ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-24 16:42:25    
ວັດທະນະທຳລະຄັງຂອງຈີນກ່ຽວກັບລະຄັງຢົງເລີ້

cri
ສຽງລະຄັງດັງກ້ອງໄປໄກໆທ່ີທ່ານໄດ້ຍິນຢູ່ນີ້ ແມ່ນສຽງລະຄັງຢົງເລີ້ໃນສະໄຫມຈີນບູ
ຮານ,ລະຄັງດ່ັງກ່າວແຂວນໄວ້ຢູ່ໃນວັດລະຄັງໃຫຍ່ທ່ີທິດຕາເວັນຕົກສຽງເຫນືອໃນນະ
ຄອນປັກກ່ິງ,ແມ່ນລະຄັງພຸດທະສາດສະຫນາຈີນທ່ີມີຢູ່ກ່ອນຫມູ່ໃນໂລກປະຈຸບັນ,ລະ
ຄັງຫນ່ວຍນີ້ມີເນື້ອໃນປະຫວັດສາດວັດທະນະທຳອຸດົມສົມບູນກວ່າຫມູ່ ສະຫຼັກຕົວ
ຫນັງສືຫຼາຍກວ່າຫມູ່ມີລັກສະນະພິເສດກ່ຽວກັບວິຊາສຽງອັນດັບຫນ່ຶງ ມີອົງປະກອບ
ພະລັງແບບວິທະຍາສາດແລະມີວິທີຫໍ່ຼອັນຍອດຢ້ຽມ,ລະຄັງໃຫຍ່ມີນ້ຳຫນັກ46ໂຕນ
ເຄ່ິງ,ສູງ 6 ແມັດ 75 ເສັ້ນຜ່າກາງຊັ້ນນອກ 3 ແມັດ 30.

ຕາມຂອບນອກຂອງລະຄັງໄດ້ສະຫຼັກເຕັມໄປແຕ່ຄຳເທດສະຫນາ,ມີຕົວຫນັງສືຈີນ
ກັບຕົວຫນັງສືສັນສະກິດ,ທ່ານເຕີ້ງເຕີສາຍ ຫົວຫນ້າພະແນກການສຶກສາສັງຄົມຂອງ
ຫໍພິພິດທະພັນລະຄັງບູຮານສະເຫນີໃຫ້ຮູ້ວ່າ:ຕາມຂອບນອກຂອງລະຄັງໃຫຍ່ໄດ້ສະ
ຫຼັກເຕັມໄປແຕ່ຕົວຫນັງສືຕັ້ງ 2 ແສນ 3 ຫມ່ືນກວ່າໂຕ,ຫນັງສືທ່ີຄົນທັງຫຼາຍຫຼຽວ
ເຫັນຢູ່ນີ້ແມ່ນຢູ່ທາງນອກທໍ່ນັ້ນ,ຢູ່ກາງໃນລະຄັງກໍຍັງສະຫຼັກເຕັມໄປແຕ່ຕົວຫນັງສືຖ່ີໆ
ກັນແຕ່ເປັນລະບຽບຮຽບຮ້ອຍດີ,ລວມທັງຫມົດມີ 2 ແສນ 3 ຫມ່ືນກວ່າໂຕ,ສະນັ້ນເພ່ິນ
ຈ່ຶງເອີ້ນເປັນເຈົ້າລະຄັງຫຼວງຂອງໂລກ.

ລະຄັງໃຫຍ່ຢົງເລີ້ມີລັກສະນະພິເສດກ່ຽວກັບວິຊາສຽງອັນດັບຫນ່ຶງ,ໃນເວລາໄປສຳ
ພາດພວກເຮົາໄດ້ພໍ້ທ່ານຈ່າງຊຽງສຽວພະນັກງານບຳນານຂອງກົມອະນຸລັກສ່ິງແວດ
ລ້ອມນະຄອນ ປັກກ່ິງຢູ່ກາງເດ່ີນຫໍພິພິດທະພັນລະຄັງບູຮານ ເພ່ິນແມ່ນໄທເມືອງຢູ່
ມໍ່ຫໍພິພິດທະພັນ,ເພ່ິນເວົ້າວ່າ:ລະຄັງໃຫຍ່ຢົງເລີ້ແມ່ນມີຊ່ືລືນາມໃນດ້ານວິທະຍາສາດ
ເຕັກນິກແລະເນື້ອໃນວັດທະນະທຳ.ສຽງຂອງລະຄັງໃຫຍ່ຫນ່ວຍນີ້ແມ່ນດັງມ່ວນຊວນ
ຟັງທ່ີສຸດ,ເມ່ືອເວົ້າໃນແງ່ວິຊາສຽງກໍຍອດຍ່ິງເຊັ່ນດຽວກັນ,ຜູ່ຊ່ຽວຊານວິຊາສຽງຫຼາຍ
ທ່ານເຫັນວ່າ ວິຊາຫໍຼ່ລະຄັງໃຫຍ່ຫນ່ວຍນີ້ແມ່ນສົມເຫດສົມຜົນທ່ີສຸດ,ທັງນີ້ພິເສດວ່າ
ກ່ອນຫນ້ານີ້ຫຼາຍຮ້ອຍປີລະດັບວິທະຍາສາດເຕັກນິກຂອງຈີນກໍໄດ້ບັນລຸເຖິງລະດັບ
ສູງສົມຄວນແລ້ວ.

ຄວາມຖ່ີສຽງສະເນືອນຂອງລະຄັງໃຫຍ່ແມ່ນມີກົດມີເກນດີ,ສຽງລະຄັງດັງມ່ວນຊວນ
ຟັງ.ດັງແຮງຂຶ້ນແລ້ວກໍຄ່ອຍໆຫຼຸດຫນ້ອຍລົງ,ສຽງຕ່ຳຂອງລະຄັງກໍ່ມີຫຼາຍຄວາມຖ່ີ
ເຊ່ິງສາມາດດັງເປັນສຽງຄ່ອຍໆຕັ້ງ 2 ຮອດ 3 ນາທີ,ເຖິງວ່າແມ່ນລະຄັງພຸດທະສາດ
ສະຫນາ ແຕ່ພັດມີສຽງມ່ວນຄືລະຄັງດົນຕີ,ລະຄັງໃຫຍ່ຢົງເລີ້ສາມາດສ່ົງສຽງດັງມ່ວນ
ຊວນຟັງແນວນີ້ ແມ່ນຍ້ອນວ່າລະຄັງມີບ່ອນຫນາບ່ອນບາງຕ່າງກັນ,ການປ່ຽນແປງ
ຂອງບ່ອນຫນາກໍມີກົດເກນຂອງມັນ,ທັງນີ້ແມ່ນສອດຄ່ອງກັບຫຼັກມູນວິຊາສຽງທັງນັ້ນ.

ທ່ານທອງຮູບສ່ີຫ່ຼຽມຍາວທ່ີຫ້ອຍລະຄັງຢູ່ທາງເທິງຍາວພຽງ 14,3 ເຊັນ,ກວ້າງ 6,6
ເຊັນ,ຄົນທັງຫຼາຍອາດຈະເປັນຫ່ວງວ່າທ່ອນທອງນ້ອຍໆນີ້ສາມາດທົນຕໍ່ລະຄັງທ່ີມີ
ນ້ຳຫນັກ 46 ໂຕນເຄິ່ງໄດ້ດົນປານໃດ? ຫຼັງຈາກນັກວິທະຍາສາດຄຳນວນເບ່ິງຄວາມ
ແຂງຂອງມັນແລ້ວເຫັນວ່າ,ຄວາມປອດໄພແມ່ນສູງສົມຄວນ.ທັງນີ້ສະແດງໃຫ້ເຫັນວ່າ
ບັນພະບູລຸດຂອງພວກເຮົາເມ່ືອ 500 ກວ່າປີກ່ອນກໍມີຄວາມຮູ້ອົງປະກອບພະລັງແບບ
ວິທະຍາສາດມາແລ້ວ.

ກຳມະວິທີຫໍຼ່ລະຄັງຢົງເລີ້ແມ່ນສູງບໍ່ຢອກ,ທ່ານເຕິ້ງເຕີສາເວົ້າວ່າ:ໃນສະໄຫມລາຊະ
ວົງມີງ ປະເທດຈີນພວກເຮົາບໍ່ພຽງແຕ່ໄດ້ມີຂະແຫນງການຕໍ່ເຮືອທ່ີມີຊ່ືສຽງທໍ່ນັ້ນ,ຂະ
ແຫນງການຫໍຼ່ຫຼອມທ່ີມີຊ່ືສຽງ ດ່ົງດັງໃນໂລກກໍ່ມີການພັດທະນາຫຼາຍ,ການຫໍຼ່ລະຄັງ
ໃຫຍ່ຫນ່ວຍນີ້ໄດ້ສ່ອງແສງໃຫ້ເຫັນວ່າ ໃນຕົ້ນສະໄຫມລາດຊະວົງມີງວິຊາຫຼ່ໍ່ຫຼອມ
ຂອງຈີນກໍ່ບັນລຸເຖິງໄລຍະຍອດສູງແລ້ວ.

ການຫໍຼ່ລະຄັງໃຫຍ່ຢົງເລີ້ແມ່ນໃຊ້ວິທີຂຸດຂຸດມເຮັດເບົ້າ,ແລະໃຊ້ວິທີຖອກນ້ຳທອງ
ແບບຝົນຕົກລິນ ເຮັດໃຫ້ນ້ຳທອງໄຫຼລົງເບົ້າຢ່າງສະຫມຳ່ສະເຫນີ,ເຮັດໃຫ້ຮູບລະ
ຄັງບໍ່ຖຶກທຳລາຍ,ແລະກ່ັນກາງບໍ່ໃຫ້ມີບ່ອນເປັນຕຸດຍ້ອນນ້ຳທອງໄຫຼບໍ່ເຂົ້າໄປຮອດ,ຫຼັງຈາກລະຄັງໃຫຍ່ຢົງເລີ້ຖືກໄດ້ເຄາະທ່ັງມາເປັນເວລາ 500 ກວ່າປີ ກໍບໍ່ປະກົດມີ
ສຽງຕ່າງໆແຊກເຂົ້າປົນຈັກເມັດນັ້ນຈ່ຶງເຫັນໄດ້ວ່າ ອົງປະກອບຕົ້ນຕໍຂອງລະຄັງ
ແມ່ນແຈບກັນດີທ່ີສຸດ.

ຖັດມາແມ່ນເຕັກນິກຫຼ່ໍລະຄັງແລ້ວເຮັດໃຫ້ມັນຢົງເລີ້ກໍ່ບໍ່ແມ່ນຂອງງ່າຍ,ເພາະວ່າທອງ
ສຳລິດໃນເວລາຫຼ່ໍແລ້ວໃຫ້ມັນຢົງເລີ້ແມ່ນ ມັກແຕກທ່ີສຸດ,ສະນັ້ນການຂຸດຂຸດມເຮັດ
ເບົ້າຫໍ່ຼທອງ,ຈ່ຶງບໍ່ຕ່າງຫຍັງກັບລະບົບປັບອຸນຫະພູມດ້ວຍຄອມພີວເຕີທຳມະຊາດໃນ
ປະຈຸບັນ,ການຫໍຼ່ລະຄັງໃຫຍ່ຢົງເລີ້ສຳເລັດນັ້ນ,ເປັນການປະກອບສ່ວນສຳຄັນແລະບໍ່
ສູນເສົ້າຕະຫຼອດໄປຈົນເທ່ົາໃດໆຢູ່ໃນປະຫວັດຫຼໍ່ຫຼອມ,ຂະແຫນງການຫໍຼ່ຫຼອມແລະ
ວົງການວິທະຍາສາດຂອງຈີນກໍ່ຄືຂອງໂລກ.

ເພ່ືອເສີມຂະຫຍາຍວັດທະນະທຳດັ້ງເດີມຂອງປະຊາຊາດຈີນຕ່ືມອີກ,ເພ່ືອເພ່ີມທະວີ
ການສຶກສານ້ຳໃຈຮັກຊາດໃຫ້ແກ່ປວງ ປະຊາຊົນໂດຍສະເພາະແມ່ນຊາວຫນຸ່ມເຍົາ
ວະຊົນ,ຫຼັງຈາກໄດ້ຮັບການອະນຸມັດຈາກກຳແພງນະຄອນປັກກ່ິງ,ແລ້ວຈ່ຶງຈັດຫໍພິພິດ
ທະພັນລະຄັງບູຮານຄືວັດລະຄັງໃຫຍເປັນແຫຼ່ງສຶກສານ້ຳໃຈທ່ີຮັກຊາດໃຫ້ແກ່ຊາວ
ຫນຸ່ມເຍົາວະຊົນປັກກ່ິງງວດທຳອິດ,ສ່ົງເສີມໃຫ້ຊາວຫນຸ່ມເຍົາວະຊົນເຕີບໃຫຍ່ຂຶ້ນ
ຢ່າງຮອບດ້ານໃນດ້ານຄຸນສົມບັດສຶກສາ ປັນຍາສຶກສາແລະກາຍຍະສຶກສາ.

ທ່ານຈ່າງຊຽງສຽວເວົ້າວ່າ: ຂ້າພະເຈົ້າພາຫຼານນ້ອຍມາແຫ່ງນີ້ເລື້ອຍ,ແມ່ນຢາກໃຫ້
ຫຼານນ້ອຍໃຫຍ່ເປັນຄົນມາແລ້ວ,ຮູ້ຈັກວ່າແຫ່ງນີ້ມີລະຄັງໃຫຍ່ຫນ່ວຍຫນ່ຶງ,ເປັນສ່ິງ
ຍອດຢ້ຽມຂອງໂລກ,ຈາກນັ້ນ,ຫຼານກໍ່ຈະຮູ້ຮັກຊາກ,ແລະມີພາບພົດສີມົວໆຕໍ່ວັດທະ
ນະທຳຂອງປະເທດພວກເຮົາ,ແຫ່ງນີ້ແມ່ນແຫຼ່ງສຶກສານ້ຳໃຈຮັກຊາດທ່ີແຈບໃຈທ່ີສຸດ.

ພວກຫຼານນ້ອຍຂອງເພ່ີນແມ່ນແອບຢ່າງຢູ່ກາງເດ່ີນຫໍພິພິດທະພັນລະຄັງບູຮານ,ເພ່ິນ
ເວົ້າວ່າ,ຕໍ່ໄປເມືອຫນ້າ,ຊີວິດການເປັນຢູ່ຂອງຫຼານກໍອາດຈະເລ່ີມຈາກແຫ່ງນີ້.

ຜູ່ມາທັດສະນາຈອນແຫ່ງນີ້ ໃຜກໍ່ຮູ້ສຶກພາກພູມໃຈມູນມໍລະດົກຂອງຊາດດ່ັງກ່າວດ
ທ່ານຈ່າງຊຽງສຽວເວົ້າວ່າ:ໃນນາມເປັນຄົນຈີນຜູ່ຫນ່ຶງ,ລາງເທ່ືອເຮົາອອກໄປຕ່າງປະ
ເທດ ພໍເວົ້າເຖິງພວກເຮົາມີລະຄັງໃຫຍ່ຫນ່ວຍນີ້,ຈົນຮອດຊາວຕ່າງປະເທດຜູ່ໃດຮ
ູ້ສຶກວ່າ ຊາວຈີນຈ່ັງແມ່ນເກ່ັງແທ້,ສະນັ້ນ ວັດທະນະທຳຈີນຂ່ຶງບໍ່ແມ່ນນ້ຳເຕົ້າເປົ່າ.

ເພ່ິນເວົ້າວ່າ,ດຽວນີ້,ຊີວິດການເປັນຢູ່ຂອງພວກເຮົາໄດ້ມີລະດັບສູງຂຶ້ນແລ້ວ,ພວກ
ເຣົາໄດ້ຖ່າຍເອົາຮູບສາລາແລະຮູບລະຄັງໃຫຍ່,ສ່ົງເຂົ້າຄອບພິວເຕີ,ແລ້ວຊົມມໍລະດົກ
ວັດທະນະທຳທ່ີບັນພະບູລຸດພວກເຮົາຈ່ົງໄດ້ໄວ້ ໃຫ້ນັ້ນຢ່າງສົມອົກສົມໃຈ,ເພ່ືອສຳ
ຜັດເນື້ອໃນວັດທະນະທຳອັນອຸດົມສົມບູນ,ຜົນປະໂຫຍດດ້ານຈິດໃຈດ່ັງກ່າວແມ່ນບໍ່
ມີວັນສຸດສ້ຽງ.

ລະຄັງຂອງຈີນບໍ່ແມ່ນລະຄັງທ່ີມີຄວາມຫມາຍນຳໃຊ້ແບບງ່າຍຕາຍ,ແຕ່ຫາກແມ່ນ
ແນວຕຶດຊະນິດຫນ່ຶງ ວັດທະນະທຳຊະນິດຫນ່ຶງແລະສັນຍາລັກດ້ານຈິດໃຈຊະນິດ
ຫນ່ຶງ,ແກນກາງຂອງວັດທະນະທຳລະຄັງແມ່ນການສຶກສາ,ການສຶກສາທ່ີມີຫົວຂໍ້
ການສຶກສາຄຸນນະທາດ,ແມ່ນການບູຊາ ການບູຊາສິນທຳ ການບູຊາໃຈບູນແລະ
ການບູຊາຄວາມເປັນທຳ,ວັດທະນະທຳລະຄັງຂອງຈີນໄດ້ກາຍເປັນດ້ານຫນ່ຶງແຫ່ງ
ການກໍ່ສ້າງຄວາມເຊ່ືອ ຖືໃນສັງຄົມແລະການກໍ່ສ້າງອາລະຍະທຳທາງຈິດໃຈ.

ທ່ານເຕີ້ງເຕີສາຍເວົ້າວ່າ:ຄັນຮອດບຸນປີໃຫມ່ປີໃດ,ພວກເຮົາກໍຈະໄປເຄາະລະຄັງ
ໃຫຍ່ຫນ່ວຍນີ້,ຫນ່ຶງ,ແມ່ນຫ້ວງໃຫ້ມັນນຳເອົາໂຊກດີມາໃຫ້ຄົນທັງຫຼາຍ,ສອງແມ່ນ
ອວຍພອນໃຫ້ປະເທດເຮົາຈົ່ງກ້ານກຸ່ງ ຮຸ່ງເຮືອງແລະມ່ັງຄ່ັງເຂັ້ມແຂງ.

ຂໍອວຍພອນໃຫ້ເພ່່ືອນຜູ່ຟັງລາວໄດ້ຍິນສຽງລະຄັງນີຈ່ົງມີສຸກຂະພາບເຂັ້ມແຂງແລະ
ມີອາຍຸຍືນຍາວ ເມ່ືອໄດ້ຍິນສຽງລະຄັງ ຂໍໃຫ້ມີສີລິມຸງຄຸນ,ແລະມີໂຊກດິຕະຫຼອດ
ຊີວິດ