ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-24 22:16:44    
ລັດຖະມົນຕີກະຊວງຍຸດຕິທຳອິສລາ
ແອນຕິຕຽນກອງທະຫານອິສລາແອນທ່ີ
ທຳລາຍເຮືອນຊານຂອງຊາວປາເລັສ
ຕິນ

cri

CRI ລາຍງານວ່າ:ໃນກອງປະຊຸມປະຈຳຂອງຄະນະລັດຖະບານທ່ີໄຂຂຶ້ນໃນວັນທີ 23
ພຶດສະພາ ທ່ານໂຢເຊຟ ລາປິດ   ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະ
ຊວງຍຸດຕິທຳອິສລາແອນ ໄດ້ຕິຕຽນກອງທະຫານອິສລາແອນຢ່າງເຂັ້ມງວດທ່ີທຳ
ລາຍເຮືອນຊານຂອງຊາວປາເລັສຕິນຢູ່ສູນອົບພະຍົບລາຟາທ່ີກາຊາ.

ທ່ານລາປິດເວົ້າວ່າ,ການກະທຳຂອງກອງທະຫານອິສລາແອນຈະເຮັດໃຫ້ອິສລາແອນ
ເສຍຣູບໂສມຢູ່ໃນໂລກ,ຕ້ອງຢຸດຕິໃນທັນທີ.ຖ້າບໍ່ດ່ັງນັ້ນ ອິສລາແອນກໍຈະຕົກຢູ່ໃນສະ
ພາບໂດດດ່ຽວຢ່າງເຖິງຖອງຢູ່ໃນໂລກ.

ໃນມື້ດຽວກັນ ຊາວປາເລັສຕິນ3 ຄົນໄດ້ເສຍຊີວິດໃນເຫດການລົດຍົນລະເບີດທ່ີເກີດ
ຂຶ້ນຢູ່ເມືອງນາບຼູສ ຝ່ັງຕາເວັນຕົກແມ່ນ້ຳຈໍແດນ, ໃນນັ້ນລວມທັງສະມາຊິກຊັ້ນສູງ 2
ຄົນຂອງອົງການຮາມາສ.  ເຖິງວ່າເຈົ້າໜ້າທ່ີຝ່າຍທະຫານອິສລາແອນໄດ້ປະຕິເສດ
ເຫດການດ່ັງກ່າວກ່ຽວພັນເຖິງການເຄ່ືອນໄຫວທາງການທະຫານຂອງອິສລາແອນກໍ່
ຕາມ,ແຕ່ຕາມຜູ່ເຫັນກັບຕາຂອງຝ່າຍປາເລັສຕິນເວົ້າວ່າ,ກ່ອນເກີດການລະເບີດ,ຍົນ
ຈູ່ໂຈມF-16 ລຳໜ່ຶງຂອງທະຫານອິສລາແອນເຄີຍບິນເວີ່ນຢູ່ເທິງທ້ອງຟ້າບ່ອນເກີດ
ເຫດ.

ພະແນກສົງເຄາະຊາວອົບພະຍົບແລະກິດຈະການຂອງປາເລັສຕິນຕາເວັນອອກໃກ້
ຂອງສະຫະປະຊາຊາດອອກຖະແຫຼງການວ່າ, ວັນທີ 20 ພຶດສະພາ ກອງທະຫານ
ອາເມລິກາໄດ້ຫຼອນໂຈມຕີຫ້ອງການຂອງອົງການດ່ັງກ່າວທ່ີ່ເມືອງເຈນິນ ເມືອງປາ
ເລັສຕິນຢູ່ຝ່ັງຕາເວັນຕົກແມ່ນ້ຳຈໍແດນ,ແລະໄດ້ກັກຕົວຜູ່ກຳກັບວຽກງານຊັ້ນສູງຜູ່ໜ່ຶງ
ເປັນເວລາ 3 ຊ່ົວໂມງ.