ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-28 15:31:48    
ຈີນ​ພະ​ຍາ​ຍາມ​ສ້າງ​ລະ​ບົບ​ການ​ສຶກ​ສາ​ປະ​ຊາ​ຊົນ​ທັນ​ສະ​ໄໝ

cri

ປີ 2002, ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເຫ​ນີອອກ​ມາ​ວ່າ,ຈີນ​ຈະ​ສ້າງສາ​ສັງຄົມ​ພໍ​ຢູ່ພໍ​ກິນ​ແລະ​ມີ​ສ່ວນ​ເຫຼືອ​ຢ່າງຮອບດ້ານ​ໃນ 20 ປີ​ທຳ​ອິດ​ຂອງ​ສັດຕະວັດ​ນີ້, ​ແລະ​ຖື​ການ​ຈໍ່​ຕົວ​ເປັນ​ລະບົບ​ສຶກສາ​ພົນລະ​ເມືອງ ທັນ​ສະ​ໄຫມ​ທີ່​ຂ້ອນ​ຂ້າງ​ບໍລິບູນ​ນັ້ນ​  ເປັນ​ຈຸດຫມາຍ​ຫນ່ຶງ​ຂອງ​ການ​ສ້າງ​ສັງຄົມ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ເຫຼືອ​ຢ່າງຮອບດ້ານ.ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​ໄປ​ສຳພາດ​ບຸກຄົນ​ວົງ​ການ​ການ​ສຶກສາ​ຈຳນວນໜຶ່ງ​ກ່ຽວ​ກັບ​ເລື່ອງ​ເຮັດ​ແນວ​ໃດ​ສ້າງ​ລະບົບ​ການ​ສຶກສາ​ພົນລະ​ເມືອງ​ທັນ​ສະ​ໄຫມ,​ພວກ​ເຮົາ ກໍ່​ຂໍ​ສະ​ເຫ​ນີສະພາບ​ທີ່​ກ່ຽວຂ້ອງ​ສູ່​ທ່ານ​ຟັງ.

ອັນ​ທີ່​ວ່າ​ລະບົບ​ການ​ສຶກສາ​ພົນລະ​ເມືອງ,  ທຳ​ມະ​ດາ​ແລ້ວ​ແມ່ນ​ຫມາຍ​ເຖິງລະບົບ​ການ​ສຶກ ສາ​ທີ່​ລັດ​ກຳນົດ​ໄວ້ ​ໃນ​ກົດຫມາຍ​ແລະ​​ເຫມາະ​ໃຊ້​ສຳລັບ​ພົນລະ​ເມືອງ​ຂອງ​ປະ​ເທດ​ຕົນ,ອີງ​ຕາມ​ຂໍ້​ກຳ ນົດ​ທີ່​ລະບຸ​ໄວ້​ໃນ​ກົດຫມາຍ​ວ່າ​ດ້ວຍ​ການ​ສຶກສາ​ຂອງ​ຈີນ,ການ​ສຶກສາ​ຢູ່​ໂຮງຮຽນ​ຄື: ການ​ສຶກສາກ່ອນ​ໄວ​ຮຽນ ການ​ສຶກສາ​ຊັ້ນ​ຕົ້ນ​ຄື​ຊັ້ນ​ປະຖົມ, ການ​ສຶກສາ​ຊັ້ນ​ກາງຄື​ຊັ້ນມັດທະຍົມ​ຕົ້ນ​ຮອດ​ຊັ້ນ​ມັດທະຍົມ​ປາຍ​ແລະ​ການ​ສຶກສາ​ຊັ້ນ​ສູງ ​ແມ່ນ​ໂຄງ​ຮ່າງ​ພື້ນຖານ​ຂອງ​ການ​ສຶກສາ​ພົນລະ​ເມືອງ​ສ່ວນ​ການ​ຮຽນບຳ ລຸງ,ການ​ຝຶກ​ອົບຮົມ​ແລະ​ການ​ສຶກສາ​ຕໍ່​ອື່ນໆ​ທີ່​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ,ຖືກຖື​ເປັນ​ພາກສ່ວນ​ສຳຄັນ​ທີ່​ຄ້ຳ​ຊູ​ລະ​ບົບການ​ສຶກສາ​ພົນລະ​ເມືອງ,ສ່ວນ​ລະບົບ​ການ​ສຶກສາ​ພົນລະ​ເມືອງ​ທີ່​ສອດຄ່ອງ​ກັບ​ກະ​ແສ​ຍຸກ​ສະ​ໄຫມ,ສອດຄ່ອງ​ກັບ ຄວາມຕ້ອງການ​ໃນ​ການ​ພັດທະນາ​ສັງຄົມ​ທັນ​ສະ​ໄຫມ​ຖືກ​ເອີ້ນ​ເປັນ​ລະ​ບົບການ​ສຶກສາ​ພົນລະ​ເມືອງ​ທັນ​ສະ​ໄຫມ.

​ແຕ່​ຊຸມ​ປີ 90 ສັດຕະວັດ​ແລ້ວ​ນີ້​ເປັນຕົ້ນມາ,  ການ​ລົງທຶນ​ເຂົ້າ​ໃນ​ການ​ສຶກສາ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ສຶກສາ​ທຸກຂັ້ນ ທຸກ​ປະ​ເພດ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ,  ຮອດ​ປີ 2000,ຈີນ​ໄດ້​ບັນລຸ​ການ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​ຄື​ຈາກ​ຊັ້ນ​ປະຖົມ​ຮອດ​ຊັ້ນ​ມັດທະນຍົມ​ຕົ້ນ​ໃນ​ຂັ້ນ​ພື້ນຖານ​ຕາມ​ເວລາ​ກຳນົດ​,​ໄດ້ລົບ​ລ້າງ​ຊາວ​ຫນຸ່ມ​ໄວ​ສະກັນ​ຜູ້​ກືກ​ຫນັງສື​​ໃນ​ຂັ້ນ​ພື້ນຖານ,​​ ປີ 2001 ,ອັດຕາ​ກວມ​ປະຊາກອນ​ຂອງ​ການ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ​ແລະ​ລົບ​ລ້າງ​ຊາວ​ຫນ່ມ​ໄວ​ສະກັນ​ຜູ້​ກືກ​ຫນັງສື​ຂອງ​ຈີນ​ໄດ້​ບັນລຸ​ເຖິງ 91%.ປະຈຸ​ບັນ,ລະດັບ​ຮັບ​ການ​ສຶກສາ​ຂອງ​ປະຊາກອນ​ທ່ົວ​ປະ​ເທດ​ຈີນ​ສະ​ເລ່ຍ​ແລ້ວ​  ໄດ້​ຈາກ​ 6 ປີ​ເມື່ອ​ປີ 1999 ​ເພີ່ມ​ຂຶ້ນ​ຮອດ 8 ປີ​ຂອງ​ປະຈຸ​ບັນ​ແລ້ວ,ທັງ​ຫມົດ​ເຫຼົ່ານີ້​ສະ​ແດງ​ໃຫ້​ເຫັນ​ວ່າ​  ຈີນ​ໄດ້​ສ້າງ​ລະບົບ​ການ​ສຶກສາ​ພົນລະ​ເມືອງ​ທັນ​ສະ​ໄຫມ​ທີ່​ມີ​ອົງ​ປະ ກອບ​ຂ້ອນ​ຂ້າງ​ສົມບູນ​ໃນ​ເບື້ອງ​ຕົ້ນ​ແລ້ວ.

​ແຕ່​ວ່າ,​ເມື່ອ​ທຽບ​ກັບປະ​ເທດ​ພັດ​ທະນາ​ແລ້ວ,ລະດັບ​ກວມ​ລວມການ​ສຶກສາ​ຂອງ​ຈີນ​ຍັງ​ຂ້ອນ​ຂ້າງ​ຕ່ຳ, ລະດັບຮັບການ​ສຶກສາ​ຂອງ​ພົນລະ​ເມືອງ​ປະ​ເທດ​ພັດທະນາ​ສະ​ເລ່ຍ​ແລ້ວ  ​ແມ່ນ 12 ປີ​ຂຶ້ນ​ໄປ,ຫຼາຍ​ກວ່າ​ຈີນ​ຢ່າງ​ຫນ້ອຍ 4 ປີ,​ໃນ​ເວລາ​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ໂຈ​ວມານ​ເຊີນ ຮອງ​ຫົວຫນ້າ​ສູນ​ຄົ້ນຄວ້າ​ພັດທະນາ​ການ​ສຶກສາ​ແຫ່ງ​ຊາດ ​ຂອງ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ຊີ້​ອອກ​ວ່າ,ຂໍ​ກະ​ແຈ​ຂອງ​ການ​ພັດທະນາ​ແລະ​ບູລະນະ​ລະບົບ​ການ​ສຶກສາ​ພົນລະ​ ເມື​ອງ​ທັນ​ສະ​ໄຫມຕື່ມ​ອີກ​ແມ່ນ​ກຳ​ການ​ສຶກສາ​ພື້ນຖານ​ໃຫ້​ດີ,​ໂດຍ​ສະ​ເພາະ​ແມ່ນ​ພັດທະນາ​ການ​ສຶກສາມັດ​ທະ​ຍົມ​ປາຍ​ສາມ​ປີ​ໃຫ້​ດີ,ທ່ານ​ເວົ້າ​ວ່າ,ຂໍ​ກະ​ແຈ​ຂອງ​ລະບົບ​ການ​ສຶກສາ​ພົນລະ​ເມືອງ​ ຍັງ​ຄົງ​ແມ່ນ​ໄລຍະ​ການ​ສຶກສາ​ພື້ນ ຖານ,ການ​ສຶກສາ​ພື້ນຖານ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ຈາກ​ການ​ສຶກສາກ່ອນ​ໄວ​ຮຽນ​ຮອດ​ມັດທະຍົມ​ປາຍ,ນີ້​ແມ່ນ​ໄລຍະ​ສ້າງ​ພື້ນຖານ​ໃຫ້​ແກ່​ນັກຮຽນ, ສ່ວນ​ບ່ອນ​ທີ່​ອ່ອນ​ແອ​ໃນ​ສະ​ເພ​າະຫນ້າ​ນີ້​ແມ່ນ​ການ​ສຶກສາ​ຊັ້ນ​ມັດທະຍົມ​ປາຍ.

ຍ້ອນ​ວ່າ,ປະຈຸ​ບັນ,ຈີນ​ໄດ້​ເຜີຍ​ແຜ່​ການ​ສຶກສາ​ຈາກ​ຊັ້ນ​ປະຖົມ​ຮອດ​ຊັ້ນ​ມັດທະຍົມ​ແລ້ວ,​ ເມື່ອ​  ປ​ຽບທຽບ​ກັນ​ແລ້ວ, ​ເຫັນ​ວ່າ, ການ​ສຶກສາ​​ໃນໄລຍະ​ຊັ້ນ​ມັດທະຍົມ​ປາຍ  ​ທີ່​ອັດຕາ​ເຂົ້າ​ຮຽນ​ຕ່ຳ​ຮອດ 50%,ນັ້ນ​ກໍ່​ປະກົດ​ວ່າ​ບໍ່​ສາມາດ​ຕອບ​ສະຫນອງ​ກັບຄວາມ​ຕ້ອງການ​ຂອງ​ສັງຄົມ, ​ໂດຍ​ສະ​ເ​ພາະ​ແມ່ນ​ໃນ​ຕົວ​ເມືອງ,ບັນຫາ​ດັ່ງກ່າວຍິ່ງ​ພົ້ນ​ເດັ່ນ​ຂຶ້ນ, ດຽວ​ນີ້,ຄອບຄົວ​ໃນ​ຕົວ​ເມືອງ​ຂອງ​ຈີນ​ສ່ວນ​ຫຼາຍ​ແມ່ນ​ມີ​ລູກ​ຜູ້​ດຽວ,​ເກືອບ​ຫມົດ​ທຸກຄອບຄົວລ​້ວນ​ແຕ່​ຫວັງ​ໃຫ້​ລູກ​ຂອງ​ຕົນ​ສາມາດ​ເຂົ້າ​ຮຽນຊັ້ນ​ມັດທະຍົມ​ປາຍ​ແລ້ວ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ນີ້​ກໍ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ປາຖະຫນາ​ອັນ​ແຮງ​ກ້າ​ພິ​ເສດ​ທີ່​ຢາກ​ຮັບ​ການ​ສຶກສາ​ຊັ້ນ​ມັດທະຍົມ​ປາຍ,​ໃນ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເຫ​ນີອອກ​ມາ​ວ່າ ​ຕ້ອງ​ອອກ​ແຮງ​ພັດທະນາ​ການ​ສຶກສາ​ ຊັ້ນ​ມັດ ທະ​ຍົມ​ປາຍ,​ແລ້ວ​ເຜີຍ​ແຜ່​ການສຶກສາ​ຊັ້ນ​ມັດທະຍົມ​ປາຍ​ນັ້ນ,ກໍ່​ແມ່ນ​ສະ​ເຫ​ນີອອກ​ໂດຍ​ແນ​ໃສ່​ຄວາມ​ຕ້ອງການ​ດັ່ງກ່າວ​ຂອງ​ສັງຄົມ,  ຕາມ​ການ​ຄາດ​ຄະ​ເນຂອງ​ຂະ​ແຫນງ​ການ​ສຶກສາ,ຮອດ​ປີ 2020,ອັດ ຕາ​ເຂົ້າ​ຮຽນ​ຂອງ​ການ​ສຶກສາ​ຊັ້ນ​ມັດທະຍົມ​ປາຍ​ຂອງ​ຈີນ​ຈະ​ຍົກ​ສູງ​ຂຶ້ນ​ຮອດ90%, ຄຽງ​ຄູ່​ກັບ​ການ​ສຶກ ສາ​ຊັ້ນມັດທະຍົມ​ປາຍ​ມີ​ການ​ຂະຫຍາຍຕົວ,ການ​ສຶກສາ​ຊັ້ນ​ສູງ​ຂອງ​ຈີນ​ກໍ່​ຈະ​ສືບ​ຕໍ່​ຂະຫຍາຍຕົວ,ຮອດ​ປີ 2020 , ອັດຕາ​ເຂົ້າ​ຮຽນ​ຂອງ​ການ​ສຶກສາ​ຊັ້ນ​ສູງ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ຈະ​ຈາກ 14% ​ໃນ​ປະຈຸ​ບັນເພີ່ມ​ຂຶ້ນ​ຮອດ 32%. ​

ໃນ​ຂະນະ​ດຽວ​ກັນ​ນັ້ນ,ຜູ້​ຊ່ຽວຊານ​ດ້ານ​ການ​ສຶກສາ​ຂອງ​ຈີນ​ຈຳນວນ​ໜຶ່ງ​ກໍ່​ຊີ້​ອອກ​ວ່າ,​ ເວົ້າ​ສຳ ລັບ​ເຂດ​ຊົນນະບົດ​ອັນ​ໄພສານ​ແລ້ວ,ປັບປຸງ​ຫມາກຜົນ​ຂອງ​ການ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​ແມ່ນ​ສຳຄັນ​ເປັນ​ພິ​ເສດ,​ ໂດຍ​ສະ​ເພາະ​ແມ່ນ​ເຂດ​ຊົນນະບົດ​ທີ່​ເສດຖະກິດ  ​ດ້ອຍ​ພັດທະນາ​ຈຳນວນ​ຫນື່ງ,  ​ແມ່ນ​ຜ່ານ​ວິທີ​ລັດຖະບານ​ໃຫ້ການ​ສະຫນັບ​ສະນຸນ​ແລະ​ບຸກຄົນ​ຜູ້​ມີ​ໃຈ​ເອື້ອ​ເຟື້ອບໍລິຈາກ​ເປັນ​ຕົ້ນ,ມາ​ຍົກ​ສູງ​ອັດຕາ​ເຂົ້າ​ຮຽນ,​ເຜີຍ​ແຜ່​ການ​ສຶກສາ​ຈາກ​ຊັ້ນ​ປະຖົມ​ຮອດ​ຊັ້ນ​ມັດທະຍົມ​ຕົ້ນ,ສ່ວນ​ຢູ່​ເຂດ​ເຫຼົ່າ​ນີ້,ຊາວ​ກະສິກອນ​ສ່ວນ​ຫຼາຍ​ອາ​ໄສ​ການ​ປູກຝັງ​ມາ​ທຳ​ມາ​ຫາ​ກິນ,ຖ້າ​ປະສົບ​ປີ​ເກີດ​ໄພ​ແຫ້ງ​ແລ້ວ​ຫຼື​ໄພ​ນ້ຳນອງ,ຜົນ​ຜະລິດ​ກະສິກຳ​ຫຼຸດ​ຫນ້ອຍ​ລົງ,ຫຼື​​ເ​ຈັບ​ໄຂ້​ໄດ້​ປ່ວຍ​ຫຼື​ພິການ​ເປັນ​ຕົ້ນ,ກໍ່​ຈະ​ເຮັດ​ໃຫ້​ຄອບ ຄົວ​ຊາວ​ກະສິກອນ ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ,  ອາດ​ຈະ​ເຮັດ​ໃຫ້​ລູກ​ເຕົ້າ​ຈຳ​ເປັນ​ຕ້ອງ​ເຄີກ​ຮຽນ,ສະ​ນັ້ນ,ຢູ່​ເຂດ​ເສດຖະກິດ​ດ້ອຍ​ພັດທະນາ,  ​ເຜີຍ​ແຜ່​ການ​ສຶກສາ​ຊັ້ນ​ປະຖົມ​ແລະ​ຊັ້ນ​ມັດທະຍຍົມ​ຕົ້ນ, ຍົກ​ລະດັບ​ຮັບ​ການ​ສຶກສາ​ຂອງ​ຊາວ​ຫນຸ່ມ​ເຍົາວະ​ຊົນ​ໃນ​ເກນ​ ອາຍຸ​ໃຫ້​ສູງ​ຂຶ້ນ​ນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ.

​ໃນ​ເວລາ​ໄປ​ສຳພາດ​ຂ່າວ,ນັກ​ຂ່າວ​ຍັງ​ເຫັນ​ວ່າ, ບຸກຄົນ​ວົງ​ການ​ການ​ສຶກສາ​ຍັງ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພົ້ນ​ເດັ່ນ​ສີສັນ​ພິ​ເສດ​ທັນ​ສະ​ໄຫມ  ​ໃນ​ການ​ສ້າງ​ລະບົບ​ການ​ສຶກສາພົນລະ​ເມືອງ​ທັນ​ສະ​ໄຫມ, ​ທ່ານ​ນາງ​ເຊີນ​ຈື້ລີ້​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​​ຊີ້​ອອກ​ວ່າ,​  ໃນ​ຕໍ່​ໄປ​ພາຍ​ຫນ້າ,ຈະດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ກ້າຫານ​ຕໍ່​ການ​ສຶກສາ​ໃນ​ປະຈຸ​ບັນ,​  ເພື່ອ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ສຶກສາ​ທັນ​ສະ​ໄຫມ,ທ່ານ​ນາງ​ເວົ້າ​ວ່າ,ພວກ​ເຮົາ​ຊຸກ​ຍູ້​ການ​ສຶກສາ​​ຄຸນ​ທາດ​ຢ່າງຮອບດ້ານ,​  ຕ້ອງ​ຍຶດຫມັ້ນ​ການ​ປະດິດ​ສ້າງ​ການ​ສຶກສາ​ລົງ​ເລິກ​ປະຕິ​ຮູບ​ການ​ສຶກສາ,​ ເຈາະ​ຈົງ​ບຳລຸງ​ສ້າງ​ຈິດ​ໃຈ​ປະດິດ​ສ້າງແລະ​ຄວາມ​ສາມາດ​ດ້ານ​ພຶດຕິ​ກຳຂອງ​ນັກຮຽນ,  ​ເລ່ັງາ​ລັດ​ການ​ປະຕິ​ຮູບ​ຫຼັກສູດ​ແບບຮຽນ​ແລະ​ລະບອບ​ປະ​ເມີນ​ການ​ສອບ​​ເສັງ​ໃຫ້​ໄວ​ເຂົ້າ.

ທ່ານ​ນາງ​ເຊີນ​ຈື້ລີ້ ຊີ້​ອອກ​ວ່າ,ຈີນ​ຢາກ​ບັນລຸ​ທັນ​ສະ​ໄຫມ,  ກ່ອນ​ອື່ນ,ຕ້ອງ​ບັນລຸ​ໃຫ້​ທັດສະນະ​ຄະຕິ​ຂອງ​ຜູ້​ສຶກສາ​ຄື:ຄູ​ອາຈານ​ແລະ​ຜູ້​ຄຸ້ມ​ຄອງ​ການ​ສຶກສາ​ຫັນ​ເປັນ​ທັນ​ສະ​ໄຫມ,ຖັດມາ​ແມ່ນ​ເຮັດ​ໃຫ້​ວິທີ​ແລະພາຫະນະ​ການ​ສຶກສາ​ຫັນ​ເປັນ​ທັນ​ສະ​ໄຫມ. ຂະ​ແຫນງ​ການ​ສຶກສາ​ຂອງ​ຈີນ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ຝຶກ​ອົບຮົມ​ຕໍ່​ຄູ​ອາຈານ​ແລະ​ຜູ້​ຄຸ້ມ​ຄອງ​ການ​ສຶກສາ​ໂດຍ​ຕະຫຼອດ,​ເພື່ອ​ຍົກ​ລະດັບ​ແນວ​ຄິດ​ແລະ​ລະດັບ​ວິຊາ​ສະ​ເພາະ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ສູງ​ຂຶ້ນ, ປະຈຸ​ບັນ,ການ​ຝຶກ​ອົບຮົມ​ດ້ານ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ທີ່​ແນ​ໃສ່​ຄູ​ອາຈານ​ຫມົດ​ທຸກ​ຄົນ​ນັ້ນ  ​ກໍ່​ພວມ​ດຳ​ເນີນ​ຢ່າງ​ກວ້າງຂວາງ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ,ພ້ອມ​ກັນ​ນັ້ນ,ການ​ປະຕິ​ຮູບ​ຫຼັກສູດ​ການ​ສຶກສາ​ພື້ນຖານ​ຮອບ​​ໃຫມ່​ກໍ່​ໄດ້​ດຳ​ເນີນ​ຂຶ້ນ​ແລ້ວ,ນີ້​ຖືກ​ຖື​ເປ​ັນການ​ປະຕິ​ຮູບ​ສຳຄັນ​ລາຍ​ຫນ່ຶງ​ ໃນ​ການ​ພັດທະນາ​ການ​ສຶກສາ​ທັນ​ສະ​ໄຫມ​ຂອງ​ຈີນ, ທ່ານ​ໂຈ​ວ ມານ​ເຊີນ ຮອງ​ຫົວຫນ້າ​ສູນ​ຄົ້ນ​ຄວ້າ​ພັດທະນາ​ການ​ສຶກສາ​ແຫ່ງ​ຊາດ​ຂອງ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ເຫັນ​ວ່າ,ການ​ປະຕິ​ຮູບ​ຫຼັກສູດ​ຈະ​ປ່ຽນ​ແປງ​ໃຫມ່​ຕໍ່​ຫຼັກສູດ​ການ​ສິດສອນ​ຈາກ​ຊັ້ນ​ປະຖົມ​ ຮອດ​ຊັ້ນ​ມັດ​ທະ​ຍົມ​ປາຍ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ, ຕ້ອງ​ສອດ​ຄ່ອງກັບຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄຫມ,ສະ​ແດງ​ໃຫ້​ເຫັນ​ລັກສະນະ​ການ​ສຶກສາ​ຂ້າມ​ຂະ​ແຫນງ​ວິຊາ,  ສອດຄ່ອງ​ກັບ​ກົດ​ເກນ​ການ​ຂະຫຍາຍຕົວ​ດ້ານ​ຮ່າງ ກາຍ​ແລະ​ດ້ານ​ຈິດ​ໃຈ​ຂອງ​ເດັກນ້ອຍ.

ການ​ປະຕິ​ຮູບ​ຫຼັກສູດ​ທີ່​ຫາ​ກໍ່​ເລ່ີ​ມດຳ​ເນີນ​ບໍ່​ດົນ,​  ໄດ້​ຕັ້ງຫນ້າ​ຊອກ​ຄົ້ນ​ຫຼັກສູດ​ການ​ສຶກສາ,​ເນື້ອ​ໃນ​ຂອງ​ແບບຮຽນ,ວິທີ​ແລະ​ພາຫະນະ​ການ​ສຶກສາ, ຕົວຢ່າງ​ຄື: ປ່ຽນ​ແປງ​ເບົ້າ​ແບບ​ຂອງ​ແຕ່​ກ່ອນ​ ຄື:​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ປະຕິບັດ​ຫຼັກສູດ​ການ​ສຶກສາ​ແລະ​ແບບຮຽນ​ເປັນ​ເອກະພາບ,ທົດ​ລອງ​ຮຽບຮຽງ​ແບບຮຽນ​ຫຼາຍ​ແບບ​ໃຕ້​ການ​ຊີ້​ນຳ​ຂອງ​ຫຼັກສູດ​ການ​ສຶກສາ​ອັນ​ດຽວ​ກັນ,​  ໃຫ້​ໂຮງຮຽນ​ເລືອກ​ໃຊ້​ແບບ ຮຽນ​ໂດຍ​ແນ​ໃສ່​ສະພາບ​ລະອຽດ​ຂອງ​ນັກຮຽນ, ຈົນ​ກະທັ້ງທົດລອງ​ຕັ້ງ​ຫຼັກສູດ​ການ​ສິດສອນ​ຫຼາຍ​ຊະ ນິດ​ໃຫ້​ແກ່​ນັກຮຽນ​ຮຽນ​ຊັ້ນ​ດຽວ​ກັນ,​ໂດຍ​ແນ​ໃສ່​ເຂດ​ຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ຕ່າງ​ກັນ.

​ໃນ​ສູ່​ມື້​ນີ້, ທັດສະນະ​ຄະຕິ​ການ​ສຶກສາ​ແບບ​ໃຫມ່​ທີ່​ ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄຫມ​ໄດ້​ຖືກ​ຄູ​ອາຈານ​ອັນ​ໄພສານ​ຂອງ​ຈີນ​ຮັບ​ເຫັນ​ດີ​ນຳ​ແລ້ວ, ພວກ​ເຂົາ​ເຈົ້າ​ໃຊ້​ແລວ​ຄວາມ​ຄຶດ​ໃຫມ່ ຂອງ​ການ​ປະຕິ​ຮູບ​ການ​ສຶກສາ​ເຂົ້າ​ໃນ​ພຶດຕິ​ກຳ​ການ​ສິດສອນ​ຢ່າງ​ເປັນ​ເຈົ້າ​ການ,ນາງ​ຊິວຟາງ ຄູ​ສອນ​ຊັ້ນ​ປະຖົມ​ຜູ້​ຫນ່ຶງ​ໃນ​ເມືອງ​ໄທ​ຢວນ ​ແຂວງ​ຊານ​ຊີ ພາກ​ເຫນືອ​ຂອງ​ຈີນ​ ໄດ້​ບອກ​ນັກ​ຂ່າວ​ວ່າ,​ ໂຮງ ຮຽນ​ຂອງ​ພວກ​ເຂົາ​ເຈົ້າ​ພວມ​ປ່ຽນ​ແປງ​ວິທີ​ການ​ສິດສອນ​ດັ້ງ​ເດີມ​ແບບ​ຖອກ​ໃສ່,  ລິ​ເລີ່​ມການ​ສິດສອນ​ແບ​ງ​ແງະ​ໄງ້​ແລະ​ແບ​ບຊັກ​ນຳ,​ເພື່ອ​ບຳລຸງ​ສ້າງ​ຄວາມ​ສາມາດ​ຮ່ຳຮຽນ​ຢ່າງ​ເປັນ​ເຈົ້າ​ການຂ​ອງ​ນັກຮຽນ, ກະຕຸກ​ນ້ຳ​ໃຈ​ປະດິດ​ສ້າງ​ໃຫມ່ຂອງ​ພວກ​ເຂົາ​ເຈົ້າ.

ກາ​ນສ້າງ​ລະບົບ​ການ​ສຶກສາ​ພົນລະ​​ເມືອງ​ທັນ​ສະ​ໄຫມ, ​ໃຫ້​ພົນລະ​ເມືອງ​ໄດ້​ຮັບ​ການ​ສຶກສາ​ຄຸນ​ນະພາ​ບສູງ​ທີ່​ມີ​ລະດັບ​ຍ່ິງ​ສູງ​ກວ່າ​ນັ້ນ,​ ແມ່ນ​ທິດ​ພະຍາຍາມ​ອັນ​ຫນື່ງ​ຂອງ​ຈຸດຫມາຍ​ສູ້​ຊົນ​ສ້າງສາ​ສັງ ຄົມ​ແບບ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ເຫຼືອ​ ຢ່າງຮອບດ້ານ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ ພັກ​ຄອງ​ອຳນາດ​ຂອງ​ຈີນ​ສະ​ເຫ​ນີອອກ​ມາ,ວົງ​ການ​ການ​ສຶກສາ​ຂອງ​ຈີນ​ພວມ​ຊອກ​ຫາ​ທຸກ​ວິທີ​ກ້າວ​ໄປ​ສູ່​ທິດ​ດັ່ງກ່າວ.