ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 16:21:55    
ປະຊາຄົມໂລກສືບຕໍ່ທຳປະຕິກິລິຍາຕໍ່
ການສ້າງຕັ້ງລັດຖະບານຊຸດໃໝ່ຂອງອີ
ຣັກ

cri
CRIລາຍງານວ່າ:ວັນທີ2ມິຖຸນາ,ປະຊາຄົມໂລກສືບຕໍ່ທຳປະຕິກິລິຍາຕໍ່ການສ້າງຕັ້ງ
ລັດຖະບານຊຸດໃໝ່ຂອງອີຣັກ.

ທ່ານຢາໂກວັນໂກ ໂຄສົກກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການວ່າ,
ລັດເຊຍຫວັງໃຫ້ລັດຖະບານຊົ່ວຄາວອີຣັກທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່ສຸມກຳລັງເຂົ້າໃນ
ການເຮັດໃຫ້ພາຍໃນປະເທດມີສະຖຽນລະພາບ ເສດຖະກິດຮັບການຟຶ້ື້ນຟູແລະການ
ກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ.ທ່ານຍັງກ່າວເນັ້ນວ່າ,ປະຊາຄົມໂລກໂດຍມີສະຫະ
ປະຊາຊາດເປັນຫົວໂປ່ນັ້ນມີໜ້າທີ່ຮັບຜິດຊອບໃຫ້ການສະໜັບສະໜູນຫຼາຍທີ່ສຸດເພື່ອ
ໃຫ້ປະຊາຊົນອີຣັກບັນລຸເປົ້າໝາຍດັ່ງກ່າວ.

ທ່ານຣີຊາ ອາເຊຟີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ,ການສ້າງຕັ້ງລັດ
ຖະບານຊົ່ວຄາວຊຸດໃໝ່ຂອງອີຣັກເປັນຂີດໝາຍສະແດງໃຫ້ເຫັນວ່າ,ອີຣັກໄດ້ຢ່ວງ
ບາດກ້າວອັນສຳຄັນໄປສູ່ເປົ້າໝາຍທີ່ຮັບເອົາອະທິປະໄຕ.

ພາຍຫຼັງເຈລະຈາກັນຢູ່ມາດຼິສແລ້ວ,ທ່ານຊາປາເຕໂຣ ນາຍົກລັດຖະມົນຕີແອສປາຍ
ກັບທ່ານອານ ອັດຊາດປະທານາທິບໍດີຊີເລຍເປັນເອກະສັນກັນກ່າວວ່າ,ສອງປະເທດ
ມີເຈດຈຳນົງໃຫ້ອີຣັກຟຶ້ນຟູການປະຕິບັດອະທິປະໄຕທັງໝົດໂດຍໄວ.

ໃນມື້ດຽວກັນ,ຢູ່ແບກແດດ,ທ່ານບຼາຮີມີ ທູດພິເສດຂອງສະຫະປະຊາຊາດກ່ຽວກັບບັນ
ຫາອີຣັກເຜີຍໃຫ້ຮູ້ວ່າ,ຝ່າຍທີ່ກ່ຽວຂ້ອງຈະສ້າງຕັ້ງຄະນະກຳມະການທີ່ມີສິດຢັບຢັ້ງ
ການເຄື່ອນໄຫວຂອງລັດຖະບານຊຸດໃໝ່ຂອງອີຣັກໃນເດືອນໜ້າ,ເພື່ອຕິດຕາມກວດ
ກາການຄອງອຳນາດຂອງລັດຖະບານຊຸດໃໝ່ອີຣັກ.