 (ວັນທີ1ມິຖຸນາ,ທ່ານຢາວານ ປະທານາທິບໍດີຜູ່ໃໝ່ຂອງອີຣັກ<ຜູ່ນຸ່ງຊຸດອາລາບສີຂາວ> ແລະຮອງປະທານາທິບໍດີສອງທ່ານພ້ອມດ້ວຍທ່ານອາລາວີ ນາຍົກລັດຖະມົນຕີຜູ່ໃໝ່ ຂອງອີຣັກແລະສະມາຊິກຫຼາຍທ່ານຂອງລັດຖະບານຊຸດໃໝ່ຂອງອີຣັກຖ່າຍພາບໝູ່ກັບ ທ່ານປຼາຮິມີ ທູດພິເສດຂອງທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ)
CRIລາຍງານວ່າ:ວັນທີ1ມິຖຸນາ,ໃນພິທີສ້າງຕັ້ງລັດຖະບານຊົ່ວຄາວຊຸດໃໝ່ທີ່ຈັດຂຶ້ນ ຢູ່ທີ່ແບກແດດ,ທ່ານອາລາວີ ນາຍົກລັດຖະມົນຕີຜູ່ໃໝ່ຂອງອີຣັກໄດ້ປະກາດບັນຊີ ລາຍຊື່ຂອງສະມາຊິກລັດຖະບານຊຸດໃໝ່ຢ່າງເປັນທາງການ,ຖັດມາ,ຄະນະກຳມະ ການຄຸ້ມຄອງອີຣັກຊົ່ວຄາວກໍຖືກຍຸບເລີກກ່ອນເວລາກຳນົດ.
 (ທ່ານຢາວານ ປະທານາທິບໍດີຜູ່ໃໝ່ຂອງອີຣັກກ່າວຄຳປາໄສໃນພິທີສ້າງຕັ້ງລັດຖະບານ ຊຸດໃໝ່ຂອງອີຣັກ)
ສະມາຊິກລັດຖະບານຊຸດໃໝ່33ຄົນ ເຊ່ິງລວມທັງທ່ານອາລາວີ ທ່ານຢາວານ ປະ ທານາທິບໍດີຜູ່ໃໝ່ພ້ອມດ້ວຍຮອງປະທານາທິບໍດີສອງຄົນໄດ້ພົບໜ້າກັບສື່ມວນຊົນ ໃນພິທີມື້ວານນີ້.ລັດຖະບານຊຸດໃໝ່ຈະເລີ່ມຄອງອຳນາດພາຍຫຼັງຮັບເອົາອຳນາດ ຈາກເຈົ້າໜ້າທີ່ອາເມລິກາອັງກິດຜູ່ຍຶດຄອງໃນວັນທີ30ມິຖຸນາປີນີ້,ຈົນຮອດຈັດການ ເລືອກຕັ້ງທົ່ວໄປໃນຕົ້ນປີໜ້າ.ທ່ານອາລາວີເວົ້າວ່າ,ລັດຖະບານຊຸດໃໝ່ຈະຍາດແຍ່ງ ເອົາອະທິປະໄຕຄືນໃຫ້ໝົດ.
 (ທ່ານອາລາວີ ນາຍົກລັດຖະມົນຕີຜູ່ໃໝ່ຂອງອີຣັກກ່າວຄຳປາໄສໃນພິທີສ້າງຕັ້ງລັດຖະ ບານຊຸດໃໝ່ຂອງອີຣັກ)
 (ທ່ານຢາວານກັບຮອງປະທານາທິບໍດີສອງທ່ານ)
|