ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 09:55:53    
ເດັກນ້ອຍບ່ໍຄວນກິນຢາເພ່ີມຄວາມສູງຢ່າງໂລເລ(ສຽງ)

cri

                               

ຍ້ອນມີການໂຄສະນາຢາເພ່ີມຄວາມສູງຊະນິດຕ່າງໆ ໃນຊົ່ວໂລຍະນ່ືງຈ່ິງເຮັດໃຫ້ຜູູ່,
ຮ່າງກາຍບໍ່ສູງປານໃດຢ່າງຫຼວງຫຼາຍຢາກກິນລອງເບ່ິງ.ຈົນວ່າພ່ໍແມ່ເດັກນ້ອຍບ່ໍໜ້ອຍ
ກໍທະຍອຍກັນຢາກໃຫ້ລູກຂອງຕົນກິນຢາເພ່ີມຄວາມສູງ,ເພ່ືອເຮັດໃຫ້ລູກຂອງຕົນສູງ
ກວ່າເກົ່າ.ຕ່ໍເລື້ອງນີ້,ຜູ່ຊ່ຽວຊານດ້ານເຕີບໃຫຍ່ພະແນກເດັກນ້ອຍຂອງໂຮງໝໍໃຫຍ່ຫຼາຍ
ແຫ່ງເຕືອນວ່າ, ໄລຍະໄວຄະນອງແມ່ນໄລຍະສຳຄັນໃນການເຕີບໃຫຍ່ຂະຫຍາຍຕົວ
ຂອງເດັກນ້ອຍໃນຕະຫຼອດຊີວິດ,ຢາກໃຫ້ເດັກນ້ອຍສູງກວ່າເກົ່າ, ບ່ໍຄວນອາໃສແຕ່ຢາ
ເພ່ີມຄວາມສູງຊະນິດຕ່າງໆຢ່າງຫັຼບຫູຫັຼບຕາ.

ທ່ານສາສະດາຈານມາຮົງໄວ ຜູ່ຊ່ຽວຊານດ້ານປະຊາກອນ ຫົວໜ້າພະແນກເດັກນ້ອຍ
ເຕີບໃຫຍ່ຂອງໂຮງໝໍເລກສອງສັງກັດມະຫາວິທະຍາໄລແພດສາດຈີນເຫັນວ່າ, ສະ
ເພາະໜ້ານີ້,ເດັກນ້ອຍຮ່າງກາຍຕ່ຳເຕ້ຍຍ້ອນເປັນພະຍາດນັ້ນແມ່ນເຫັນໜ້ອຍ,ຜູ່ເປັນພ່ໍ
ແມ່ບ່ໍຄວນໃຫ້ລູກຕົນກິນຢາເພ່ີມຄວາມສູງຢ່າງຫັຼບຫູຫັຼບຕາ,ຄັນປະກົດເຫັນວ່າລູກຂອງ
ຕົນໃຫຍ່ຊ້າ, ຂ້າພະເຈົ້າຂໍສະເໜີໃຫ້ຜູ້ປົກຄອງເດັກສ່ົງລູກໄປກວດສຸຂະພາບຢູ່ໂຮງໝໍ
ກ່ອນ, ແລ້ວຈ່ິງປົວຕາມສະພາບຕົວຈິງ.

ຜູ່ຊ່ຽວຊານສະເໜີວ່າ, ສ່ິງທ່ີຄ້ຳຊູຮ່າງກາຍຂອງຄົນນັ້ນ ຕົ້ນຕໍແມ່ນກະດູກແຂນຂາແລະ
ກະດູກສັນຫັຼງ,ກ່ອນຄົນເຕັມກະສຽນອາຍຸ,ກະດູກອ່ອນໃຫຍ່ຂຶ້ນຢ່າງບ່ໍຢຸດຢັ້ງ,ເມ່ືອເປັນ
ແນວນີ້,ກະດູກຂອງຄົນກໍເຕີບໃຫຍ່ຢ່າງບ່ໍຢຸດຢັ້ງຄືກັນ.ຄວາມສູງຂອງຄົນກໍເພ່ີມຂຶ້ນ
ເລື້ອຍໆ.ຮ່າງກາຍຂອງຄົນເຕີບໃຫຍ່ມີສອງໄລຍະກະແສສູງ,ກະແສສູງເຕີບໃຫຍ່ອັນ
ທີນ່ືງແມ່ນພາຍໃນ2ຂວບ,ປີທຳອິດເພ່ີມຂຶ້ນ ປະມານ24ຊັງຕິແມັດ,ປີທີສອງເພ່ີມຂຶ້ນປະ
ມານ 11 ຊັງຕິແມັດ,ພາຍຫັຼງປີທີສາມ, ແຕ່ລະປີເພ່ີມຂຶ້ນປະມານ 5 ຫາ 7 ຊັງຕິແມັດ,
ໄລຍະກະແສສູງທີສອງແມ່ນໄລຍະໄວຄະນອງແຕ່ 12 ຫາ 15 ປີ, ຄວາມສູງຂອງຮ່າງ
ກາຍເພ່ີມຂຶ້ນໄວ, ຈົນຮອດໄລຍະສຸດທ້າຍຂອງການເຕີບໃຫຍ່.

ມູນເຫດທ່ີພາໃຫ້ເດັກນ້ອຍມີຮ່າງກາຍຕ່ຳເຕ້ຍນັ້ນມີຫຼາຍຢ່າງຫຼາຍແນວ ເຊ່ັນປັດໃຈກຳ
ມະພັນມີຮ່າງກາຍຕ່ຳເຕ້ຍ,ປັດໃຈເປັນພະຍາດ ແລະປັດໃຈຈິດໃຈສັງຄົມເປັນຕົ້ນ.ປະຈຸ
ບັນໄດ້ປະກົດເຫັນວ່າ,ມີພະຍາດ 300 ກວ່າຊະນິດພາໃຫ້ມີຮ່າງກາຍຕ່ຳເຕ້ຍ, ພະຍາດ
ເຫົ່ຼານີ້ລວມມີທາດບຳລຸງບ່ໍພຽງພໍ ຮວງໄຂ່ເດັກຍິງເຕີບໃຫຍ່ບ່ໍສົມບູນມາແຕ່ເກີດ,ການ
ເຕີບໃຫຍ່ຂອງກະດູດຜິດປົກກະຕິເປັນຕົ້ນ,ຕົວຢ່າງຄື ໄລຍະໄວຄະນອງມາຊ້າຍ້ອນຄຸນ
ທາດຮ່າງກາຍນັ້ນ ສ່ວນຫຼາຍມີປະຫວັດເປັນພະຍາດທາງກຳມະພັນ,ເດັກນ້ອຍທ່ີເປັນ
ພະຍາດດ່ັງກ່າວໄລຍະເຕີບໃຫຍ່ໄວມັກມາຊ້າກວ່າເດັກນ້ອຍທຳມະດາ,ໂດຍທົ່ວໄປແລ້ວ
ຮອດ ອາຍຸ 16 ຫາ 17 ປີຈ່ິງເຂົ້າສູ່ໄລຍະໄວຄະນອງ, ອີກຢ່າງນ່ືງຄືຂາດທາດບຳລຸງ
ຫຼາຍ,ເປັນພະຍາດຊຳເຮື້ອໃນເວລາດົນນານ,ລ້ວນແຕ່ຈະພາໃຫ້ເດັກນ້ອຍເຕີບໃຫຍ່ຊ້າ,
ຕ້ອງກວດໃນໄລຍະຕົ້ນ, ເມ່ືອຮູ້ມູນເຫດແລ້ວຈ່ິງປົວຕາມສະພາບຕົວຈິງ.

ທ່ານວາງຊູຈີ ຫົວໜ້າພະແນກເຕີບໃຫຍ່ເດັກນ້ອຍຂອງສູນສຸຂະພິບານແມ່ແລະເດັກ
ເມືອງເສີນຢາງເຫັນວ່າ, ຢາເພ່ີມຄວາມສູງທ່ີຕະຫຼາດໂຄສະນາໃນຊູ່ມື້ນີ້ບ່ໍແມ່ນເໝາະ
ກັບເດັກນ້ອຍທຸກຄົນ,ຕົວຢ່າງຄື ເດັກນ້ອຍບາງຄົນຮ່າງກາຍຕ່ຳເຕ້ຍ ສັບພະຄຸນຕ່ອມ
ໜຽງຕຳ່, ພຽງແຕ່ຕ້ອງການກິນຢາທາດຕ່ອມໜຽງທ່ໍນັ້ນ ກໍສາມາດກະຕຸກການຂັບຍ່ອຍ
ຮອກໂມນເຕີບໃຫຍ່ໄດ້,ສ່ວນເດັກຍິງທ່ີຮ່າງກາຍຕ່ຳເຕ້ຍບ່ໍໜ້ອຍບ່ໍຄວນກິນຢາເພ່ີມ
ຄວາມສູງຢ່າງງ່າຍດາຍ,ແຕ່ຄວນພິຈາລະນາວ່າແມ່ນຍ້ອນຮວງໄຂ່ເຕີບໃຫຍ່ບ່ໍສົມບູນ
ມາແຕ່ເກີດຫືຼບ່ໍ, ຄວນໄປສ່ອງເອໂກຢູ່ໂຮງໝໍແລະກວດສີໂສມ,ເມ່ືອບົງມະຕິແລ້ວຈ່ິງປົວ
ດ້ວຍຮອກໂມນເຕີບໃຫຍ່ໄດ້.

ຜູ່ຊ່ຽວຊານພະແນກເຕີບໃຫຍ່ເດັກນ້ອຍຫຼາຍແຫ່ງໃນເມືອງເສີນຢາງເຫັນວ່າ, ປັດໃຈ
ຕ່າງໆເຊ່ັນປັດໃຈມາແຕ່ເກີດ ປັດໃຈກຳມະພັນ ລະດັບທາດບຳລຸງ ສະພາບສຸຂະພາບ
ຂອງຊາວໜຸ່ມເຍົາວະຊົນ ລະດັບຂັບຍ່ອຍຮອກໂມນ,ການອອກກຳລັງກາຍ,ແລະນອນ
ເປັນຕົ້ນ ສາມາດເປັນຜົນສະທ້ອນຕ່ໍຄວາມສູງຂອງເດັກນ້ອຍ,ຢາເພ່ີມຄວາມສູງຊະນິດ
ໃດກໍບ່ໍສາມາດປົວພະຍາດຊະນິດຕ່າງໆແລະແກ້ໄຂບັນຫາທຸກຢ່າງໃຫ້ຕົກໄດ້.ຂໍຍົກເອົາ
ການນອນມາເປັນຕົວຢ່າງ,ດ້ານນ່ືງນອນສາມາດເຮັດໃຫ້ເສັ້ນປະສາດຂອງສະໝອງແລະ
ກ້າມຊິ້ນຜ່ອນຍານ,ມີຜົນດີຕ່ໍການເຕີບໃຫຍ່ຂອງກະດູກ,ດ້ານໜຶ່ງອີກ,ປະລິມານຂັບຍ່ອຍ
ຮອກໂມນເຕີບໃຫຍ່ໃນເວລານອນ ມີປະມານສາມເທ່ົ່າຂອງເວລາຕ່ືນ, ສະນັ້ນ ຕ້ອງຮັບ
ປະກັນໃຫ້ນັກຮຽນປະຖົມທ່ົວໄປມື້ນ່ືງນອນ 10 ຊົ່ວໂມງ,ນັກຮຽນມັດທະຍົມມື້ນ່ືງນອນ 9
ຫາ 10 ຊົ່ວໂມງ,ນັກຮຽນອຸດົມມື້ນ່ືງນອນ 8ຫາ 9 ຊ່ົວໂມງ.

ຜູ່ຊ່ຽວຊານດ້ານເຕີບໃຫຍ່ເດັກນ້ອຍສະເໜີໃຫ້ພ່ໍແມ່ຂອງເດັກຮູ້ວ່າ,ຄັນຢາກໃຫ້ເດັກນ້ອຍ
ເພ່ີມຄວາມສູງຕາມຫັຼກວິທະຍາສາດ ຕ້ອງພິຈາລະນາຈາກຫຼາຍດ້ານ ເຊ່ັນ ມີທາດບຳ
ລຸງຢ່າງເໝາະສົມ ຫັດກຳລັງຫາຍຢ່າງເໝາະສົມ ມີເວລານອນພຽງພໍ, ບ່ໍຄວນຫົຼງເຊ່ືອ
ຢາເພ່ີມຄວາມສູງ ເຄ່ືອງເພ່ີມຄວາມສູງຊະນິດຕ່າງໆ,ເພ່ືອບ່ໍໃຫ້ເສຍໂອກາດດີທ່ີສຸດແຫ່ງ
ການເຕີບໃຫຍ່ຂອງເດັກນ້ອຍ.