ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-25 16:41:54    
ພະຍາຈ່ຽງທ້າຍກົ່ງຕຶກປາ

cri Author: zs
ຈີນມີສຸພາສິດຄຳໜຶ່ງວ່າ,ພະຍາຈ່ຽງທ້າຍກົ່ງຕຶກປາ ຫາກມີໂຕມາກິນເບັດ.ອຸບປະມາ
ຄອງຖ້າຜູ່ໃດຜູ່ໜຶ່ງຍິນຍອມມາຖືກແຮ້ວຂອງຕົນ.

ພະຍາຈ່ຽງທ້າຍກົ່ງແມ່ນຄົນແທ້ໃນປະຫວັດສາດ.ພະຍາແມ່ນເສນາອາມາດຜູ່ສະຫຼາດ
ໃນສະໄໝລາດຊະວົງໂຈ່ວຂອງຈີນເມື່ອ3000ກວ່າປີກ່ອນ.ແຕ່ວ່າກ່ອນໄດ້ຮັບແຕ່ງຕັ້ງ
ເປັນເຈົ້ານາຍຊັ້ນສູງ,ພະຍາຈ່ຽງທ້າຍກົ່ງອາໄສຢູ່ເມືອງເວ້ສຸຍທີ່ຫ່າງຈາກລາຊະທານີ
ບໍ່ໄກປານໃດ.

ພະຍາຈ່ຽງທ້າຍກົ່ງມີຄວາມສາມາດທີ່ສຸດ,ເພິ່ນກໍ່ຫວັງທີ່ສຸດຢາກໃຫ້ເຈົ້າຊີວິດສົນນຳ
ເພິ່ນ,ສ້າງຄຸນງາມຄວາມດີ.ແຕ່ວ່າຈະໃຊ້ວິທີໃດແດ່?ຄົນສະຫຼາດຈັ່ງແມ່ນຫົວແຫຼມ,
ພະຍາຈ່ຽງທ້າຍກົ່ງໄດ້ຄຶດໃຊ້ວິທີຕຶກປາ.

ຄັນເວົ້າເຖິງຕຶກປາ.ຄົນສ່ວນຫຼາຍຄົງຈະເປັນໝົດ,ແຕ່ວິທີຕຶກປາຂອງພະຍາຈ່ຽງທ້າຍ
ກົ່ງພັດຕ່າງໝູ່,ໃຜກໍ່ຄຶດບໍ່ອອກດອກ.

ປົກກະຕິແລ້ວ,ການຕຶກປາລ້ວນແຕ່ຕ້ອງໃຊ້ຄັນເບັດ,ແລະຕ້ອງມີເຫຍື່ອເກາະໃສ່,ແລ້ວ
ຢ່ອນລົງນ້ຳ,ລໍ້ເອົາປາມາກິນເບັດ.ແຕ່ເບັດຂອງທ່ານຈ່ຽງທ້າຍກົ່ງພັດຊື່ໆບໍ່ເປັນຂໍ,ແລະ
ກໍ່ບໍ່ສຽບເຫຍື່ອໃສ່,ທັງບໍ່ເອົາເບັດຈຸ່ມລົງນ້ຳ,ແຕ່ຫາກຢ່ອນໄວ້ສູງກວ່າໜ້ານ້ຳ.ທັງຕຶກ
ເບັດທັງພຶມພຳຢູ່ຜູ່ດຽວວ່າ,ປ່າເອີຍ,ໂຕໃດຢາກຕາຍ,ກໍ່ຮີບມາກິນເບັດກູເດີ້.

ມື້ໃດພະຍາຈ່ຽງທ້າຍກົ່ງກໍ່ມານັ່ງຕຶກປາແບບນີ້ຢູ່ແຄມຫ້ວຍ,ມີມື້ໜຶ່ງ,ມີພໍ່ນາຜູ່ໜຶ່ງທີ່ໄປ
ຫາຟື່ນຍ່າງລຽບມາຮອດແຄມຫ້ວຍ,ເຫັນພະຍາຈ່ຽງທ້າຍກົ່ງຕຶກປາແບບຍົກຄັນເບັດທີ່
ບໍ່ມີເຫຍື່ອຢູ່ເທິງໜ້ານ້ຳ,ເລີຍເວົ້າກັບເພິ່ນວ່າ,ລຸງເອີຍ,ຕຶກຫາຄືລຸງນີ້,ໝົດປີກໍ່ບໍ່ໄດ້ພໍໂຕ
ດອກ.

ພະຍາຈ່ຽງທ້າວກົ່ງທັງຍົກເບັດທັງເວົ້າກັບພໍ່ນາວ່າ,ເວົ້າຕາມຊື່ສາ,ຂ້ອຍບໍ່ແມ່ນເພື່ອຕຶກ
ປາດອກ,ແຕ່ຫາກແມ່ນເພື່ອຕຶກເອົາຖານະເປັນເຈົ້າເປັນນາຍ.

ດົນຕາມດົນ,ວິທີຕຶກປາແບບຕ່າງປະຫຼາດຂອງພະຍາຈ່ຽງທ້າຍກົ່ງກໍ່ເລີຍຊ່າລືໄປຮອດ
ຫູເຈົ້າຊີວິດ,ເມື່ອເຈົ້າຊີວິດຮູ້ແລ້ວ,ກໍ່ເລີຍແຕ່ງທະຫານຜູ່ໜຶ່ງມາເຊີນທ່ານເຂົ້າວັງ,ແຕ່
ພະຍາຈ່ຽງທ້າຍກົ່ງບໍ່ເອົາຫົວຊານຳທະຫານຜູ່ນີ້,ແລ້ວມີແຕ່ຕຶກປາແບບເພິ່ນເອງຢູ່ຈັ່ງ
ຊັ້ນ,ທັງເວົ້າ ພຶມພຳຢູ່ຜູ່ດຽວວ່າ,ຕຶກຈັ່ງໃດປາກໍ່ບໍ່ກິນເບັດ,ມີແຕ່ພວກກຸ້ງມາກວນຢູ່ຈັ່ງ
ຊັ້ນ.

ເມື່ອເຈົ້າຊີວິດໄດ້ຍິນທະຫານຂາບທູນ,ກໍ່ເລີຍແຕ່ງເຈົ້ານາຍຜູ່ໜ່ຶງໄປເຊີນເອົາພະຍາ
ຈ່ຽງທ້າຍກົ່ງມາ,ແຕ່ວ່າ,ພະຍາຈ່ຽງທ້າຍກົ່ງຍັງບໍ່ເອົາຫົວຊານຳເຈົ້ານາຍຜູ່ນັ້ນ,ທັງຈົ່ມ
ວ່າ,ຕຶກຈັ່ງໃດ,ປາໃຫຍ່ກໍ່ບໍ່ມາ,ມີແຕ່ປານ້ອຍມາກວນຢູ່ຈັ່ງຊັ້ນ.

ບັດນັ້ນ,ເຈົ້າຊີວິດຈຶ່ງຮູ້ແລ້ວວ່າ,ຄົນຕຶກປາຜູ່ນີ້ຈັ່ງໃດຕ້ອງແມ່ນຜູ່ເກ່ັງກ້າສາມາດ,ມີປັນ
ຍາລື່ນໝູ່ແທ້ໆ,ພະອົງເຮົາຕ້ອງໄປເຊີນເອງຈຶງຄ່ອຍຖືກ.ບັດນັ້ນ,ເຈົ້າຊີວິດກໍ່ຫ້າງເອົາ
ເຄື່ອງຕ້ອນຂອງຂວັນຢ່າງມາກມາຍ,ພາເສນາອາມາດໄປເຊີນພະຍາຈ່ຽງທ້າຍກົ່ງຢູ່
ແຄມຫ້ວຍໂດຍພະອົງເອງ,ໃນທີ່ສຸດ,ແຜນອຸບາຍຂອງພະຍາຈ່ຽງທ້າຍກ່ົງກໍ່ສຳເລັດ
ຜົນ.

ພາຍຫຼັງມາ,ພະຍາຈ່ຽງທ້າຍກົ່ງກໍ່ຊ່ອຍເຈົ້າຊີວິດແລະເຈົ້າຟ້າຊາຍສ້າງບ້ານຄອງເມືອງ,
ເລື່ອງຂອງພະຍາຈ່ຽງທ້າຍກົ່ງກໍ່ໄດ້ບັນທຶກເຂົ້າໃນປະຫວັດສາດຂອງຈີນຈົນເທົ່າໃດໆ.