ວັນທີ6ພະຈິກປີ2002, ກອງປະຊຸມຜູ່ນຳອາຊຽນ-ຈີນຄັ້ງທີ5ໄດ້ຈັດຂ້ຶນຢູ່ ບຼູໄນ. ທ່ານ ຈູຢົງຈີ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມເທ່ືອນ້ີ.
ວັນທີ 16 ທັນວາປີ 1997, ກອງປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນເທ່ືອທຳ ອິດໄດ້ຈັດຂ້ຶນຢູ່ກົວລາລຳເບີ ນະຄອນຫຼວງຂອງມາເລເຊຍ, ທ່ານຈ່ຽງເຈີມິນ ປະທານ ປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມດ່ັງກ່າວ. ໃນກອງປະຊຸມ, ທ່ານປະທານຈ່ຽງເຈີມິນ ໄດ້ກ່າວຄຳປາໄສສຳຄັນທ່ີພາດຫົວເລ່ືອງວ່າ: ສ້າງສາຍພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນ ຖານບ້ານໃກ້ເຮືອນຄຽງທ່ີດຕ່ໍກັນຫັນໜ້າໄປສູ່ສະຕະວັດທີ 21. ພາຍຫຼັງກອງປະຊຸມສ້ິນ ສຸດລົງແລ້ວ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຂອງການພົບປະກັນລະຫວ່າງຜູ່ນຳ ສາທາລະນະລັດປະຊາຊົນຈີນກັບຜູ່ນຳບັນດາປະເທດອາຊຽນ. ຖະແຫຼງການຮ່ວມໄດ້ ກຳນົດຫຼັກການຊ້ີນຳການພົວພັນລະຫວ່າງສອງຝ່າຍ, ແລະເອົາການສ້າງສາຍພົວພັນ ໝູ່ຄທ່ີູ່ໄວ້ເນ້ືອເຊ່ືອໃຈກັນຖານບ້ານໃກ້ເຮືອນຄຽງທ່ີ່ດີຕ່ໍກັນຫັນໜ້າໄປສູ່ສັດຕະວັດທີ21 ເປັນຈຸດໝາຍຂອງນະໂຍບາຍຮ່ວມ.
ວັນທີ 16 ທັນວາປີ 1998, ກອປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນຄັ້ງທີສອງ ໄດ້ຈັດຂຶ້ນຢູ່ຮາໂນ້ຍນະຄອນຫຼວງຫວຽດນາມ, ທ່ານຮູຈີນທາວ ຮອງປະທານປະເທດ ຈີນໄດ້ເຂົ້າຮ່ວມປະຊຸມດ່ັງກ່າວ. ຜູ່ນຳສອງຝ່າຍໄດ້ຫວນຄືນການຄືບໜ້າໃໝ່ແຫ່ງການ ພົວພັນລະຫວ່າງສອງຝ່າຍແຕ່ກອງປະຊຸມບ່ໍເປັນທາງການເທ່ືອທຳອິດເມ່ືອປີ 1997 ເປັນຕົ້ນມາ ແລະໄດ້ຫາລືກັນກ່ຽວກັບການຂະຫຍາຍຕົວຂອງການພົວພັນລະຫວ່າງ ສອງຝ່າຍໃນແຕ່ນ້ີຕ່ໍໄປ. ສອງຝ່າຍເຫັນດີໃຫ້ຜ່ານໂຄງຮ່າງສົນທະນາການຮ່ວມມືຮອບ ດ້ານ, ບຸກເບີກການຮ່ວມມືກັນຫຼາຍຊ່ອງທາງ, ຍຶດໝັ້ນຜ່ານການຫາລືກັນດ້ວຍໄມຕີຈິດ ແລະສະເໝີພາບ, ຊຳລະແກ້ໄຂບາງຄວາມເຫັນທ່ີຂັດກັນແລະຖົກຖຽງກັນລະຫວ່າງ ສອງຝ່າຍຢ່າງເໝາະສົມ, ຊຸກຍູ້ການພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນຖານບ້ານໃກ້ເຮືອນ ຄຽງທ່ີດີຕ່ໍກັນໃຫ້ຂະຫຍາຍຕົວຕ່ືມອີກ.
ວັນທີ 28 ພະຈິກປີ 1999, ກອງປະຊຸມບ່ໍເປັນທາງການຂອງຜຸ່ນຳອາຊຽນ-ຈີນຄັ້ງທີ3 ໄດ້ຈັດຂ້ຶນຢູ່ມານີລາ ນະຄອນຫຼວງຟີລິບປິນ, ທ່ານຈູຢົງຈີ ນາຍົກລັດຖະມົນຕີຈີນໄດ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນກອງປະຊຸມ, ທ່ານຈູຢົງຈີ ໄດ້ສະເໜີເຈດຈຳນົງແລະ ຂ້ໍສະເໜີລະອຽດຂອງຝ່າຍຈີນກ່ຽວກັບເພ່ີມທະວີການພົວພັນໝູ່ຄູ່ທ່ີໄວ້ເນ້ືອເຊ່ືອໃຈກັນ ຖານບ້ານໃກ້ເຮືອນຄຽງທ່ີດີຕ່ໍກັນກັບອາຊຽນໃນສະຕະວັດໃໝ່, ໂດຍກ່າວວ່າ, ຈີນຈະ ສືບຕ່ໍລົງເລິກສົນທະນາແລະຮ່ວມມືກັນໃນແຕ່ລະຂົງເຂດແລະແຕ່ລະລະດັບກັບບັນດາ ປະເທດອາຊຽນແລະອົງການອາຊຽນ, ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດເສດ ຖະກິດການຄ້າ, ວິທະຍາສາດ-ເຕັກໂນໂລຊີແລະສະຖາບັນການເງິນເປັນຕົ້ນ. ບັນດາ ປະເທດອາຊຽນໄດ້ສະແດງຄວາມຊົມເຊີຍຕ່ໍຜົນສຳເລັດຂອງປະເທດຈີນທ່ີໄດ້ຮັບໃນ ການພັດທະນາສ້າງສາ, ຕີລາຄາໃນລະດັບສູງຕ່ໍຈີນທ່ີໄດ້ໃຫ້ຄວາມສະໜັບສະໜູນແລະ ຊ່ອຍເຫຼືອແກ່ບັນດາປະເທດອາຊຽນໃນວິກິດການການເງິນອາຊີເມ່ືອປີ 1997.
ວັນທີ 25 ພະຈິກປີ 2000, ກອງປະຊຸມບ່ໍເປັນທາງການຂອງຜູ່ນຳອາຊຽນ-ຈີນຄັ້ງທີ4 ໄດ້ຈັດຂ້ຶນຢູ່ສິງກະໂປ, ທ່ານຈູຢົງຈີ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມດ່ັງ ກ່າວ. ໃນກອງປະຊຸມ, ທ່ານຈູຢົງຈີໄດຕີລາຄາຢ່າງຕັ້ງໜ້າຕ່ໍການພົວພັນສອງຕ່ໍສອງລະ ຫວ່າງຈີນກັບອາຊຽນ, ແລະໄດ້ວາງຂ້ໍສະເໜີລະອຽດກ່ຽວກັບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ຂົງເຂດການເມືອງ, ການພັດທະນາຊັບພະຍາກອນມະນຸດ, ເພ່ີມທະວີການສ້າງ ສາໂຄງລ່າງພ້ືນຖານໃນລ້ອງແມ່ນຳ້ຂອງ, ຂົງເຂດໄຮ່ເທັກ, ກະສິກຳ, ການຄ້າແລະ ການລົງທຶນລະຫວ່າງສອງຝ່າຍໃນຊ່ວງໄລຍະໜ່ຶງຕ່ໍໄປພາຍໜ້າ.
ທິດພະຍາຍາມຂອງລັດຖະບານຈີນກ່ຽວກັບຈີນກັບອາຊຽນຂະຫຍາຍການພົວພັນສອງ ຕ່ໍສອງໃນສະຕະວັດທີ 21.
ວັນທີ 28 ກໍລະກົດປີ 2000, ທ່ານຖາງເຈັຍສວນ ລັດຖະມົນຕີການຕ່າງປະເທດຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມອາຊຽນກັບປະເທດຄູ່ສົນທະນາ, ໃນເວລາກ່າວເຖິງຈີນ ກັບບັນດາປະເທດອາຊຽນຂະຫຍາຍການພົວພັນສອງຕ່ໍສອງໃນສະຕະວັດໃໝ່ນັ້ນ, ທ່ານ ເວົ້າວ່າ, ຝ່າຍຈີນຍິນດີຈະທຳຄວາມພະຍາຍາມກັບປະເທດອາຊຽນໃນບາງດ້ານດ່ັງລຸ່ມ ນ້ີ:
1, ຮັກສາທ່ວງທ່າການໄປມາຫາສູ່ກັນໃນລະດັບຕ່າງໆເຊ່ິງລວມທັງລະດັບສູງ, ເພ່ີມ ຄວາມເຂົ້າໃຈແລະໄວ້ເນ້ືອເຊ່ືອໃຈກັນຕ່ືມອີກ, ນອກຈາກການສົນທະນາທາງການ ເມືອງແລ້ວ, ຝ່າຍຈີນຍິນດີຈະເພ່ີມທະວີການສົນທະນາດ້ານຮັກສາຄວາມປອດໄພ ສອງຕ່ໍສອງກັບບັນດາປະເທດອາຊຽນ.
2, ອອກແຮງເຈາະຈົງຊຸກຍູ້ການຮ່ວມມືທ່ີຕ່າງຝ່າຍຕ່າງມີຜົນໃນຂົງເຂດຕ່າງໆເຊ່ັນ: ເສດຖະກິດການຄ້າ, ການລົງທຶນ, ການທະນາຄານ, ວິທະຍາສາດ-ເຕັກໂນໂລຊີ, ກະ ສິກຳແລະອຸດສາຫະກຳການຄ້າເປັນຕົ້ນ.
3, ຈີນຈະສືບຕ່ໍໃຫ້ຕອບສະໜອງຢ່າງຕັ້ງໜ້າຕ່ໍສົນທິສັນຍາມິດຕະພາບແລະການຮ່ວມ ມືອາຊີອາຄະເນ, ອະນຸສັນຍາກ່ຽວກັບສົນທິສັນຍາສ້າງອາຊີອາຄະເນເປັນເຂດປອດນິວ ເຄຼຍ.
4, ເພ່ີມທະວີການປະສານງານແລະຮ່ວມມືກັນກັບອາຊຽນໃນວຽກງານພາກພ້ືນແລະ ຂັ້ນປະເທດ. ໜ່ຶງໃນບັນດາຈຸດໜັກແມ່ນ, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນ, ຍ່ີປ່ນຸແລະສາທາລະນະລັດເກົາຫຼີ ຄື 10+3. ຄວາມເຫັນຂອງລັດຖະບານຈີນກ່ຽວກັບ ການພົວພັນຮ່ວມມືທາງເສດຖະ ກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊຽນ.
ວັນທີ 26 ສິງຫາປີ 1997, ໃນເວລາທ່ານຫຼີເຜິງ ນາຍົກລັດຖະມົນຕີຈີນໄປຢ້ຽມຢາມ ສິງກະໂປ, ທ່ານໄດ້ກ່າວຄຳປາໄສທ່ີພາດຫົວເລ່ືອງວ່າ, ເພ່ີມທະວີການຮ່ວມມືທ່ີຕ່າງ ຝ່າຍຕ່າງມີຜົນເພ່ືອຊຸກຍູ້ໃຫ້ມີຄວາມຈະເລີນຮຸ່ງເຮືອງພ້ອມກັນ, ຄຳປາໄສໄດ້ສະເໜີ ທັດສະນະບາງຂ້ໍກ່ຽວກັບການພົວພັນເສດຖະກິດການຄ້າລະຫວ່າງຈີນກັບປະເທດອາ ຊຽນ:
1, ຈີນຈະປະຕິບັດນະໂຍບາຍໄຂປະຕູສູ່ພາຍນອກຢ່າງເດັດດ່ຽວບ່ໍປ່ຽນແປງ.
ນະໂຍບາຍໄຂປະຕູສູ່ພາຍນອກຂອງຈີນແມ່ນຄົບວົງຈອນ, ບ່ໍພຽງແຕ່ໄຂປະຕູຕ່ໍປະເທດ ພັດທະນາ, ຫາກຍັງໄຂປະຕູຕ່ໍປະເທດພວມພັດທະນາອີກດ້ວຍ. ຈີນໄດ້ປະຕິບັດນະໂຍ ບາຍເປັນມິດກັບປະເທດບ້ານໃກ້ເຮືອນຄຽງທ່ີດີຕ່ໍກັນໂດຍຕະຫຼອດ, ໂດຍສະເພາະ ແມ່ນເອົາໃຈໃສ່ຂະຫຍາຍການພົວພັນມິດຕະພາບແລະຮ່ວມມືກັບບັນດາປະເທດອາ ຊຽນ, ແລະໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈມາແລ້ວ.
2, ຈີນກັບບັນດາປະເທດອາຊຽນຕ້ອງບຸກເບີກຂົງເຂດການຮ່ວມມື, ກ້າວໄປເຖິງມີການ ຕາບຈູນທ່າແຮງໃຫ້ແກ່ກັນອີກດ້ວຍ.
ການຮ່ວມມືທາງເສດຖະກິດລະຫວ່າງຈີນກັບອາຊຽນຕ້ອງບຸກເບີກຊ່ອງທາງໃໝ່ ເລ້ືອຍໆ, ຂົງເຂດຮ່ວມມືຕ້ອງບຸກເບີກໃກ້ກວ້າງອອກຕ່ືມອີກ, ແບບວິທີຮ່ວມມືຕ້ອງມ ໄຫວພິບຫຼາຍສີຫຼາຍສັນກວ່າເກົ່າ. ສອງຝ່າຍໄດ້ດຳເນີນການຮ່ວມມືກັນເປັນຢ່າງດີ ໃນຂົງເຂດເສດຖະກິດການຄ້າ, ວິທະຍາສາດ-ເຕັກໂນໂລຊີ, ສະຖາບັນການເງິນ, ຂ້ໍ ມູນຂ່າວສານແລະການຄຸ້ມຄອງມາແລ້ວ, ຕ່ໍໄປພາຍໜ້າ, ຍັງສາມາດດຳເນີນການຮ່ວມ ມືໃນຂົງເຂດຕ່າງໆເຊັ່ນ: ການກ່ໍສ້າງພ້ືນຖານໂຄງລ່າງ, ການໂອນເຕັກນິກ, ລົບລ້າງ ຄວາມທຸກຈົນ, ການອະນຸລັກສ່ິງແລດລ້ອມເປັນຕົ້ນ. ຈີນຊົມເຊີຍບັນດາປະເທດອາຊຽນ ສືບຕ່ໍມາລົງທຶນສ້າງໂຮງງານຢູ່ຈີນ, ຕະຫຼາດຈີນຈະໄຂປະຕູຕ່ໍບັນດາປະເທດອາຊຽນ ຕ່ໍໄປ.
3, ຈີນກັບບັນດາປະເທດອາຊຽນຕ້ອງເພ່ີມທະວີການປະສານງານແລະຮ່ວມມືກັນໃນ ຂົງເຂດການທະນາຄານ.
ຈີນກັບອາຊຽນຄວນເພ່ີມທະວີການແລກປ່ຽນຂ້ໍມູນຂ່າວສານ, ຕ່າງແຈ້ງສະພາບໃຫ້ ແກ່ກັນ, ຕ້ານທານການສວຍໂອກາດດ້ານການເງິນສາກົນ; ຄວນສະຫຼຸບ, ຖອດຖອນ ປະສົບການແລະບົດຮຽນຂອງວິກິດການການເງິນທ່ີເຄີຍເກີດຂ້ຶນໃນໂລກຢ່າງຈິງຈັງ, ຮັກສາສະຕິລະວັງຕົວໃນລະດັບສູງ, ເພ່ີມທະວີການຄຸ້ມຄອງສະຖາບັນການເງິນ, ບູລະ ນະລະບອບສະຖາບັນການເງິນໃຫ້ສົມບູນ, ປ້ອງກັນແລະຫຼຸດຜ່ອນໄພການເງິນໃຫ້ຫຼຸດ ໜ້ອຍໃນລະດັບຕ່ຳທີ່ສຸດ, ຮັບປະກັນໃຫ້ເສດຖະກິດມີການພັດທະນາຢ່າງປອດໄສ.
4, ການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊຽນຕ້ອງເລັງສາຍຕາໄປສູ່ສະຕະ ວັດທີ 21.
ຈີນກັບອາຊຽນຕ້ອງກຳຈຸດຮ່ວມແຫ່ງຜົນປະໂຫຍດສອງຝ່າຍໄວ້ແໜ້ນໆ, ຍົກການ ຮ່ວມມືທ່ີຕ່າງຝ່າຍຕ່າງມີຜົນກ້າວຂ້ຶນສູ່ລະດັບໃໝ່. ການທ່ີຈີນກັບອາຊຽນຮ່ວມມືກັນ ທ່ີຕ່າງຝ່າຍຕ່າງມີຜົນນັ້ນ, ບ່ໍແມ່ນຄະນິງເຖິງຜົນປະໂຫຍດຊົ່ວຄາວເທົ່ານ້ັນ, ຫາກ ແມ່ນແຜນໃຫຍ່ຍາວໄກທ່ີຫັນໜ້າໄປສູ່ສະຕະວັດທີ21; ບໍ່ພຽງແຕ່ເລັງສາຍຕາຈຳເພາະ ພາກພ້ືນຕົນທ່ໍນັ້ນ, ຫາກຍັງແມ່ນຫັນໜ້າໄປສູ່ໂລກ; ບ່ໍພຽງແຕ່ມີຜົນດີຕ່ໍການພັດທະນາ ເສດຖະກິດຂອງສອງຝ່າຍເທົ່ານັ້ນ, ຫາກຍັງມີຜົນດີຕ່ໍສັນຕິພາບແລະສະຖຽນລະພາບ ຂອງພາກພ້ືນອາຊີ-ປາຊິຟິກກໍຄືຂອງໂລກ, ກໍແມ່ນພ້ືນຖານຂອງການຫັນການເມືອງ ຂອງໂລກເປັນຫຼາຍເຄ້ົາອີກດ້ວຍ.
|