ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-21 10:18:40    
ທະຫານອາເມລິກາກວດຄົ້ນຫ້ອງການ
ແລະເຮືອນຢູ່ຂອງທ່ານຊາລາບີສະມາຊິກ
ຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວ
(ພາບ)

cri

      

(ວັນທີ20ພຶດສະພາ,ທະຫານອາເມລິກາປະຈຳອີລັກຈຳນວນໜຶ່ງລາດຕະເວນຢູ່ນອກ
ເຮືອນຢູ່ທີ່ແບກແດດຂອງທ່ານຊາລາບີ)

CRIລາຍງານວ່າ:ວັນທີ20ພຶດສະພາ,ທະຫານອາເມລິກາປະຈຳອີລັກແລະຕຳຫຼວດອີ
ລັກໄດ້ກວດຄົ້ນຫ້ອງການແລະເຮືອນຢູ່ທີ່ແບກແດດຂອງທ່ານຊາລາບີ ຜູ່ນຳສະພາ
ແຫ່ງຊາດອີລັກ ສະມາຊິກຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວຢ່າງກະທັນຫັນ.

ທ່ານຊາລາບີໄດ້ສະແດງຄວາມຄຽດແຄ້ນຕໍ່ການກະທຳຂອງທະຫານອາເມລິກາ,ໂດຍ
ກ່າວວ່າ,ການພົວພັນລະຫວ່າງທ່ານກັບເຈົ້າໜ້າທີ່ກອງທະຫານປະສົມຜູ່ຍຶດຄອງບໍ່ມີ
ຢູ່ແລ້ວ.ນອກນີ້,ສະມາຊິກອີກ3ຄົນຂອງຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວຂົ່ມຂູ່
ວ່າ,ຖ້າວ່າເຈົ້າໜ້າທີ່ກອງທະຫານປະສົມບໍ່ສະແດງຄວາມຂໍໂທດຕໍ່ການກະທຳໃນວັນ
ທີ20ພຶດສະພາ,ພາກເພິ່ນກໍ່ຈະລາອອກຈາກຕຳແໜ່ງ.

ທ່ານຊາລາບີເຄີຍຖືກຝ່າຍອາເມລິກາໂດຍສະເພາະແມ່ນທຳນຽບຫ້າແຈຖືເປັນຜູ່ສຳ
ຄັນກວ່າໝູ່ທີສາມາດຄອງອຳນາດຂອງອີລັກໃນອະນາຄົດ.ຫວ່າງມໍ່ໆນີ້,ທ່ານຕິຕຽນ
ຢ່າງເປີດເຜີຍວ່າອະທິປະໄຕທີ່ກອງທະຫານປະສົມຈະມອບໃຫ້ຊາວອີລັກນັ້ນບໍ່ຄົບ
ຖ້ວນ,ແລະຄັດຄ້ານກອງທະຫານອາເມລິກາຍັງສະຫງວນສິດບັນຊາກອງທະຫານຮັກ
ສາຄວາມປອດໄພອີລັກພາຍຫຼັງມອບອຳນາດແລ້ວ.