ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-20 15:56:11    
ປະຊາຄົມໂລກກ່າວປະນາມການເຄື່ອນ
ໄຫວຂອງກອງທະຫານອິດສະລະແອນ
ທີ່ຢູ່ກາຊາ

cri

ຕາມຂ່າວCRI:ວັນທີ 19 ພຶດສະພາ,ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຜ່ານ
ມະຕິ,ກ່າວປະນາມກອງທະຫານອິດສະລະແອນທີ່ໄດ້ໃຊ້ການເຄື່ອນໄຫວທາງການ
ທະຫານມ້າງເຮືອນຊາວປາເລັສຕີນຢູ່ແຖບກາຊາໃນຫວ່າງມໍ່ໆນີ້,ແລະຮຽກຮ້ອງໃຫ້
ຝ່າຍອິດສະລະແອນຢຸດຕິການເຄື່ອນໄຫວໃນທັນທີ.

ມື້ດຽວກັນ,ທ່ານພໍແວວ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາແລະທ່ານ
ເມັກເຄຼແລນ ໂຄສົກທຳນຽບຂາວອາເມລິກາຕ່າງໄດ້ຕິຕຽນການເຄື່ອນໄຫວຂອງກອງ
ທະຫານອິດສະລະແອນຢູ່ກາຊາ,ເຫັນວ່າການເຄື່ອນໄຫວດັ່ງກ່າວບໍ່ມີຜົນດີຕໍ່ສັນຕິພາບ
ແລະຄວາມປອດໄພຂອງພາກພື້ນແຫ່ງນີ້.

ມື້ດຽວກັນ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານໂຊລານາ ຜູ້ຕາງ
ໜ້າຊັ້ນສູງສະຫະພາບເອີລົບທີ່ຮັບຜິດຊອບນະໂຍບາຍການຕ່າງປະເທດແລະຄວາມ
ປອດໄພ ທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັສຕີນ ທ່ານຄູລາຍ
ນາຍົກລັດຖະມົນຕີປາເລັສຕີນແລະທ່ານຊາປາເຕໂຣ ນາຍົກລັດຖະມົນຕີແອັສປາຍ
ລ້ວນແຕ່ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການເຄື່ອນໄຫວຂອງກອງທະຫານອິດສະລະ
ແອນ.ຝລັ່ງແລະລັດເຊຍກໍສະແດງຄວາມວິຕົກກັງວົນຫຼາຍນຳການເຄື່ອນໄຫວຂອງ
ກອງທະຫານອິດສະລະແອນ.