັງເຂດຕິເບດໄດ້ຮັບການປົດປ່ອຍໂດຍສັນຕິໃນປີ 1951 ແລ້ວ, ນາງໄຊດັນ ໂຈວມາໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຊະນິດຕ່າງໆຢ່າງຕັ້ງຫນ້າ,ຕັ້ງ ແຕ່ຄາວຍັງນ້ອຍ,ພໍ່ຂອງນາງທີ່ຮ້ອງງິ້ວຕິເບດເປັນແລະແມ່ທີ່ຮ້ອງເພງພື້ນເມືອງເປັນ ນັ້ນກໍສອນນາງຮ້ອງເພງຮ້ອງງິ້ວ,ເມື່ອຮອດ 6,7 ຂວບ,ນາງກໍ່ຮ້ອງເພງເປັນຈຳນວນ ນ່ຶງແລ້ວ,ແລະຮັບຄວາມນິຍົມຊົມຊອບຂອງຄົນທັງຫຼາຍ ດ້ວຍສຽງເພງທີ່ດັງຫອງ ແລະໄພເລາະມ່ວນຫູ.
ປີ 1956 ,ທ່ານນາງໄຊດັນໂຈວມາໄດ້ເຂົ້າຮ່ວມຄະນະສິນລະປະກອນທ້ອງຖ່ິນຢ່າງ ເປັນທາງການ,ຈາກນັ້ນເຄ່ິງປີ,ຄ້ອມພໍດີສະຖາບັນດົນຕີຊຽງໄຮ່ມາຮັບສະຫມັກນັກສຶກ ສາ,ທ່ານນາງໄຊດັນໂຈວມາ ກໍ່ກາຍເປັນນັກສຶກສາຂອງສະຖາບັນດົນຕີດ່ັງກ່າວຢ່າງ ເປັນຈ່ັງບຸນ,ໃນສະຖາບັນດົນຕີຊຽງໄຮ້,ຜ່ານການຝຶກແອບຢ່າງທໍລະຫົດອົດທົນເປັນ ເວລາດົນນານ,ນາງໄຊດັນໂຈວມາໄດ້ຫັດເປັນສຽງຄໍອ່ອນຊ້ອຍອ້ອຍອ່ິນ,ດັງຫອງ ແລະເຕັມໄປດ້ວຍກ່ິນອາຍຂອງເຜ່ົາຕິເບດ,ແຕ່ນັ້ນມາ,ນາງໄຊດັນໂຈວມາຈ່ິງກ້າວ ເຂົ້າໃນຫໍສິນລະປະທີ່ສະຫງ່າລາສີຢ່າງແທ້ຈິງ.
ໃນ 40 ກວ່າປີຈາກນັ້ນມາ,ນາງໄຊດັນໂຈວມາໄດ້ໄປຮອດທຸກແຫ່ງຫົນຂອງພູພຽງ ຊິງໄຮຕິເບດ,ສຽງເພງອັນໄພເລາະມ່ວນຫູຂອງນາງກໍ່ດັງໄປສູ່ທ່ົວປະເທດຈີນແລະ ທ່ົວໂລກ.ແຕ່ຊຸມປີ 60 ສັດຕະວັດແລ້ວນີ້ມາຮອດປະຈຸບັນ,ນາງໄຊດັນໂຈວມາເຄີຍ ເດີນທາງໄປຢ້ຽມຢາມສະແດງຢູ່ 30ກວ່າປະເທດແລະເຂດແຄວ້ນຢ່າງເປັນລຳດັບ, ກາຍເປັນຜູ່ຕາງຫນ້າທີ່ດີເລີດຂອງແມ່ຍິງເຂດຕິເບດຂອງປະເທດຈີນໃຫມ່,ຍັງໄດ້ ຮັບເລືອກຕັ້ງເປັນສະມາຊິກສະພາປຶກສາການເມືອງແຫ່ງຊາດຈີນຢ່າງມີກຽດ.
ກ່ຽວກັບເລື່ອງນີ້,ທ່ານນາງໄຊດັນໂຈວມາ ຮູ້ສຶກມີກຽດແລະປະຕິຍິນດີທີ່ສຸດ, ໃນ ຖານເປັນສະມາຊິກສະພາປຶກສາການເມືອງ,ຂ້າພະເຈົ້ານັບມື້ນັບຮູ້ສຶກເຖິງຄວາມ ເອົາໃຈໃສ່ຕໍ່ພວກເຮົາຂອງລັດ,ຢູ່ໃນສະພາປຶກສາການເມືອງ,ພວກເຮົາສາມາດວາງ ຂ້ໍສະເຫນີແລະປະກອບຄວາມຄິດຄວາມເຫັນຂອງຕົນໃຫ້ແກ່ການສ້າງສາປະເທດ, ທັງນີ້ໄດ້ສ່ອງແສງໃຫ້ເຫັນເຖິງບັນຍາກາດປະຊາທິປະໄຕການຮ່ວມມືຫຼາຍພັກແລະ ຈິດໃຈປຶກສາຫາລືທາງການເມືອງຂອງປະເທດພວກເຮົາຢ່າງເຕັມທີ່.
ນາງໄຊດັນໂຈວມາບອກໃຫ້ພວກເຮົາຮູ້ວ່າ,ດຽວນີ້,ຄະນະສິນລະປະກອນຕິເບດໄປ ສະແດງຢູ່ຕ່າງປະເທດ,ມີອິດທິພົນຊື່ສຽງນັບມື້ນັບສູງຂຶ້ນ,ທັງນີ້ແມ່ນແຍກອອກຈາກ ການພັດທະນາຂອງຊາດບໍ່ໄດ້,ນາງຮູ້ສຶກພາກພູມໃຈຍ້ອນຕົນເປັນຄົນຈີນຜູ່ນ່ຶງ,ນາງ ເວົ້າວ່າ,ພາຍຫລັງໄດ້ຮັບການປົດປ່ອຍແລ້ວ,ເຂດຕິເບດໄດ້ເກີດມີການປ່ຽນແປງແບບ ປິ້ນຟ້າຂວ້ຳແຜ່ນດິນ,ໂດຍສະເພາະແມ່ນແຕ່ດຳເນີນການປະຕິຮູບແລະໄຂປະຕູສູ່ ພາຍນອກມານີ້,ພາລະກິດທຸກລາຍຄືການທ່ອງທ່ຽວເປັນຕົ້ນໄດ້ຂະຫຍາຍຕົວຢ່າງ ຟົດຟື້ນ.
ນາງໄຊດັນໂຈວມາໄດ້ຮ້ອງເພງສັນລະເສີນຊີວິດການເປັນຢູ່ອັນໃຫມ່ອ່ຽມຂອງປະ ຊາຊົນເຜ່ົາຕິເບດ,ກໍໄດ້ສ່ົງຕໍ່ມິດຕະພາບ,ເຮັດໃຫ້ເພື່ອນມິດພາຍໃນປະເທດແລະ ຕ່າງປະເທດມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ເຂດຕິເບດ ດິນແດນລຶກລັບແຫ່ງນີ້, ເພື່ອນມິດ ທັງຫຼາຍຂອງມາກາວໄດ້ສ້າງມູນນິທິສິນລະປະກຳ,ນາງໄຊດັນໂຈວມາໄປສະແດງຢູ່ ມາກາວທ່ານນາງໄຊດັນໂຈວມາໄດ້ປ່ຽນແປງຄວາມເຂົ້າໃຈຜິດຕໍ່ເຂດຕິເບດຂອງ ເພື່ອນມິດພົ້ນທະເລຈຳນວນຫຼວງຫຼາຍດ້ວຍສຽງເພງອັນໄພເລາະຂອງຕົນ.
ນາງໄຊດັນໂຈວມາຍຶດຫມັ້ນພັດທະນາສິນລະປະຂອງຊົນເຜ່ົາຕົນ,ແລະເຫັນວ່າ
ຖ້າວ່ານັກຮ້ອງເພງຊົນເຜ່ົາຫ່າງເຫີນຈາກດິນແດນບ້ານເກີດຂອງຕົນ,ຊີວິດສິນລະ ປະກໍ່ຈະບໍ່ຫມັ້ນຍືນ,ນາງຍັງຈື່ໄວ້ຢ່າງບໍ່ມີວັນລືມວ່າ,ໃນມື້ນ່ຶງຂອງປີ 1956 ,ທ່ານ ນາຍົກລັດຖະມົນຕີໂຈວເອີນໄລ ທີ່ເອົາໃຈໃສ່ແລະຮັກຫອມນາງມາໂດຍຕະຫຼອດ ນັ້ນເຄີຍເວົ້າຕໍ່ນາງວ່າ:ເຈົ້າເປັນນັກຮ້ອງເຜ່ົາຕິເບດ,ບໍ່ຄວນຫ່າງ ເຫີນຈາກຊົນເຜ່ົາ ຕົນ,ຖ້າບໍ່ດັງນັ້ນ,ສິນລະປະຂອງເຈົ້າກໍຈະບໍ່ມີພະລັງຊີວິດອັນຍືນຍົງ.ຄຳສ່ັງສອນທີ່ເຫັນ ກວ້າງມອງໄກຂອງນາຍົກລັດຖະມົນຕີໂຈວເອີນໄລໄດ້ກະ ຕຸ້ນໃຈ,ນາງໄຊດັນໂຈວມາ ຢ່າງເລິກເຊ່ິງ,ໃນປີທີ່ຮຽນຈົບຈາກມະຫາວິທະຍາໄລ, ນາງກໍ່ກັບຄືນບ້ານເກີດຂອງຕົນ ຢ່າງບໍ່ລ່ັງເລໃຈ,ກາຍເປັນນັກຮ້ອງເພງທຳມະດາຜູ່ນ່ຶງຂອງຄະນະສິນລະປະກອນເຂດ ຕິເບດ,ນາງໄປສະແດງໃຫ້ຊາວລ້ຽງສັດຢູ່ຊົນນະບົດເລື່ອຍໆ,ຮັກສາການພົວພັນຢ່າງ ສະເຫນີດແຫນ້ນກັບປະຊາຊົນຜູ່ອອກແຮງງານ,ດູດຮັບທາດບຳລຸງຈາກພື້ນເມືອງຢ່າງ ບໍ່ຢຸດຢັ້ງ.
ນາງໄຊດັນໂຈວມາເວົ້າວ່າ:ປະເທດພວກເຮົາມີ 56 ຊົນເຜ່ົາ,ແຕ່ລະຊົນເຜ່ົາລ້ວນແຕ່ ມີເອກະລັກພິເສດຂອງຕົນ,ກ່ອນອື່ນຕ້ອງຮັກສາວັດທະນະທຳ ສິນລະປະແລະຈຸດພິ ເສດຂອງເຜ່ົາຕົນ,ພ້ອມກັນນັ້ນ,ກໍ່ຕ້ອງອອກໄປຮ່ຳຮຽນເລື້ອຍໆ,ເຮັດແນວນີ້, ຊົນເຜ່ົາ ນ່ຶງຈ່ຶງສາມາດມີການຂະຫຍາຍຕົວແລະກ້າວຫນ້າ,ຂ້າພະເຈົ້າໄປສະແດງແລະໃຫ້ ສຳພາດຢູ່ປະເທດຕ່າງໆ,ສະເຫນີສິນລະປະວັດທະນະທຳຂອງເຂດຕິເບດ ດ້ວຍສຽງ ຂອງຕົນ,ໃນຖານເປັນສິນລະປ່ິນຜູ່ນ່ຶງ,ຂ້າພະເຈົ້າຮູ້ສຶກວ່າຕົນເອງແມ່ນສ່ົງຕໍ່ຄວາມ ສວຍງາມຂອງເຂດຕິເບດໃນຊູ່ມື້ນີ້ຕໍ່ທ່ົວໂລກດ້ວຍສຽງເພງຂອງຕົນ,ຢູ່ຈີນ,ຊົນເຜ່ົາ ບໍ່ວ່ານ້ອຍໃຫຍ່,ລ້ວນແຕ່ສະເຫມີພາບກັນ,ແຕ່ລະຊົນເຜ່ົາລ້ວນແຕ່ຄວນຮັກສາມໍລະ ດົກວັດທະນະທຳຂອງຕົນ,ສ່ົງເສີມວັດທະນະທຳແລະສິນລະປະຂອງເຜ່ົາຕົນໃຫ້ຈະ ເລີນຮຸ່ງເຮືອງຍ່ິງດີກວ່າເກ່ົາບົນພື້ນຖານທີ່ບໍ່ຫ່າງເຫີນຈາກສີສັນພິເສດຂອງເຜ່ົາຕົນ.
ໃນເວລາການສຳພາດໃກ້ຈະສິ້ນສຸດລົງ,ນາງໄຊດັນໂຈວມາ ອົດກັ້ນຄວາມຕື້ນຕັນ ໃຈຂອງຕົນບໍ່ໄດ້,ເລີຍຮ້ອງເພງພາສາຕິເບດສອງຄຳທີ່ຊື່ວ່າຂໍໃຫ້ພວກເຮົາຈ່ົງພົບ ກັນໃຫມ່.ນາງອະທິບາຍວ່າ,ເນື້ອເພງສອງປະໂຫຍກນີ້ັຫມາຍຄວາມວ່າຂໍໃຫ້ພວກ ເຮົາຈົງພົບກັນໃຫມ່,ບໍ່ພັດພາກຈາກກັນຈົນເທົ່ົາໃດໆ.ຄົນທັງຫຼາຍທີ່ຮັກແພງກັນ, ຂໍໃຫ້ພວກເຈົ້າຈ່ົງມີສຸກຂະພາບເຂັ້ມແຂງແລະມີອາວຸຫມັ້ນຂວັນຍືນ.
|