ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-24 13:23:20    
ເຄ່ືອງດ່ືມຮັກສາສຸກຂະພາບ 6 ຊະນິດທ່ີກອງປະຊຸມສາ
ກົນສະເໜີ

cri

ເຄ່ືອງດ່ືມຮັກສາສຸກຂະພາບ 6 ຊະນິດທ່ີກອງປະຊຸມສາກົນສະເໜີນັ້ນ ນ່ຶງແມ່ນຊາ
ຂຽວ,ສອງແມ່ນເຫຼົ້າແງແດງ,ສາມແມ່ນນ້ຳເຕົ້າຮູ້,ສີ່,ນົມສົ້ມ,ຫ້າ,ນ້ຳ ແກງກະດູກ,ຫົກ,
ແກງເຫັດ.

ເປັນຫຍັງຊາຂຽວຈ່ຶງລຽງຢູ່ໃນລຳດັບທີນ່ຶງ?ເພາະວ່າ ໃນຊາຂຽວມີໂປລີເຟ ໂນນ,ໂປ
ລີເຟໂນນມີບົດບາດທ່ີຕ້ານມະເຮັງໄດ້,ແຕ່ຊາອ່ືນໆຄືຊາແດງແລະຊາ ຫອມເປັນຕົ້ນ
ພັດບໍ່ມີສ່ວນປະກອບຊະນິດນີ້. ຢູ່ຍີ່ປຸ່ນໄດ້ມີການສຳຫຼວດລາຍນ່ຶງ ບອກໃຫ້ຮູ້ວ່າ,ໃນ
ໝູ່ຄົນທີ່ອາຍຸ 40ປີຂຶ້ນໄປ ບໍ່ມີຜູ້ໃດທ່ີໃນຮ່າງກາຍບໍ່ມີຈຸລັງມະ ເຮັງ.ແຕ່ຖ້າທ່ານດ່ືມ
ຊາຂຽວມື້ລະ 4 ຈອກ,ຈຸລັງມະເຮັງກໍຈະບໍ່ແຕກແຍກ,ເຖິງຈະແຕກແຍກກໍຕ້ອງເລ່ືອນ
ເວລາ 9 ປີຂຶ້ນໄປ.

ນອກນີ້,ໃນຊາຂຽວຍັງມີທາດຟຼູອໍ,ສາມາດເຮັດໃຫ້ແກ້ວໝັ້ນແກ່ນ,ປົວແຂ້ວ ແມງແລະ
ແຂ້ວດ່າງ.ທຳມະດາແລ້ວ,3 ນາທີຫຼັງຈາກກິນເຂົ້າ,ກໍຈະມີຮາດ່າງເກີດ ຂຶ້ນ.ສະນັ້ນ,
ດ່ືມຊາຂຽວຫຼືໃຊ້ຊາຂຽວບ້ວນປາກຫຼັງກິນເຂົ້າ ຈະຮັກສາແຂ້ວໄດ້ດີທ່ີ ສຸດ.

ໃນຊາຂຽວຍັງມີສ່ວນປະກອບອີກຊະນິດນ່ຶງ,ສາມາດເຮັດໃຫ້ສາຍເລືອດໝັ້ນໜຽວ,ບໍ່
ແຕກງ່າຍ.ດ່ືມຊາຂຽວເລື້ອຍມີຜົນດີຫຼາຍສຳລັບປ້ອງກັນສາຍເລືອດສະໝອງແຕກ.

ດ່ືມຊາຂຽວມີຜົນດີຫຼາຍຢ່າງ,ສະນັ້ນຈ່ຶງຄວນດ່ືມໃຫ້ຫຼາຍ,ແຕ່ຢ່າດ່ືມກ່ອນ ນອນ,ເພ່ືອ
ປ້ອງກັນນອນບໍ່ຫຼັບ.

ໃນເຄ່ືອງດ່ືມຮັກສາສຸກຂະພາບ 6 ຊະນິດ,ຊະນິດທີ 2 ແມ່ນເຫຼົ້າອະງຸ່ນແດງ. ເພາະ
ວ່າ,ໃນເປືອກຂອງໝາກອະງຸ່ນແດງ ມີວັດຖຸຊະນິດນ່ຶງມີບົດບາດຕ້ານຄວາມ ສະລາ,
ເຮັດໃຫ້ຄົນບໍ່ເຖົ້າງ່າຍ. ຖັດມາ,ມັນຍັງເປັນຢາຕ້ານອັອກສິດ,ສະນັ້ນ,ຜູ້ທ່ີ ດ່ືມເຫຼົ້າອະ
ງຸ່ນແດງເລື້ອຍໆນັ້ນໜ້ອຍທ່ີສຸດທ່ີຈະເປັນໂລກຫົວໃຈ.

ເຫຼ່ົາອະງຸ່ນແດງຍັງມີບົດບາດລົດຄວາມດັນເລືອດ,ລົດໄຂມັນໃນເລືອດແລະປ້ອງກັນ
ບໍ່ໃຫ້ຫົວໃຈເຊົາເຕັ້ນກະທັນຫັນ.ຜູ້ທ່ີເປັນໂລກຫົວໃຈ ມີເລືອດດັນສູງແລະ ມີໄຂມັນ
ເລືອດສູງ ຫົວໃຈອາດຈະເຊົາເຕັ້ນກະທັນຫັນ,ກິນອາຫານທ່ີເປັນກ້ອນ ໃຫຍ່ເກີນໄປ
ແຂງເກີນໄປ ໜຽວເກີນໄປຫຼືຮ້ອນເກີນໄປກໍອາດຈະພາໃຫ້ຫົວໃຈ ເຊົາເຕັ້ນກະທັນ
ຫັນ.ສະນັ້ນ,ຄົນປະເພດນີ້ຄວນດ່ືມເຫຼົ້າອະງຸ່ນແດງເລື້ອຍໆ.

ທຳມະດາແລ້ວ ດ່ືມເຫຼົ້າກໍຕ້ອງມີຈຳກັດ.ອົງການອະນາໄມໂລກສະເໜີອອກ ວ່າ,ດ່ືມ
ເຫຼົ້າແວງມື້ນ່ຶງບໍ່ຄວນເກີນ 50 ຮອດ 100 ເຊເຊ.ວ່າແຕ່ບໍ່ເກີນປະລິມານນີ້ກໍ ໄດ້ແລ້ວ.
ຜູ້ທ່ີດ່ືມເຫຼົ້າບໍ່ໄດ້ເຮັດຈ່ັງໃດ? ຜູ້ທ່ີດ່ືມເຫຼົ້າບໍ່ໄດ້ກໍໃຫ້ກິນອະງຸ່ນສົດບໍ່ໄດ້, ແຕ່ຕ້ອງກິນ
ໝາກອະງຸ່ນແດງ,ເພາະວ່າ,ໃນໝາກອະງຸ່ນຂາວບໍ່ມີວັດຖຸທ່ີເຮັດໃຫ້ ສາຍເລືອດໝັ້ນ
ດ່ັງທ່ີວ່າມານັ້ນ,ພ້ອມກັນນັ້ນ,ກິນອະງຸ່ນແດງຍັງຕ້ອງກິນທັງເປືອກຂອງມັນ.

ນ້ຳເຕົ້າຮູ້ກໍແມ່ນເຄ່ືອງດ່ືມຊະນິດນ່ຶງທ່ີຮັກສາສຸກຂະພາບ,ໝາກຖ່ົວເຫຼືອງທ່ີ ສຳລັບ
ເຮັດນ້ຳເຕົ້າຮູ້ມີທາດບຳລຸງຫຼາຍ,ໃນໝາກຖ່ົວເຫຼືອງ ຢ່າງໜ້ອຍມີວັດຖຸປ້ອງ ກັນມະ
ເຮັງ 5 ຊະນິດ,ສາມາດປ້ອງກັນແລະປົວມະເຮັງຕ່ອມນົມ,ມະເຮັງໄສ້ສຸດ ແລະມະ
ເຮັງໄສ້ໃຫຍ່,ໃນນ້ຳເຕົ້າຮູ້ມີທາດຫວານໂອລີກົສ,ຊ່ຶງຮ່າຍກາຍຂອງຄົນຮັບເອົາໄດ້
100%,ໃນນ້ຳເຕົ້າຮູ້ຍັງມີທາດແຮ່ຫຼາຍຢ່າງ ເຊັ່ນກາລີ ການຊຽມ ມາເຢ ແລະອ່ືນໆ
ອຸດົມສົມບູນ,ຜູ້ທ່ີລື້ງກິນນ້ຳນົມງົວສູ່ມື້ນັ້ນ ຄວນດ່ືມນ້ຳເຕົ້າຮູ້ນຳຈັກນ່ອຍ ເພ່ືອປ້ອງກັນ
ມະເຮັງ.

ຖັດມາແມ່ນນົມສົ້ມ,ບົດບາດຂອງນົມສົ້ມແມ່ນຮັກສາຄວາມດຸນດ່ຽງຂອງຈຸ ລິນຊີ.ອັນທ່ີ
ວ່າຮັກສາຄວາມດຸນດ່ຽງກັນຂອງຈຸລິນຊີແມ່ນໝາຍຄວາມວ່າ,ຮັກສາ ໃຫ້ຈຸລິນຊີທ່ີມີ
ປະໂຫຍດເຕີບໂຕແລະດັບເຊື້ອພະຍາດທ່ີພາໃຫ້ເຈັບປ່ວຍ,ສະນັ້ນ,ດ່ືມນົມສົ້ມຈະເຮັດ
ໃຫ້ບໍ່ເປັນພະຍາດງ່າຍ.

ເຄ່ືອງດ່ືມຮັກສາສຸກຂະພາບສອງຢ່າງສຸດທ້າຍກໍແມ່ນແກງກະດູກແລະແກງເຫັດ.ສ່ົງ
ເສີມໃຫ້ກິນແກງກະດູກແມ່ນຍ້ອນວ່າໃນແກງກະດູກມີນ້ຳຢາງຊະນິດນ່ຶງ,ຈະພາໃຫ້ອາ
ຍຸຍືນ;ແລະແກງເຫັດຈະເຮັດໃຫ້ພູມຕ້ານທານພະຍາດແຂງແຮງກວ່າເກົ່າ.