ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 09:36:51    
ເສັ້ນຜົມຂອງມະນຸດ(ສຽງ)

cri

                                  

ເມ່ືອເວົ້າເຖິງຜົມ,ບໍ່ມີຜູ່ໃດບໍ່ຮູ້.ແຕ່ຜູ່ທ່ີຮູ້ຈັກຜົມຢ່າງແທ້ຈິງນັ້ນແມ່ນບໍ່ຫລາຍ.ການຄົ້ນ
ຄ້ວາສະແດງໃຫ້ເຫັນວ່າ,ອົງປະກອບດ້ານຟິດຊິກແລະດ້ານເຄມີຂອງຜົມຄົນເຮົາສາ
ມາດບັນທຶກຂ່າວຄາວຊະນິດຕ່າງໆດ້ານຊີວິດການເປັນຢູ່ຂອງຄົນຢ່າງແມ່ນຢຳ,ຜົມ
ເສັ້ນໜ່ຶງລວມທັງປະລິມານຂໍ້ມູນຢ່າງຫລວງຫລາຍ,ເກືອບນອກເໜືອຈາກຄວາມ
ຄາດຄິດຂອງຄົນທັງຫລາຍ.ພຽງແຕ່ອາໄສຜົມເສັ້ນໜ່ຶງຂອງທ່ານ,ນັກວິທະຍາສາດ
ກໍ່ສາມາດຮູ້ຈັກວ່າ ທ່ານໄດ້ກິນຫຍັງ,ພັກຢູ່ບ່ອນໃດ ແບບແຜນດຳລົງຊີວິດພ້ອມທັງ
ມີຄວາມເຄີຍຊິນຫຍັງແດ່ແລະຂໍ້ມູນສ່ວນຕົວຊະນິດຕ່າງໆ.

ທ່ານສູບຢາ ກິນເຫົຼ້າແລະເສບຢາເສບຕິດບໍ່?ເສັ້ນຜົມນ້ອຍໆກໍ່ຈະສາມາດເປີດເຜີຍ
ຄວາມລັບຂອງທ່ານ.ເສັ້ນຜົມຍາວ0,3 ຫາ0,5ມີລີແມັດຕໍ່ມື້,ບັນທຶກຊີວິດການເປັນຢູ່
ສ່ວນຕົວໃນຫລາຍເດືອນ,ຈົນກະທັ້ງຫລາຍປີ,ສະນັ້ນ,ເພ່ືອລຶບລ້າງຮ່ອງຮອຍ,ຜູ່ເສບ
ຢາເສບຕິດທາງລັບຈຳນວນໜ່ຶງມັກແຖຜົມໃຫ້ໝົດ.

ຍ່ິງກວ່ານັ້ນ,ທ່ານນາງເອມາ ເຟຼມານຂອງຫໍພິພິດທະພັນປະຫວັດສາດທຳມະຊາດ
ອັງກິດເວົ້າແນວນີ້ວ່າ"ເສັ້ນຜົມຂອງທ່ານກໍ່ແມ່ນການກະທຳຂອງທ່ານ."ຂ່າວສານ
ລອຍເຕີລາຍງານວ່າ,ຫໍພິພິດທະພັນດ່ັງກ່າວກໍຈະຈັດງານວາງສະແດງກ່ຽວກັບເສັ້ນ
ຜົມໂດຍຈຳເພາະໃນໄວໆນີ້.

ສ່ວນປະກອບຕົ້ນຕໍຂອງເສັ້ນຜົມແມ່ນທາດເຄຣາຕິນ,ກວມຍອດນ້ຳໜັກຂອງເສັ້ນ
ຜົມປະມານ 85 ຮອດ 90%.ນອກນີ້ຍັງມີຈຸນລະມວນສານ ທາດຄືໄຂມັນ ທາດ
ສີແລະນ້ຳ,ໄດ້ຈ່ົງໄວ້ຮ່ອງຮອຍຂອງບົດບາດປັດໄຈພາຍນອກລວມທັງອາຫານການ
ກິນແລະສະພາບແວດລ້ອມການເປັນຢູ່.ຈຳນວນແລະຄວາມນ້ອຍໃຫຍ່ຂອງເມັດ
ທາດສີທ່ີແຈກຢາຍຢູ່ເສັ້ນຜົມໄດ້ຕັດສິນສີທຳມະຊາດຫລາຍຢ່າງເຊັ່ນສີດຳ ສີມົ່ນ
ສີເຫືຼອງແລະສີແດງເປັນຕົ້ນ.

ຈາກເສັ້ນຜົມສາມາດວິນິດໄສເຊື້ອສາຍຂອງມະນຸດ,ຮູບແລະສີຂອງເສັ້ນຜົມແມ່ນ
ຈຸດພິເສດສຳຄັນຂອງເຊື້ອສາຍ.ເສັ້ນຜົມດຳຂອງຄົນຜີວເຫືຼອງເປັນຮູບກົມມົນຍາວ,
ອ່າວແຂງ, ສ່ວນຫລາຍເປັນຜົມຊ່ື.ສີຂອງເສັ້ນຜົມຄົນຜີວຂາວອ່າວອ່ອນ,ໜ້າຕັດ
ຂວາງເປັນຮູບໄຂ່,ເສັ້ນຜ່າກາງກໍ່ປ່ຽນແປງອ່າວຫລາຍ,ມີທັງແຂງທັງໜາແລະກໍ່ມີ
ທັງອ່ອນທັງແລບ,ເປັນຜົມຊ່ືຫລຶຜົມກູດ.ຜົມຂອງຄົນຜີວດຳແມ່ນສີດຳ,ໜ້າຕັດຂວາງ
ກໍ່ເປັນຮູບໄຂ່,ແຕ່ຂ້າງໜ່ຶງຮາບ,ຜົມທັງກູດທັງຖ່ີ.ເສັ້ນຜົມຂອງຄົນຜີວດຳຜ່ອຍທ່ີສຸດ
ແລະກໍ່ຍາວຊ້າທ່ີສຸດ,ເສັ້ນຜົມຂອງຄົນຜີວເຫືຼອງຍາວໄວກວ່າໝູ່,ແລະຫົດຍືດດີກວ່າ
ໝູ່.ເມ່ືອທຽບກັບຄົນຜີວດຳແລະຄົນຜີວຂາວແລ້ວ,ຄົນຜີວເຫືຼອງຜົມຫຼ່ົນອ່າວຊ້າ.

ທຳມະດາແລ້ວ,ຄົນຜູ່ໜ່ຶງມີຜົມປະມານໜ່ຶງແສນເສັ້ນ,ຜູ່ມີຫລາຍກວ່າໝູ່ແມ່ນ ໜ່ຶງ
ແສນ 5 ໝ່ືນເສັ້ນ,ສະເລ່ຍແລ້ວ ແຕ່ລະມື້ຈະມີຜົມ 50 ຮອດ 100 ເສັ້ນຫຼ່ົນ.ຍອດ
ຈຳນວນເສັ້ນຜົມຂອງຄົນເຊື້ອສາຍຕ່າງກັນກໍ່ບໍ່ຄືກັນ.ຜົມສີທອງມີປະມານ 1 ແສນ
4 ໝ່ືນເສັ້ນ,ຜົມສີນ້ຳຕານມີ 1 ແສນ 9 ພັນເສັ້ນ,ຜົມດຳມີ 1 ແສນ 2 ພັນເສັ້ນ,ຜົມ
ແດງມີ 8 ໝ່ືນ 8 ພັນເສັ້ນ.ເສັ້ນຜົມເຖິງວ່າຈະແລບ,ແຕ່ພັດແຂງຫຼາຍ,ເວົ້າໃນດ້ານ
ທິດສະດີແລ້ວ,ຜົມທັງຫົວສາມາດຫ້ອຍຊ້າງທະວີບອາຟລິກາໄດ້ສອງໂຕ.

ເສັ້ນຜົມສາມາດເປີດເຜີຍຂ້ໍມູນຂ່າວສານຂອງຄົນຜູ່ໜ່ຶງຢ່າງຫລວງຫລາຍແທ້,ແຕ່ມີ
ຂໍ້ໜ່ຶງທ່ີເຮັດບໍ່ໄດ້,ຄືບໍ່ສາມາດບອກໃຫ້ພວກເຮົາຮູ້ວ່າ ເຈົ້າຂອງເສັ້ນຜົມແມ່ນຜູ່ຊາຍ
ຫລືຜູ່ຍິງ.