ຢູ່ຈີນມີສຸພາສິດຄຳໜຶ່ງທີ່ວ່າເໝິນຖິງເຢ້ີຊື້ ແປວ່າຢູ່ໜ້າປະຕູເຮືອນເນືອງນັນປານຕະ ຫຼາດ.
ໃນສະໄໝຍຸດທະຈັກ,ທ່ານໂຈ່ຈີ້ ມະຫາເສນາບໍດີຂອງລັດຊີເປັນຄົນເອິກໃຫຍ່ຄີງສູງ ໜ້າຈົບຕາງາມ,ແລະມີກິລິຍາມາລະຍາດດີ.ຕອນເຊົ້າມື້ໜຶ່ງ,ເພິ່ນທັງຢືນແຍງແວ່ນເບິ່ງ ເສື້ອຜ້າທ່ີຕົນນຸ່ງ,ທັງຖາມເມຍວ່າ: "ຖ້າທຽບກັບພະຍາສີຢູ່ຄຸ້ມບ້ານເໜືອແລ້ວ,ໃຜຈະ ງາມ ກວ່າກັນ?" ເມຍຂອງເພິ່ນເວົ້າແກມຫົວຕອບວ່າ: "ອ້າວກໍງາມກວ່າຫຼາຍແລ້ວ ບໍ,ເຮັດແນວໃດພະຍາສີເພິ່ນຈະທຽບກັບອ້າຍໄດ້້." ສ່ວນພະຍາສີຢູ່ຄຸ້ມບ້ານເໜືອໃນ ຄາວນັ້ນແມ່ນຊາຍງາມທີ່ລືຊ່ືຂອງລັດຊີ. ທ່ານໂຈ່ຈີ້ກໍຍັງບໍ່ເຊື່ອໝັ້ນຄຳເວົ້າຂອງເມຍ ເທ່ືອ,ແລ້ວເລີຍໄປຖາມເມຍນ້ອຍວ່າ: "ອ້າຍກັບພະຍາສີ,ໃຜງາມກວ່າກັນ?" ເມຍ ນ້ອຍກົ້ມໜ້າລົງແລ້ວຕອບວ່າ: "ພະຍາສີເພິ່ນຈະມີບ່ອນໃດງາມທໍ່ອ້າຍ." ຜ່ານເວ ລາໄປຄາວໜຶ່ງ,ເລີຍມີແຂກຜູ່ໜ່ຶງມາຢາມທ່ານໂຈ່ຈີ້,ທ່ານໂຈ່ຈີ້ຈຶ່ງເລີຍຖາມແຂກຜູ່ ນັ້ນວ່າ: "ຖ້າເອົາຮູບໂສມຂອງຂ້າພະເຈົ້າໄປທຽບກັບພະຍາສີແລ້ວ,ໃຜຈະເດັ່ນກວ່າ ກັນ?" ແຂກຜູ່ນັ້ນເວົ້າວ່າ: "ທ່ານແມ່ນງາມກວ່າພະຍາສີແທ້."
ມື້ລຸນມາ,ກໍພໍດີພະຍາສີມາຢາມທ່ານໂຈ່ຈີ້.ທ່ານໂຈ່ຈີ້ແຍງເບິ່ງພະຍາສີຢ່າງລັບໆ,ແລ້ວ ກໍ່ຮູ້ສຶກວ່າຕົນສູ້ເພິ່ນບໍ່ໄດ້.ຄອງຖ້າໃຫ້ພະຍາສີລາເມືອແລ້ວ,ເພິ່ນກໍມາແຍງແວ່ນເບິ່ງ ເຈົ້າຂອງຢ່າງລະອຽດອີກເທື່ອໜ່ຶງ,ແລ້ວຮູ້ສຶກວ່າ,ເມື່ອທຽບກັບພະຍາສີແລ້ວ,ໜ້າຕາ ຂອງຕົນແມ່ນໄກກັນຕັ້ງແສນໂຍດ.ໃນຕອນຄຳ່ມື້ນັ້ນ,ເພິ່ນນອນເທີ້ງຢູ່ເທິງຕຽງກໍສຸມໃຈ ຄຶດແຕ່ບັນຫາດຽວຄື: "ເປັນຫຍັງເມຍຫຼວງແລະເມຍນ້ອຍພ້ອມທັງແຂກຄົນ,ໃຜກໍມີ ແຕ່ຊູຊີເວົ້າວ່າ, ຂ້ອຍງາມກວ່າພະຍາສີ?" ຄຶດຫຼຳໄປຫຼຳມາ,ໃນທີ່ສຸດ,ເພິ່ນເລີຍຫູ ແຈ້ງຕາໄສຂຶ້ນພ້ອມບາດ.
ພໍຮຸ່ງເຊົ້າຂຶ້ນມາ,ທ່ານໂຈ່ຈີ້ກໍ່ອອກໄປເຂົ້າເຝົ້າເຈົ້າຊີວິດຊີອຸ່ຍອວງ,ແລະກາບບັງຄົມ ທູນຕໍ່ເຈົ້າຊີວິດຊີອຸ່ຍວາງວ່າ: "ຂ້າພະບາດຮູ້ດີວ່າພະຍາສີງາມກວ່າຜູ່ຂ້າແທ້ໆ,ແຕ່ ປານນັ້ນ,ເມຍຫຼວງແລະເມຍນ້ອຍພ້ອມທັງແຂກຄົນໃຜກໍ່ເວົ້າວ່າ,ຂ້າພະບາດງາມກວ່າ ພະຍາສີ, ຍ້ອນຫຍັງຈຶ່ງເປັນແນວນີ້?ທີ່ຈິງແລ້ວແມ່ນຍ້ອນວ່າ,ເມຍຫຼວງເຂົ້າຂ້າງຂ້າ ພະບາດຫຼາຍໂພດ,ເມຍນ້ອຍກໍຢ້ານຂ້າພະບາດ,ສ່ວນແຂກນັ້ນເມື່ອມີເລື່ອງຫຍັງກໍມາ ຂໍຄວາມເຫັນນຳແຕ່ຂ້າພະບາດ,ສະນັ້ນ,ພວກເຂົາເຈົ້າໃຜຈຶ່ງມັກເວົ້າຍົກເວົ້າຍ້ອງຂ້າ ພະບາດ,ບໍ່ເວົ້າເລື່ອງຈິງ.ປະຈຸບັນ,ຢູ່ລັດຊີ,ໃນພະລາຊະສຳນັກໃຜໆກໍ່ຮັກຫອມຖະ ໜອມຕຸ້ມເຈົ້າຊີວິດ,ພວກເສນາອາມາດທຸກຖ້ວນໜ້າໃຜກໍ່ຢ້ານກົວເຈົ້າຊີວິດ,ໄພ່ຟ້າ ຂ້າແຜ່ນດິນທັງຫຼາຍໃຜມີເລື່ອງຫຍັງກໍຂໍໃຫ້ເຈົ້າຊີວິດໂຜດເກົ້າໂຜດຂະໝອມແກ້ໄຂ ຊ່ອຍ,ເມື່ອສັງເກດແລ້ວເຫັນວ່າ,ຜູ່ທີ່ເວົ້າ ຍົກເວົ້າຍ້ອງເຈົ້າຊີວິດນັ້ນຈັ່ງແມ່ນຫຼາຍແທ້ ຫຼາຍວ່າ,ລະດັບປິດຫູປິດຕາເຈົ້າຊີວິດກໍແມ່ນໜັກໜ່ວງສຸດຂະໜາດ."
ເມ່ືອເຈົ້າຊີວິດຊີອຸ່ຍອວງຟັງແລ້ວ,ກໍຮູ້ສຶກວ່າມີເຫດມີຜົນ,ຈຶ່ງມີພະລາຊະໂອງການຕັດ ສັ່ງໃນທັນທີວ່າ,ສັ່ງໃຫ້ມວນຊົນອອກຄຳຄິດຄຳເຫັນຫຼາຍທໍ່ໃດຍິງດີທໍ່ນັ້ນ,ຜູ່ມີຄວາມ ເຫັນຫຼືຕັ້ງຂໍ້ສະເໜີຂຶ້ນມາຈະໄດ້ຮັບລາງວັນ,ແລະໄດ້ວາງວິທີລະອຽດອອກມາວ່າ: "ຈະແມ່ນຂ້າຣາຊະການແລະລາສະດອນຜູ່ໃດຫາກຕິຕຽນຂໍ້ຂາດຕົກຂອງພະອົງເຮົາ ຢູ່ຕໍ່ພະເນດພະກັນ,ຈະໄດ້ຮັບລາງວັນຊັ້ນທີໜຶ່ງ;ຜູ່ທີ່ຖວາຍດີກາຕັກເຕືອນພະອົງເຮົາ, ຈະໄດ້ຮັບລາງວັນຊັ້ນກາງ;ຜູ່ທີ່ສາມາດຫາລືຂໍ້ຂາດຕົກຂອງພະອົງເຮົາຕາມຖະໜົນ ຫົນທາງຫຼືຢູ່ພະລາຊະສຳນັກ,ເມື່ອສົ່ງຮອດພະກັນຂອງພະອົງເຮົາກໍຈະໄດ້ຮັບລາງວັນ ຊັ້ນທີສາມ."
ພໍຄຳສັ່ງດັ່ງກ່າວລົງແລ້ວ,ເສນາບໍດີທັງຫຼາຍກໍພາກັນເຂົ້າມາພະລາດຊະວັງແລ້ວສະ ເໜີຄວາມເຫັນ,ຢູ່ໜ້າປະຕູແລະຢູ່ໃນພະລາດຊະວັງ,ເຊິ່ງມີຄົນໄປໆມາໆລຸດໆລ້າຍໆ ເນືອງນັນປານຕະຫຼາດເອົາໂລດ;ຕໍ່ມາບໍ່ພໍທໍ່ໃດເດືອນກໍຍັງມີຄົນເຂົ້າມາກາບບັງຄົມທູນ ຖວາຍດີກາເລືອ່ຍໆ;ປີໜ່ຶງກາຍໄປແລ້ວ,ເຖິງວ່າຍັງມີຄົນຍິນດີເວົ້າຄວາມຊື່,ແຕ່ພັດບໍ່ ມີຄວາມເຫັນຫຍັງ.ແຕ່ນັ້ນມາ,ເຈົ້າຊີວິດຊີອຸ່ຍອວງກໍວ່າຍ້ອນລາຊະການແຜ່ນດິນຂອງ ລັດຊີເຮັດໄດ້ເປັນຢ່ງາດີ,ລັດຢູ່ອ້ອມຂ້າງຈຶ່ງທະຍອຍກັນມາສ້າງສຳພັນທະໄມຕີກັບລັດ ຊີ.
ຄວາມໝາຍເດີມຂອງນິທານເລື່ອງນີ້ແມ່ນເພື່ອສະດຸດີເຈົ້າຊີວິດຊີອຸ່ຍອວງບໍ່ຖືກຄຳປະ ຈົບປະແຈງປິດຫູບັງຕາແລ້ວ,ພະຍາຍາມໃຫ້ມວນຊົນອອກຄຳຄິດຄຳເຫັນຫຼາຍທໍ່ໃດ ຍິງດີທໍ່ນັ້ນ,ເພື່ອຮັບຟັງຄວາມເຫັນກ່ຽວກັບລາຊະການແຜ່ນດິນໃຫ້ດີຂຶ້ນ.ແຕ່ວ່າປະຈ ຸບັນນີ້,ຄວາມໝາຍທາງດ້ານນີ້ໃນນິທານສຸພາສິດດັ່ງກ່າວກໍຄ່ອຍໆຈືດຈາງໄປແລ້ວ, ໃນຊີວິດປະຈຳວັນ,ພວກເຮົາມັກສວຍໃຊ້ສະພາບເນືອງນັນຂອງລັດຊີໃນນິທານດັ່ງກ່າວ ເຊິ່ງໃຜໆກໍເຂົ້າມາຖວາຍດີກາຢູ່ພະລາດຊະວັງນັ້ນມາສົມມຸດເປັນເລື່ອງເປັນເລື່ອງທີ່ ຄົນທັງຫຼາຍມາໂຮມກັນຢ່າງຫຼວງຫຼາຍພາຍມາກເກືອບທຸກເວລາ.
|