ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-21 16:59:36    
ບ້ານ​ເຮົາ​ມີ​ຄົນ​ຕ່າງ​ປະ​ເທດ​ມາ​ຢາມ

cri

ໃນຫວ່າງບໍ່ດົນນີ້,ຢູ່ເຮືອນທ່ານ ຮາວຊຽວກູ ທີ່ເຮັດວຽກຢູ່ປັກກ່ິງມີແຂກເຢຍລະມັນ
ຜູ້ນ່ຶງຊື່:ນາງຄາໂລລິນ ຮອຟມັນໄປຢາມ,ນາງໄດ້ຮ່ວມຊີວິດກັບຄົນໃນຄອບຄົວເພ່ິນ
ດ້ວຍຄວາມມ່ວນຊື່ນມາສາມອາທິດແລ້ວ, ຕອນເຊົ້າ, ພວກເພ່ີນກິນເຂົ້າເຊົ້ານຳກັນ,
ຕອນຄ່ຳ,ພວກເພ່ີນຕີດອກປີກໄກ່ໂອ້ລົມກັນແລະເບ່ິງໂທລະພາບນຳກັນ, ເມື່ອຮອດ
ທ້າຍສັບປະດາ,ພວກເພ່ີນກໍ່ຍັງໄປທ່ຽວສວນສັດນຳກັນ.

ເວົ້າສຳລັບນາງໂຕໂລລິນ ຄົນອາຍຸ 18 ປີແລ້ວ,ປະສົບການແນວນີ້ແມ່ນຜິດປົກກະ
ຕິບໍ່ຢອກ,ນາງແມ່ນມາຈາກເມືອງໂບຈຸມຂອງເຢຍລະມັນ,ເປັນນັກສຶກສາປີທີນ່ຶງຂອງ
ມະຫາວິທະຍາໄລຫລັງນ່ຶງ,  ການມາທ່ຽວປັກກ່ິງຂອງນາງເທື່ອນີ້ບໍ່ພຽງແຕ່ເຮັດໃຫ້
ນາງເຫັນປູຊະນິຍະສະຖານໃນນະຄອນປັກກ່ິງທໍ່ນັ້ນ, ຫາກຍັງອຳນວຍໂອກາດໃຫ້
ນາງເຂົ້າມາຢູ່ໃນຄອບຄົວຂອງຊາວຈີນແລະສຳຜັດກັບຊີວິດການເປັນຢູ່ຂອງຊາວຈີນ
ທຳມະດາອີກດ້ວຍ.

ດຽວນີ້ຈ່ິງຮູ້ວ່າຈີນແມ່ນປະເທດມະຫັດສະຈັນທີ່ສຸດ,ຕໍ່ໄປຖ້າຫາກມີໂອກາດ,ຂ້ອຍຍັງ
ຈະມາອີກ,ເຈົ້າຂອງເຮືອນຂ້ອຍດີຫຼາຍ,ຂ້ຍຮູ້ສຶກວ່າ,ພວກເພ່ີນມີໄມຕີຈິດມິດຕະພາບ
ຄືກັນກັບຊາວຈີນສ່ວນໃຫຍ່.

ໃນເວລາຂ້ອຍຍັງບໍ່ທັນມາປະເທດຈີນເທື່ອ,ນາງຄາໂລລິນ ກໍ່ມີແຕ່ຮູ້ປະເທດຈີນຈາກ
ການສະເຫນີຂອງສື່ມວນຊົນຕ່າງປະເທດທໍ່ນັ້ນ,ແຕ່ນາງເວົ້າວ່າ,ການເດີນທາງມາປະ
ເທດຈີນເທື່ອນີ້,ຄວາມຮັບຮູ້ຂອງນາງກໍ່ບໍ່ຄືເກ່ົາອີກແລ້ວ.

ສ່ວນເວົ້າສຳລັບຄົນໃນຄອບຄົວທ່ານຮາວຊຽວກູແລ້ວ, ການໃກ້ຊິດຕິດແທດກັບຊາວ
ຕ່າງປະເທດແນວນີ້,ກໍຍັງແມ່ນເທື່ອທຳອິດຕໍ່ການມາເຖິງຂອງນາງຄາໂລລິນເທື່ອນີ້,ຜູ້
ດີໃຈກວ່າຫມູ່ແມ່ນປ້າຈາງປາວເຈຍກໍ່ອາຍຸ 68 ປີແລ້ວ,ພໍໄດ້ຍິນວ່າເຮືອນລູກຊາຍ
ຈະມີແຂກເຢຍມັນມາພັກ,ເພ່ີນກໍເປັນຫ່ວງນຳລູກຊາຍວົນວຽກຫຼາຍຈະບໍ່ມີເວລາມາ
ເບ່ິງແຍງແຂກ,ຈາກນັ້ນ,ສອງຜົວເມຍເຖົ້າເພ່ີນຈ່ິງຟ້າວຈາກຕົວເມືອງພາກໃຕ້ຂອງຈີນ
ເດີນທາງມານະຄອນປັກກ່ິງ,  ເມື່ອເວົ້າເຖິງນາງຄາໂລລິນແລ້ວ,ປ້າຈາງປາວເຈຍກໍ
ຍ້ອງຍໍຢ່າງບໍ່ເຫືອດສົບເຫືອດປາກ.

ເພ່ີນເວົ້າວ່າ,ນາງສາວຜູ້ນີ້ຮູ້ຈັກຄວາມຫຼາຍ,ເປັນຄົນຫນ້າຮັກ,ມີນິິໄສມັກປາກມັກເວົ້າ,
ແລະມັກຜູ້ມັກຄົນ,ຕໍ່ຄົນກໍມີມາລະຍາດ,ພວກເຮົາຮັກແພງນາງທີ່ສຸດ,ເວົ້າແທ້,ເພ່ີນວ່າ
ຈະກັບປະເທດແລ້ວ,ເຮົາກໍຍັງຄຶດຮອດຄຶດເຖິງເພ່ີນທີ່ສຸດ.

ປ້າຈາງປາກພາສາອັງກິດບໍ່ເປັນ,ແຕ່ປ້າກໍຍັງສຳພັນແລກປ່ຽນກັບນາງຄາໂລລິນໄດ້ຢູ່,ການໃຊ້ວາດຍິ້ມແລະຍໍມືຖືແຂນກໍແມ່ນວິທີແລກປ່ຽນອາລົມຄວາມຄຶດຂອງພວກເພ່ີນ,
ຫຼືລາງເທື່ອປ້າກໍຊີ້ໃສ່ເຄື່ອງຂອງແລ້ວ,ປາກພາສາຈີນກັບນາງຄາໂລລິນເລີຍໂລດກໍມີ,
ຕົວຢ່າງຄື:ເວລາກິນເຂົ້າເຊົ້າ,  ປ້າກໍ່ຊີ້ໃສ່ຂອງກິນຢູ່ເທິງໂຕະແລ້ວປາກພາສາຈີນນຳ
ນາງໂລດວ່າອັນນີ້ແມ່ນເຂົ້າຈ່ີ,  ອັນນັ້ນແມ່ນເຂົ້າຫນົມຈືນ,ເວລາຈະອອກເຮືອນໄປ,
ນາງຄາໂລລິນເວົ້າວ່າບາຍໆ!ປ້າກໍ່ເວົ້າວ່າຈ້າຍຈ້ຽນ!

ປ້າຈາງປາວເຈຍເວົ້າວ່າ,  ຂໍຂອບໃຈນຳສາຂາສະມາຄົມແລກປ່ຽນນັກສຶກສາລະ
ຫວ່າງຊາດໄດ້ສ້າງໂອກາດໃຫ້ພວກເພ່ີນຮູ້ຈັກກັນກັບນາງຄາໂລລິນສາວເຢຍລະມັນ
ຜູ້ນີ້.

ທີ່ຈິງແລ້ວ,ຢູ່ປັກກ່ິງ,ຍັງມີອີກ16 ຄອບຄົວຮັບຕ້ອນແຂກເຢຍລະມັນ,ນາງຊີວ ວີສະ ວະກອນທີ່ເຮັດວຽກງານຢູ່ວິສາຫະກິດທຶນຕ່າງປະເທດເວົ້າວ່າ,ໃນຊູ່ມື້ນີ້, ຊາວຈີນ
ແມ່ນຫວັງຢາກຊອກຮູ້ໂລກພາຍນອກຫຼາຍກວ່າເກ່ົາ,ແຕ່ວ່າໂອກາດອອກໄປຕ່າງ
ປະເທດນັ້ນຍັງບໍ່ມີຫຼາຍປານໃດ,ເທື່ອນີ້,ໄດ້ຢູ່ເຫັນຫນ້າເຫັນຕາກັນກັບຊາວຕ່າງປະ
ເທດ,ກໍນັບວ່າດີຫຼາຍແລ້ວ,ເຮືອນນາງຊິວໄດ້ຕ້ອນຮັບອ້າຍບ່າວຜູ້ນ່ຶງໂວນເກີຍັງເປັນ
ການກະຕຸກເຮັດໃຫ້ຄົນຫມົດຄອບຄົວພວກເພ່ີນນິຍົມກັນຮຽນພາສາອັງກິດຟົດຟື້ນຂຶ້ນ,
ນາງເວົ້າວ່າ,ໃນຍາມພວກເຮົາຮຽນພາສາອັງກິດຢູ່ໂຮງຮຽນ,ລ້ວນແຕ່ຮຽນພາສາອັງ
ກິດຢູ່ໃນປື້ມ,ທີ່ຈິງແລ້ວ,ຄຳເວົ້າທີ່ລົມກັນໃນຊີວິດການເປັນຢູ່ນັ້ນແມ່ນບໍ່ຮູ້ຫຼາຍປານໃດ,
ແຕ່ວ່າຜ່ານການແລກປ່ຽນກັນແນວນີ້,ຈ່ິງເຮັດໃຫ້ຂ້າພະເຈົ້າ, ຈົນຮອດລູກຂ້າພະເຈົ້າ
ເອງຍິນດີໃຊ້ພາສາອັງກິດເປັນພາຫະນະແນວນ່ຶງ,ໃນຊີວິດແລະຍິນດິີຄົບຫາສະມາຄົມ
ກັບເພື່ອນທຸກປະເພດເພື່ອຜັນຂະຫຍາຍຂອບເຂດທິວທັດຊີວິດການເປັນຢູ່ຂອງຕົນໃຫ້
ກວ້າງອອກ.

ນາງຊິວເວົ້າວ່າ,ໃນເວລານາງລົມກັບທ້າວໂວນເກີເປັນພາສາອັງກິດຢູ່ນັ້ນ, ລູກສາວ
ຂອງນາງທີ່ຫາກໍ່ເຂົ້າໂຮງຮຽນອະນຸບານກໍ່ຈົ່ມມຸບໆມັບໆຢູ່ທາງຂ້າງຄຶດຢາກລົມກັບ
ທ້າວໂວນເກີຄືກັນ,ປະຈຸບັນນີ້,ຄູໂຮງຮຽນອະນຸບານກໍຍ້ອງລູກສາວຂອງນາງວ່າ,ໃນ
ຍາມຮຽນພາສາອັງກິດນັ້ນກໍ່ເປັນເຈົ້າກີ້ເຈົ້າການອອກຄຳຄຶດຄຳເຫັນ,  ເປັນຄົນກ້າ
ປາກກ້າເວົ້າແລ້ວ,  ຮູບການແລກປ່ຽນໃນຊີວິດການເປັນຢູ່ຂອງຄອບຄົວສາມັນຊົນ
ແນວນີ້,ບໍ່ພຽງແຕ່ໄດ້ອຳນວຍຊ່ອງທາງອັນດີເພື່ອໃຫ້ສອງຝ່າຍຕ່າງເຂົ້າໃຈເຊ່ິງກັນ
ແລະກັນທໍ່ນັ້ນ,ຫາກຍັງເປັນການເຊື່ອມມິດຕະພາບອັນເລີກເຊ່ິງລະຫວ່າງເຈົ້າຂອງ
ຄອບຄົວກັບຊາວເຢຍລະມັນເຫຼ່ົານີ້ອີກດ້ວຍ,ໃນພິທີອຳລາຈາກກັນນັ້ນ,ມີຊາວເຢຍ
ລະມັນບໍ່ຫນ້ອຍພໍຄຶດຊວດວ່າຈະລາຈາກຄອບຄົວຊາວຈີນທີ່ພວກເຂົາເຈົ້າພັກຢູ່ນັ້ນ
ກໍຟາຍນ້ຳຕາເຕັມເບົ້າໂລດ.

ນາງຫລີຮວາ ຫົວຫນ້າສາຂາສະມາຄົມຈີນບໍ່ພຽງແຕ່ໄດ້ຕ້ອນຮັບແຂກເຢຍລະມັນທໍ່
ນັ້ນ,ຫາກຍັງເປັນຜູ້ຮັບຜິດຊອບການເຄື່ອນໄຫວເທື່ອນີ້ນຳອີກ. ນາງຫລີຮວາເວົ້າວ່າ,
ກ່ອນຈະມາປະເທດຈີນ,ມີຊາວຕ່າງປະເທດຫຼາຍຄົນແມ່ນມີຄວາມເຂົ້າໃຈຜິດຢ່າງແຜ່
ຫຼາຍຕໍ່ປະເທດຈີນ,ເຄີຍມີຊາວອາເມລິກາຜູ້ນ່ຶງຖາມນາງວ່າ,ຢູ່ປະເທດຈີນຍັງມີຫຼາຍ
ຄົນຈ່ົງຜົມເປຍແມ່ນບໍ່?

ນາງຫລີຮວາເວົ້າວ່າ,ເຊີນຊາວຕ່າງປະເທດມາພັກໃນເຮືອນເຈົ້າຂອງແລກປ່ຽນຄວາມ
ເຫັນຢູ່ຫນ້າຕໍ່ຫນ້າກັນແນວນີ້,ຈ່ິງຈະເຮັດໃຫ້ເຂົາເຈົ້າຮູ້ຈັກຊີວິດການເປັນຢູ່ຂອງຊາວ
ຈີນນັ້ນເປັນແນວໃດແທ້,ຄວາມຄຶດຕົວຈິງຂອງຊາວຈີນນັ້ນແມ່ນແນວໃດ,ຈາກນັ້ນຈ່ິງ
ຈະຮູ້ປະເທດຈີນຕົວຈິງນັ້ນແມ່ນແນວໃດ,ນາງຫລີຮວາເວົ້າວ່າ,ເມື່ອຜ່ານການເຄື່ອນ
ໄຫວຮັບຕ້ອນແຂກຕ່າງປະເທດແລະໂອ້ລົມກັບແຂກເຢຍລະມັນແລ້ວຈ່ິງເຮັດໃຫ້ເຂົາ
ເຈົ້າມີຄວາມສຳນຶກຮູ້ວ່າວັດທະນະທຳຂອງຈີນນັ້ນແມ່ນແນວໃດແທ້, ໂດຍຜ່ານການ
ສົມທຽບແລ້ວ,ພວກແຂກຈ່ິງຈະຮູ້ວ່າວັດທະນະທຳຈີນມີຫຍັງແດ່ພິເສດ, ພວກເຮົາ
ເຫັນວ່າທັງຫມົດເຫຼ່ົານີ້ລ້ວນແຕ່ເປັນເລືອງປົກກະຕິ,ແລະເປັນເລື່ອທຳມະດາທັງນັ້ນ,ແຕ່ວ່າໃນສາຍຕາຂອງຊາວຕ່າງປະເທດອາດຈະແມ່ນສ່ິງທີ່ບໍ່ຄືກັນກໍເປັນໄດ້.

ຕາມສະເຫນີໃຫ້ຮູ້ວ່າ,ສາຂາສະມາຄົມແລກປ່ຽນນັກສຶກສາສາກົນບໍ່ແມ່ນໄດ້ຈັດການ
ເຄື່ອນໄຫວແນວນີ້ເປັນເທື່ອທຳອິດ,ກ່ອນຫນ້ານີ້, ສະມາຄົມດ່ັງກ່າວກໍເຄີຍຈັດຕັ້ງນັກ
ສຶກສາອາເມລິກາ ຝຼ່ັງ   ສາທາລະນະລັດເກົາຫລີແລະຍ່ີປຸ່ນມາແລກປ່ຽນຮ່ຳຮຽນປະ
ເທດຈີນ,ແລະເປັນແຂກໃນຄອບຄົວຂອງຊາວຈີນມາແລ້ວ.