ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-25 13:40:10    
ກອງປະຊຸມເວທີປາໄສວັດທະນະທຳສາກົນປັກກິ່ງປີ(ສຽງ)
2004ໄຂຂຶ້ນ

cri

                              

ໃນຖານເປັນເນື້ອໃນອັນສຳຄັນແຫ່ງການເຄື່ອນໄຫວມະໂຫລະສົບນັດພົບກັນຢູ່ປັກ
ກິ່ງຄັ້ງທີ4ທີ່ພວມຈັດຂຶ້ນ,ວັນທີ21ພຶດສະພາ,ກອງປະຊຸມເວທີປາໄສວັດທະນະທຳສາ
ກົນປັກກິ່ງປີ2004ໄດ້ຈັດຂຶ້ນຢູ່ພະລາຊາຕົ່ງຟ່າງ ເຊິ່ງເປັນສິ່ງກໍ່ສ້າງທີ່ມີລັກສະນະສັນ
ຍາລັກຂອງປັກກິ່ງ.ຫົວຂໍ້ຂອງກອງປະຊຸມແມ່ນຄວາມຫຼາກຫຼາຍຂອງວັດທະນະທຳ--
ຮຳ່ຮຽນເຊິ່ງກັນແລະກັນ,ພ້ອມກັນທຳຄວາມພະຍາຍາມ,ຜູ່ຮ່ວມປະຊຸມຫວັງໃຫ້ວັດທະ
ນະທຳທີ່ຕ່າງກັນເພີ່ມການສົນທະນາແລະການແລກປ່ຽນກັນ,ປະກອບສ່ວນເພື່ອສ້າງ
ໂລກທີ່ສວຍງາມກວ່າເກົ່າ.

ກອງປະຊຸມເວທີປາໄສຄັ້ງນີ້ເຊ່ິງມີຫົວຂໍ້ສຳຮອງທີ່ວ່າການສົນທະນາວັດທະນະທຳລະ
ຫວ່າງຈີນກັບເອີລົບ,ແມ່ນພາກສ່ວນໜຶ່ງແຫ່ງການແລກປ່ຽນວັດທະນະທຳລະຫວ່າງ
ຝ່າຍທາງການຈີນກັບເຢຍລະມັນ.ກອງປະຊຸມເວທີປາໄສລວມແບ່ງເປັນວາລະປະຊຸມ
ສາມຂໍ້ເຊັ່ນວັດທະນະທຳຈີນເອີລົບໃນສະໄໝໂລກາວິວັດ ບໍລິສັດຂ້າມຊາດກັບຄວາມ
ຫຼາກຫຼາຍ --ສະແຫວງຫາຄວາມສະໝຳ່ສະເໝີກັນດ້ານວັດທະນະທຳຢູ່ຈີນແລະເອີ
ລົບ ການຕ່າງປະເທດດ້ານວັດທະນະທຳ.ທ່ານຊຸ່ນເຈ່ຍເຈີ້ງ ລັດຖະມົນຕີກະຊວງວັດ
ທະນະທຳຈີນ ນັກປາດຈີນແລະຕ່າງປະເທດແລະຜູ່ອຳນວຍການຊັ້ນສູງຫຼາຍສິບຄົນ
ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສຄັ້ງນີ້.

ຫຼາຍປີມານີ້,ການໄປມາຫາສູ່ກັນລະຫວ່າງຈີນກັບເອີລົບໄດ້ເພີ່ມຫຼາຍຂຶ້ນຢ່າງເດັ່ນ
ຊັດ,ຕົ້ນເດືອນທັນວາປີ2003,ກອງປະຊຸມອາຊີເອີລົບຈັດຂຶ້ນຢູ່ທີ່ປັກກິ່ງ,ລັດຖະມົນຕີ
ກະຊວງວັດທະນະທຳທີ່ມາຈາກ26ປະເທດພາຄີຂອງກອງປະຊຸມອາຊີເອີລົບໄດ້ບັນ
ລຸຄວາມຮັບຮູ້ຄືກັນກ່ຽວກັບການໂຄລົບແລະຊຸກຍູ້ຄວາມຫຼາກຫຼາຍຂອງວັດທະນະ
ທຳແລະການສົນທະນາຂ້າມວັດທະນະທຳທີ່ຕ່າງກັນ.ທ່ານຜູທົ່ງ ຮອງເລຂາທິການ
ສະມາຄົມແລກປ່ຽນວັດທະນະທຳກັບຕ່າງປະເທດຂອງຈີນ ເຊິ່ງເປັນຝ່າຍໜ່ຶງໃນບັນ
ດາເຈົ້າພາບຂອງເວທີປາໄສຄັ້ງນີ້ເວົ້າວ່າ,ຄ້ອມພໍດີຢູ່ໃຕ້ເບື້ອງຫຼັງດັ່ງກ່າວ,ເວທີປາໄສ
ວັດທະນະທຳສາກົນປັກກິ່ງຈຶ່ງຈັດຂຶ້ນໄດ້.ທ່ານເວົ້າວ່າ,ໃຕ້ເບື້ອງຫຼັງຂອງເສດຖະກິດ
ໂລກາວິວັດ,ພວກຂ້າພະເຈົ້າບໍ່ອາດທີຈະບໍ່ຄິດເຖິງເຮັດແນວໃດຈຶ່ງເສີມຂະຫຍາຍທ່າ
ແຮງຂອງຕົນ,ຂຸດຄົ້ນຊັບພະຍາກອນຈາກມູນເຊື້ອວັດທະນະທຳແລະປະຫວັດສາດ
ຂອງຕົນ,ເຮັດໃຫ້ພວກຂ້າພະເຈົ້າຮັບມືກັບການທ້າທາຍຢ່າງມີກຳລັງກວ່າເກົ່າ.ດັ່ງນັ້ນ,
ບັນຫາຄວາມຫຼາກຫຼາຍດ້ານວັດທະນະທຳຈຶ່ງກຳເນີດເກີດຂຶ້ນ.

ທ່ານຜູທົ່ງເວົ້າວ່າ,ໃນຂະບວນວິວັດໂລກາວິວັດ,ຈີນກັບເອີລົບພວມນັບມື້ນັບເພີ່ມທະ
ວີຜົນສະທ້ອນເຊິ່ງກັນແລະກັນ,ໂດຍປະເຊີນໜ້າການໄປມາຫາສູ່ກັນດ້ານເສດຖະກິດ
ຢ່າງເນື່ອງນິດ,ການລົງເລິກດຳເນີນການສົນທະນາກັນລະຫວ່າງວັດທະນະທຳທີ່ຕ່າງ
ກັນກໍ່ຂາດເຂີນບໍ່ໄດ້.

ໃນຖານເປັນສື່ມວນຊົນໃຫຍ່ທີ່ມີຊື່ສຽງຂອງເອີລົບ,ກຸ່ມເບີເຕນສ໌ແມນເລີ່ມເຂົ້າສູ່ຈີນ
ເມື່ອປິ1995,ປະຈຸບັນນີ້,ສະມາຄົມແຟນປື້ມເບີເຕນສ໌ແມນທີ່ຂຶ້ນກັບກຸ່ມດັ່ງກ່າວມີສະ
ມາຊິກ1ລ້ານ5ແສນຄົນຢູ່ຈີນ.ຖັດມາ,ກຸ່ມດັ່ງກ່າວໄດ້ຕັ້ງໜ້າເຂົ້າໃນຂົງເຂດຕ່າງໆຂອງ
ຈີນ ເຊັ່ນການພິມຈຳໜ່າຍ ໃຫ້ຄຳປຶກສາ ການຄ້າເອເລັກໂຕຼນິກແລະການຖ່າຍທຳ
ໂທລະພາບເປັນຕົ້ນ.ທ່ານນາງລິສ ໂມນ ຜູ່ຮັບຜິດຊອບກຸ່ມດັ່ງກ່າວ ຮອງປະທານຄະ
ນະອຳນວຍການປະຕິບັດງານຂອງມູນນິຕິເບີເຕນສ໌ແມນເວົ້າວ່າ,ຮຳ່ຮຽນເຊ່ິງກັນແລະ
ກັນແລະພ້ອມກັນທຳຄວາມພະຍາຍາມແມ່ນຫົວຂໍ້ສຳຄັນຂອງເວທີປາໄສຄັ້ງນີ້,ຂ້າພະ
ເຈົ້າດີໃຈຫຼາຍທີ່ໄດ້ຈັດເວທີປາໄສຄັ້ງນີ້ກັບຜູ່ຮ່ວມງານຂອງຈີນ,ແລະດຳເນີນການຫາ
ລືກ່ຽວກັບບັນຫາທີ່ກ່ຽວຂ້ອງ.


1  2