ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-20 20:02:25    
ຜູ່ຊ່ຽວຊານສິດທິມະນຸດຈີນກ່າວວ່າ,ການ
ກະທຳທີ່ີທໍລະມານຊະເລີຍເສິກຂອງກອງ
ທະຫານອາເມລິກາແມ່ນການຖອຍຄືນ
ຫລັງຂອງອາລະຍະທຳມວນມະນຸດ

cri

ຕາມຂ່າຍ CRI:ໃນເວລາຕ້ອນຮັບການເຂົ້າສຳພາດຂອງນັກຂ່າວວິທະຍຸພວກເຮົາໃນ
ວັນທີ 20 ພຶດສະພາ,ຜູ່ຊ່ຽວຊານສິດທິມະນຸດຈີນຊີ້ອອກວ່າ,ການກະທຳຂອງກອງທະ
ຫານອາເມລິກາທ່ີທໍລະມານຊະເລີຍເສິກອີຣັກແມ່ນການຖອຍຄືນຫລັງຂອງອາລະຍະ
ທຳມວນມະນຸດ.

ທ່ານຫລິນໂປເສີງ ຮອງປະທານມູນນິທິພັດທະນາສິດທິມະນຸດຈີນເຫັນວ່າ,ການກະ
ທຳຂອງກອງທະຫານອາເມລິກາທ່ີທໍລະມານຊະເລີຍເສິກອີຣັກບໍ່ພຽງແຕ່ເຮັດໃຫ້ກຽດ
ສັກສີຂອງຄົນຖືກຢຽດຫຍາມເທ່ົານັ້ນ,ຫາກຍັງເປັນການໝ່ິນປະໝາດອາລະຍະທຳ
ຂອງມວນມະນຸດ.ທ່ານຊີ້ອອກວ່າ,ການກະທຳຂອງກອງທະຫານອາເມລິກາແມ່ນການ
ທ້າທາຍຕໍ່ກຽດສັກສີຂອງກົດໝາຍ,ໄດ້ລະເມີດວັດຖຸປະສົງແລະຫລັກການຂອງກົດບັດ
ສະຫະປະຊາຊາດພ້ອມດ້ວຍສົນທິສັນຍາສາກົນຫລາຍລາຍນອກນີ້,ທະຫານອາເມລິ
ກາຈຳນວນຫລວງຫລາຍເຂົ້າຮ່ວມເຫດການທໍລະມານຊະເລີຍເສິກກໍ່ສ່ອງແສງໃຫ້
ເຫັນຂໍ້ຂາດຕົກບົກພ່ອງອັນໜັກໜ່ວງຂອງອາເມລິກາໃນດ້ານການສຶກສາສິດທິມະນຸດ.