ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-27 15:54:07    
ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຊຽງ​ໄຮ້​--​ຄົນ​ລາວ​ຢູ່​ຈີນ​(ສຽງ)

cri

                             

ໃນເວລານັກຂ່າວໄປສຳພາດທ່ານ,ທ່ານພວມລົມໂທລະສັບກັບຫມູ່ດ້ວຍພາສາຈີນ
ຢ່າງລຽນໄຫລຜູ່ນີ້ແມ່ນຄົນລາວ, ເມື່ອໄດ້ຮ່ຳຮຽນຢູ່ນະຄອນຊຽງໄຮ້ເປັນເວລາ 6 ປີ,
ດຽວນີ້ ເພິ່ນໄດ້ເຮັດວຽກຢູ່ຊຽງໄຮ້ອີກ.   ເພິ່ນກໍ່ແມ່ນທ່ານວິຊາທອນ.ໂງ່ນວໍລະລາດ
ເປັນຊ່າງປັດຕະຍະກຳອອກແບບທ່ີເຮັດວຽກຢູ່ຊຽງໄຮ້.

"ສະບາຍດີ,ຂ້າພະເຈົ້າມາແຕ່ວຽງຈັນ, ຊື່ວ່າວິຊາທອນ.ໂງ່ນວໍລະລາດ,ມາຮຽນຢູ່
ຊຽງໄຮໄດ້ 7 ປີ ແລະດຽວນີ້ເຮັດວຽກຢູ່ຊຽງໄຮ້ແລ້ວ, ຂໍຖາມສະບາຍດີນຳພີ່ນ້ອງ
ທາງບ້ານເຮົາຫມົດທຸກຄົນ.ປີ 1996 ຂ້າພະເຈົ້າໄດ້ມາຮຽນຢູ່ຊຽງໄຮ້,ມາຮຽນວິຊາ
ປັດຕະຍະກຳອອກແບບ."

ທ່ານວິຊາທອນໄດ້ດຳລົງຊີວິດຢູ່ຊຽງໄຮ້ 7-8 ປີແລ້ວ, ໄດ້ລຶ້ງເຄີຍກັບສະພາບແວດ
ລ້ອມຢູ່ນະຄອນຊຽງໄຮ້.   ແຕ່ເມື່ອຫວນຄືນເຖິງປະສົບການທ່ີຫາກໍ່ມາຢູ່ຊຽງໄຮ້ໃນ
ປາງນັ້ນ,ທ່ານວິຊາທອນຍັງຈື່ໄດ້ຢ່າງຄັກແນ່:

"ຕອນມາໃຫມ່ໆ,ພາສາມັນບໍ່ແມ່ນພາສາບ້ານເຮົາ, ໃຜກໍ່ຮູ້ວ່າພາສາຈີນແມ່ນພາ
ສາທ່ີຮຽນຍາກທ່ີສຸດໃນໂລກ.ກໍ່ມີຄວາມລຳບາກຫລາຍແນວ, ຫນຶ່ງກໍ່ພາສາ, ສອງ
ແມ່ນການກິນຢູ່,ມີເລື່ອງຫລາຍແນວເປັນຕາຫົວ, ເປັນເລື່ອງຕະຫລົກ.ທາງດ້ານພາ
ສາເວົ້າໄດ້ແຕ່ສອງສາມຄວາມ,ສົມຫມົດວ່າ ໄປໃສ,ອັນນີ້ເທົ່າໃດ,   ສະນັ້ນ ບາງ
ເທື່ອເຮົາໄປຊື້ເຄື່ອງ,ເຂົາເຈົ້າບອກວ່າອັນນີ້ສິບຢວນ,ຂ້າພະເຈົ້າຟັງບໍ່ເຂົ້າໃຈ, ກໍ່ເລີຍ ເອົາແຕ່ເງິນໃບໃຫຍ່ໆໃຫ້ເຂົາເຈົ້າແລ້ວໃຫ້ເຂົາເຈົ້າຖອນເອົາເງິນໃຫ້.ອາຈານຢູ່ຈີນ
ເພິ່ນມີຄວາມເອື້ອເຟື້ອເພື່ອແຜ່ຫລາຍ,ໃຫ້ຄວາມອົບອຸ່ນສຳລັບນັກຮຽນທ່ີມາຮຽນຢູ່
ຈີນ,ໃຫ້ຄວາມຊ່ອຍເຫລືອຫລາຍອັນຫລາຍແນວ,ນອກຈາກອາຈານຊ່ອຍເຫລືອ
ແລ້ວ, ຂ້າພະເຈົ້າຍັງໄປຫາຫມູ່ຄົນຈີນ,ເພື່ອສອນພາສາຈີນໃຫ້ຂ້າພະເຈົ້າ.ຮຽນໄປໄດ້
7-8 ເດືອນແລ້ວ,ພາສາຈີນກໍ່ຖືວ່າບໍ່ຄ່ອຍມີບັນຫາໃດ,ໄປໃສກໍ່ໄດ້.   ການກິນຢູ່ ອາ
ຫານການກິນກໍ່ດີໄປນຳ.ເພາະວ່າອາຫານຈີນບໍ່ຄືກັບອາຫານລາວເຮົາ, ອາ ຫານ
ຈີນເປັນອາຫານທ່ີມັນຫລາຍ,ອາຫານລາວເຮົາພັດເປັນອາຫານລົດຈັດ,ລົດເຜັດ
ແລະສົ້ມ,ບໍ່ມີນ້ຳມັນຫລາຍ.ເວລາຜ່ານໄປເຄິ່ງປີແລ້ວ, ພາສາດີຂຶ້ນ, ການກິນຢູ່ກໍ່ຮູ້
ສຶກລື້ງເຄີຍກັບອາຫານຈີນແລ້ວ."

ບໍ່ເທົ່າໃດເດືອນ, ໂດຍມີການຊ່ອຍເຫລືອຂອງຄູອາຈານແລະຫມູ່ຮຽນ,ທ່ານວິຊາ
ທອນກໍ່ສາມາດປາກພາສາຈີນໄດ້ຫລາຍສົມຄວນ,ກໍ່ຄ່ອຍໆລຶ້ງອາຫານຈີນແລ້ວ,
ທ່ານຍັງມັກອາຫານເຊສວນເປັນພິເສດອີກ.

"ດຽວນີ້ ຂ້າພະເຈົ້າຮູ້ສຶກວ່າອາຫານຈີນແຊບຫລາຍ, ໂດຍສະເພາະແມ່ນອາຫານ
ເຊສວນ,ເພາະວ່າອາຫານເຊສວນເປັນອາຫານຢາກຄືບ້ານເຮົາ,ທັງເຜັດໄປຫາລົດ
ຈັດ,ພໍ່ແມ່ພີ່ນ້ອງມີໂອກາດກໍ່ມາຈີນຊິມໆລອງເບິ່ງ."

ແຕ່ເມື່ອເພິ່ນຜ່ານເວລາ 6 ປີີແລ້ວ, ຢູ່ໃນສາຍຕາເພິ່ນ ນະຄອນຊຽງໄຮ້ເປັນແນວໃດ
ແດ່, ສະພາບການເຮັດວຽກແລະຊີວິດການເປັນຢູ່ຂອງເພິ່ນດຽວນີ້ເປັນແນວໃດແດ່,
ເພິ່ນບອກນັກຂ່າວວ່າ:

"ຕອນຂ້າພະເຈົ້າມາຮອດຊຽງໄຮ້ໃຫມ່ໆແມ່ນປີ 1996,ຕອນນັ້ນ ຊຽງໄຮ້ກໍ່ຖືວ່າຈະ
ເລີນແລ້ວ,ແຕ່ວ່າຍັງມີທະຫນົນຫົນທາງກຳລັງສ້າງຫລາຍ,ຜ່ານໄປສອງສາມປີ, ຊຽງ
ໄຮ້ກໍ່ປ່ຽນໂສມຫນ້າໃຫມ່,ຈະເລີນຫລາຍ.ຕຶກສູງກໍ່ມີຫລາຍ, ສະຖານີໂທລະພາບສູງ
ອັນທີສາມໃນໂລກກໍ່ແມ່ນຢູ່ຊຽງໄຮ້,  ສະນັ້ນ ພາສາຈີນມີຄຳ່ວ່າ:ຊຽງໄຮ້ປີຫນຶ່ງປ່ຽນ
ເທື່ອຫນຶ່ງ, ສາມປີກໍ່ປ່ຽນໂສມຫນ້າໃຫມ່.ຢູ່ໃນຄວາມຈະເລີນຂອງຊຽງໄຮ້,   ມັນກໍ່ມີ
ຄວາມເກົ່າແກ່.ສົມຫມົດວ່າ,ປະເພດເຮືອນເກົ່າໃນສະໄຫມແຕ່ກ່ອນປົດປ່ອຍ,ຢູ່ໃນ
ຕົວເມືອງທ່ີມີຕຶກສູງໆໃຫມ່ໆນັ້ນຍັງມີເຮືອນເກົ່າ,ຂ້າພະເຈົ້າກໍ່ມັກໄປເບິ່ງເຮືອນເກົ່າ
ເຫລົ່ານີ້,ໄປເບິ່ງວ່າເຂົາເຈົ້າອອກແບບເຮືອນເຫລົ່ານີ້ແນວໃດ.ຜ່ານການໄປທ່ຽວໄປ
ຢ້ຽມຢາມຫລາຍໆບ່ອນແລ້ວກໍ່ຮູ້ສຶກວ່າມີຄວາມເຂົ້າໃຈຫລາຍກ່ຽວກັບນະຄອນຊຽງ
ໄຮ້.ຕອນຢູ່ລາວກໍ່ເຄີຍເບິ່ງຫນັງກ່ຽວກັບຊຽງໄຮ້ມີຄວາມຈະເລີນທັງມີຄວາມເກົ່າແກ່
ປະສົມກັນສອງແນວ.

ດຽວນີ້ ຂ້າພະເຈົ້າເຮັດວຽກຢູ່ບໍລິສັດຮົງກົງ, ແມ່ນຄົນຕ່າງປະເທດພຽງຜູ່ດຽວທ່ີເຮັດ
ຢູ່ບໍລິສັດນີ້.ໃນບໍລິສັດນີ້ ຂ້າພະເຈົ້າເປັນນັກອອກແບບ,ມີວຽກມີຫຍັງແລ້ວ, ຂ້າພະ
ເຈົ້າເປັນຜູ່ອອກແບບຫມົດ,ເປັນຜູ່ໄປຄຸມໄປເບິ່ງ,ເຮັດວຽກຫຍັງກໍ່ມີຄວາມກົດດັນ,ລູກ
ຄ້າແຕ່ລະຄົນດຽວນີ້ກໍ່ມີຄວາມຄິດໃຫມ່ໆ,ເຂົາເຈົ້າກໍ່ຕ້ອງການສິ່ງໃຫມ່ໆ, ສະນັ້ນ
ເຮົາເປັນນັກອອກແບບກໍ່ຕ້ອງໄດ້ໄປກ່ອນລູກຄ້າ,ເຮັດມາແລ້ວກໍ່ຮູ້ສຶກວ່າຄວາມທ້າ
ທາຍຕ່າງໆແມ່ນດີຫລາຍ.ລູກຄ້າເມື່ອໄດ້ຮູ້ວ່າຂ້າພະເຈົ້າແມ່ນຄົນຕ່າງປະເທດແລ້ວ,
ກໍ່ໃຫ້ຄວາມເຄົາລົບ ຫລາຍ. ດຽວນີ້ ການດຳລົງຊີວິດຢູ່ຊຽງໄຮ້ບໍ່ມີບັນຫາຫຍັງ,ຢູ່ດີ
ກິນດີມີຄວາມສຸກຫລາຍ.ມາຮອດຈີນ 7 ປີປາຍກໍ່ຮູ້ສຶກວ່າ,ໂຕເອງຕອນມາໃຫມ່ໆກໍ່
ມີແຕ່ 18 ປີ, ດຽວນີ້ກໍ່ 20 ປາຍປີແລ້ວ,ຖືວ່າມາໃຫຍ່ຢູ່ປະເທດຈີນຈາກໄວລຸ້ນເຖິງ
ເປັນຜູ່ໃຫຍ່, ຢູ່ຊຽງໄຮ້ໄດ້ຮຽນເອົາຫລາຍຢ່າງຫລາຍແນວເຮັດໃຫ້ໂຕເອງເປັນຜູ່
ໃຫຍ່ຂຶ້ນ."

ມື້ທ່ີພວກຂ້າພະເຈົ້າສຳພາດທ່ານວິຊາທອນນັ້ນພໍດີແມ່ນວັນເກີດຂອງເພິ່ນ, ເພິ່ນ ໄດ້ເຊີນຫມູ່ຮ່ວມງານແລະຫມູ່ເພື່ອນທ່ີເພິ່ນຄົບຫາຢູ່ຈີນຫລາຍໆຄົນມາເຂົ້າຮ່ວມ
ງານສະຫລອງວັນເກີດ,ຫມູ່ເພື່ອນທັງຫລາຍລ້ວນແຕ່ເວົ້າວ່າ,ທ່ານວິຊາທອນເປັນ
ຄົນທ່ີມີນິດໃສເບີກບານ ເຮັດວຽກຫ້າວຫັນແລະມີອຸດົມການ.ຫມູ່ຂອງເພິ່ນເວົ້າວ່າ:

"ໃນເວລາຄົບຫາສູ່ກັນກັບທ່ານວິຊາທອນ,ຂ້າພະເຈົ້າຮູ້ສຶກວ່າຄົນລາວເປັນຄົນມັກ
ແຂກມັກຄົນ ເຂົ້າໃກ້ຊິດງ່າຍ.    ຫມູ່ຮ່ວມງານທ່ີເປັນຄົນລາວຂອງເຮົາເປັນຄົນສະ
ຫລາດສະຫລຽວ ເກັ່ງຫລາຍ,ເພິ່ນເຮັດວຽກອອກແບບໃນຫ້ອງ,ແຕ່ເພິ່ນມີອຸດົມການ
ຍິ່ງສູງ,ທ່ີຈິງເພິ່ນຢາກເປັນນັກສະຖາປັດຕະຍະກຳຜູ່ຫນຶ່ງ."

ເຖິງວ່າດຳລົງຊີວິດຢູ່ຊຽງໄຮ້ສະນຸກສະຫນາມຫລາຍ,ເຮັດວຽກຢູ່ນີ້ກໍ່ຖືກໃຈຫລາຍ,
ແຕ່ກັບຄືນສູ່ປະເທດຊາດ ຮັບໃຊ້ການກໍ່ສ້າງປະເທດຊາດດ້ວຍວິຊາສະເພາະທ່ີຕົນ
ເອງຮຽນ ນັ້ນແມ່ນອຸດົມການຂອງທ່ານວິຊາທອນໂດຍຕະຫລອດ.

"ກ່ອນອື່ນ ຂ້າພະເຈົ້າຂໍຂອບໃຈນຳພັກລັດໄດ້ສົ່ງຂ້າພະເຈົ້າມາຮຽນຢູ່ປະເທດຈີນ.ຂ້າ
ພະເຈົ້າຄິດວ່າໄດ້ມາຮຽນຢູ່ນີ້ກໍ່ເປັນໂອກາດດີ,ເພາະວ່າໄດ້ຮູ້ຈັກຫລາຍອັນຫລາຍ
ແນວ,ໄດ້ເປີດຫູເປີດຕາກວ້າງ,ມາຮຽນວິຊາສະຖາປັດ ຕະຍາກຳຢູ່ຈີນຕ້ອງໄດ້ຮຽນ
ທັງຫມົດ 6 ປີ,ຊຽງໄຮ້ແມ່ນຕົວເມືອງທ່ີຈະເລີນ,ຂ້າພະເຈົ້າຄິດວ່າຢາກຫາປະສົບ
ການຢູ່ນີ້,ເພື່ອຢາກກັບເມືອງສ້າງສາບ້ານເຮົາ,ຈິ່ງຕົກລົງເຮັດວຽກຢູ່ນີ້ລອງເບິ່ງກ່ອນ
ສອງສາມປີ, ເພື່ອເອົາປະສົບການ,ແລ້ວກັບເມືອພັດທະນາບ້ານເຮົາ.ແນວໃດກໍ່ຕາມ,
ນັກສຶກສາຄົນລາວຫມົດທຸກຄົນທ່ີຮຽນຢູ່ຈີນ,ຮຽນເອົາທຸກສິ່ງທຸກຢ່າງກໍ່ລ້ວນແຕ່ເພື່ອ
ຢາກກັບເມືອງພັດທະນາປະເທດຊາດ,ຂ້າພະເຈົ້າກັບເມືອງແລ້ວກໍ່ຢາກເປີດບໍລິສັດ
ກັບຫມູ່,ກໍ່ເຮັດໃນຂະແຫນງການອອກແບບ."