ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-01 22:11:29    
ຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວ
ໄດ້ປະກາດຍົກເລີກ

cri

ຕາມຂ່າວCRI,ວັນທີ1ມິຖຸນາ,ພາຍຫຼັງທ່ານອາລາວີຜູ່ຖືກສະເໜີໃຫ້ເປັນນາຍົກລັດຖະ
ມົນຕີຂອງລັດຖະບານຊົ່ວຄາວຂອງອີລັກໃນອະນາຄົດໄດ້ປະກາດລາຍຊື່ຂອງສະມາ
ຊິກຄະນະລັດຖະບານຊຸດໃໝ່ແລ້ວ,ຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວໄດ້ປະ
ກາດຍົກເລີກ.

ມື້ດຽວກັນ,ສະມາຊິກຜູ່ໜຶ່ງຂອງຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວທີ່ບໍ່ຍ່ອມ
ບອກຊື່ກ່າວວ່າ,ຍ້ອນວ່າລັດຖະບານຊົ່ວຄາວຂອງອີລັກໃນອະນາຄົດໄດ້ຈໍ່ຕົວຂຶ້ນ
ແລ້ວ,ສະມາຊິກທັງໝົດຂອງຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວລ້ວນແຕ່
ປ່ອນບັດເຫັນດີໃຫ້ຍຸບຄະນະກຳມະການດັ່ງກ່າວ,ເພື່ອໃຫ້ລັດຖະບານຊຸດໃໝ່ເລີ່ມ
ປະຕິບັດໜ້າທີ່ຂອງຕົນ.

ຄະນະກຳມະການຄຸ້ມຄອງອີລັກຊົ່ວຄາວທີ່ປະກອບດ້ວຍ25ຄົນແມ່ນສ້າງຕັ້ງຂຶ້ນໃນ
ເດືອນກໍລະກົດປີ2003,ສະມາຊິກສ່ວນຫຼາຍແມ່ນເຈົ້າໜ້າທ່ີຍຶດຄອງຂອງທະຫານ
ປະສົມປະຈຳອີລັກເປັນຜູ່ບົ່ງຕົວ.ຕາມແຜນການເດີມ,ຄະນະກຳມະການຄຸ້ມຄອງອີ
ລັກຊົ່ວຄາວຈະຍຸບໃນວັນທີ30ມິຖຸນາຄືຫຼັງຈາກເຈົ້າໜ້າທີ່ຍຶດຄອງຂອງທະຫານປະ
ສົມມອບອຳນາດອະທິປະໄຕໃຫ້ອີລັກແລ້ວ.