ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-26 18:31:21    
ຈີນຊຸກຍູ້ການປະຕິຮູບໂຄງປະກອບວັດທະນະທຳ
ຢ່າງບໍ່ຢຸດຢັ້ງ(ສຽງ)

cri

                                  

ຫວ່າງກ່ອນນີ້ບໍ່ດົນ,ກຸ່ມບໍລິສັດວັດທະນະທຳຕໍ່ຕ່າງປະເທດຂອງຈີນໄດ້ສ້າງຕັ້ງຂຶ້ນ
ຢ່າງເປັນທາງການຢູ່ປັກກິ່ງ,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າການປະຕິຮູບໂຄງ
ປະກອບວັດທະນະທຳຂອງຈີນໄດ້ກ້າວໄປໜ້າອີກບາດກ້າວໜຶ່ງ.

ກຸ່ມບໍລິສັດວັດທະນະທຳຕໍ່ຕ່າງປະເທດຂອງຈີນແມ່ນສ້າງຕັ້ງຂຶ້ນບົນພື້ນຖານຂອງສູນ
ສະແດງລາຍການຕໍ່ຕ່າງປະເທດຂອງຈີນແລະສູນວາງສະແດງສິລະປະກຳຕໍ່ຕ່າງປະ
ເທດຂອງຈີນໃນເມື່ອກ່ອນ.ແຕ່ສ້າງຕັ້ງຂ້ຶນເປັນເວລາຫຼາຍສິບປີມານີ້,ສອງອົງການດ່ັງ
ກ່າວໄດ້ເສີມຂະຫຍາຍບົດບາດເປັນຊ່ອງທາງຫຼັກແຫຼ່ງໃນການແລກປ່ຽນວັດທະນະ
ທຳກັບຕ່າງປະເທດ,ແລ້ວຄ່ອຍໆກາຍເປັນອົງການສື່ກາງຂອງການສະແດງແລະການ
ວາງສະແດງທີ່ມີຂະໜາດໃຫຍ່ກວ່າໝູ່,ມີກຳລັງຕົວຈິງເຂັ້ມແຂງກວ່າໝູ່,ອັດຕາກວມ ຕະຫຼາດພາຍໃນປະເທດແລະຕ່າງປະເທດສູງກວ່າໝູ່ພາຍໃນປະເທດຈີນ.

ແຕ່ວ່າ,ຄຽງຄູ່ກັບການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນລົງສູ່ລວງເລິກ,ໂຄງ
ປະກອບສື່ກາງວັດທະນະທຳໃນປະຈຸບັນບໍ່ສາມາດສອດຄ່ອງກັບໂຄງປະກອບເສດຖະ ກິດຕະຫຼາດສັງຄົມນິຍົມທີ່ນັບມື້ນັບພັດທະນາຂອງຈີນແລະການແກ່ງແຍ່ງຢ່າງດຸເດືອດ
ດ້ານວັດທະນະທຳລະຫວ່າງຊາດ.ສະນັ້ນ,ພະແນກວັດທະນະທຳຂອງຈີນຈິ່ງໄດ້ເລີ່ມ
ດຳເນີນການປະຕິຮູບຕໍ່ໂຄງປະກອບວັດທະນະທຳໃນປະຈຸບັນ.ໃນນັ້ນ,ການສ້າງຕັ້ງ ກຸ່ມບໍລິສັດວັດທະນະທຳຕໍ່ຕ່າງປະເທດຂອງຈີນກໍແມ່ນບາດກ້າວໜຶ່ງທີ່ສຳຄັນ.

ທ່ານຊຸນເຈ່ຍເຈິ້ງ ລັດຖະມົນຕີກະຊວງວັດທະນະທຳຈີນກ່າວ:"ການປະຕິຮູບເທື່ອ
ນີ້,ມີຜົນດີຕໍ່ກຸ່ມບໍລິສັດວັດທະນະທຳຕໍ່ຕ່າງປະເທດຈີນກາຍເປັນວິສາຫະກິດຫົວມັງ
ກອນ,ມັນຈະຊັກນຳວິສາຫະກິດວັດທະນະທຳໃນທົ່ວປະເທດຈີນ,ແຕ່ການຜະລິດ,
ແລະໝູນເດີນຂອງສິລະປະກຳ,ແຕ່ການສະແດງຮອດການວາງສະແດງ,ຮອດເລື່ອງ
ຮູບເງົາແລະເລື່ອງໂທລະພາບອື່ນໆ,ປະກອບເປັນອຸດສາຫະກຳໜຶ່ງ.ດຳເນີນກິດຈະ
ການວັດທະນະທຳກັບຕ່າງປະເທດຍິ່ງດີກວ່າເກົ່າ."

ເລີ່ມແຕ່ປີ2003,ການປະຕິຮູບໂຄງປະກອບວັດທະນະທຳຂອງຈີນໄດ້ກ້າວເຂົ້າສູ່ໄລ
ຍະປະຕິບັດຕົວຈິງ,ໄດ້ກຳນົດເອົາ35ຫົວໜ່ວຍແລະ9ເຂດເປັນຈຸດທົດລອງການປະ
ຕິຮູບ,ກ່ຽວພັນເຖິງຂະແໜງການສື່ມວນຊົນວົງການຖະແຫຼງຂ່າວ,ຫົວໜ່ວຍພິມຈຳ
ໜ່າຍ,ຫໍສະໝຸດ,ຫໍພິພິດທະພັນ,ຫໍວັດທະນະທຳ,ຄະນະສິລະປະວັດະທະນະທຳ,ວ
ິສາຫະກິດຖ່າຍທຳຮູບເງົາແລະໂທລະພາບ,ບໍລິສັດພິມ,ບໍລິສັດຈຳໜ່າຍ,ບໍລິສັດສາຍ
ຮູບເງົາເປັນຕົ້ນ.

ການປະຕິຮູບໂຄງປະກອບວັດທະນະທຳຕົ້ນຕໍໄດ້ແບ່ງພາລະກິດວັດທະນະທຳອອກ
ເປັນສອງປະເພດຄືພາລະກິດວັດທະນະທຳລັກສະນະສາທາລະນະປະໂຫຍດແລະ
ອຸດສາຫະກຳວັດທະນະທຳທີ່ຫາກຳໄລ.ພາລະກິດວັດທະນະທຳສາທາລະນະປະ
ໂຫຍດຕົ້ນຕໍແມ່ນຮັບໃຊ້ວັດທະນະທຳສາທາລະນະໃຫ້ທົ່ວປວງຊົນ.ເຊິ່ງແມ່ນລັດ
ລົງທຶນ,ພ້ອມທັງສົ່ງເສີມໃຫ້ສັງຄົມເຂົ້າຮ່ວມ.ສ່ວນອຸດສາຫະກຳວັດທະນະທຳລັກ
ສະນະຫາກຳໄລ່ແມ່ນປະກອບດ້ວຍວິສາຫະກິດວັດທະນະທຳ,ໂດຍແມ່ນຕະຫຼາດ
ເປັນຜູ່ນຳທາງ,ອີງຕາມຄວາມຮຽກຮ້ອງຂອງເສດຖະກິດຕະຫຼາດສັງຄົມນິຍົມ,ສ້າງ
ກົນໄກທຸລະກິດອຸດສາຫະກຳ.

ທ່ານຊຸນເຈ່ຍເຈິ້ງ ລັດຖະມົນຕີກະຊວງວັດທະນະທຳຈີນກ່າວວ່າ,ຢາກເຮັດໃຫ້
ພາລະກິດວັດທະນະທຳຂອງຈີນເຂັ້ມແຂງແລະມີຂະໜາດໃຫຍ່,ຊຸກຍູ້ໃຫ້ພາລະ
ກິດວັດທະນະທຳຈະເລີນຮຸ່ງເຮືອງ,ກໍຕ້ອງພັດທະນາພາລະກິດວັດທະນະທຳແລະ
ອຸດສາຫະກຳວັດທະນະທຳໄປພ້ອມກັນ.ທ່ານຊຸນເຈ່ຍເຈິ້ງເວົ້າວ່າ:" ການປະຕິຮູບ
ໂຄງປະກອບວັດທະນະທຳມີສ່ວນທີ່ຄືກັນກັບການປະຕິຮູບຂອງຫົວໜ່ວຍເສດຖະ
ກິດທົ່ວໄປ,ແຕ່ຕ້ອມກັນນັ້ນກໍມີລັກສະນະພິເສດຂອງຕົນເອງ.ສະນັ້ນ,ພວກເຮົາຕ້ອງ
ອອກແຮງພັດທະນາພາລະກິດວັດທະນະທຳສາທາລະນະປະໂຫຍດ,ຕ້ອງບູລະນະ
ລະບົບບໍລິການວັດທະນະທຳສາທາລະນະແຫ່ງຊາດໃຫ້ສົມບູນ,ສະໜອງການບໍລິ
ການວັດທະນະທຳສາທາລະນະອັນດີງາມໃຫ້ແກ່ປະຊາຊົນທັງຊາດ.ສອງ,ແມ່ນວິ
ສາຫະກິດວັດທະນະທຳທີ່ຫາລາຍໄດ້ຕ້ອງອີງຕາມຄວາມຮຽກຮ້ອງຂອງເສດຖະ
ກິດຕະຫຼາດສັງຄົມນິຍົມດຳເນີນການດັດສ້າງວິສາຫະກິດໃຫ້ທັນສະໄໝ,ສ້າງໂຄງ
ປະກອບຫຼືກົນໄກທີ່ໃໝອ່ຽມ.

ຕາມສະເໜີໃຫ້ຮູ້ວ່າ,ສິ່ງກໍ່ສ້າງວັດທະນະທຳສາທາລະນະປະໂຫຍດ,ເຊັ່ນຫໍພິພິດ
ທະພັນ,ຫໍສະໝຸດເປັນຕົ້ນ,ປະຈຸບັນ,ຈະໄຂໃຫ້ຜູ່ບໍ່ເຕັມກະສຽນອາຍຸເຂົ້າຊົມຟີກ່ອນ
ເພິ່ນ,ແລ້ວຈິ່ງຄ່ອຍໆເປີດໃຫ້ສະມາຊິກສັງຄົມທຸກຖ້ວນໜ້າຊົມຟີ.ດ້ານໜຶ່ງທີ່ສຳຄັນ
ທີ່ສຸດໃນການພັດທະນາອຸດສາຫະກຳວັດທະນະທຳແມ່ນຫັນຫົວໜ່ວຍວັດທະນະ
ທຳຂອງລັດແລະຫົວໜ່ວຍຫາລາຍໄດ້ໃນປະຈຸບັນໃຫ້ເປັນວິສາຫະກິດເປັນກ້າວໆ,
ຖັດມາແມ່ນພັດທະນາຫົວໜ່ວຍກຳມະສິດຫຼາຍຢ່າງ,ລະດົມທຶນສັງຄົມສ້າງວິສາຫະ
ກິດວັດທະນະທຳ.

ການສ້າງຕັ້ງບໍລິສັດໂຮງລະຄອນສິລະປະເດັກປັກກ່ິງຫຸ້ນສ່ວນຈຳກັດແມ່ນການທົດ
ລອງກ່ອນໝູ່ຂອງການປະຕິຮູບໂຄງປະກອບວັດທະນະທຳຈີນ.ເດືອນມັງກອນປີນີ້,ບໍລິສັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນໂດຍມີສື່ມວນຊົນຄວບຄຸ້ມຫຸ້ນສ່ວນແລະມີຫົວໜ່ວຍ
ທີ່ກ່ຽວຂ້ອງເຂົ້າຫຸ້ນ,ທັງນີ້ໄດ້ນຳໜ້າການປະຕິຮູບໂຄງປະກອບວັດທະນະທຳໃນທົ່ວ
ປະເທດຈີນ.

ທ່ານວາງອີງ ຜູ່ອຳນວຍການໃຫຍ່ຂອງບໍລິສັດໂຮງລະຄອນສິລະປະເດັກປັກກິ່ງຫຸ້ນ
ສ່ວນຈຳກັດກ່າວວ່າ:"ບໍລິສັດໂຮງລະຄອນສິລະປະເດັກປັກກິ່ງຫຸ້ນສ່ວນຈຳກັດຈະ
ສະແດງແຕ່ລະຄອນເດັກທີ່ດີເລີດ,ພ້ອມກັນນັ້ນ,ກໍພັດທະນາຕ່ອງໂສ້ອຸດສາຫະກຳທີ່
ກ່ຽວພັນກັບວັດທະນະທຳເດັກ,ພັດທະນາການຜະລິດເຄື່ອງນຸ່ງ,ອາຫານ,ຮູບເງົາແລະ
ເລື່ອງໂທລະພາບແລະປຶ້ມໜັງສືເປັນຕົ້ນ.ໃນທີ່ສຸດ,ພວກເຮົາຈະພັດທະນາໃຫ້ກາຍ
ເປັນສວນອຸດສາຫະກຳເດັກຂະໜາດໃຫຍ່."

ນອກນີ້,ເດືອນເມສາປີນີ້,ກຸ່ມພິມຈຳໜ່າຍຈີນທີ່ແຕ່ເດີມເປັນຫົວໜ່ວຍພາລະກິດນັ້ນ
ກໍໄດ້ຫັນໂຄງປະກອບເປັນກຸ່ມບໍລິສັດພິມຈຳໜ່າຍຈີນ,ເຊິ່ງໄດ້ຢ່ວງບາດກ້າວສຳຄັນ
ບົນເສັ້ນທາງປະຕິຮູບໂຄງປະກອບພິມຈຳໜ່າຍ.