ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-01 20:37:49    
ສູນຄົ້ນຄວ້າວັນນະຄະດີເດັກນ້ອຍປັກກິ່ງສ້າງຕັ້ງຂຶ້ນ(ສຽງ)

cri

                                 

  

ວັນທີ30ພຶດສະພາ,ພິທີສ້າງຕັ້ງສູນຄົ້ນຄວ້າວັນນະຄະດີເດັກນ້ອຍປັກກິ່ງໄດ້ຈັດຂຶ້ນຢູ່ຫໍ
ສະໝຸດເດັກນ້ອຍຊາວໜຸ່ມເຍົາວະຊົນຄຸ້ມຕາເວັນຕົກປັກກິ່ງ,ນັກວັນນະຄະດີເດັກນ້ອຍ
ທີ່ມີຊື່ສຽງຫຼາຍທ່ານຄືທ່ານຊຸ່ນໂຢ້ຈຸ່ນ,ທ່ານຈິ່ນໂປ່ແລະທ່ານມາກວ່າງຟູ້ເປັນຕົ້ນເຕົ້າ
ໂຮມກັນຢູ່ແຫ່ງນີ້,ພ້ອມກັນກັບສະມາຊິກໜຸ່ມນ້ອຍຂອງສະມາຄົມວັນນະຄະດີຊິ່ງຊິ່ງ
ສາວສະເຫຼີມສະຫຼອງອົງການວັນນະຄະດີຂອງເດັກນ້ອຍອົງການນີ້ສ້າງຕັ້ງຂຶ້ນ.

ວັນທີ30ພຶດສະພາໃນສາມປີກ່ອນ,ສະມາຄົມນັກປະພັນປັກກິ່ງ,ຄະນະກຳມະການວັນ
ນະຄະດີຄຸ້ມຕາເວັນຕົກ,ຄະນະກຳມະການການສຶກສາຄຸ້ມຕາເວັນຕົກປັກກິ່ງແລະສຳ
ນັກງານວາລະສານຕ່ົງຟ່າງຊ້າວນຽນແປ່ວ່າເຍົາວະຊົນຝ່າຍຕາເວັນອອກຮ່ວມມືກັນ
ສ້າງຕັ້ງສະມາຄົມວັນນະຄະດີຊິ່ງຊິ່ງສາວຢູ່ຫໍສະໝຸດເດັກນ້ອຍເຍົາວະຊົນຄຸ້ມຕາເວັນ
ຕົກປັກກ່ິງ,ເດັກນ້ອຍທີ່ເປັນສະມາຊິກມັກແຕ່ງບົດປະພັນວັນນະຄະດີຢ່າງຫຼວງຫຼາຍ
ໄດ້ເຂົ້າຮ່ວມສະມາຄົມດັ່ງກ່າວຢ່າງບໍ່ຢຸດຢັ້ງ,ແລະໄດ້ຮັບຜົນງານທີ່ເປັນໜ້າພາກພູມ
ໃຈ.ບົດຄວາມອັນດີເລີດຂອງສະມາຊິກທັງຫຼາຍໄດ້ພິມຈຳໜ່າຍເປັນປື້ມຊຸມນຸມສອງ
ເຫຼັ້ມ.ນອກຈາກຈັດພັກແຮມລະດູຮ້ອນແລະການເຄື່ອນໄຫວທັດສະນະສຶກສາຊະນິດ
ຕ່າງໆແລ້ວ,ນັກວັນນະຄະດີເດັກນ້ອຍຍຸກປະຈຸບັນຫຼາຍທ່ານເຊັ່ນທ່ານຊຸ່ນໂຢ້ຈຸ່ນແລະ ທ່ານຈິ່ນໂປ່ເປັນຕົ້ນຍັງໄດ້ຈັດງານກ່າວປະຖະກະຖາເຜີຍແຜ່ຄວາມຮູ້ວັນນະຄະດີ40
ກວ່າຄັ້ງ,ເຮັດໃຫ້ຄວາມສາມາດດ້ານການແຕ່ງບົດປະພັນວັນນະຄະດີແລະການຊົມ
ບົດປະພັນວັນນະຄະດີຂອງສະມາຊິກໜຸ່ມນ້ອຍ280ກວ່າຄົນທີ່ມີອາຍຸສະເລ່ຍແຕ່12
ປີຫາ15ປີສູງຂຶ້ນຢ່າງຫຼວງຫຼາຍ.

ທ່ານລູຮ້າວໄຊ ເລຂາຄະນະພັກສະມາຄົມວັນນະຄະດີນະຄອນປັກກິ່ງເວົ້າວ່າ:"ບຸນ
ເດັກນ້ອຍຈະມາເຖິງ,ການສ້າງຕັ້ງສູນຄົ້ນຄວ້າວັນນະຄະດີເດັກນ້ອຍປັກກິ່ງກ່ອນບຸນ
ນີ້,ໄດ້ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ວັນນະຄະດີເດັກນ້ອຍຂອງນັກປະພັນວັນ
ນະຄະດີເດັກນ້ອຍຈີນ,ກໍແມ່ນຂອງຂວັນອັນລ້ຳຄ່າທີ່ພວກທ່ານມອບໃຫ້ພວກນ້ອງ
ນ້ອຍ.ການສ້າງຕັ້ງສູນຄົ້ນຄວ້າວັນນະຄະດີເດັກນ້ອຍປັກກິ່ງແມ່ນເລື່ອງຈຳເປັນທີ່ສຸດ
ຕໍ່ການຊັກນຳຊາວໜຸ່ມເຍົາວະຊົນອ່ານປື້ມໜັງສືແລະຊັກນຳນັກປະພັນແຕ່ງບົດປະ
ພັນອັນດີທີ່ມີຜົນດີທາງກາຍແລະໃຈຕໍ່ຊາວໜຸ່ມເຍົາວະຊົນ."

ໃນເວລາຫວນຄືນຂະບວນວິວັດຂະຫຍາຍຕົວຂອງສະມາຄົມຊິ່ງຊິ່ງສາວ,ທ່ານ
ຫຼີຊິ່ງ ຮອງປະທານປະຈຳສະມາຄົມນັກປະພັນປັກກິ່ງເວົ້າວ່າ: "ສະມາຄົມວັນນະ
ຄະດີຊິ່ງຊິ່ງສາວໄດ້ເດີນຜ່ານເວລາສາມປີ,ໃນເບື້ອງຕົ້ນ,ພວກເຮົາບໍ່ຮູ້ວ່າຈະໄດ້
ຜົນຫຍັງ,ຊູ່ມື້ນີ້,ເມື່ອຄົນທັງຫຼາຍພ້ອມກັນທຳຄວາມພະຍາຍາມແລ້ວ,ເບ້ຍຕົ້ນໄມ້
ນ້ອຍໆໄດ້ໃຫຍ່ໄວງາມດີ,ແລະມີຜົນສະທ້ອນຢ່າງກວ້າງຂວາງແລະດີງາມຕໍ່ປັກກິ່ງ
ກໍ່ຄືທົ່ວປະເທດ." ທ່ານຫຼີຊິ່ງຍັງບອກຂ່າວດີໃຫ້ນັກປະພັນໜຸ່ມນ້ອຍຊາບວ່າ,ແວບ
ໄຊວັນນະຄະດີເດັກນ້ອຍພາສາຈີນສາກົນຈະໄຂຂຶ້ນຢ່າງເປັນທາງການໃນວັນທ
ີ15ມິຖຸນາ,ຮອດເວລານັ້ນ,ແວບໄຊດັ່ງກ່າວຈະຈັດການແຂ່ງຂັນວັນນະຄະດີເດັກ
ນ້ອຍທາງອິນເທີເນັດຄັ້ງປະຖົມມະເລີກ,ເກັບໂຮມເອົາບົດປະພັນວັນນະຄະດີເດັກ
ນ້ອຍອັນດີເລີດໃນທົ່ວໂລກແລະຈະສະເຫຼີຍຜົນໃນເດືອນກັນຍາປີນີ້.

ພ້ອມກັນນັ້ນ,ນັກຂ່າວໄດ້ຊາບຈາກຫໍສະໝຸດເດັກນ້ອຍຊາວໜຸ່ມເຍົາວະຊົນຄຸ້ມຕາ
ເວັນຕົກປັກກິ່ງວ່າ,ໃນໄລຍະບຸນເດັກນ້ອຍ,ຫໍສະໝຸດແຫ່ງນີ້ຈະຈັດການເຄື່ອນໄຫວ
ປະກວດເດັກນ້ອຍທີ່ມັກອ່ານປື້ມໜັງສື,ຍັງຈະຕັ້ງຫ້າງນະວະນິຍາຍດີເລີດໂດຍສະ
ເພາະຢູ່ຫ້ອງອ່ານໜັງສືສັງລວມ,ສະເໜີນະວະນິຍາຍທີ່ມີຊື່ສຽງຂອງຈີນແລະຕ່າງ
ປະເທດ;ໃນວັນທີ1ມິຖຸນາ,ເດັກນ້ອຍທີ່ມາຫຼິ້ນຢູ່ແດນສະຫວັນເດັກນ້ອຍແລະຫ້ອງ
ຊົມວິດີໂອນັ້ນມີແຕ່ເສຍຄ່າພຽງເຄິ່ງໜ່ຶງ.