ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-02 11:25:52    
ປະຊາຄົມໂລກສະແດງຄວາມຊົມເຊີຍ
ຕໍ່ການສ້າງຕັ້ງຂຶ້ນຂອງລັດຖະບານຊຸດ
ໃໝ່ຂອງອີຣັກ(ພາບ)

cri


(ທ່ານປຼາຮິມີ ທູດພິເສດຂອງທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດເຂົ້າ
ຮ່ວມພິທີສ້າງຕັ້ງລັດຖະບານຊຸດໃໝ່ຂອງອີຣັກ)

CRIລາຍງານວ່າ:ວັນທີ1ມິຖຸນາ,ປະຊາຄົມໂລກສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງ
ຂຶ້ນຂອງລັດຖະບານຊຸດໃໝ່ຂອງອີຣັກ.

ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດເວົ້າວ່າ,ການສ້າງຕັ້ງຂຶ້ນຂອງ
ລັດຖະບານຊຸດໃໝ່ຂອງອີຣັກແມ່ນການເລີ່ມຕົ້ນອັນໃໝ່,ອີຣັກຍັງຕ້ອງການສຳເລັດ
ວຽກງານທີ່ທຸກຍາກລຳບາກຢ່າງຫຼວງຫຼາຍ.ທ່ານມູຊາ ເລຂາທິການໃຫຍ່ສັນນິປາດ
ປະເທດອາລາບແລະທ່ານມູປາຣັກ ປະທານາທິບໍດີເອຢິບແຍກກັນກ່າວວ່າ,ຈະອອກ
ແຮງສຸດຂີດສະໜັບສະໜູນລັດຖະບານຊຸດໃໝ່ຂອງອີຣັກ.


(ວັນທີ1ມິຖຸນາ,ທ່ານເບຼເມີ ຜູ່ວ່າການຝ່າຍພົນລະເຮືອນສູງສຸດຂອງອາເມລິກາປະຈຳ
ອີຣັກ<ຜູ່ທີສອງຢູ່ເບື້ອງຊ້າຍ>ກັບທ່ານຊັນເຈສ໌<ຜູ່ທີໜຶ່ງຢູ່ເບື້ອງຊ້າຍ>ຂອງກອງທະ
ຫານອາເມລິກາເຂົ້າຮ່ວມພິທີສ້າງຕັ້ງລັດຖະບານຊຸດໃໝ່ຂອງອີຣັກຢູ່ແບກແດດ)

ທ່ານບຸສ ປະທານາທິບໍດີອາເມລິກາສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງຂຶ້ນຂອງລັດ
ຖະບານຊຸດໃໝ່ຂອງອີຣັກ.ແຕ່ທ່ານກ່າວເຕືອນວ່າ,ໃນຕໍ່ໄປພາຍໜ້າ,ອີຣັກຍັງອາດຈະ
ເກີດເຫດການຫຼອນໂຈມຕີຫຼາຍກວ່າເກົ່າທີ່ແນໃສ່ກອງທະຫານອາເມລິກາແລະກອງ
ທະຫານປະເທດພັນທະມິດ.ທ່ານໂທນີ ແບຼ ນາຍົກລັດຖະມົນຕີອັງກິດຮຽກຮ້ອງສະ
ພາຄວາມໝັ້ນຄົງຜ່ານມະຕິກ່ຽວກັບບັນຫາອີລັກສະບັບໃໝ່ໂດຍໄວ.