ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 08:40:46    
ຈີນຈະເລັ່ງລັດຊຸກຍູ້ການພັດທະນາແລະປະດິດສ້າງ ດ້ານວິທະຍາສາດເຕັກນິກ

cri
 ກອງປະຊຸມບັນດິດສະພາບັນດິດວິທະຍາສາດແລະສະພາບັນດິດວິສະວະກຳຈີນໄດ້ຈັດ
ຂຶ້ນຢູ່ທີ່ປັກກິ່ງໃນວັນທີ 2 ມິຖຸນາ.ໃນພິທີໄຂກອງປະຊຸມ,ທ່ານຮູຈີນທ່າວ ປະທານປະ
ເທດຈີນຊີ້ອອກວ່າ,ເພື່ອໃຫ້ວິທະຍາສາດເຕັກນິກເສີມຂະຫຍາຍບົດບາດໃຫຍ່ຫຼວງ
ກວ່າເກົ່າໃນການພັດທະນາເສດຖະກິດແລະສັງຄົມ,ຈີນຈະເພີ່ມການລົງທຶນໃນພາລະ
ກິດວິທະຍາສາດເຕັກນິກ,ພ້ອມກັນນັ້ນ,ຈະເລືອກແລະເຈາະຈົງພັດທະນາຫຼາຍຂົງເຂດ
ທີ່ກ່ຽວພັນເຖິງການພັດທະນາເສດຖະກິດສັງຄົມແລະສຸກຂະພາບຊີວິດຂອງປະຊາຊົນ.
ຜ່ານການພັດທະນາຂົງເຂດຈຸດໜັກ,ພາໃຫ້ກຳລັງແກ່ງແຍ່ງດ້ານວິທະຍາສາດເຕັກນິກ
ຂອງທົ່ວປະເທດຍົກສູງຂຶ້ນຢ່າງເດັ່ນຊັດ.ຕໍ່ໄປແມ່ນບົດແຈ້ງຂ່າວຂອງນັກຂ່າວCRIພວກ
ເຮົາ:

ແຕ່ໄດ້ສ້າງຕັ້ງປະເທດຈີນໃໝ່ເປັນຕົ້ນມາ,ໂດຍສະເພາະແມ່ນໃນ 20 ກວ່າປີມານີ້,ພາ
ລະກິດວິທະຍາສາດເຕັກນິກຂອງຈີນພັດທະນາຢ່າງຟົດຟື້ນ,ໄດ້ສ້າງລະບົບວິທະຍາ
ສາດເຕັກນິກທີ່ມີຂະແໜງວິຊາຄົບຖ້ວນໃນເບື້ອງຕົ້ນ,ໄດ້ຮັບໝາກຜົນປະດິດສ້າງວິທະ
ຍາສາດເຕັກນິກທີ່ສຳຄັນຈຳນວນຫຼວງຫຼາຍ,ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນ
ການພັດທະນາເສດຖະກິດ ຄວາມກ້າວໜ້າຂອງສັງຄົມແລະຄວາມປອດໄພຂອງຊາດ.
ແຕ່ບໍ່ວ່າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດສັງຄົມຈີນ
ຫຼືທຽບໃສ່ລະດັບກ້າວໜ້າຂອງໂລກ,ລະດັບພັດທະນາວິທະຍາສາດເຕັກນິກຂອງຈີນກໍ
ຍັງຂ້ອນຂ້າງຫຼ້າຫຼັງ,ເຕັກນິກສຳຄັນໃນຫຼາຍຂົງເຂດສຳຄັນຄືເຕັກນິກຂໍ້ມູນຂ່າວສານ
ເປັນຕົ້ນຍັງຕ້ອງອາໄສຊື້ຈາກຕ່າງປະເທດ,ໂດຍສະເພາະແມ່ນໂຄງປະກອບແລະກົນ
ໄກຄວາມກ້າວໜ້າແລະປະດິດສ້າງວິທະຍາສາດເຕັກນິກທີ່ສອດຄ່ອງກັບການພັດທະ
ນາຂອງເສດຖະກິດຕະຫຼາດສັງຄົມນິຍົມຂອງຈີນໃນປະຈຸບັນຍັງບໍ່ທັນຈໍ່ຕົວຂຶ້ນຢ່າງສົມ
ບູນເທື່ອ.

ໂດຍແນໃສ່ສະພາບປະຈຸບັນຂອງການພັດທະນາພາລະກິດວິທະຍາສາດເຕັກນິກຂອງ
ຈີນ,ໃນກອງປະຊຸມບັນດິດສອງສະພາທີ່ຈັດຂຶ້ນໃນມື້ນີ້,ທ່ານຮູຈີນທ່າວ ປະທານປະເທດ
ຈີນຊີ້ອອກວ່າ:

ຄວາມສາມາດປະດິດສ້າງເອງໄດ້ກາຍເປັນປັດໃຈຊີ້ຂາດແຫ່ງກຳລັງແກ່ງແຍ່ງແກງກາງ
ຂອງຊາດ,ຈີນຢາກເປັນເຈົ້າການໃນການແກ່ງແຍ່ງດ້ານວິທະຍາສາດເຕັກນິກສາກົນແລ້ວ
ກໍຈະຕ້ອງຖືເອົາການຊຸກຍູ້ໃຫ້ວິທະຍາສາດເຕັກນິກກ້າວຫນ້າແລະການປະດິດສ້າງວິທະ
ຍາສາດເຕັກນິກເປັນຂອດສຳຄັນທີ່ຊຸກຍູ້ໃຫ້ພາລະກິດວິທະຍາສາດເຕັກນິກທັງຫມົດຂະ
ຫຍາຍອອກ,ໂດຍຜ່ານການພັດທະນາຂົງເຂດຈຸດຫນັກ,ພາໃຫ້ກຳລັງແກ່ງແຍ່ງດ້ານວິ
ທະຍາສາດເຕັກນິກຫມົດປະເທດຍົກສູງຂຶ້ນຢ່າງເດ່ັນຊັດ.

ທ່ານເວົ້າວ່າ,ຈີນແມ່ນປະເທດພວມພັດທະນາ,ກຳລັງການເງິນມີຈຳກັດ,ສະນັ້ນ,ການພັດ
ທະນາວິທະຍາສາດເຕັກນິກຕ້ອງມີຈຸດຫນັກ,ຕ້ອງເລືອກແລະດຳເນີນການເຈາະຈົງພັດ
ທະນາຫຼາຍໂຄງການທີ່ພົວພັນເຖິງການພັດທະນາເສດຖະກິດສັງຄົມຄວາມປອດໄພຂອງ
ຊາດ,ສຸຂະພາບຊີວິດຂອງປະຊາຊົນແລະສ່ິງແວດລ້ອມຊີວະພາບ,ປະຈຸບັນນີ້,ຕ້ອງເພ່ີມ
ຄວາມແຮງໃນການສະຫນັບສະຫນູນການຄົ້ນຄວ້າວິທະຍາສາດເຕັກນິກໃນຂົງເຂດຂ້ໍ
ມູນຂ່າວສານ ຊີວະຊາດ ພະລັງງານ ວັດຖຸອຸປະກອນໃຫມ່ເປັນຕົ້ນ,ພະຍາຍາມກຳເຕັກ
ນິກແກງກາງໃນຂົງເຂດເຫຼ່ົານີ້,ແລະມີສິດຊັບສິນທາງປັນຍາຂອງຕົນເອງ,ແລະຖືເອົາການ
ພັດທະນາແບບບຸກທະລຸໃນຂົງເຂດເຫຼ່ົານີ້ຊັກນຳໃຫ້ລະດັບວິທະຍາສາດເຕັກນິກຂອງຈີນ
ຍົກສູງຂຶ້ນໃນດ້ານກວມລວມ.

ເພື່ອຂ້ຽວເລັ່ງການພັດທະນາພາລະກິດວິທະຍາສາດເຕັກນິກ,ທ່ານຮູຈີນທ່າວ ປະທານ
ປະເທດຈີນຊີ້ອອກວ່າ, ອົງການປົກຄອງທຸກຂັ້ນຕ້ອງເພ່ີມທະວີການສະຫນັບສະຫນູນພາ
ລະກິດວິທະຍາສາດເຕັກນິກ,

ຖືເອົາການລົງທຶນໃນດ້ານວິທະຍາສາດເຕັກນິກເປັນການລົງທຶນແບບຍຸດທະສາດສາທາ
ລະນະ,ແລະລົງທຶນຫຼາຍກວ່າເກ່ົາ,ຊັບພະຍາກອນມະນຸດແມ່ນຂໍກະແຈຂອງການປະດິດ
ສ້າງວິທະຍາສາດເຕັກນິກ,ຕ້ອງບູລະນະອົງປະກອບຜູ່ມີຄວາມຮູ້ຄວາມສາມາດທີ່ສອດ
ຄ່ອງກັບຄວາມຕ້ອງການໃນການພັດທະນາວິທະຍາສາດເຕັກນິກໃຫ້,ພັດທະນາຖັນແຖວ
ຜູ່ມີຄວາມຮູ້ຄວາມສາມາດວິທະຍາສາດເຕັກນິກໃຫ້ເຕີບໂຕຢ່າງບໍ່ຢຸດຢັ້ງ.

ກອງປະຊຸມບັນດິດຂອງສອງສະພາເທື່ອນີ້ໄຂເປັນເວລາ5ມື້, ມີບັນດິດ1200ຄົນຈະລົງ
ເລິກຫາລືບັນຫາສຳຄັນກ່ຽວກັບການພັດທະນາວິທະຍາສາດເຕັກນິກແລະເຕັກນິກວິສາ
ວະກຳໃນ 20 ປີຕົ້ນສັດຕະວັດທີ 21,ແລະປະກອບຄວາມຄິດຄວາມເຫັນເພື່ອວາງແຜນ
ການພັດທະນາວິທະຍາສາດເຕັກນິກຍາວນານແລະຜານກາງແຫ່ງຊາດ.