ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-27 13:17:08    
ໃນຊັ້ນອາກາດຂອງດາວອັງຄານປະກົດເຫັນທາດອາຍເມຕານ(ສຽງ)

cri

                              

ເມ່ືອວັນທີ 29 ມີນາປີນີ້ ສື່ມວນຊົນຕ່າງໆເຊັ່ນໜັງສືພິມເອກະລາດຂອງອັງກິດເປັນ
ຕົ້ນໄດ້ພາກັນແຈ້ງຂ່າວວ່າ,ນັກວິທະຍາສາດຂອງກົມການບິນແລະການບິນອະວະກາດ
ອາເມລິກາແລະກົມການບິນອະວະກາດເອີລົບໄດ້ປະກົດເຫັນທາດອາຍເມຕານຢູ່ໃນຊັ້ນ
ອາກາດຂອງດາວອັງຄານ. ຂ່າວນີ້ໄດ້ພາໃຫ້ຄົນທັງຫຼາຍເດົາອີກວ່າຢູ່ໃນດາວອັງຄານ
ມີສ່ິງມີຊີວິດຫຼືບໍ່,ມີນັກວິທະຍາສາດຄາດວ່າ,ນີ້ຈະກາຍເປັນຫຼັກຖານອັນໜ່ຶງທ່ີຢັ້ງຢືນ
ໃຫ້ເຫັນວ່າໃນດາວອັງຄານອາດຈະມີສ່ິງມີຊີວິດ.

ເມ່ືອເດືອນກັນຍາປີກາຍນີ້,ນັກວິທະຍາສາດອາເມລິກາກໍເຄີຍຢັ່ງແທກເຫັນວ່າໃນຊັ້ນ
ອາກາດຂອງດາວອັງຄານມີທາດອາຍເມຕານ. ຫວ່າງກ່ອນນີ້ບໍ່ດົນ,ເຄ່ືອງຢັ່ງແທກໂຄ
ຈອນດາວອັງຄານເລກ"ລົດດ່ວນດາວອັງຄານ"ຂອງກົມການບິນອະວະກາດເອີລົບໄດ້
ຢັ້ງຢືນການປະກົດເຫັນດ່ັງກ່າວອີກເທ່ືອໜ່ຶງ.

ການປະກົດເຫັນທາດອາຍເມຕານຢູ່ດາວອັງຄານຈະຢັ້ງຢືນໄດ້ຫຼືບໍ່ວ່າຢູ່ດາວອັງຄານ
ມີສ່ິງມີຊີວິດ? ທາດອາຍເມຕານກັບຊີວິດມີການພົວພັນຫຍັງແດ່?

ທ່ານວັງຊ່ືຊາວ ຜູ້ຄົ້ນຄວ້າຂອງສະຖານີດາລາສາດຈືຈ່ິນຊ່ານຂອງສະພາບັນດິດວິທະ
ຍາສາດຈີນແນະນຳວ່າ,ທາດອາຍເມຕານແມ່ນອາຍທີ່ມີໜ້ອຍຊະນິດໜ່ຶງ,ໃນອາກາດ
ຂອງໜ່ວຍໂລກ ໃນໂມເລກຸນ 1 ລ້ານໜ່ວຍມີແຕ່ໂມເລກຸນຂອງທາດອາຍເມຕານ
ໜ່ວຍດຽວ. ທາດອາຍເມຕານແມ່ນເກີດຂຶ້ນໃນເວລາພືດຖືກໄໝ້,ເຊື້ອໂລກເຄ່ືອນໄຫວ
ແລະສັດຄ້ຽວເອື້ອງເຊ່ັນງົວເປັນຕົ້ນຍ່ອຍອາຫານ,ທັງໝົດເຫຼົ່ານີ້ລ້ວນແຕ່ແມ່ນການ
ເຄ່ືອນໄຫວທ່ີພົວພັນກັບຊີວິດ,ດັ່ງນັ້ນ,ທາດກາຍເມຕານຖືກຖືເປັນປັດໄຈສັນຍະລັກ
ແຫ່ງການເຄື່ອນໄຫວຂອງສ່ິງມີຊີວິດ.

ທ່ານວັງຊ່ືຊາວເວົ້າວ່າ,ປະຈຸບັນ ການປະກົດເຫັນທາດອາຍເມຕານຢູ່ໃນຊັ້ນອາກາດ
ຂອງດາວອັງຄານແມ່ນມະນຸດປະກົດເຫັນອາຍຊະນິດນີ້ເປັນຄັ້ງທຳອິດຢູ່ດາວອັງຄານ
ໂດຍຜ່ານພາຫະນະວິທະຍາສາດ,ເປັນການບຸກທະລຸສຳຄັນໃນການຢ່ັງຊອກດາວອັງ
ຄານ.

ການປະກົດເຫັນທາດອາຍເມຕານຈະຢັ້ງຢືນໄດ້ຫຼືບໍ່ວ່າຢູ່ດາວອັງຄານມີການເຄ່ືອນ
ໄຫວຂອງສ່ິງມີຊີວິດ? ທ່ານວັງຊ່ືຊາວບອກນັກຂ່າວວ່າ,ເມ່ືອເວົ້າໃນດ້ານວິທະຍາສາດ
ແລ້ວ,ການຢັ້ງຢືນວ່າຢູ່ດາວອັງຄານມີສ່ິງມີຊີວິດ ນອກຈາກຕ້ອງຊອກພົບອາຍເມຕານ
ທີ່ຊົງຕົວຢ່າງໝັ້ນທ່ຽງແລ້ວ,ຍັງຕ້ອງຢັ້ງຢືນວ່າຢູ່ດາວອັງຄານມີອອກຊີແຊນຢ່າງເດັ່ນ
ຊັດ. ດ້ານໜ່ຶງແມ່ນຍ້ອນວ່າຊີວິດສ່ວນຫຼາຍຊົງຕົວຢູ່ໄດ້ລ້ວນແຕ່ຕ້ອງການອອກຊີແຊນ,
ອີກດ້ານໜຶ່ງແມ່ນຍ້ອນວ່າເມ່ືອອອກຊີແຊນພົບເມຕານ ຈະເກີດປະຕິກິລິຍາທາງເຄມີ,
ແລ້ວເກີດນ້ຳແລະກາກບອນດີອອກຊິດ,ຂະບວນການດ່ັງກ່າວຕ້ອງສິ້ນເປືອງທາດອາຍ
ເມຕານເລື້ອຍໆ. ຖ້າທາດອາຍເມຕານທ່ີສິ້ນເປືອງແລ້ວນັ້ນໄດ້ຮັບການຕາບຈູນກໍສາ
ສາດຢັ້ງຢືນໃຫ້ເຫັນວ່າ,ຢູ່ດາວອັງຄານແມ່ນມີການສະໜອງເມຕານຢ່າງບໍ່ຂາດສາຍ.
ມີແຕ່ຢູ່ໃນອາກາດທ່ີມີອອກຊີແຊນ ທາດອາຍເມຕານຈຶ່ງສາມາດກາຍເປັນສັນຍະລັກ
ຂອງຊີວິດຢ່າງແທ້ຈິງໄດ້.

ແຕ່ວ່າ ເມ່ືອສັງເກດຈາກການຄົ້ນຄວ້າວິທະຍາສາດໃນສະເພາະໜ້າແລ້ວເຫັນວ່າ,
ຖ້າຢາກຢັ້ງຢືນວ່າຢູ່ດາວອັງຄານມີສ່ິງມີຊີວິດຍັງມີຂໍ້ສົງໄສຫຼາຍ. ກ່ອນອ່ືນ ຍັງບໍ່ສາ
ມາດຢັ້ງຢືນໃຫ້ເຫັນວ່າຢູ່ດາວອັງຄານມີອອກຊີແຊນຢ່າງພຽງພໍ. ຖັດມາ,ວັນທີ 29 ມີ
ນາ ແວບໄຊຂອງວາລະສານ"ນັກວິທະຍາສາດໃໝ່"ລາຍງານວ່າ,ນັກວິທະຍາສາດອີ
ຕາລີທ່ີຮັບຜິດຊອບການຢ່ັງຊອກດາວອັງຄານຂອງກົມການບິນອະວະກາດເອີລົບເວົ້າ
ວ່າ"ພວກເຮົາໄດ້ຊອກເຫັນທາດອາຍເມຕານຢູ່ຊັ້ນນອກດາວອັງຄານແມ່ນບໍ່ຫຼາຍປານ
ໃດ,ອາດມີແຕ່ 10 ສ່ວນຕື້ທໍ່ນັ້ນ", ນີ້ໝາຍຄວາມວ່າ,ສະເພາະໜ້ານີ້,ຍັງບໍ່ສາມາດຢັ້ງຢືນ
ວ່າທາດອາຍເມຕານໃນອາກາດຂອງດາວອັງຄານແມ່ນໝັ້ນທ່ຽງ. ດັ່ງນັ້ນ ດຽວນີ້ເວົ້າ
ວ່າຢູ່ດາວອັງຄານມີສ່ິງມີຊີວິດແມ່ນໄວເກີນໄປ.

                        

ຖ້າມີເງ່ືອນໄຂທ່ີກ່າວມາຂ້າງເທິງນີ້ຢ່າງພຽງພໍກໍສາມາດຢັ້ງຢືນຢ່າງແນ່ນອນໄດ້ຫຼືບໍ່ວ່າ
ຢູ່ດາວອັງຄານແມ່ນມີສ່ິງມີຊີວິດ? ທ່ານວັງຊື່ຊາວເວົ້າວ່າ,ການວິນິດໄສແບບນີ້ແມ່ນບໍ່
ຖືກຫຼັກວິທະຍາສາດ. ເຖິງວ່າການກຳເນີດຂອງທາດອາຍເມຕານສ່ວນຫຼາຍໃນການ
ພົວພັນກັບການເຄ່ືອນໄຫວຂອງສ່ິງມີຊີວິດ;ແຕ່ກໍມີສ່ວນໜ່ຶງບໍ່ມີການພົວພັນກັບຊີວິດ,
ຕົວຢ່າງຄືອາຍແກັສທຳມະຊາດພ່ົນອອກແລະການເຄ່ືອນເໜັງຂອງພູໄຟ. ໃນການ
ເຄື່ອນເໜັງຂອງພູໄຟ ທາດອາຍເມຕານຈະພົ່ນອອກນຳກັນກັບຫີນລະລາຍ. ເຖິງວ່າ
ປັດຈຸບັນຍັງບໍ່ທັນປະກົດເຫັນຮ່ອງຮອຍການເຄື່ອນເໜັງຂອງພູໄຟຢູ່ດາວອັງຄານກໍ
ຕາມ,ແຕ່ບໍ່ສາມາດປັດປ່າຍຄວາມອາດເປັນໄປໄດ້ທ່ີວ່າທາດອາຍເມຕານຢູ່ດາວອັງ
ຄານແມ່ນມາຈາກພູໄຟລະເບີດ. ເວົ້າໃນດ້ານນີ້ແລ້ວ,ພຽງແຕ່ອາໃສເລ່ືອງທ່ີວ່າໃນອະ
ກາດດາວອັງຄານມີເມຕານ ຍັງບໍ່ສາມາດວິນິດໄສໄດ້ວ່າໃນດາວອັງຄານມີສ່ິງມີຊີວິດ.

ແຕ່ວ່າ,ປະຈຸບັນ,ກໍມີນັກວິທະຍາສາດອາເມລິກາເຫັນວ່າ,ຍານອະວະກາດທ່ີມະນຸດຍິງ
ສົ່ງຂຶ້ນນັ້ນໄດ້ເຮັດໃຫ້ຊີວິດຂຶ້ນສູ່ດາວອັງຄານແລ້ວ.ທ່ານອານດຼູ ນັກວິທະຍາສາດຂອງ
ມະຫາວິທະຍາໄລໂຟຼລີດາອາເມລິກາສະເໜີອອກໃນຫວ່າງມໍ່ໆນີ້ວ່າ,ຍານອະວະກາດ
ທ່ີມະນຸດຍິງສ່ົງຂຶ້ນສູ່ດາວອັງຄານນັ້ນ ສ່ວນຫຼາຍທ່ີສຸດບໍ່ໄດ້ດັບເຊື້ອ,ຈື່ງໄດ້ມີຈຸລິນຊີໃດ
ໜຶ່ງໄປສູ່ດາວອັງຄານ.ທ່ານອານດຼູເຫັນວ່າ,ຈຸລິນຊີເຫຼົ່ານີ້ຍ່ອມຈະກາຍເປັນສ່ິງມີຊີວິດ
ງວດທຳອິດຂອງດາວອັງຄານ.

ທ່ານອານດຼູເວົ້າວ່າ,ບໍ່ຕ້ອງສົງໄສເລີຍວ່າ,ຢູ່ດາວອັງຄານແມ່ນມີຊີວິດ,ເພາະວ່າພວກ
ເຮົາໄດ້ສ່ົງເຂົາເຈົ້າໄປແລ້ວ.ແຕ່ວ່າ,ທິດສະດີຂອງທ່ານອານດຼູພຽງແຕ່ມີການຄາດເດົາ
ທໍ່ນັ້ນ,ຖ້າຢາກຢັ້ງຢືນວ່າຢູ່ດາວອັງຄານມິສ່ິງມີຊີວິດ ຍັງຕ້ອງຄອຍຖ້າຜົນການຄົ້ນຄວ້າ
ຍ່ິງຫຼາຍຂອງນັກວິທະຍາສາດ.